(VOVWORLD) -ນອກຈາກບັນຫາປອດນິວເຄຼຍຢູ່ແຫຼມເກົາຫຼີແລ້ວ, ກອງປະຊຸມສຸດຍອດລະຫວ່າງ 03 ຝ່າຍ ຈີນ - ຍີ່ປຸ່ນ - ສ.ເກົາຫຼີ ຖືກດຳເນີນໃນວັນທີ 09 ພຶດສະພາ, ຢູ່ໂຕກຽວ ໄດ້ກາຍເປັນກາລະໂອກາດ ເພື່ອໃຫ້ 03 ພື້ນຖານເສດຖະກິດແຖວໜ້າຂອງພາກພື້ນ ຟື້ນຟູຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ ແລະ ຍົກລະດັບການຮ່ວມມື. ເລື່ອງ ສ.ເກົາຫຼີ, ຈີນ ແລະ ຍີ່ປຸ່ນຮ່ວມມືກັນເພື່ອຊອກຫາວິທີເຕີບໂຕຢ່າງມີຫົວຄິດປະດິດສ້າງກວ່າ ແລະ ຮອບດ້ານກວ່ານັ້ນ ອາດຈະພາເສດຖະກິດຂອງພາກພື້ນ ແລະ ໂລກໄປຖືກທິດ.
ທ່ານນາຍົກລັດຖະມົນຕີຈີນ ຫຼີເຄີຊຽງ,ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ,ທ່ານປະທານາທິບໍດີສ.ເກົາຫຼີ Moon Jae-in
(ພາບ: EPA/TTXVN)
ໃນສະພາບການຄວາມໝັ້ນຄົງຢູ່ອາຊີຕາເວັນອອກສ່ຽງເໜືອ ພວມມີການຜັນປ່ຽນຢ່າງຕັ້ງໜ້າ ດ້ວຍວິວັດການປອດນິວເຄຼຍໃນແຫຼມເກົາຫຼີພວມກະກຽມກ້າວເຂົ້າສູ່ໄລຍະບາດລ້ຽວ, ສ່ວນພື້ນຖານເສດຖະກິດທົ່ວໂລກແມ່ນພວມປະເຊີນໜ້າກັບການຟື້ນຕົວຂອງລັດທິອາລັກຂາ, ກອງປະຊຸມສຸດຍອດລະຫວ່າງ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ແມ່ນກາລະໂອກາດເພື່ອໃຫ້ 03 ພື້ນຖານເສດຖະກິດແຖວໜ້າຂອງພາກພື້ນ ເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ຟຶ້ນຟູຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ.
ຕາມການຄາດຄະເນຂອງທະນາຄານໂລກແລ້ວ, ຈີນ, ຍີ່ປຸ່ນ, ສ.ເກົາຫຼີ ແມ່ນ 03 ພື້ນຖານເສດຖະກິດມີຂອບຂະໜາດໃຫຍ່ ບໍ່ພຽງແຕ່ຢູ່ອາຊີເທົ່ານັ້ນ ຫາກນັບທັງໃນໂລກອີກດ້ວຍ, ເຊິ່ງກວມເອົາປະມານ 22% GDP ທົ່ວໂລກ ແລະ ປະມານ 70% GDP ຂອງອາຊີ.
ພ້ອມກັນຖືກກຳລັງດັນຈາກລັດທິອາລັກຂາການຄ້າ
ບັນຫາການຄ້າພົ້ນເດັ່ນຂຶ້ນ ແມ່ນຫົວຂໍ້ສຳຄັນທີ່ກອງປະຊຸມສຸດຍອດສາມຝ່າຍໃນສະພາບການ ທັງ 03 ປະເທດຕ້ອງປະເຊີນໜ້າກັບບັນຫາລວມ, ນັ້ນແມ່ນທ່າອ່ຽງລັດທິອາລັກຂາການຄ້າຂອງອາເມລິກາ.
ທັງຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ລ້ວນແຕ່ນອນໃນບັນຊີລາຍຊື່ບັນດາປະເທດທີ່ເຮັດໃຫ້ອາເມລິກາຂາດດຸນການຄ້າ. ໃນຂະນະນັ້ນ ຍີ່ປຸ່ນ ແລະ ສ.ເກົາຫຼີພວມຖືກກຳລັງດັນຈາກອາເມລິກາ ທີ່ຮຽກຮ້ອງໃຫ້ມີການເຈລະຈາສັນຍາການຄ້າສອງຝ່າຍຄືນໃໝ່. ເມື່ອມໍ່ໆມານີ້, ຈີນ ແລະ ຍີ່ປຸ່ນກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ຖືກລັດຖະບານອາເມລິກາຈັດວາງອັດຕາພາສີນຳເຂົ້າໃໝ່ສຳລັບປະເພດສິນຄ້າອາລູມີນຽມ ແລະ ເຫຼັກກ້າ. ກ່ອນໜ້ານັ້ນ, ເມື່ອເດືອນມີນາ, ອາເມລິກາໄດ້ຈັດວາງຕາຕະລາງອັດຕາພາສີນຳເຂົ້າສຳລັບສິນຄ້າຂອງຈີນ ມີມູນຄ່າຂຶ້ນເຖິງ 50 ຕື້ USD. ສິ່ງດັ່ງກ່າວເຮັດໃຫ້ປັກກິ່ງ ໂຕ້ຕອບຄືນດ້ວຍວິທີ ເພີ່ມອັດຕາພາສີນຳເຂົ້າ ຂຶ້ນ 25 % ສຳລັບສິນຄ້າຂອງອາເມລິກາ 128 ປະເພດ
ຕໍ່ໜ້າກຳລັງດັນຈາກ Washington, ແທນທີ່ໃຫ້ການນີ້ງເສີຍຕໍ່ທ່າອ່ຽງອາລັກຂາການຄ້າຂອງອາເມລິກາ, ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ໄດ້ ແລະ ກຳລັງເປັນເຈົ້າການຊຸກຍູ້ການຄ້າຫຼາຍຝ່າຍ, ຖືນີ້ແມ່ນພື້ນຖານໃຫ້ແກ່ການພັດທະນາ ແລະ ວັດທະນາຖາວອນຂອງພາກພື້ນ.
ສະເຫນີບັນດາຂໍ້ລິເລີ່ມຊຸກຍູ້ການຮ່ວມມືດ້ານເສດຖະກິດ
ກອງປະຊຸມສຸດຍອດ 3 ຝ່າຍ ຄັ້ງນີ້ ການນຳສາມປະເທດ ໄດ້ຍາດແຍ່ງໂອກາດນີ້ເພ່ືອຊຸກຍູ້ການຮ່ວມມືດ້ານເສດຖະກິດ. ຕາມນັ້ນແລ້ວ, ການນຳ 3 ທ່ານ ໄດ້ເຫັນດີຍູ້ແຮງການຮ່ວມມື ເພື່ອແນໃສ່ນຳເສດຖະກິດພາກພື້ນ ແລະ ໂລກ ໄປຖືກທິດ. ກ່ອນອື່ນໝົດແມ່ນຍູ້ແຮງບັນດາການເຈລະຈາກ່ຽວກັບສັນຍາການຄ້າເສລີ 3 ຝ່າຍ, ບັນລຸໄດ້ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໂດຍໄວ ແລະ ກ້າວໄປເຖິງການສ້າງປະຊາຄົມເສດຖະກິດ ອາຊີຕາເວັນອອກ. ໃນນັ້ນ ເລື່ອງຍູ້ແຮງການເຈລະຈາ FTA ຄວນເອົາໃຈໃສ່ກວ່າ ເພາະວິວັດການເຈລະຈາ FTA ລະຫວ່າງສາມຝ່າຍ ເຖິງວ່າໄດ້ລິເລີ່ມນັບແຕ່ປີ 2002 ແຕ່ຮອດເດືອນພະຈິກປີ 2012 ຈຶ່ງເລີ່ມຕົ້ນ. ມາຮອດປະຈຸບັນ ການເຈລະຈານີ້ໄດ້ຜ່ານ 13 ຮອບແລ້ວ ແຕ່ຍັງບໍ່ມີທາງອອກ ຍ້ອນກ່ຽວຂ້ອງເຖິງບັນດາບັນຫາການຄ້າ ສິນຄ້າ ການບໍລິການ ການລົງທຶນ. ຖ້າຫາກສັນຍາ FTA ໄດ້ຮັບການລົງນາມ, ມັນຈະປະກອບສ່ວນຊ່ວຍ GDP ຂອງຈີນ ເພີ່ມຂຶ້ນຕື່ມອີກ 2%, ຍີ່ປຸ່ນ ເພີ່ມຂຶ້ນ 0,3% ແລະ ສເກົາຫລີ ເພີ່ມຂຶ້ນ 2,8%.
ການຕັດສິນໃຈປັບປຸງການພົວພັນດ້ານການຄ້າ 3 ຝ່າຍ ຍັງສະແດງໃຫ້ເຫັນທີ່ເວທີປາໄສວິສາຫະກິດ, ແມ່ນເຫດການດຳເນີນຢູ່ນອກກອງປະຊຸມສຸດຍອດ ຍີ່ປຸ່ນ - ຈີນ - ສເກົາຫລີ. ນະທີ່ນີ້ ບັນດາການນຳພ້ອມກັນມີຄວາມເຊື່ອໝັ້ນວ່າ ຖ້າຫາກ ສເກົາຫລີ, ຈີນ ແລະ ຍີ່ປຸ່ນ ສາມາດຮ່ວມມືນຳກັນ ແລະ ລົບລ້າງບັນດາວິທີປະຕິບັດກ່ອນນີ້ປະສົບຜົນສຳເລັດ ເພື່ອຊອກຫາວິທີເຕີບໂຕຢ່າງມີຫົວຄິດປະດິດສ້າງກວ່າ ແລະ ຮອບດ້ານກວ່ານັ້ນ, 3 ພື້ນຖານເສດຖະກິດນີ້ ອາດຈະສ້າງສະພາບຄວາມເປັນລະບຽບຮຽບຮ້ອຍໃນທົ່ວໂລກໃຫມ່. 3 ປະເທດ ຄວນພ້ອມກັນແກ້ໄຂລັດທິອາລັກຂາການຄ້າ ແລະ ຍູ້ແຮງວິວັດການເຈລະຈາບັນດາຂໍ້ຕົກລົງດ້ານການຄ້າໃນພາກພື້ນ. ມີບາງຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນກໍ່ໄດ້ຍົກອອກນັ້ນແມ່ນ: ພະລັງງານ, ສິ່ງແວດລ້ອມ, ປະກັນສຸຂະພາບ. ຖ້າຫາກ ສເກົາຫລີ - ຈີນ ແລະ ຍີປຸ່ນ, ຊື່ງແມ່ນບ່ອນເຕົ້າໂຮມຄວາມຕ້ອງການນຳໃຊ້ອາຍແກສຫລາຍສຸດໃນໂລກ ພ້ອມກັນຮ່ວມມືນັ້ນ ທັງສາມປະເທດອາດໄດ້ຮັບຜົນປະໂຫຍດຈາກແຫລ່ງພະລັງງານອາຍແກສທຳມະຊາດເປັນປົກກະຕິ ດ້ວຍລາຍຈ່າຍຕ່ຳກວ່າ. 3 ປະເທດ ກໍ່ເຫັນດີສົມທົບກັນກະທຳເພື່ອເພີ່ມຈຳນວນແຂກທ່ອງທ່ຽວລະຫວ່າງ ສາມປະເທດ ໃຫ້ຂຶ້ນເຖິງ 30 ລ້ານເທື່ອຄົນໃນປີ 2020.
ການພົວພັນລະຫວ່າງ ຍີປຸ່ນ, ຈີນ ແລະ ສເກົາຫລີ ແຕ່ດົນນານມາແລ້ວໄດ້ຮັບຖືວ່າ “ເຂດເສດຖະກິດສາມຫລ່ຽມຄຳ ”. ມີໄລຍະຫນຶ່ງ ການພົວພັນນີ້ຕົກເຂົ້າສູ່ສະພາບ “ຢຸດສະງັກ” ຍ້ອນບັນຫາຂາດສະຖຽນລະພາບຢູ່ແຫລມເກົາຫລີ. ເຖິງຢ່າງໃດກໍຕາມ, ປະຈຸບັນໄດ້ມີການປ່ຽນແປງແລ້ວ. ທ່າອ່ຽງເພີ່ມທະວີການຮ່ວມມືດ້ານເສດຖະກິດໄດ້ເລີ່ມຕົ້ນກັບຕ່າວຄືນມາ, ສ້າງກຳລັງຫນູນປັບປຸງສະຖຽນລະພາບ ແລະ ການພັດທະນາຢູ່ ພາກອາຊີຕາເວັນອອກສ່ຽງເຫນືອ.