ກອງ​ປະຊຸມ​ຄັ້ງ​ທີ 6 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຊຸດ​ທີ 11

(vovworld)- ທີ່​ກອງ​ປະຊຸມ​ຄັ້ງ​ທີ 6 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຊຸດ​ທີ 11 (​ເອີ້ນ​ຫຍໍ້​ວ່າ ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 6), ກົມ​ການ​ເມືອງ​ໄດ້​ປະຕິບັດ​ການ​ຕຳ​ນິຕິ​ຊົມຕົນ​ເອງ ​ແລະ ຕິ​ຊົມ​ກັນ ຢ່າງ​ເຂັ້ມ​ງວດ ​ແລະ ຍອມຮັບ​ຄວາມຜິດ ​ຕໍ່​ຄະນະ​ບໍລິຫານ​ງາ​ນສູນ​ກາງ​ພັກກ່ຽວ​ກັບ​ຂໍ້ຄົງຄ້າງ, ຄວາມ​ອ່ອນ​ດ້ອຍ​ໃນ​ວຽກ​ງານ​ກໍ່ສ້າງ​ພັກ ​ແລະ ການ​ເຊື່ອມ​ທາດ​ຂາດ​ຄຸນ, ສິ່ງຫຍໍ້​ທໍ້​ໃນ​ຖັນ​ແຖວ​ສະມາຊິກ​ພັກ. ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະຫວັດສາດ​ແຫ່ງ​ການ​ເຄື່ອນ​ໄຫວ​ຂອງ​ພັກ, ໝູ່​ຄະນະ​ກົມ​ການ​ເມືອງ​ໄດ້​ຍອມຮັບຄວາມຜິດ​ຕໍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ແບບຢ່າງ​ໃນ​ທົ່ວ​ພັກ​ກ່ຽວ​ກັບ​ນ້ຳ​ໃຈການຕຳ​ນິຕິ​ຊົມ​ຕົນເອງ ​ແລະ ຕິ​ຊົມ​ກັນຕາມ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4.

        ທີ່ ກອງ​ປະຊຸມ​ສູນ​ກາງ​ພັກຄັ້ງ​ທີ 6, ທ່ານ​ Nguyen Phu Trong ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ​ໄດ້​ຍົກ​ໃຫ້​ເຫັນ​ບັນດາ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ​ຕົ້ນຕໍ​ຂອງ​ກົມ​ການ​ເມືອງ, ຄະນະ​ເລຂາ​ສູນ​ກາງ​ພັກ​ໃນ​ໄລຍະ​ຜ່ານ​ມາ. ນັ້ນ​ບໍ່​ທັນ​ສະກັດ​ກັ້ນ​ການ​ເຊື່ອມ​ທາດ​ຂາດຄຸນ​ໃນ​ພະນັກງານ, ສະມາຊິກ​ພັກ​ສ່ວນ​ຫນຶ່ງ, ກົມ​ການ​ເມືອງ, ຄະນະ​ເລຂາ​ສູນ​ກາງ​ພັກ ບໍ່​ທັນ​ສຸມ​ໃສ່​ຊີ້​ນຳ​ເພື່ອ​​ແກ້​ໄຂ​​ຄວາມ​ຫຍໍ້​ທໍ້​ໃນ​ວຽກ​ງານ​ພະນັກງານ​ຢ່າງ​ທັນ​ການ. ຄຽງ​ຄູ່​ກັນ​ນັ້ນ, ​ແມ່ນ​ການ​ຊີ້​ນຳ​ປະຕິບັດ​ບັນດາ​ມະຕິ, ບົດ​ສະຫລຸບ​ຂອງ​ສູນ​ກາງ, ​ເປັນ​ຕົ້ນ​ແມ່ນ​ລັດ​ວິ​ສາ​ຫະກິດ ຍັງ​ກະວົນກະ​ວາຍ, ປ່ອຍປະລະເລີຍ. ຕໍ່ຫນ້າ​ຂໍ້​ຂາດ​ຕົກ​ບົກຜ່ອງ​ນັ້ນ, ກົມ​ການ​ເມືອງ ​ແລະ ກຳມະການ​ກົມ​ການ​ເມືອງ​ແຕ່ລະ​ທ່ານ ລ້ວນ​ແຕ່​ເຫັນ​ໄດ້​ຄວາມ​ຮັບຜິດຊອບ​ດ້ານ​ການ​ເມືອງ​ຂອງ​ຕົນ, ຍອມຮັບຄວາມຜິດ ​ແລະ ຍອມຮັບ​ການປະຕິບັດ​ວິ​ໄນ. ຫາງສຽງ​​ໄດ້​ຕີ​ລາຄາ​ສູງຕໍ່​ເລື່ອງ​ກົມ​ການ​ເມືອງ, ຄະນະ​ເລຂາ​ສູນ​ກາງ​ພັກ​ໄດ້​​ຍອມຮັບຄວາມຜິດ​ຕໍ່​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ຖື​ວ່າ​ແມ່ນ​ວຽກ​ງານ​ທີ່ເຂັ້ມ​ງວດ, ສະ​ແດງ​ໃຫ້​ເຫັນ​ການຢາກ​ຮັບ​ເອົາຄຳ​ປະກອບ​ຄຳ​ຄິດ​ເຫັນ​ຂອງ​ພັກ. ຄຽງ​ຄູ່​ກັນ​ນັ້ນ ​ເລ່ືອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​ໄດ້​ປຶກສາ​ຫາລື​ໝາກຜົນ​ແຫ່ງ​ການ​ສຳ​ຫລວດ​ກວດຄືນຂອງ​ກົມ​ການ​ເມືອງ, ຄະນະ​ເລຂາ​ສູນ​ກາງ​ພັກ​ຢູ່ ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 6 ຄັ້ງ​ນີ້ ​ໄດ້​ຊີ້​ໃຫ້​ເຫັນ​ວ່າ ມະຕິ​ສູນ​ກາງ​ຄັ້ງ​ທີ 4 ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ເຂັ້ມ​ງວດ ​ແລະ ມີ​ໝາກຜົນ​ໃນ​ເບື້ອງ​ຕົ້ນ. ປະລິຍາ​ໂທ Tran Khai Dinh ສັງກັດ​ມະຫາວິທະຍາ​ໄລ​​ໄຕ​ງວຽນ ​ເວົ້າ​ວ່າ:

