(vovworld) – ກອງປະຊຸມຄັ້ງທີ 8 ຄະນະບໍລິຫານງານສູນກາງພັກຊຸດທີ 11 ພວມດຳເນີນຢູ່ນະຄອນຫຼວງຮ່າໂນ້ຍ. ທີ່ວາລະໄຂກອງປະຊຸມເມື່ອວັນທີ 30/9, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ ມີບົດກ່າວປາໄສ, ຊີ້ແຈ້ງບັນດາບັນຫາທີ່ກອງປະຊຸມຈະສຸມໃສ່ປຶກສາຫາລື, ໃນນັ້ນມີສະພາບການເສດຖະກິດ - ສັງຄົມປີ 2013, ແຜນການພັດທະນາເສດຖະກິດ - ສັງຄົມປີ 2014, 3 ປີ ແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ຊຸດທີ 11 ກ່ຽວກັບການພັດທະນາເສດຖະກິດ - ສັງຄົມ; ການປ່ຽນໃໝ່ການສຶກສາ ແລະ ບຳລຸງສ້າງໂດຍພື້ນຖານ ແລະ ຮອບດ້ານ ແລະ ບາງບັນຫາສຳຄັນອື່ນໆ.
ກອງປະຊຸມສູນກາງຄັ້ງທີ 8 ດຳເນີນແຕ່ວັນທີ 30/9-9/10
(ພາບ : VGP/Quang Hiếu)
ກ່ຽວກັບການພັດທະນາເສດຖະກິດສັງຄົມ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢືນຢັນວ່າ, ກອງປະຊຸມສູນກາງຄັ້ງທີ 8 ຈະພິຈາລະນາບົດລາຍງານສະພາບການເສດຖະກິດ - ສັງຄົມປີ 2013 ແລະ ຄາດຄະເນແຜນການພັດທະນາເສດຖະກິດ - ສັງຄົມປີ 2014; ພິຈາລະນາບົດລາຍງານກ່ຽວກັບສະພາບການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ ກ່ຽວກັບການພັດທະນາເສດຖະກິດ - ສັງຄົມ. ກອງປະຊຸມຕ້ອງຕີລາຄາຢ່າງຖືກຕ້ອງກ່ຽວກັບສະພາບເສດຖະກິດ - ສັງຄົມຂອງຫວຽດນາມ, ເຊິ່ງຈຸດສຸມແມ່ນການປະຕິບັດ 3 ບາດກ້າວບຸກທະລຸຍຸດທະສາດ ຕິດພັນກັບການປ່ຽນໃໝ່ຮູບແບບເຕີບໂຕ, ສ້າງໂຄງປະກອບເສດຖະກິດຄືນໃໝ່. ຈາກນັ້ນວາງອອກທັດສະນະ, ແນວຄິດຊີ້ນຳນຳພາ, ຄາດໝາຍ, ໜ້າທີ່ ແລະ ມາດຕະການຕົ້ນຕໍ່ໃຫ້ປີ 2014 ແລະ ໃຫ້ສອງປີ 2014-2015 ເພື່ອແນໃສ່ບັນລຸໄດ້ຜົນງານສູງສຸດໃນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຮຽກຮ້ອງໃຫ້ກອງປະຊຸມເຮັດແຈ້ງບັນຫາຕ່າງໆເຊັ່ນ: ເສດຖະກິດມະຫາພາກມີສະຖຽນລະພາບຄືແນວໃດ, ມັນຈະເກີດໄພເງິນເຟີ້ຢູ່ໃນລະດັບສູງຄືນໃໝ່ຫຼືບໍ; ການຊຳລະ ແລະ ຄວາມໝັ້ນຄົງຂອງລະບົບທະນາຄານການຄ້າຄືແນວໃດ; ໝາກຜົນແຫ່ງຄວາມມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ການແກ້ໄຂຄວາມຫຍຸ້ງຍາກໃຫ້ບັນດາວິສາຫະກິດຄືແນວໃດ.
