(VOVWORLD) -ບັນຫາຊາວອົບພະຍົບຈະແມ່ນຫົວຂໍ້ຕົ້ນຕໍທີ່ກອງປະຊຸມສຸດຍອດສະຫະພາບເອີລົບ (EU) ເຊິ່ງດຳເນີນຢູ່ບຣຸກແຊນ, ປະເທດແບນຊິກ ໃນລະຫວ່າງວັນທີ 28 – 29 ມິຖຸນາ ຈະມາເຖິງ. ເຖິງຢ່າງໃດກໍ່ຕາມ, ກ່ອນດຳເນີນກອງປະຊຸມໄດ້ປະກົດອອກຫຼາຍສັນຍານຊີ້ໃຫ້ເຫັນວ່າ ບັນດາປະເທດສະມາຊິກຍາກທີ່ຈະບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບບັນຫານີ້ ແລະ EU ອາດຈະຕ້ອງໃຊ້ເວລາຕື່ມອີກເພື່ອເຈລະຈາ.
(ພາບປະກອບ: AP)
|
ວິກິດການອົບພະຍົບ ເບິ່ງຄືວ່າໄດ້ຫຼຸດລົງສ່ວນໃດສ່ວນໜຶ່ງ ພາຍຫຼັງຈຸດສູງແມ່ນໃນຊຸມປີ 2015 - 2016 ເມື່ອຂໍ້ຕົກລົງລະຫວ່າງສະຫະພາບເອີລົບ (EU) ແລະ ຕວກກີ, ກຳແພງຊາຍແດນຢູ່ລຽບຕາມບັນດາປະເທດ ບານກັງ, ກໍຄືສົນທິສັນຍາ 2 ຝ່າຍລະຫວ່າງອີຕາລີ ແລະ ລີບີ ໄດ້ຮັບການສ້າງຕັ້ງ. ໃນຕົວຈິງໄດ້ຊີ້ໃຫ້ເຫັນວ່າ, ປະຈຸບັນ, ບັນດາປະເທດ EU ບໍ່ມີວິກິດການກ່ຽວກັບຈຳນວນຊາວອົບພະຍົບ ແຕ່ພັດຕົກເຂົ້າສູ່ວິກິດການກ່ຽວກັບສະຕິຄວາມຮັບຮູ້ດ້ານການເມືອງ. ຈຸດໜັກໃນປະຈຸບັນແມ່ນການແບ່ງແຍກຢ່າງເລິກເຊິ່ງກ່ຽວກັບເລື່ອງທີ່ວ່າ ປະເທດໃດຈະຕ້ອງຮັບຜິດຊອບໜ້າທີ່ສຳລັບບັນດາກ່ຳປັ່ນລຳໃໝ່ເຂົ້າທ່ຽບທ່າ, ເປັນປະຈຳແມ່ນບັນດາປະເທດທະເລເມດີເຕເຣນຽມ ຄືອີຕາລີ, ເກຼັກ ແລະ ຕໍ່ມາແມ່ນແອັດສະປາຍ.
ຂາດຄວາມສາມັກຄີໃນການແກ້ໄຂບັນຫາຊາວອົບພະຍົບ
ໃນຄວາມມານະພະຍາຍາມເພື່ອແນໃສ່ຮັດແຄບຄວາມບໍ່ລົງລອຍກັນກ່ຽວກັບບັນຫາອົບພະຍົບ, ການນຳ 16 ປະເທດ ໃນຈຳນວນ 28 ປະເທດສະມາຊິກ EU ໄດ້ຈັດກອງປະຊຸມດ່ວນ ຫຼື ເອີ້ນວ່າກອງປະຊຸມສຸດຍອດວົງແຄບຢູ່ບຣຸກແຊນ, ປະເທດແບນຊິກ ໃນວັນທີ 24 ມິຖຸນາ. ກອງປະຊຸມໂດຍຄະນະກຳມະການເອີລົບ ຮຽກໂຮມ, ທຳອິດມີພຽງ 8 ປະເທດ (ຝລັ່ງ, ອີຕາລີ, ແອັດສະປາຍ, ໂອຕາລິດ, ບຸນກາຣີ, ເກຼັກ ແລະ ມານຕາ) ຫຼັງຈາກນັ້ນມີ 8 ປະເທດຕື່ມອີກທີ່ສົນໃຈຄື: ແບນຊິກ, ໂຮນລັງ, ຊູແອດ… ເຖິງຢ່າງໃດກໍ່ຕາມ, 4 ປະເທດຂຶ້ນກັບກຸ່ມ Visegrad (4 ປະເທດເອີລົບກາງຄື: ໂປໂລຍ, ຮຸງກາຣີ, ສ.ເຊັກໂກ, ສະໂລວາເກຍ) ໄດ້ປະຕິເສດເຂົ້າຮ່ວມ ຍ້ອນຖືວ່າ, ບັນດາຫົວຂໍ້ນຳມາປຶກສາຫາລືແມ່ນບໍ່ສາມາດຮັບຮູ້ໄດ້.
