ກອງປະຊຸມປະຈຳປີ IMF ແລະ WB ພວມຖືກດຳເນີນຢູ່ ໂຕກຽວ ປະເທດຍີປຸ່ນ
(ພາບ: AFP)
|
vovworld-ກອງປະຊຸມປະຈຳປີຂອງກອງທຶນສາກົນ (IMF) ແລະ ທະນາຄານໂລກ (WB) ພວມຖືກດຳເນີນໄປຢູ່ ໂຕກຽວ ປະເທດຍີປຸ່ນ ແລະ ຈະແກ່ຍາວຈົນຮອດທ້າຍອາທິດນີ້, ຊຶ່ງມີການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ຂອງລັດຖະບານ, ເຈົ້າຂອງວິສາຫະກິດ ແລະ ຜູ້ວ່າການທະນາຄານສູນກາງລວມທັງໝົດເກືອບ 20.000 ທ່ານ ດ້ວຍຈຸດໝາຍແກ້ໄຂວິກິດການຢູ່ພາກພື້ນໃຊ້ເງິນຕາຮ່ວມເອີລົບ (eurozone), ສະກັດກັ້ນທ່າຊຸດໂຊມເສດຖະກິດທົ່ວໂລກ ກໍຄືບັນດາມາດຕາການໜູນຊ່ວຍບັນດາປະເທດພວມພັດທະນາ. ຫາງສຽງພວມຄອຍຖ້າຈະມີບັນດາໝາກຜົນລະອຽດໃນກອງປະຊຸມຄັ້ງນີ້ ເພື່ອຟື້ນຟູພື້ນຖານເສດຖະກິດໂລກໃນສະພາວະທີ່ການເຕີບໂຕເສດຖະກິດຂອງໂລກ ຄາດຄະເນວ່າຈະຕົກຕ່ຳຖອຍຫຼັງ. ແຕ່ຄວາມເຄັ່ງຕຶງຈຳນວນໜຶ່ງໃນການພົວພັນ 2 ຝ່າຍອາດຈະເປັນສິ່ງກີດຂວາງຕໍ່ການຮ່ວມມືສຳເລັດຜົນໃນກອງປະຊຸມຄັ້ງນີ້.
ກອງປະຊຸມປະຈຳປີຂອງ IMF ແລະ WB ພ້ອມກັບບັນດາການປະຊຸມຢູ່ນອກ ກອງປະຊຸມ ແມ່ນການເຕົ້າໂຮມກັນຄັ້ງໃຫຍ່ຂອງວົງການການນຳຂະແໜງ ການເງິນ, ເສດຖະກິດ ແລະ ທະນາຄານໃນໂລກ. ກ່ອນປີ 2008, ອາດຈະເຫັນບົດບາດ ຂອງ IMF ແມ່ນຍັງບໍ່ທັນຖືເປັນສຳຄັນ, ແຕ່ວິກິດການ ເສດຖະກິດທົ່ວໂລກປີ 2008 ໄດ້ເຮັດໃຫ້ມີການປ່ຽນແປງທຸກສິ່ງທຸກຢ່າງ, ເຮັດໃຫ້ບັນດາພື້ນຖານ ເສດຖະກິດໂລກມີການສັງເກດຕີລາຄາທີ່ແຕກຕ່າງກັນກ່ຽວກັບຄວາມຈຳເປັນຂອງອົງການນີ້. ໃນສະຖານະການທີ່ພື້ນຖານເສດຖະກິດໂລກຍັງຄົງສືບຕໍ່ຜັນແປໄປຕາມແນວໂນ້ມທີ່ບໍ່ດີນັ້ນ, ກອງປະຊຸມຄັ້ງນີ້ ໄດ້ຮັບຖືວ່າແມ່ນໂອກາດເພື່ອໃຫ້ບັນດານັກການເງິນອັນດັບໜຶ່ງໃນໂລກຍົກອອກບັນດາລັດຖະນະໂຍບາຍທີ່ສຳຄັນເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ພື້ນຖານເສດຖະກິດທົ່ວໂລກ, ດັດປັບບັນດານະໂຍບາຍຂອງບັນດາປະເທດພັດທະນາຢ່າງມີປະສິດທິຜົນ, ເພີ່ມທະວີຄວາມມານະພະຍາຍາມຮັບມືກັບບັນດາສິ່ງທ້າທາຍ ຂະນະທີ່ວິກິດການໜີ້ສາທາລະນະຂອງເອີລົບໄດ້ແຜ່ລາມອອກສູ່ນອກພາກພື້ນ, ກໍ່ຜົນເສຍຫາຍໃຫ້ແກ່ບັນດາພື້ນຖານເສດຖະກິດທີ່ຫາກໍພົ້ນເດັ່ນຂຶ້ນ.
ແຕ່ ໃນຈຸດເວລາກ່ອນດຳເນີນກອງປະຊຸມ, ຈີນໄດ້ປະກາດວ່າ ລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງຂອງປະເທດນີ້ຈະບໍ່ເຂົ້າຮ່ວມກອງປະຊຸມ, ຫາກພຽງແຕ່ແຕ່ງຕັ້ງເຈົ້າໜ້າທີ່ຊັ້ນຮອງໄປແທນ. ເລື່ອງນີ້ໄດ້ສະແດງໃຫ້ເຫັນຄວາມແຕກແຫງຢ່າງຮ້າຍແຮງໃນການພົວພັນ 2 ຝ່າຍລະຫວ່າງ 2 ປະເທດມະຫາອຳນາດຢູ່ອາຊີ ແລະ ໄດ້ສົ່ງຜົນທະທ້ອນໂດຍກົງເຖິງການພົວພັນຫຼາຍຝ່າຍ. ເພາະວ່າການພົວພັນທາງດ້ານເສດຖະກິດ-ການເງິນລະຫວ່າງຈີນ-ຍີປຸ່ນ ແມ່ນໜຶ່ງໃນບັນດາສາຍພົວພັນທີ່ຈຳເປັນ ແລະ ສຳຄັນໃນກົນໄກເສດຖະກິດໂລກ. ກ່ອນດຳເນີນ ກອງປະຊຸມ, ຜູ້ອຳນວຍການໃຫຍ່ IMF ທ່ານ Christine Lagarde ໄດ້ຮຽກຮ້ອງໃຫ້ ຈີນ ແລະ ຍີປຸ່ນຊຶ່ງແມ່ນ 2 ພື້ນຖານເສດຖະກິດໃຫຍ່ອັນດັບ 1 ແລະ ອັນດັບ 2 ໃນໂລກ, ຈົ່ງສຸມໃສ່ເປົ້າໝາຍການເຕີບໂຕເສດຖະກິດທົ່ວໂລກແທນໃຫ້ການສຸມກຳລັງເຂົ້າໃນການພິພາດອະທິປະໄຕຜືນແຜ່ນດິນ, ພ້ອມທັງເນັ້ນໜັກວ່າ ພື້ນຖານເສດຖະກິດທົ່ວໂລກໃນປະຈຸບັນ ແມ່ນຈຳເປັນຕ້ອງມີການເຂົ້າຮ່ວມຂອງທັງ ຈີນ ແລະ ຍີປຸ່ນ, ແຕ່ 2 ປະເທດນີ້ຍັງບໍ່ທັນສະແດງທ່າທີຕອບສະໜອງຄຳຮຽກຮ້ອງເພື່ອກ້າວໄປເຖິງການຮ່ວມມືນຳກັນ.
ໃນຂະນະນັ້ນ, ໃນຈຸດເວລາໄຂ ກອງປະຊຸມ, ອາເມລິກາ ແລະ ຈີນ ໄດ້ເກີດຄວາມຂັດແຍ້ງກັນທາງດ້ານການຄ້າຂະນະທີ່ ວໍຊິຕັນໄດ້ມີຄຳກ່າວຫາ 2 ບໍລິສັດໂທລະຄົມຂອງຈີນ , ນັ້ນແມ່ນ Huawei ແລະ ZTE ເປັນໄພນາບຂູ່ຕໍ່ຄວາມໝັ້ນຄົງແຫ່ງຊາດ. ຕາມບົດລາຍງານສະບັບໜຶ່ງກ່ຽວກັບການສືບສວນຂອງກຳມາທິການສືບລາຊະການລັບແຫ່ງສະພາຕ່ຳອາເມລິກາແລ້ວ, ປັກກິງອາດຈະໄດ້ນຳໃຊ້ 2 ບໍລິສັດເຕັກໂນໂລຢີອັນດັບໜຶ່ງຂອງຕົນເພື່ອສືບສອດແນມກ່ຽວກັບເສດຖະກິດ-ການທະຫານ ຫຼືດຳເນີນການບຸກໂຈມຕີທາງເຄືອຂ່າຍ internet ແນໃສ່ວໍຊິງຕັນ. ຕໍ່ໜ້າຂໍ້ຫາດັ່ງກ່າວ, ປັກກິງໄດ້ປະຕິເສດ ແລະ ຖືວ່າບົດລາຍງານສະບັບນີ້ ພຽງແຕ່ອີງໃສ່ຄວາມລະແວງສົງໄສໂດຍພາວະວິໄສ ແລະ ບັນດາຂໍ້ມູນ ບໍ່ຈິງ ພ້ອມທັງຖືບັນຫາຄວາມໝັ້ນຄົງແຫ່ງຊາດເປັນເຫດຜົນແນໃສ່ດຳເນີນການກ່າວຟ້ອງຢ່າງໄຮ້ເຫດຜົນເພື່ອຕ້ານຈີນ, ຂັດຂວາງບັນດາວິສາຫະກິດຂອງຈີນຜັນຂະຫຍາຍການເຄື່ອນໄຫວດຳເນີນທຸລະກິດ ແລະ ແກ່ງແຍ້ງຢ່າງຖືກຕ້ອງຕາມກົດໝາຍຢູ່ອາເມລິກາ. ຄວາມເຄັ່ງຕຶງດັ່ງກ່າວໄດ້ເກີດຂື້ນ ພາຍຫຼັງພຽງ 2 ອາທິດທີ່ອາເມລິກາໄດ້ຍື່ນໜັງສືຮ້ອງຟ້ອງຕໍ່ອົງການການຄ້າໂລກ WTO ເພື່ອກ່າວຫາ ຈີນພະຍຸງລາຄາລົດໂອໂຕ ແລະ ເຄື່ອງອາໄລສົ່ງອອກ, ກົງກັນຂ້າມ,ຈີນ ພັດກ່າວຟ້ອງອາເມລິກາເກັບພາສີເກີນຂອບເຂດສຳລັບບັນດາຜະລິດຕະພັນຂອງຈີນ. ນີ້ພຽງແມ່ນໜຶ່ງໃນຈຳນວນ 10 ກໍລະນີຮ້ອງຟ້ອງຈີນ ໂດຍອາເມລິກາພວມປະຕິບັດໃນຕະຫຼອດ 2 ປີທີ່ຜ່ານມາ ແລະ ກໍແມ່ນສ່ວນໜຶ່ງໃນບັນດາຄວາມມານະພະຍາຍາມຂອງປະທານາທິບໍດີ Barack Obama ແນ່ໃສ່ຫຼຸດຜ່ອນສ່ວນເກີນການຄ້າຂອງຈີນທີ່ມີຕໍ່ອາເມລິກາ.
