ຕໍ່ໜ້າການຂະຫຍາຍຕົວຂອງສື່ສັງຄົມ, ກະຈາຍສຽງຊຶ່ງແມ່ນໜຶ່ງໃນບັນດາປະເພດສື່ມວນຊົນທີ່ມີມາແຕ່ດົນນານທີ່ສຸດຂອງມວນມະນຸດ ຊຶ່ງພວມຢືນຢູ່ຕໍ່ໜ້າສິ່ງທ້າທາຍຫຼາຍຢ່າງເພື່ອຄົງຕົວ ແລະ ຂະຫຍາຍຕົວ. ດ້ວຍຄວາມຫວັງແມ່ນຖືຜູ້ຊົມແມ່ນເປົ້າໝາຍໃຈກາງເພື່ອມຸ່ງໄປເຖິງ. ວັນກະຈາຍສຽງໂລກວັນທີ 13/2 ປີນີ້ມີຫົວເລື່ອງ “ ກະຈາຍສຽງ ກໍແມ່ນເພື່ອນ ” ຕໍ່ໄປນີ້, ພວກເຮົາຂໍແນະບົດຂຽນຂອງນັກຂ່າວວູ້ຫາຍ, ຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມກ່ຽວກັບບັນຫາດັ່ງກ່າວ. ເຊີນທ່ານຕິດຕາມຮັບຟັງ.
ລາຍການອອກອາກາດສົດຂອງ ວິທະຍຸກະຈາຍສຽງຫວຽດນາມ |
ບໍ່ພຽງແຕ່ວິທະຍຸກະຈາຍສຽງເທົ່ານັ້ນ, ຫາກນັບທັງໜັງສືພິມ ແລະ ໂທລະພາບ, ສື່ເອເລັກໂຕນິກກໍພວມຕ້ອງແກ່ງແຍ້ງຢ່າງຂ້ຽວຂາດກັບສື່ສັງຄົມ. ປະຈຸບັນ, ມີເກືອບ 2,3 ຕື້ຄົນພວມນຳໃຊ້ອິນເຕີເນັດ, ກວມເກືອບ 1/3 ຈຳນວນພົນລະເມືອງໃນທົ່ວໂລກ; ມີສື່ສັງຄົມອື່ນໆນັບຮ້ອຍລະຫັດທີ່ແຕກຕ່າງກັນ ແລະ ມີປະມານ 1,3 ຕື້ຄົນນຳໃຊ້ໂທລະສັບມືຖືເພື່ອເຊື່ອມຕໍ່ກັບສື່ສັງຄົມ. ໃນຈຳນວນສື່ສັງຄົມນັ້ນ, ມີ Facebook ແມ່ນສື່ສັງຄົມໃຫຍ່ກ່ວາໝູ່ດ້ວຍການເຂົ້າຮ່ວມຂອງເກືອບ 1,6 ຕື້ ສະມາຊິກ, ຖັດມາແມ່ນ Youtube ດ້ວຍການເຂົ້າຮ່ວມຂອງກວ່າ 1 ຕື້ ສະມາຊິກ. ບັນດາ ສື່ສັງຄົມແບບວິທີສຳພັດ ແລະ ແລກປ່ຽນຂໍ້ມູນຂ່າວສານຢ່າງມີຫຼາຍຮູບຫຼາຍແບບ, ສາມາດນຳໃຊ້ຢ່າງສະດວກສະບາຍ, ມີລັກສະນະເຄື່ອນໄຫວຕ່າງຫາກຢ່າງສູງ, ຍ້ອນແນວນັ້ນ ຈຶ່ງສາມາດພັດທະນາຢ່າງກ້າວກະໂດດຂັ້ນກ່ຽວກັບຈຳນວນຜູ້ນຳໃຊ້ ແລະ ກາຍເປັນຊ່ອງສື່ສານຫຼາຍປະເພດໃຫຍ່ທີ່ສຸດເມື່ອທຽບໃສ່ສື່ມວນຊື່ນອື່ນໆໃນໂລກ. ສະເພາະຢູ່ຫວຽດນາມ, ພາຍຫຼັງເຊື່ອມຕໍ່ກັບອິນເຕີເນັດທົ່ວໂລກຢ່າງເປັນທາງການເມື່ອວັນທີ 19/11/1997, ພຽງໃນຮອບເວລາ 20 ປີເທົ່ານັ້ນ, ມາຮອດປະຈຸບັນ ໄດ້ມີເຖິງ 40 ລ້ານຄົນນຳໃຊ້ອິນເຕີເນັດ ແລະ ປະມານ 20 ລ້ານຄົນນຳໃຊ້ ສື່ສັງຄົມ Facebook.
