(vovworld)- ຕອນເຊົ້າວັນທີ 14/8, ຕາມເວລາຫວຽດນາມ, ກະຊວງການຄ້າອາເມລິກາ ໄດ້ປະກາດຄຳຕັດສິນສຸດທ້າຍໃນເຫດການສືບສວນການຟ້ອງຮ້ອງຕ້ານການໜູນຊ່ວຍສຳລັບກຸ້ງແຊເຢັນນຳເຂົ້າຈາກຫວຽດນາມ. ຊື່ງຕາມນັ້ນແລ້ວ: ປະເພດສິນຄ້ານີ້ຈະຖືກຈັດວາງພາສີອາກອນຕ້ານການໜູນຊ່ວຍ. ນີ້ແມ່ນຄຳຕັດສິນບໍ່ຍຸດຕິທຳ, ກໍ່ຜົນສະທ້ອນອັນໃຫ່ຍຫຼວງຕໍ່ຊີວິດຂອງຊາວກະສິກອນ ແລະ ຜູ້ລ້ຽງກຸ້ງຫວຽດນາມນັບແສນຄົນ.
(ພາບປະກອບ:fistenet.gov.vn)
ຕາມຄຳຕັດສິນສຸດທ້າຍຂອງກະຊວງການຄ້າອາເມລິກາ ແລ້ວ, ບໍລິສັດສິນໃນນ້ຳມິງກູຍ (ແຂວງກາເມົາ) ແມ່ນ 1 ໃນຈຳນວນ 2 ບໍລິສັດຖືກຮ້ອງຟ້ອງຈະຕ້ອງຮັບລະດັບການເສຍພາສີອາກອນ 7,88% ໃນຂະນະທີ່ອັດຕາອາກອນສຳລັບບໍລິສັດທີ່ຍັງເຫຼືອ ຄືບໍລິສັດສິນໃນນ້ຳຍາຈາງ ແມ່ນ 1,15%. ອັດຕາພາສີອາກອນລວມໃຫ້ທຸກບໍລິສັດອື່ນໆຂອງຫວຽດນາມ ແມ່ນ 4,25%. ເບິ່ງລວມແລ້ວ, ອັດຕາອາກອນດັ່ງກ່າວ ແມ່ນຫລຸດລົງກ່ວາເມື່ອທຽບກັບອັດຕາອາກອນທີ່ຈັດວາງໃນເບື້ອງຕົ້ນ ຊື່ງໄດ້ຍົກອອກມາໃນຄຳຕັດສິນເມື່ອເດືອນ 5/2013 ຜ່ານມາຂອງກະຊວງການຄ້າອາເມລິກາ ແຕ່ຍັງແມ່ນຄຳຕັດສິນບໍ່ຍຸດຕິທຳ ເມື່ອໄດ້ອີງຕາມຄຳຢືນຢັນວ່າ: ບັນດານັກຜະລິດ, ປຸງແຕ່ງກຸ້ງແຊເຢັນບາງປະເພດຂອງຫວຽດນາມ ໄດ້ຮັບການໜູນຊ່ວຍຈາກລັດຖະບານ. ຄຳຕັດສິນດັ່ງກ່າວແມ່ນມາດຕະການເກັບພາສີອາກອນຊ້ອນ (ລວມມີພາສີອາກອນຕ້ານການຂາຍບຸບລາຄາ ແລະ ພາສີອາກອນຕ້ານການໜູນຊ່ວຍ) ຊື່ງໄດ້ກໍ່ຜົນສະທ້ອນເຖິງຊີວິດການເປັນຢູ່ຂອງຊາວກະສິກອນ ແລະ ຜູ້ລ້ຽງກຸ້ງຫວຽດນາມ ກ່ວາ 600.000 ຄົນ.
(ພາບ:nongnghiep.vn)
ສິ່ງທີ່ໃຮ້ເຫດຜົນ ນັ້ນແມ່ນຄຳຕັດສິນຂອງກະຊວງການຄ້າອາເມລິກາ ແມ່ນໄດ້ເລີ່ມຈາກເຫດການຮ້ອງຟ້ອງເມື່ອຕົ້ນເດືອນ 1/2013 ຂອງພັນທະພາບອຸດສາຫະກຳກຸ້ງເຂດອ່າວອາເມລິກາ (COGSI) ດ້ວຍຂໍ້ກ່າວຫາຂະແໜງກຸ້ງຂອງບາງປະເທດ ໃນນັ້ນມີຫວຽດນາມ ໄດ້ຮັບບັນດາບ້ວງເງິນຊ່ວຍເຫຼືອບໍ່ເປັນທາງການຂອງລັດຖະບານ. ບັນດານັກນຳເຂົ້າກຸ້ງຂອງອາເມລິກາໄດ້ຢັ້ງຢືນວ່າ: ເລື່ອງພັນທະພາບອຸດສາຫະກຳກຸ້ງເຂດອ່າວອາເມລິກາ ໄດ້ຖິ້ມໂທດໃຫ້ກຸ້ງລ້ຽງນຳເຂົ້າຈາກຫວຽດນາມ ແລະ ບາງປະເທດອື່ນ ໄດ້ຫລຸດກຳລັງແກ່ງແຍ້ງຂອງເຂົາເຈົ້າແມ່ນຂາດ logic ແລະ ຂາດພື້ນຖານວິທະຍາສາດ. ກຸ້ງລ້ຽງຢູ່ຫວຽດນາມ ແລະ ກຸ້ງຂຸດຄົ້ນຢູ່ອາເມລິກາ ແມ່ນສອງຜະລິດຕະພັນທີ່ແຕກຕ່າງກັນ, ເງື່ອນໄຂການຜະລິດແຕກຕ່າງກັນ, ຄຸນນະພາບຕ່າງກັນ. ສະນັ້ນບໍ່ຕ້ອງການ ແລະ ບໍ່ສາມາດແກ້ງແຍ້ງຊື່ງກັນ ແລະ ກັນໃນທ້ອງຕະຫຼາດ ແລະ ກໍ່ບໍ່ສາມາດກາຍເປັນເປົ້າໝາຍເພື່ອຮ້ອງຟ້ອງກັນໄດ້.
