(vovworld)- ວັນທີ 10/5, ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 24 ຈະຖືກໄຂຂຶ້ນຢູ່ນະຄອນຫລວງ Nay Pyi Taw ປະເທດ ມຽນມາ ໂດຍມີການເຂົ້າຮ່ວມຂອງປະມຸກລັດ 10 ປະເທດ. ໃນສະພາບຄວາມໝັ້ນຄົງຢູ່ທະເລຕາເວັນອອກ ພວມມີການຜັນແປໄປຢ່າງສັບສົນໃນຊຸມມື້ຜ່ານມາ ດ້ວຍເລ່ື່ອງ ຈີນ ນຳຮ້ານເຈາະນຳ້ມັນເຂົ້າເຄື່ອນໄຫວຢູ່ໄຫລ່ທະວີບ ຂອງຫວຽດນາມ, ກອງປະຊຸມຄັ້ງນີ້ ບໍ່ພຽງແຕ່ແມ່ນເວທີປາໄສເພື່ອໃຫ້ຫວຽດນາມ ສະແດງຫລັກໝັ້ນເປັນທຳຂອງຕົນໃນການປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະເທົ່ານັ້ນ ຫາກຍັງໄດ້ຮັບຖືວ່າ ແມ່ນໂອກາດເພື່ອໃຫ້ ອາຊຽນ ຢືນຢັນຄືນຄວາມສາມັກຄີພາຍໃນກຸ່ມ, ຊື່ງແມ່ນປັດໄຈເພື່ອສ້າງ “ປະຊາຄົມດຽວ, ຊາຕະກຳດຽວ” ສຳເລັດຜົນ.
ກອງປະຊຸມສຸດຍອດອາຊຽນຄັ້ງທີ 23 ຢູ່ ບຣູໄນ
ພາບ:baodautu.vn
|
ໃນ 10 ປະເທດ ອາຊຽນ, ເຖິງວ່າ ມີພຽງສອງສາມປະເທດ ກ່ຽວຂ້ອງໂດຍກົງເຖິງອະທິປະໄຕຢູ່ທະເລຕາເວັນອອກກໍ່ຕາມ, ແຕ່ຫົວເລື່ອງ“ ທະເລຕາເວັນອອກ” ຍາມໃດກໍແມ່ນບັນຫາຮ້ອນເຮັ່ງໃນກອງປະຊຸມສຸດຍອດ ກໍຄືບັນດາກອງປະຊຸມກ່ຽວຂ້ອງຕ່າງໆຂອງ ອາຊຽນ. ເພາະວ່າ ນີ້ບໍ່ພຽງແຕ່ແມ່ນບັນຫາສອງຝ່າຍ ລະຫວ່າງປະເທດອາຊຽນ ຈຳນວນຫນຶ່ງເທົ່ານັ້ນ ຫາກຍັງເພື່ອສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມປອດໄພໃນການເດີນທະເລຢູ່ທະເລຕາເວັນອອກ ຂອງບັນດາປະເທດອາຊຽນ ກໍຄື ບັນດາປະເທດໃນພາກພື້ນ ແລະ ໃນໂລກອີກດ້ວຍ.
ທະເລຕາເວັນອອກ ແມ່ນບັນຫາສຳຄັນທີ່ໄດ້ຮັບການປຶກສາຫາລື
ບັນຫາທີ່ພວມເຮັດໃຫ້ຫາງສຽງ, ບໍ່ພຽງແຕ່ ອາຊຽນເທົ່ານັ້ນ ຫາກທັງໂລກມີຄວາມວິຕົກກັງວົນໃນຊຸມມື້ຜ່ານມາ, ນັ້ນແມ່ນ ເລື່ອງຈີນ ນຳຮ້ານເຈາະນຳ້ມັນເຂົ້າເຄື່ອນໄຫວຢູ່ເຂດທະເລຂຶ້ນກັບອະທິປະໄຕ ຂອງຫວຽດນາມ. ສະນັ້ນ ບັນຫາຕົ້ນຕໍ ທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 24 ຍົກອອກມາປຶກສາຫາລື ນັ້ນແມ່ນຮັກສາສັນຕິພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລຢູ່ພາກພື້ນ. ທີ່ການພົບປະກັບນັກຂ່າວໃນວັນທີ 6/5, ທ່ານ ຟ້າມກວາງວີງ, ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ຢືນຢັນວ່າ:
“ນີ້ ແມ່ນເນື້ອໃນທີ່ບັນດາການນຳ ອາຊຽນ ກໍຄືລັດຖະມົນຕີ, SOM ຈະປືກສາຫາລື. ບັນດາການນຳອາຊຽນ ໄດ້ສະແດງຄວາມວິຕົກກັງວົນ ແລະ ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງລະງັບໃຈ, ປະຕິບັດຕາມກົດໝາຍສາກົນ, ສົນທິສັນຍາກົດໝາຍທະເລ ກໍຄືແກ້ໄຂຄວາມຂັດແຍ້ງໂດຍສັນຕິວິທີ ແລະ ບໍ່ນາບຂູ່ຫລືນຳໃຊ້ອາວຸດຢູ່ ທະເລຕາເວັນອອກ. ອາຊຽນຕົກລົງຫຼາຍຫຼັກການ, ພິເສດ ແມ່ນບັນດາຫລັກການທີ່ຖືກວາງອອກໃນຖະແຫລງການ 6 ຂໍ້ ຂອງ ອາຊຽນ ເມື່ອເດືອນ 7/2012. ບັນດາການນຳ ອາຊຽນ ກໍ່ຈະຢືນຢັນຄືນບັນດາຫລັກການເຫຼົ່ານັ້ນ.”
ຖະແຫລງການ 6 ຂໍ້ ຂອງ ອາຊຽນ ຊື່ງໄດ້ຮັບຮອງເອົາເມື່ອເດືອນ 7/2012 ລວມມີ: ຕ້ອງຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ ຢູ່ ທະເລຕາເວັນອອກ, ເນັ້ນຫນັກເຖິງການປະຕິບັດກົດໝາຍສາກົນ ແລະ ສົນທິສັນຍາກົດໝາຍວ່າດ້ວຍທະເລ, ປະຕິບັດຖະແຫລງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ກໍຄືມຸ່ງໄປເຖິງປະມວນຂໍ້ກຳນົດການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC)ໂດຍໄວ. ໃນວິວັດແຫ່ງການແກ້ໄຂບັນດາບັນຫາສັບສົນນັ້ນຄວນລະງັບໃຈ, ບໍ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ. ຕ້ອງເຄົາລົບສິດຂອງບັນດາປະເທດແຄມທະເລ ທີ່ມີຕໍ່ເຂດໄຫລ່ທະວີບ ແລະ ເຂດເສດຖະກິດຈຳເພາະ ຕາມສົນທິສັນຍາ, ກົດໝາຍວ່າດ້ວຍທະເລຂອງ ສປຊ ປີ 1982.
ເປັນທີ່ຈະແຈ້ງແລ້ວວ່າ ການກະທຳຕ່າງໆຂອງຈີນໃນໄລຍະຜ່ານມາ ພວມໄປຝືນກັບບັນດາຄຳໝັ້ນສັນຍາ ແລະ ຂໍ້ຕົກລົງພາກພື້ນ ໃນນັ້ນ ມີຖະແຫລງການປະພຶດຂອງບັນດາຝ່າຍ ຢູ່ ທະເລຕາເວັນອອກ (DOC), ຖະແຫລງການຮ່ວມຂັ້ນສູງ ອາຊຽນ - ຈີນ ສະເຫລີມສະຫລອງ 10 ປີ ແຫ່ງການສ້າງຕັ້ງ DOC. ແລະ ການຜັນແປທີ່ສັບສົນຢູ່ ທະເລຕາເວັນອອກໃນປະຈຸບັນ ໄດ້ ແລະ ພວມເປັນການທ້າທາຍສຳລັບບົດບາດຂອງ ອາຊຽນ ໃນການແກ້ໄຂຄວາມຂັດແຍ້ງຢູ່ ທະເລຕາເວັນອອກ.