ສຳລັບເອີລົບ, ບັນດານັກໄຈ້ແຍກກໍບໍ່ເຫັນສັນຍານທີ່ໜ້າ ຊື່ນຊົມໃດໆຂະນະທີ່ບັນດາຄວາມມານະພະຍາຍາມຫຼຸດຜ່ອນໜີ້ສິນ ແລະ ເພີ່ມລັກສະນະຊຳລະ, ກໍຄືບັນດາບ້ວງເງິນກະຕຸ້ນຂອງບັນດາປະເທດໃນໂລກ ຍັງບໍ່ນຳມາເຊິ່ງປະສິດ ທິຜົນຈະແຈ້ງ. ປະຈຸບັນ ຫາງສຽງພວມຄອຍຖ້າຄັງຊ່ວຍກູ້ວິກິດການ ຫຼືເອີ້ນວ່າ ກົນໄກສ້າງຄວາມສະຫງົບໝັ້ນທຽງເອີລົບ ລວມມຸນຄ່າ 650 ຕື້ USD ໂດຍກຸ່ມ eurozone ປະກາດເມືອ່ວັນທີ 8/10 ຊຶ່ງສາມາດນຳພາກພື້ນນີ້ຫຼຸດພົ້ນອອກຈາກສະພາບການປະຈຸບັນ. ສິ່ງທີ່ສຳຄັນແມ່ນເອີລົບຕ້ອງບັນລຸຄວາມເຫັນດີເຫັນພ້ອມກ່ຽວກັບບັນດານະໂຍບາຍດ້ານພາສີອາກອນ ແລະ ໃຊ້ຈາຍສ່ວນລວມ, ກໍຄືຄວາມຕ້ອງການຜັນຂະຫຍາຍການໂຮມລະບົບທະນາຄານໃນພາກພື້ນເຂົ້າກັນ.
ຕາມບົດລາຍງານ “ ແງ່ຫວັງເສດຖະກິດໂລກ ” ໂດຍ IMF ປະກາດເມື່ອອາທິດແລ້ວນີ້, ຄາດຄະເນວ່າ ການເຕີບໂຕຂອງພື້ນຖານເສດຖະກິດໂລກຈະຫຼຸດຈາກ 3,5% ລົງເຫຼືອພຽງ 3,3%ໃນປີນີ້ ແລະ ຈາກ 3,9% ຫຼຸດລົງເຫຼືອພຽງ 3,6% ໃນປີ 2013. ທ່າຟື້ນຟູຂອງເສດຖະກິດໂລກ ແມ່ນຂຶ້ນກັບບັນດານະໂຍບາຍຂອງບັນດາປະເທດມະຫາອຳນາດເປັນສ່ວນຫຼາຍ ກໍຄືສາຍພົວພັນລະຫວ່າງປະເທດເຫຼົ່ານັ້ນ. ແຕ່ໃນເວທີປາໄສທີ່ສຳຄັນປີນີ້, ການບໍ່ມີໜ້າເຂົ້າຮ່ວມຂອງປະເທດທີ່ມີບົດບາດສຳຄັນຂອງພື້ນຖານເສດຖະກິດໂລກຫຼື ການຈັບມືທີ່ຂາດເຈດຕະນາດີ ກໍເຮັດໃຫ້ຫາງສຽງມີຄວາມວິຕົກກັງວົນ ແລະ ເສດຖະກິດໂລກອາດຈະສືບຕໍ່ຕົກເຂົ້າສູ່ສະພາບຕົກຕ່ຳຖອຍຫຼັງຄັ້ງໃໝ່.