ພາຍຫລັງຈັດກອງປະຊຸມມາເປັນເວລາ 2 ວັນ (14 ແລະ 15/12), ກອງປະຊຸມສຸດຍອດລັດເຊຍ - ສະຫະພາບເອີລົບ (EU) ຄັ້ງທີ 28 ຢູ່ບຮຸກແຊນ ປະເທດ ແບນຊິກ ໄດ້ນຳມາຊຶ່ງຄວາມຫວັງຫລາຍຢ່າງ ເມື່ອສອງຝ່າຍຢືນຢັນການພົວພັນຄູ່ຮ່ວມມືຍຸດທະສາດບັນລຸຂໍ້ຕົກລົງກ່ຽວກັບການລົບລ້າງລະບອບວິຊາໄລຍະສັ້ນ ກໍຄືເລື່ອງລັດເຊຍກາຍເປັນປະເທດສະມາຊິກໃຫມ່ຂອງ ອົງການການຄ້າ ໂລກ (WTO).
ເນື້ອໃນຕົ້ນຕໍໄດ້ຮັບການປຶກສາຫາລືທີ່ກອງປະຊຸມຄັ້ງນີ້ ແມ່ນ 3 ບັນຫາສຳຄັນ. ນັ້ນແມ່ນ ບັນດາບັນຫາທົ່ວໂລກຄື: ວິກິດການການເງິນ, ໃນນັ້ນມີວິກິດການຫນິ້ສີນຂອງລັດຢູ່ພາກພື້ນນຳໃຊ້ສະກຸນເງິນເອີໂຣ (Eurozone), ລັດເຊຍ ແລະ ອີຢູ ສົມທົບກັນເຄື່ອນໄຫວໃນຂອບເຂດກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G8) ແລະ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນຂຶ້ນ (G20), ສອງຝ່າຍໄດ້ລົງນາມໃນສັນຍາທີ່ກ່ຽວຂ້ອງເຖິງເລື່ອງ ລັດເຊຍ ເຂົ້າເປັນສະມາຊິກຂອງ WTO ແລະ ການຕໍ່ສູ້ຕ້ານການປ່ຽນແປງຂອງດິນຟ້າອາກາດ. ຕໍ່ຈາກນັ້ນ ແມ່ນບັນດາບັນຫາສາກົນທີ່ຮີບດ່ວນ, ໂດຍລະອຽດແມ່ນສະພາບການຢູ່ຕາເວັນອອກກາງ ແລະ ອາຟຼິກາເຫນືອ, ໃນນັ້ນມີ ອີຣານ ແລະ ຊີຣີ, ພ້ອມກັບສະພາບການຢູ່ Kosovo. ສຸດທ້າຍແມ່ນການພົວພັນລະຫວ່າງ ລັດເຊຍ ແລະ ອີຢູ, ລວມມີ ແງ່ຫວັງສອງຝ່າຍປະຕິບັດ ກົດລະບຽບຍົກເວັ້ນວິຊາໃຫ້ປະກົດຜົນເປັນຈິງ ແລະ ເພີ່ມທະວີການຮ່ວມມືໃນຂົງເຂດພະລັງງານ.