ບໍ່ພຽງແຕ່ຂາດການເຂົ້າຮ່ວມຢ່າງຄົບຖ້ວນຂອງບັນດາປະເທດສະມາຊິກເທົ່ານັ້ນ, ສິ່ງທີ່ໜ້າເສຍດາຍແມ່ນກາລະໂອກາດທີ່ຫາຍາກເພື່ອໃຫ້ບັນດາປະເທດຊອກໄດ້ສຽງເວົ້າລວມທີ່ກອງປະຊຸມຍຸດຍອດວົງແຄບ ເຊິ່ງໄດ້ພາດໂອກາດ ເມື່ອບໍ່ຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບບັນຫາຊາວອົບພະຍົບ. ເຖິງຢ່າງໃດກໍ່ຕາມ, ການນຳຂອງ 16 ປະເທດ EU ໄດ້ສະແດງໃຫ້ເຫັນຄວາມເພິ່ງພໍໃຈກ່ຽວກັບບັນດາການແລກປ່ຽນລະຫວ່າງບັນດາຝ່າຍ, ແຕ່ເປັນທີ່ຈະແຈ້ງແລ້ວວ່າ ກອງປະຊຸມສຸດຍອດວົງແຄບ, ເຊິ່ງແມ່ນເຫດການເພື່ອກະກຽມເນື້ອໃນໃຫ້ແກ່ກອງປະຊຸມສຸດຍອດສະຫະພາບເອີລົບ ຄາດວ່າຈະດຳເນີນໃນວັນທີ 28 – 29 ມິຖຸນາ ຈະມາເຖິງ ຖືກປະລາໄຊ.
ທ່ານປະທານາທິບໍດີຝລັ່ງ Emmanuel Macron ໄດ້ຕຳໜິຕິຕຽນວ່າ ມີບາງຝ່າຍພວມສວຍໃຊ້ວິກິດການຊາວພົບພະຍົບຢູ່ເອີລົບ ເພື່ອກໍ່ຄວາມເຄັ່ງຕຶງດ້ານການເມືອງ. ໃນຂະນະນັ້ນ, ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ຖະແຫຼງວ່າ, ທ່ານນາງປາດຖະໜາຢາກລົງນາມໃນບັນດາຂໍ້ຕົກລົງ 2 ຝ່າຍກັບບັນດາປະເທດບ້ານເກີດເມືອງນອນຂອງບັນດາຊາວອົບພະຍົບໃຫ້ຫຼາຍກວ່າອີກ.
ໃນສະພາບທີ່ກອງປະຊຸມສຸດຍອດວົງແຄບບໍ່ຮັດແຄບຄວາມບໍ່ລົງລອຍກັນໄດ້ນັ້ນ, ການຂັດແຍ້ງກັນລະຫວ່າງບັນດາປະເທດສະມາຊິກ EU ພັດສືບຕໍ່ເກີດຂຶ້ນ. ການໂຕ້ຖຽງກັນລະຫວ່າງອີຕາລີ ແລະ ມານຕາ ຍັງສືບຕໍ່ເກີດຂຶ້ນ ພາຍຫຼັງ ມານຕາ ໄດ້ປະຕິເສດຮັບກ່ຳປັ່ນກູ້ຊີບ MV Lifeline ມີທຸງຊາດໂຮງລັງ ຂົນສົ່ງຊາວອົບພະຍົບ. ວັນທີ 24 ມິຖຸນາ, ທ່ານລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງອີຕາລີ Danilo Toninelli ໃຫ້ຮູ້ວ່າ, ໜ້າທີ່ຮັບຜິດຊອບຂອງມານຕາ ແມ່ນໃຫຍ່ຫຼວງທີ່ສຸດ ໃນການຮັບກ່ຳປັ່ນດັ່ງກ່າວ, ຍ້ອນບໍ່ມີປະເທດໃດເຂົ້າຮ່ວມການສົມທົບກັນປະຕິບັດບັ້ນກູ້ໄພກູ້ຊີບດັ່ງກ່າວ. ຕອບຄືນຄຳຮຽກຮ້ອງຂອງອີຕາລີ, ວົງການເຈົ້າໜ້າທີ່ມານຕາ ຢືນຢັນວ່າ, ມານຕາ ແມ່ນປະເທດມີອະທິປະໄຕ ແລະ ບໍ່ມີປະເທດໃດສາມາດບັງຄັບໃຫ້ມານນາ ຕ້ອງເຮັດແນວໃດ.