ປະຈຸບັນ, ວິທີການສຳພັດກັບຂໍ້ມູນຂ່າວສານຂອງມວນຊົນໄດ້ປ່ຽນແປງແລ້ວ. ຍ້ອນເຫດນັ້ນ, ວິທີເຮັດວຽກງານສື່ມວນຊົນກໍໄດ້ມີການປ່ຽນແປງຫຼາຍຢ່າງ. ເລື່ອງສະໜອງ ຂໍ້ມູນຂ່າວສານໂດຍຜູກຂາດແມ່ນບໍ່ຄົງຕົວອີກແລ້ວ. ສື່ສັງຄົມໄດ້ກາຍເປັນແຫຼ່ງຫົວເລື່ອງ, ແຫຼ່ງຂ່າວ ແລະ ເອກະສານເພື່ອທາບທາມ, ແມ່ນຊ່ອງຂ່າວເພື່ອໂຄສະນາເຜີຍແຜ່ຢ່າງມີປະສິດທິຜົນ ແລະ ກໍແມ່ນແຫຼ່ງອາລົມຂອງບັນດານັກຂ່າວ. ສື່ສັງຄົມແມ່ນຊ່ອງຂ່າວໂດຍປະສານສົມທົບລະຫວ່າງສື່ມວນຊົນກັບມວນຊົນ, ເຮັດໃຫ້ປ່ຽນແປງແບບວິທີເຮັດວຽກງານໜັງສືພິມ. ພົນລະເມືອງແຕ່ລະຄົນສາມາດກາຍເປັນນັກຂ່າວ, ເປັນຫົວໜ້າບັນນາທິການ, ຜູ້ຕຳໜິວິຈານ ແລະ ຜູ້ຈຳໜ່າຍ… ຍ້ອນເຫດນີ້ເອງ, ຖ້າຫາກບໍ່ມີຫຍັງປ່ຽນແປງກ່ຽວກັບວິທີສຳພັດກັບ ຂໍ້ມູນຂ່າວສານ ແລະ ການເຜີຍແຜ່ຂ່າວຄາວ, ບັນດາຮູບແບບສື່ມວນຊົນທີ່ມີມາແຕ່ດົນນານແລ້ວນັ້ນ, ແນ່ນອນວ່າຈະປະສົບກັບສິ່ງທ້າທາຍຫຼາຍຢ່າງເພື່ອຄົງຕົວ ແລະ ຂະຫຍາຍຕົວ.
ສຳລັບການກະຈາຍສຽງ, ຜູ້ຟັງບໍ່ພຽງແຕ່ແມ່ນເປົ້າໝາຍທີ່ຕ້ອງມຸ່ງໄປສູ່ເທົ່ານັ້ນ, ຫາກຍັງແມ່ນຜູ້ຮ່ວມເດີນທາງພ້ອມກັບບັນດາລາຍການອີກດ້ວຍ. ປະຈຸບັນ, ເຂົາເຈົ້າບໍ່ພຽງແຕ່ຢູ່ໃນທ່າຮັບເພື່ອຕິດຕາມຂ່າວຜ່ານວິທະຍຸກະຈາຍສຽງເທົ່ານັ້ນ, ຫາກຍັງເຂົ້າຮ່ວມການຜະລິດລາຍການກະຈາຍສຽງ, ອັນໄດ້ປະກອບສ່ວນສ້າງຍຸດທະສາດ ແລະ ນະໂຍບາຍຂອງບັນດາວິທະຍຸກະຈາຍສຽງອີກດ້ວຍ. ກະໂຕບັນດາຜູ້ເຮັດວຽກງານກະຈາຍສຽງນີ້ເອງ ກໍຄວນສັງເກດຄືນວ່າ ຄວນເຮັດແນວໃດເພື່ອໃຫ້ການກະຈາຍສຽງສາມາດປະກອບສ່ວນເຂົ້າໃນການສົນທະນາທີ່ມີລັກສະນະສ້າງສັນ ແລະ ຕັ້ງໜ້າລະຫວ່າງມະນຸດດ້ວຍກັນ, ປະກອບສ່ວນເຂົ້າໃນການຜູກຮັດວົງຄະນະຍາດ, ຊ່ວຍມະນຸດຫຍັບມໍ່ເຂົ້າກັນກວ່າ. ໃນປະຫວັດສາດຂອງຕົນ, ກະຈາຍສຽງກໍມີຍາມເບັ່ງບານ ແລະ ກໍມີຍາມບໍ່ຖືກນິຍົມ ແຕ່ປະເພດສື່ມວນຊົນນີ້ ຍາມໃດກໍມີບົດບາດສຳຄັນໃນຊີວິດສັງຄົມຍຸກປະຈຸບັນ. ກະຈາຍສຽງ ຍັງຄົງແມ່ນໜຶ່ງໃນບັນດາພາຫະນະສື່ມວນຊົນທີ່ຂະຫຍັນຂັນເຄື່ອນ, ມີລັກສະນະໜູນຊ່ວຍແກ່ກັນຢ່າງສູງ, ແທດຈິງ ແລະ ໃກ້ຊິດຕິດພັນກັບຊີວິດປະຈຳວັນ. ໂດຍຜ່ານການສະໜອງຂໍ້ມູນຂ່າວສານ, ບັນດາລາຍການບັນເທິງ, ກະຈາຍສຽງ ໄດ້ດຶງດູດການເຂົ້າຮ່ວມຂອງມວນຊົນຢ່າງຫຼວງຫຼາຍ. ມີຫຼາຍສະໂມສອນຜູ້ຟັງ, ເພື່ອຮ່ວມງານໄດ້ຮັບການສ້າງຕັ້ງຂຶ້ນເພື່ອແລກປ່ຽນ ຂໍ້ມູນຂ່າວສານ, ນຳສະເໜີບັນດາບັນຫາສັງຄົມທີ່ໄດ້ຮັບຄວາມສົນໃຈ.
ໂດຍມີຄວາມເປັນເຈົ້າການຮັບເອົາ ຂໍ້ມູນຂ່າວສານຈາກ ສື່ສັງຄົມ, ນຳໃຊ້ທ່າດີຂອງ ສື່ສັງຄົມ, ບັນດາຜູ້ເຮັດວຽກງານວິທະຍຸກະຈາຍສຽງໄດ້ມີຫຼາຍວິທີສຳພັດ ແລະ ສົ່ງ ຂໍ້ມູນຂ່າວສານເຖິງມວນຊົນດ້ວຍຫຼາຍຮູບການ, ຢັ້ງຢືນການໝັ້ນໝາຍມີຄວາມຮັບຜິດຊອບຕໍ່ສັງຄົມຂອງ ບັນດາຜູ້ເຮັດວຽກງານສື່ມວນຊົນ. ດ້ວຍວິທີຮັບຟັງຄຳເຫັນຈາກຜູ້ຟັງ ແລະ ຕອບສະໜອງຄວາມຕ້ອງການຂອງເຂົາເຈົ້າ, ກະຈາຍສຽງໄດ້ສ່ອງແສງບັນດາທັດສະນະຫຼາຍຮູບຫຼາຍສີ ແລະ ສ້າງກາລະໂອກາດໃຫ້ແກ່ທຸກໆຄົນປະກອບຄຳເຫັນເພື່ອແກ້ໄຂສິ່ງທ້າທາຍໃນຊີວິດປະຈຳວັນ ຊຶ່ງພວກເຮົາຕ້ອງປະເຊີນໜ້າ. ມີເຄື່ອງວິທະຍຸຕິດຕາມຕົວກໍມີຄວາມໝາຍວ່າ ເພື່ອບໍ່ຢູ່ໂດດດ່ຽວ. ບັນດາທ່ານຍາມໃດກໍມີເພື່ອນທີ່ໄວ້ເນື້ອເຊື່ອໃຈຢູ່ຄຽງຂ້າງເພື່ອແລກປ່ຽນ, ສະແດງຄວາມໃນໃຈ. ເວລານັ້ນ, ກະຈາຍສຽງ ກາຍເປັນແມ່ນເພື່ອນຂອງເຮົາ.