ກ່ອນຈັດກອງປະຊຸມ, ຫາງສຽງມີຄວາມສົງໄສກ່ຽວກັບຜົນສຳເລັດຂອງການພົບປະຄັ້ງສຳຄັນນີ້. ກ່ອນອື່ນໝົດ, ແມ່ນພາຍໃນອີຢູ ພວມປະກົດມີຄວາມແຕກແຫງໃນການຊອກຫາມາດຕະການໃຫ້ແກ່ວິກິດການຫນິ້ສິນຂອງລັດປະຈຸບັນ. ໃນຂະນະນັ້ນ, ການພົວພັນລະຫວ່າງ ລັດເຊຍ ແລະ ອີຢູ ກໍບໍ່ໄດ້ຮັບຄວາມສະດວກປານໃດ. ເລື່ອງອາເມລິກາຜັນຂະຫຍາຍລະບົບປ້ອງກັນລູກສອນໄຟ (NMD) ຢູ່ໂປໂລຍ ແລະ ສາທາລະນະລັດເຊັກ ໄດ້ເປັນການເກາະຜິດລັດເຊຍ. ມົດສະກູ ຖືວ່າ: ນີ້ແມ່ນການນາບຂູ່ອາດຈະພາໄປເຖິງສະພາບຂາດຄວາມດຸນດຽງຍຸດທະສາດ. ຊ້ຳບໍ່ໜຳ, ຫວ່າງແລ້ວນີ້ ພົນເອກ Nikolai Makarov ເສນາທິການໃຫຍ່ບັນດາກຳລັງປະກອບອາວຸດ ສະຫະພັນລັດເຊຍ ໄດ້ຢືນຢັນວ່າ: ປະຈຸບັນ NMD ແມ່ນບັນຫາສັບສົນທີ່ສຸດໃນການພົວພັນລະຫວ່າງ ລັດເຊຍ ແລະ ອີຢູ. ເຖິງຢ່າງໃດກໍຕາມ, ແນວຄວາມຄິດປະຄວາມບໍ່ລົງລອຍກັນໄວ້ ເພື່ອມຸ້ງໄປເຖິງບັນດາຈຸດໝາຍລວມນຳມາຊຶ່ງວັດທະນາຖາວອນໃຫ້ແກ່ພາກພື້ນໃນຕະຫລອດວິວັດການດຳເນີນກອງປະຊຸມ ໄດ້ນຳມາຊຶ່ງບັນດາໝາກຜົນດີພໍສົມຄວນ. ກ່າວຄຳເຫັນທີ່ການປະຊຸມຂ່າວ ພາຍຫລັງກອງປະຊຸມສຸດຍອດ ລັດເຊຍ - ອີຢູ, ປະທານສະພາເອີລົບ Herman Van Rompuy ໄດ້ເນັ້ນຫນັກເຖິງເລື່ອງຮັບຮອງເອົາບັນດາມາດຕະການລວມ ແລະ ປັບປຸງບັນດາຂໍ້ຕົກລົງກ່ຽວກັບການຍົກເວັ້ນວິຊາ ແມ່ນບາດກ້າວສຳຄັນມຸ້ງໄປເຖິງຄວາມເສລີໃນການໄປມາ ແລະ ເພ່ີມທະວີການເຄ່ືອນໄຫວພົບປະແລກປ່ຽນຂອງປະຊາຊົນສອງຝ່າຍ. ພາຍຫລັງເຈລະຈາມາເປັນເວລາ ເກືອບ 8 ປີ ນັ້ນ, ຂໍ້ຕົກລົງໃຫມ່ກ່ຽວກັບການຍົກເວັ້ນວິຊາ ຈະສ້າງເງື່ອນໄຂຊຸກຍູ້ການຮ່ວມມື, ພິເສດ ໃນຂົງເຂດການທ່ອງທ່ຽວ ລະຫວ່າງ ລັດເຊຍ ແລະ ບັນດາປະເທດຢູ່ແຄມທະເລເມດີເຕຣາເນຍ. ຈຳນວນນັກທ່ອງທ່ຽວເຈົ້າມາຢ້ຽມຢາມລັດເຊຍ ຄາດວ່າເພີ່ມຂຶ້ນຢ່າງແຮງ, ໃນຂະນະນັ້ນ ບັນດານັກການຄ້າລັດເຊຍ ກໍມີເງື່ອນໄຂຫລາຍກວ່າ ເພື່ອຊອກຫາກາລະໂອກາດການຮ່ວມມືຢູ່ ເອີລົບ. ນອນນັ້ນ ສອງຝ່າຍບັນລຸໄດ້ຂໍ້ຕົກລົງໃນເລ່ືອງ ລັດເຊຍ ກາຍເປັນສະມາຊິກໃຫມ່ຂອງ WTO.