ແບ່ງປັນຄວາມຮັບຜິດຊອບ ຮັກສາສັນຕິພາບຢູ່ທະເລຕາເວັນອອກ
ເພາະສະນັ້ນ ທີ່ກອງປະຊຸມຄັ້ງນີ້, ຍີ່ງກວ່າເວລາໃດໝົດ, ອາຊຽນ ຕ້ອງຢືນຢັນຄືນບັນດາຄຳໝັ້ນສັນຍາທີ່ບັນລຸໄດ້ໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລຢູ່ທະເລຕາເວັນອອກ, ໃນນັ້ນ ມີເລື່ອງສຳເລັດກອບກົດໝາຍ, ເພື່ອເປັນພື້ນຖານໃຫ້ແກ່ການແກ້ໄຂຄວາມສັບສົນທີ່ເກີດຂຶ້ນ. ທ່ານ ເລຫາຍບີ່ງ, ຜູ້ຮັກສາການ ຫົວຫນ້າກົມການຂ່າວ, ສັງກັດກະຊວງການຕ່າງປະເທດຫວຽດນາມ ຖືວ່າ:
“ ຫວຽດນາມ ຮຽກຮ້ອງໃຫ້ທຸກຝ່າຍ ຄວນປະຕິບັດຕາມບັນດາຂໍ້ກຳນົດໃນຖະແຫລງການ DOC, ເພື່ອສັນຕິພາບ, ສະຖຽນລະພາບ, ການພັດທະນາຢູ່ ພາກພື້ນ. ສຳລັບ ປະມວນຂໍ້ກຳນົດ ທີ່ແນະນຳການປະຕິບັດຖະແຫລງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC), ຫວຽດນາມ ແບ່ງປັນທັດສະນະລວມຂອງບັນດາປະເທດ ອາຊຽນ ກ່ຽວກັບເລື່ອງສ້າງປະມວນຂໍ້ກຳນົດໂດຍໄວ, ມີລັກສະນະຜູກມັດດ້ານກົດໝາຍ ແລະ ປັບປຸງ ບັນດາຂົງເຂດທີ່ກ່ຽວຂ້ອງເຖິງຄວາມຂັດແຍ້ງກັນຢູ່ທະເລຕາເວັນອອກຢ່າງຮອບດ້ານ, ເພື່ອຈຸດປະສົງສັນຕິພາບ, ສະຖຽນລະພາບ ແລະການ ພັດທະນາຢູ່ພາກພື້ນບົນພື້ນຖານສິດ ແລະ ບັນດາຜົນປະໂຫຍດອັນຊອບທຳຂອງບັນດາປະເທດແຄມທະເລ.”
ໃນໄລຍະ 2 ປີຜ່ານມາ, ຍາມໃດ ອາຊຽນ ກໍມານະພະຍາຍາມສາມັກຄີ, ເປັນຈິດຫນ່ືງໃຈດຽວເສີມຂະຫຍາຍບົດບາດໃຈກາງຂອງຕົນໃນບັນດາບັນຫາຮ້ອນເຮັ່ງຂອງພາກພື້ນ, ໃນນັ້ນມີ ບັນຫາທະເລຕາເວັນອອກ. ສະນັ້ນ ຜົນປະໂຫຍດແຫ່ງຊາດ ບໍ່ອາດຕັດແຍກອອກຈາກຜົນປະໂຫຍດຂອງພາກພື້ນ. ບໍ່ພຽງແຕ່ບັນດາປະເທດມີທະເລຈື່ງມີສ່ວນກ່ຽວຂ້ອງເທົ່ານັ້ນ ຫາກບັນດາປະເທດ ສະມາຊິກ ຄວນເພີ່ມທະວີການແບ່ງເບົາຄວາມຮັບຜິດຊອບເພື່ອຮັກສາສັນຕິພາບຢູ່ທະເລຕາເວັນອອກ. ໃນຂະນະ ອາຊຽນ ແລະ ບັນດາປະເທດກ່ຽວຂ້ອງ ພວມພະຍາຍາມເພື່ອໃຫ້ COC ປະກົດຜົນເປັນຈິງໂດຍໄວ, ພະຍາຍາມເພື່ອສ້າງປະຊາຄົມລວມ ອາຊຽນ ສາມັກຄີ, ວັດທະນາຖາວອນ, ບັນດາການກະທຳລະເມີດສິ່ງທີ່ໄດ້ໝັ້ນໝາຍກ່ອນນີ້, ແມ່ນການກະທຳໄປຝືນກັບບັນດາຄວາມມານະພະຍາຍາມລວມຂອງທຸກຝ່າຍທີ່ກ່ຽວຂ້ອງ, ຖ້າບໍ່ຫົວຊາຕໍ່ກົດໝາຍສາກົນ ຈະບໍ່ໄດ້ຮັບຄວາມເຫັນດີເຫັນພ້ອມ, ແລະ ການສະຫນັບສະຫນູນ. ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 24 ແລະ ບັນດາກອງປະຊຸມກ່ຽວຂ້ອງດຳເນີນໄປຢູ່ນະຄອນຫລວງ Nay Pyi Taw ປະເທດ ມຽນມາ ໃນ 2 ມື້ຈະມາເຖິງ ຈະໄປຕາມເນື້ອໃນຈິດໃຈນັ້ນຢ່າງແນ່ນອນ.