ບັນດາອົງການມີໜ້າທີ່ຮັບຜິດຊອບຂອງຫວຽດນາມ ໄດ້ຢັ້ງຢືນເປັນຫຼາຍເທື່ອແລ້ວວ່າ: ການຮ້ອງຟ້ອງແມ່ນຮູບການແກ່ງແຍ້ງບໍ່ສົດໃສ, ບໍ່ຍຸດຕິທຳ, ອັນໄດ້ກໍ່ຜົນເສຍຫາຍໃຫ້ແກ່ບັນດາວິສາຫະກິດພ້ອມກັບຜູ້ລ້ຽງກຸ້ງຫວຽດນາມ ນັບແສນຄົນ. ທ່ານເລວັນກວາງ ປະທານສະພາບໍລິຫານກຸ່ມບໍລິສັດຫຸ້ນສ່ວນສິນໃນນ້ຳມິງຟູ ຊື່ງແມ່ນຫນຶ່ງໃນບັນດາບໍລິສັດທີ່ຖືກກະຊວງການຄ້າອາເມລິກາ ຈັດວາງພາສີອາກອນຕ້ານການຂາຍບູບລາຄາໄດ້ຖືວ່າ ນີ້ແມ່ນການຈັດວາງທີບໍ່ຍຸດຕິທຳ ແລະ ກໍ່ຜົນເສຍຫາຍອັນໃຫ່ຍຫຼວງໃຫ້ແກ່ວິສາຫະກິດປຸງແຕ່ງ ແລະ ສົ່ງອອກກຸ້ງ. ບັນດາວິສາຫະກິດສົ່ງອອກກຸ້ງຫວຽດນາມ ໄດ້ເຄື່ອນໄຫວຕາມກົນໄກການຕະຫຼາດ ແລະ ບໍ່ຮັບບໍ່ວ່າການໜູນຊ່ວຍໃດໆຈາກລັດໃນການເຄື່ອນໄຫວຜະລິດດຳເນີນທຸລະກິດ.
ຕາມຂັ້ນຕອນກົດໝາຍຂອງອາເມລິກາ ແລ້ວ, ພາຍຫຼັງຄຳຕັດສິນສຸດທ້າຍຂອງກະຊວງການຄ້າອາເມລິກາ, ຄະນະກຳມະການການຄ້າສາກົນ ອາເມລິກາ ຈະສືບຕໍ່ພິດຈາລະນາເຫດການຟ້ອງຮ້ອງດັ່ງກ່າວອີກເມື່ອໜຶ່ງ ແລະ ຖ້າຫາກວ່າ ຄະນະກຳມະການດັ່ງກ່າວກໍ່ມີຂໍ້ສະຫລຸບທີ່ຄ້າຍຄືກັນ, ຄາດວ່າ, ໃນວັນທີ 3/10 ທີ່ຈະມາເຖິງ, ກະຊວງດັ່ງກ່າວຈະປະກາດໃຊ້ຄຳສັ່ງຈັດວາງພາສີອາກອນຕ້ານການໜູນຊ່ວຍຢ່າງເປັນທາງການ.
ເຖິງວ່າ, ຄຳສັ່ງຈັດວາງພາສີອາກອນຕ້ານການໜູນຊ່ວຍບໍ່ທັນໄດ້ປະກາດໃຊ້ກໍ່ຕາມ ແຕ່ເປັນທີ່ຈະແຈ້ງແລ້ວວ່າ, ດ້ວຍຄຳຕັດສິນທີ່ຫາກໍ່ປະກາດເມື່ອຕອນເຊົ້າວັນທີ 14/8 ຂອງກະຊວງການຄ້າອາເມລິກາ ຈະກໍ່ຜົນສະທ້ອນອັນໃຫ່ຍຫຼວງເຖິງການເຄື່ອນໄຫວສົ່ງອອກນຳເຂົ້າຂອງວິສາຫະກິດຫວຽດນາມ, ກະທົບເຖິງການພົວພັນຄ້າຂາຍລະຫວ່າງສອງປະເທດ, ຄຳຕັດສິນທີ່ໄຮ້ເຫດຜົນນີ້ ຈະກໍ່ຜົນສະທ້ອນໂດຍກົງເຖິງຊີວິດຂອງຊາວກະສິກອນຜູ້ລ້ຽງກຸ້ງ ກໍ່ຄືກຳມະກອນເຄື່ອນໄຫວໃນຂົງເຂດຜະລິດ, ປຸ້ງແຕ່ງ, ສົ່ງອອກກຸ້ງຢູ່ຫວຽດນາມ ນັບແສນຄົນ ກໍ່ຄືຜູ້ບໍລິໂພກອາເມລິກາ ເມື່ອໂອກາດບໍລິໂພກກຸ້ງຫວຽດນາມ ຂອງເຂົາເຈົ້າພວມມີໄພຫລຸດລົງຢ່າງເຫັນໄດ້ຊັດ./.