ຫາງສຽງຖືວ່າ: ບັນດາຜົນງານບັນລຸໄດ້ທີ່ກອງປະຊຸມຄັ້ງນີ້ ຍ້ອນຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງຝ່າຍ ໄດ້ ແລະ ພວມໄດ້ຮັບການສ້າງຂຶ້ນ. ສ່ວນລັດເຊຍ ໄດ້ອອກຖະແຫລງ ພ້ອມແລ້ວທີ່ຈະໃຫ້ການຫນູນຊ່ວຍດ້ານການເງິນ, ໂດຍຜ່ານກອງທຶນເງິນຕາສາກົນ IMF ເພື່ອຊ່ວຍເອີລົບ ແກ້ໄຂວິກິດການຫນິ້ສິນຂອງລັດທີ່ພວມແຜ່ລາມອອກສູ່ວົງກວ້າງໃນພາກພື້ນ. ປະທານາທິບໍດີ ລັດເຊຍ Dmitri Medvedev ຍັງຢືນຢັນວ່າ: ມີແຕ່ເອີລົບເທົ່ານັ້ນຈຶ່ງສາມາດຊ່ວຍເອງໄດ້. ຕາມນັ້ນແລ້ວ, ມົດສະກູ ຈະເຄົາລົບບັນດາຄຳໝັ້ນສັນຍາຂອງປະເທດສະມາຊິກ IMF ແລະ ພ້ອມແລ້ວທີ່ຈະຄິດໄລ່ຊັ່ງຊາຕໍບັນດາມາດຕະການລົງທຶນດ້ານການເງິນທີ່ຈຳເປັນ ເພື່ອຊ່ວຍເສດຖະກິດເອີລົບ ແລະ ພາກພື້ນນຳໃຊ້ເງິນເອີໂຣ ຟື້ນຕົວຄືນ.
ເຖິງວ່າ ປະທານາທິບໍດີ Medvedev ບໍ່ໃຫ້ຮູ້ລະອຽດ ກ່ຽວກັບບ້ວງເງິນຊ່ວຍເຫລືອ ເອີລົບຂອງລັດເຊຍ ໂດຍຜ່ານກອງທຶນສາກົນ IMF, ແຕ່ຕາມຄຳຖະແຫລງກ່ອນນີ້ຂອງບັນດາທີ່ປຶກສາໃຫ້ແກ່ປະທານາທິບໍດີ ລັດເຊຍ, ຕົວເລກດັ່ງກ່າວຈະຂຶ້ນເຖິງ 20 ຕຶ້ USD, ໃນນັ້ນ 10 ຕຶ້ USD ຈະໄດ້ຮັບການປ່ອຍເງິນໃນສອງສາມອາທິດຈະມາເຖິງ. ພ້ອມກັນນັ້ນ ສອງຝ່າຍບັນລຸໄດ້ຄວາມເຫັນດີເຫັນພ້ອມໃນບັນຫາສາກົນຕ່າງໆຄື: ການສະຫນັບສະຫນູນການເຄື່ອນໄຫວຂອງສະພາຄວາມໝັ້ນຄົງ ສປຊ ແລະ ແຜນການຂອງສະຫະພັນອາຣັບ ໃນບັນຫາຊີຣີ, ຕັ້ງຫນ້າຊອກຫາມາດຕະການທາງການທູດໃຫ້ແກ່ບັນຫາ ອີຣານ ໃນປະຈຸບັນ.
ດ້ວຍໝາກຜົນຂອງກອງປະຊຸມ, ການພົວພັນ ລະຫວ່າງ ລັດເຊຍ ແລະ ອີຢູ ໄດ້ຮັບການຟື້ນຟູຄືນໃຫມ່, ສົ່ງຜົນກະທົບຢ່າງຕັ້ງຫນ້າເພື່ອແກ້ໄຂບັນດາຄວາມບໍ່ລົງລອຍກັນປະຈຸບັນ. ຍິ່ງກວ່ານັ້ນ, ສາຍພົວພັນອັນດີງາມນີ້ຈະນຳມາຊຶ່ງເງື່ອນໄຂທີ່ດີຫລາຍຢ່າງໃຫ້ແກ່ປະຊາຊົນທັງສອງຝ່າຍ. ເພາະວ່າ ປະຈຸບັນ ອີຢູ ແມ່ນຄູ່ຮ່ວມມືດ້ານການຄ້າຕົ້ນຕໍຂອງ ລັດເຊຍ ແລະ ແມ່ນແຫລ່ງທຶນຂອງຕ່າງປະເທດຕົ້ນຕໍສຳລັບພື້ນຖານເສດຖະກິດລັດເຊຍ. ລັດເຊຍ ກໍແມ່ນຫນຶ່ງໃນສາມປະເທດຄູ່ຮ່ວມມືດ້ານການຄ້າໃຫຍ່ສຸດຂອງ ອີຢູ ແລະ ເປັນປະເທດສະຫນອງພະລັງງານຕົ້ນຕໍໃຫ້ແກ່ເອີລົບ./.
ແອນຮ່ວຽນ