        “ຄວາມ​ຈິງ​ໃຈ, ກົງ​ໄປ​ກົງ​ມາ​ຂອງ​ກົມ​ການ​ເມືອງ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ຄະນະ​ເລຂາ​ສູນ​ກາງ​ພັກ ສະ​ແດງ​ໃຫ​​້​​ເຫັນ​ຄວາມ​ຕັດສິນ​ໃຈ​ຂອງ​ພັກ​ໃນ​ການ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ສຳ​ເລັດ​ຜົນ, ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ພັກ​ມີ​ພູມ​ປັນຍາ, ​ເພື່ອ​ຊີ້​ນຳນຳພາປະຊາຊົນ​ຍາ​ດ​ໄດ້​ໄຊຊະນະ​ນອັນ​ດີງາມ​ກວ່າ. ຂ້າພະ​ເຈົ້າ​ເອງ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ, ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ພັກ.”

ກອງ​ປະຊຸມ​ຄັ້ງ​ທີ 6 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຊຸດ​ທີ 11 - ảnh 1
ກອງ​ປະຊຸມ​ຄັ້ງ​ທີ 6 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຊຸດ​ທີ 11
ພາບ: internet

        ບົດ​ສະຫລຸບ​ຂອງ ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 6 ​ໂດ​ຍທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ກ່າວ​ໃນ​ວາລະ​ອັດ​ ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 6 ​ໄດ້​ຊີ້​ແຈງວ່າ: “ຜ່ານ​ການ​ສຳ​ຫລວດ​ກວດຄືນ, ຕຳ​ນິຕິ​ຊົມຕົນ​ເອງ ​ແລະ ຕິ​ຊົມ​ກັນ ​ແລະ ຮັບ​ຟັງ​ຄຳ​ເຫັນ​ປະກອບ​ຂອງ​ພະນັກງານ, ສະມາຊິກ​ພັກ, ປະຊາຊົນ, ໝູ່​ຄະນະ​ໃນ​ກົມ​ການ​ເມືອງ, ຄະນະ​ເລຂາ​ສູນ​ກາງ​ພັກ ​ແລະ ກຳມະການ​ກົມ​ການ​ເມືອງ​ແຕ່ລະ​ທ່ານ, ​ຄະນະ​ເລຂາ​ສູນ​ກາງ​ພັກ ​ໄດ້​ຮັບ​ຮູ້​ດ້ານ​ດີຢ່າງ​ເລິກ​ເຊິ່ງກວ່າ, ຄົບ​ຖ້ວນ​ກວ່າ ​ແລະ ຂໍ້​ຂາດ​ຕົກ​ບົກ​ຜ່ອງ​ຂອງ​ຕົນ, ​ໄຈ້​ແຍກ, ​ເຮັດ​ແຈ້ງ​ສາຍ​ເຫດ​ບັນດາ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ, ຂໍ້​ຈຳກັດ, ຈາກ​ນັ້ນ ວາງ​ອອກ​ບັນດາ​ມາດ​ຕະການ​ເພື່ອ​ແກ້​ໄຂ. ​ໃນ​ຄວາມ​ຈິງ, ມີ​ຫລາຍ​ທ່ານ​ໄດ້​ພິຈາລະນາ​ຕົນ​ຄືນ ​ແລະ ປັບປຸງ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ​ໃນ​ເບື້ອງ​ຕົ້ນ, ປັບປຸງ​ບາງ​ການ​ກະທຳ​ໃນ​ວຽກ​ງານ ​ແລະ ຊີວິດ​ການ​ເປັນ​ຢູ່. ຫາກ​ສຽງ​ໄດ້​ຕີ​ລາຄາ​ສູງ ​ແລະ ມີ​ຄວາມ​ເຊື່ອ​ໝັ້ນ​ຢ່າງ​ແນວ​ແນ່​ວ່າ: ພັກ​ກອມ​ມູນິດ ຫວຽດນາມ ຈະ​ແກ້​ໄຂ​ຄວາມ​ອ່ອນ​ດ້ອຍ ​ແລະ ປັບປຸງ​ເພື່ອ​ສຳ​ເລັດ​ຫນ້າ​ທີ່. ທ່ານ Nguyen Duc Toan ສະມາຊິກ​ພັກ​ມີ​ອາຍຸ​ສູງ​ຢູ່ ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ:

        “ພັກ​ກຳ​ອຳນາດ​ຄື​​ແນວ​ນັ້ນ​ແມ່ນ​ດີ​ຫລາຍ ​ເພາະວ່າ ພັກ​ເຫັນ​ໄດ້​ບັນຫາ, ກ້າ​ເວົ້າ ​ແລະ ກ້າ​ແກ້​ໄຂ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ. ​ເລື່ອງ​ປັບປຸງ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ​ຕ້ອງ​ປະຕິບັດ​​ເທື່ອ​ລະ​ກ້າວ ຫາກ​ບໍ່​ສາມາດປະຕິບັດ​ໃນ​ພາບ​ດຽວ. ບັນດາ​ບັນຫາ​ຍັງ​ຄົງ​ຄ້າງ ​ເກີດ​ຂຶ້ນ​ແຕ່​ດົນ​ນານ​ແລ້ວ ຫາກ​ບໍ່​ສາມາດແກ້​ໄຂ​ໃນ​ເວລາ 10 ວັນ​ໄດ້.

        ທີ່​ ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 6 ຜ່ານ​ມາ, ພັກ​ກອມ​ມູນິດ ຫວຽດນາມ ​ໄດ້​ຢືນຢັນ​ວ່າ: ຍິ່ງ​ກວ່າ​ເວລາ​ໃດ​ໝົດ ຕ້ອງ​ຮັດ​​ແຫນ້ນ​ຖັນ​​ແຖວ​ພະນັກງານ, ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ຮັກສາ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ​ນຳພາປະຊາຊົນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ. ຕາມ​ບົດ​ສະຫລຸບ​ຂອງ ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 6, ພາຍຫລັງ​ບັ້ນ​ສຳ​ຫລວດ​ກວດຄືນ, ກົມ​ການ​ເມືອງ, ຄະນະ​ເລຂາ​ສູນ​ກາງ​ພັກ ​ໄດ້​ປຶກສາ​ຫາລື ​ແລະ ຊີ້​ນຳ​ແກ້​ໄຂ​ບາງ​ບັນຫາ​ຮ້ອນ​ເຮັ່ງ, ​ເສີມ​ຂະຫຍາຍ​ບັນດາ​ປັດ​​ໄຈ​ຕັ້ງຫນ້າ, ສ້າງ​ກົດ​ລະບຽບຂໍ້ບັງຄັບ ​ເພື່ອສະກັດ​ກັ້ນ​ບັນດາ​ການ​ກະທຳ​ຫຍໍ​້ທໍ້​ໃນ​ພັກ. ສິ່ງ​ດັ່ງກ່າວ​ອີກ​ຄັ້ງ​ຫນຶ່ງ​ເພື່ອ​ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ໝູ່ປະຊາຊົນ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງຄົມ​ ພ້ອມ​ກັນ​ມຸ່ງ​ໄປ​ເຖິງ​ຈຸດໝາຍ​ກໍ່​ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