ໃນຂະນະນັ້ນ, ວັນທີ 23 ມິຖຸນາ, ດ້ວຍຖະແຫຼງການສະໜັບສະໜູນການລົງໂທດດ້ານການເງິນບັນດາປະເທດສະມາຊິກ EU ທີ່ປະຕິເສດການຮັບຊາວອົບພະຍົບ, ທ່ານປະທານາທິບໍດີຝລັ່ງ Emmanuel Macron ໄດ້ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນໃນການພົວພັນກັບອີຕາລີ. ປະຕິກິລິຍາຖະແຫຼງການດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີອີຕາລີ Luigi Di Maio ຖຶວ່າ “ອີຕາລີ ພວມປະເຊີນໜ້າກັບສະພາບເຕືອນໄພກ່ຽວກັບຊາວອົບພະຍົບ ສ່ວນໜຶ່ງແມ່ນຍ້ອນຝລັ່ງ ສືບຕໍ່ຍູ້ກະແສຊາວອົບພະຍົບຢູ່ເຂດຊາຍແດນໃຫ້ຖອຍໄປ. ທ່ານປະທານາທິບໍດີ Macron ອາດຈະເຮັດໃຫ້ປະເທດຝລັ່ງ ກ່າຍເປັນສັດຕູ້ທີ່ໜຶ່ງຂອງອີຕາລີ ໃນບັນຫານີ້”.
ຜົນຂອງກອງປະຊຸມສຸດຍອດຈະສິ້ນສຸດຄືແນວໃດ
ກອງປະຊຸມສຸດຍອດ EU ຈະດຳເນີນໃນທ້າຍອາທິດນີ້ ຈະສຸມໃສ່ປຶກສາຫາລືບັນດາມາດຕະການຍູ້ໄວວິວັດທະນາການສົ່ງຊາວອົບພະຍົບກັບເມືອປະເທດທີ່ມີຄວາມຮັບຜິດຊອບແກ້ໄຂບັນດາໃບຄຳຮ້ອງຂໍລີ້ໄພ. ຕາມບັນດາແຫຼ່ງຂ່າວແລ້ວ, ໃນຮ່າງມະຕິຖະແຫຼງການຮ່ວມຂອງກອງປະຊຸມ, ມີບາງເນື້ອໃນເຊິ່ງບັນດາການນຳ EU ສະໜັບສະໜູນຄື: ເພີ່ມທະວີກຳລັງຄວາມສາມາດໃຫ້ບັນດາສູນຮັບ ແລະ ປົກປ້ອງຊາວອົບພະຍົບຢູ່ນອກເອີລົບ; ນຳໃຊ້ບັນດາຂໍ້ກຳນົດກົດລະບຽບດ້ານການເງິນ ແລະ ການຄ້າ ເພື່ອກໍກຳລັງດັນຕໍ່ບັນດາປະເທດ ແມ່ນຈຸດເລີ່ມຕົ້ນ ຫຼື ແມ່ນໃຈກາງຂົນສົ່ງຊາວອົບພະຍົບ ຕ້ອງມີມາດຕະການທີ່ຈຳເປັນເພື່ອສະກັດກັ້ນຊາວອົບພະຍົບ; ເພີ່ມທະວີການຮ່ວມມືກັບກຳລັງຕຳຫຼວດຝັ່ງທະເລຂອງລີບີ ເພື່ອຢຸດຕິການຄ້າມະນຸດຢ່າງຜິດກົດໝາຍ.
ເຖິງຢ່າງໃດກໍ່ຕາມ, ດ້ວຍບັນດາສິ່ງທີ່ເກີດຂຶ້ນກ່ອນດຳເນີນກອງປະຊຸມສຳຄັນດັ່ງກ່າວ, ຍາກທີ່ຈະມີຄວາມຫວັງວ່າ ກອງປະຊຸມຈະຍົກອອກມາດຕະການແກ້ໄຂທີ່ມີປະສິດທິຜົນ ເຊິ່ງບັນດາປະເທດຮັບຮອງເອົາ ແລະ ປະຕິບັດຕາມ.