ກ່ຽວກັບການຕີລາຄາ 3 ປີ ແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 11 ກ່ຽວກັບການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຊີ້ແຈ້ງວ່າ:
“ສຸມໃສ່ຕີລາຄາຄວາມຈຳເປັນ, ຖືກຕ້ອງ, ທັນການຂອງເລື່ອງ: ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ 11, ບັນດາອົງການການນຳສູງສຸດຂອງພັກ ແລະ ລັດ ໄດ້ຕົກລົງຫັນໜ້າທີ່ຈຸດສຸມຈາກການພັດທະນາຢ່າງວ່ອງໄວເປັນ ການບຸລິມາສິດໃຫ້ແກ່ການຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກຢ່າງໝັ້ນຄົງ, ຮັກສາການເຕີບໂຕໃນລະດັບເໝາະສົມ ແລະ ຮັບປະກັນຊີວິດສັງຄົມ; ເລື່ອງການນຳ ນຳພາການປະຕິບັດ 3 ຂອດບຸກທະລຸຍຸດທະສາດ ຕິດພັນກັບການປ່ຽນໃໝ່ຮູບແບບເຕີບໂຕ, ສ້າງໂຄງປະກອບເສດຖະກິດຄືນໃໝ່ ໄດ້ນຳມາເຊິ່ງໝາກຜົນຄືແນວໃດ, ຕ້ອງຖອດຖອນບົດຮຽນໃດ; ຜົນຂອງການປະຕິບັດບັນດາຄາດໝາຍເຊິ່ງກອງປະຊຸມໃຫຍ່ຄັ້ງທີ 11ໄດ້ວາງອອກຄືແນວໃດ, ມັນເກີດບັນຫາໃໝ່ບໍ, ທ່າອ່ຽງພັດທະນາໃນເຄິ່ງອາຍຸການທີ່ຍັງເຫຼືອ... ຈາກນັ້ນຊີ້ແຈ້ງບັນດາສາຍເຫດ ແລະ ບົດຮຽນໃນການຊີ້ນຳ, ນຳພາ ກໍ່ຄືໃນການຄຸ້ມຄອງ, ບໍລິຫານການພັດທະນາເສດຖະກິດ - ສັງຄົມ .“
ກ່ຽວກັບການປ່ຽນໃໝ່ການສຶກສາ, ບຳລຸງສ້າງໂດຍພື້ນຖານ ແລະ ຮອບດ້ານ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງເນັ້ນໜັກວ່າ, ຄວາມຮຽກຮ້ອງທີ່ວາງອອກແມ່ນຕ້ອງປະກາດໃຊ້ມະຕິສູນການທີ່ເໝາະສົມ ເພື່ອຊີ້ນຳ, ນຳພາການພັດທະນາໃນຂົງເຂດທີ່ໄດ້ຮັບຖືວ່າແມ່ນລັດຖະນະໂຍບາຍອັນດັບໜຶ່ງໃຫ້ໄດ້. ຕາມທ່ານແລ້ວ, ສູນກາງຄວນປຶກສາຫາລືຢ່າງລະອຽດກ່ຽວກັບຄວາມຈຳເປັນຕ້ອງປ່ຽນໃໝ່ການສຶກສາ, ບຳລຸງສ້າງໂດຍພື້ນຖານ ແລະ ຮອບດ້ານ, ພິເສດແມ່ນຕ້ອງສຸມໃສ່ກຳນົດຢ່າງຈະແຈ້ງກ່ຽວກັບການປ່ຽນໃໝ່ການສຶກສາ, ບຳລຸງສ້າງໂດຍພື້ນ ແລະ ຮອບດ້ານ. ຕາມນັ້ນແລ້ວ, ແມ່ນບໍວ່າ, ການປ່ຽນໃໝ່ໂດຍພື້ນຖານແມ່ນການປ່ຽນໃໝ່ຈາກຈີນຕະນາການ, ທັດສະນະ, ແນວຄິດຊີ້ນຳຕະຫຼອດຮອດຈຸດໝາຍ, ເນື້ອໃນ, ວິທີການສຶກສາ - ບຳລຸງສ້າງ ພ້ອມກັບບັນດາກົນໄກ, ນະໂຍບາຍຈັດຕັ້ງປະຕິບັດ. ການປ່ຽນໃໝ່ຮອບດ້ານ ແມ່ນການປ່ຽນໃໝ່ຈາກການນຳພາຂອງພັກ, ການຄຸ້ມຄອງຂອງລັດ, ຕະຫຼອດຮອດການປ່ຽນໃໝ່ບັນດາຮາກຖານສຶກສາ - ບຳລຸງສ້າງ ແລະ ການເຂົ້າຮ່ວມຂອງຄອບຄົວ, ປະຊາຄົມ ແລະ ສັງຄົມ; ການປ່ຽນໃໝ່ໃນທຸກຊັ້ນຮຽນ, ຂະແໜງຮຽນນັບທັງຂັ້ນສູນກາງ ແລະ ທ້ອງຖີ່ນ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ, ແນະນຳວ່າ:
“ຕາມທິດນີ້, ຕ້ອງເຫັນດີເປັນເອກະພາບສູງຕໍ່ບັນດາຂໍ້ສະເໜີກ່ຽວກັບທັດສະນະ. ຈຸດໝາຍຂອງການສຶກສາ ແມ່ນພັດທະນາຄວາມສາມາດຂອງຜູ້ຮຽນ, ບຳລຸງສ້າງຊັບພະຍາກອນມະນຸດ, ບຳລຸງຜູ້ທີ່ມີຄວາມເກັ່ງກ້າສາມາດ. ການພັດທະນາການສຶກສາ ຕ້ອງຕິດພັນກັບຄວາມຕ້ອງການພັດທະນາເສດຖະກິດ - ສັງຄົມ ແລະ ການປົກປັກຮັກສາປະເທດຊາດ, ເໝາະສົມກັບກົດເກັນແຫ່ງການພັດທະນາຢ່າງພາວະວິໄສ, ຄວາມກ້າວໜ້າທາງດ້ານວິທະຍາສາດ ແລະ ເຕັກໂນໂລຢີ...“
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກໍ່ໄດ້ເຈາະຈີ້ມກ່ຽວກັບແຜນນະໂຍບາຍຄົ້ນຄ້ວາ, ປັບປຸງ, ເພີ່ມເຕີມລັດຖະທຳມະນູນປີ 1992; ສະຫຼຸບການປະຕິບັດລັດຖະທຳມະນູນປີ 1992, ບັນດາເນື້ອໃນພື້ນຖານຄວນໄດ້ຮັບການປັບປຸງ, ເພີ່ມເຕີມໃນລັດຖະທຳມະນູນປີ 1992. ກ່ຽວກັບວຽກງານກໍ່ສ້າງພັກ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໃຫ້ຮູ້ວ່າ, ກອງປະຊຸມຄັ້ງນີ້ຈະພິຈາລະນາ, ຕົກລົງກ່ຽວກັບການປະກາດໃຊ້ກົດລະບຽບການເລືອກຕັ້ງໃນພັກ ແລະ ສ້າງຕັ້ງບັນດາອະນຸກຳມະການເພື່ອກະກຽມໃຫ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ.