ວັນທີ 17/10 ແມ່ນວັນລົບລ້າງຄວາມອຶດຫີວຫລຸດຜ່ອນຄວາມທຸກຍາກໂລກ. ຫົວຂໍ້ປີນີ້ໂດຍສະຫະປະຊາຊາດຍົກອອກມາແມ່ນ “ລົບລ້າງຄວາມທຸກຍາກອຶດຫີວ“ ຖືກຖືວ່າແມ່ນຄຳສັ່ງຊຸກຍູ້ໂລກພ້ອມກັນເຄື່ອນໄຫວ. ເຖິງວ່າໂລກໄດ້ປະຕິບັດຈຸດໝາຍລົບລ້າງຄວາມອຶດຫີວຫລຸດຜ່ອນຄວາມທຸກຍາກສຳເລັດແລ້ວກໍ່ຕາມແຕ່ວິກິດການເສດຖະກິດທົ່ວໂລກພວມວາງອອກບັນດາການທ້າທາຍໃໝ່, ຊື່ງໄດ້ນາບຂູ່ຈະທຳລາຍໝາກຜົນແຫ່ງການລົບລ້າງຄວາມອຶດຫີວຫລຸດຜ່ອນຄວາມທຸກຍາກຂອງຫຼາຍປະເທດ ແລະ ເຮັດໃຫ້ການຕໍ່ສູ້ຕ້ານຄວາມອຶດຫີວທຸກຍາກນັບມື້ນັບຫຍູ້ງຍາກລຳບາກຂຶ້ນຕື່ມ. ຕໍ່ໄປແມ່ນບົດຂອງນັກຂ່າວ Anh Huyen ທີ່ພາດຫົວເລື່ອງວ່າ: ການຕໍ່ສູ້ຕ້ານຄວາມອຶດຫີວທຸກຍາກຢ່າງລຳບາກກາກກຳ
ຫານແຫ່ຂະບວນໃນໂອກາດວັນໂລກ
ຕ້ານຄວາມອິດຫີວທຸກຍາກຢູ່ Madrid
(ພາບ:vov.vn)
ການຕໍ່ສູ້ຕ້ານຄວາມອຶດຫີວທຸກຍາກແມ່ນການຕໍ່ສູ້ຊື່ງທັງປະຊາຄົມໂລກໄດ້ມີຄວາມມານະພະຍາຍາມດຳເນີນນັບແຕ່ຫຼາຍທົດສະວັດທີ່ຜ່ານມາ. ເຖິງວ່າບັນລຸໄດ້ບັນດາຜົນງານທີ່ໜ້າຮັບຮູ້, ສຳເລັດກ່ອນກຳນົດເວລາຈຸດໝາຍລົບລ້າງຄວາມອຶດຫີວຫລຸດຜ່ອນຄວາມທຸກຍາກກໍ່ຕາມແຕ່ວິກິດການດ້ານການເງິນ-ເສດຖະກິດທົ່ວໂລກເກີດຂຶ້ນເມື່ອປີ 2008 ຢູ່ອາເມລິກາ ແລ້ວໄດ້ແຜ່ລາມອອກສູ່ທົ່ວໂລກ ໄດ້ມີການກະທົບອັນຫຍໍ້ທໍ້ເຖິງຜົນງານລົບລ້າງຄວາມອຶດຫີວຫລຸດຜ່ອນຄວາມທຸກຍາກໃນທົ່ວໂລກ. ຕາມອົງການແຮງງານສາກົນແລ້ວ, ວິກິດການເສດຖະກິດທົ່ວໂລກໄດ້ເຮັດໃຫ້ 30 ລ້ານຄົນຖືກວ່າງງານ, ອັນໄດ້ຍົກຈຳນວນຜູ້ວ່າງງານທັງໝົດຂຶ້ນເຖິງ 220 ລ້ານຄົນໃນປະຈຸບັນ, ໃນນັ້ນຊາວໜຸ່ມກວມອັດຕາກ່ວາ 1/3.
ສິ່ງທີ່ໜ້າວິຕົກກັງວົນ ນັ້ນແມ່ນບັນດາຜົນງານຊື່ງມວນມະນຸດບັນລຸໄດ້ໃນການຕໍ່ສູ້ຕ້ານຄວາມອຶດຫີວທຸກຍາກ ພວມມີໄພຖືກຍູ້ໃຫ້ຖອຍໄປ ຍ້ອນການຜັນແປຂອງລາຄາທັນຍາຫານ ແລະ ພະລັງງານ. ປະຊາກອນໂລກເພີ່ມຂຶ້ນຢ່າງໄວວາໃນຂະນະທີ່ການຜະລິດທັນຍາຫານບໍ່ເພີ່ມຂຶ້ນ ຊື່ງໄດ້ຍູ້ລາຄາທັນຍາຫານເພີ່ມຂຶ້ນສູງຈົນບໍ່ສາມາດຄວບຄຸມໄດ້. ຕາມແຈ້ງການຂອງອົງການອາຫານ ແລະ ກະເສດ ສປຊ ແລ້ວ, ປະຈຸບັນ, ຄວາມຕ້ອງການດ້ານທັນຍາຫານໂລກໄດ້ເພີ່ມຂຶ້ນລື່ນກາຍການສະໜອງໃນຂະນະທີ່ທັນຍາຫານສະສົມຂອງໂລກໄດ້ຫລຸດລົງໃນລະດັບຕ່ຳສຸດນັບແຕ່ປີ 1974. ໃນຂະນະນັ້ນ, ໂລກກໍ່ພວມປະເຊີນໜ້າກັບບັນດາບັນຫາພະລັງງານທີ່ຍາກຈະແກ້ໄຂໄດ້. ປະຈຸບັນ, ບໍລິມາດນ້ຳມັນເຊື້ອໄຟ, ອາຍແກດ ແລະ ຖ່ານຫີນໃຕ້ດິນພວມນັບມື້ນັບເຫືອດແຫ້ງ ພ້ອມກັບບັນດາການຄິດໄລ່ຂອງມວນມະນຸດກໍ່ພວມຍູ້ໃຫ້ໂລກຢືນຢູ່ຕໍ່ໜ້າໄພເກີດວິກິດການດ້ານພະລັງງານທົ່ວໂລກຄັ້ງໃໝ່.
(ພາບ: ktdt.com.vn)
ໂລກຕ້ອງມີການກະທຳ. ໃນສານເນື່ອງໃນໂອກາດວັນໂລກຕ້ານຄວາມອຶດຫີວທຸກຍາກປີນີ້, ສປຊ ໄດ້ຮຽກຮ້ອງວ່າ, ວິກິດການທົ່ວໂລກປະຈຸບັນພວມສ້າງກາລະໂອກາດໃຫ້ແກ່ການປະຕິຮູບຢ່າງຮອບດ້ານ. ໂລກພວມວາງອອກເສັ້ນທາງໃໝ່ ຮັບປະກັນຄວາມສະເໝີພາບໃນສັງຄົມ ແລະ ການເຕີບໂຕເສດຖະກິດ. ລັດຖະບານປະເທດຕ່າງໆຕ້ອງມີຄວາມເຫັນດີເຫັນພ້ອມສ້າງຂອບເຂດການເຄື່ອນໄຫວ, ເພື່ອແກ້ໄຂສະພາບການແຄນຂາດທັນຍາຫານ ແລະ ພະລັງງານໃນອະນາຄົດອັນໃກ້ໆນີ້. ສປຊ ໄດ້ຍົກອອກ 5 ຂົງເຂດຕ້ອງໄດ້ຮັບການປັບປຸງໃນເສດຖະກິດທົ່ວໂລກຊື່ງລວມມີ: ການຍູ້ແຮງບັນດາຄວາມມານະພະຍາຍາມບັນລຸຈຸດໝາຍພັດທະນາສະຫັດສະວັດກ່ຽວກັບການລົບລ້າງຄວາມອຶດຫີວຫລຸດຜ່ອນຄວາມທຸກຍາກ, ສະໜອງເງິນອຸປະຖຳການພັດທະນາໃຫ້ແກ່ບັນດາປະເທດພວມຕ້ອງການເງິນອຸປະຖຳທີ່ສຸດ, ລົບລ້າງບັນດາເງື່ອນໄຂໃຫ້ກູ້ຢືມອັນໜັກໜ່ວງ, ເພີ່ມທະວີຄວາມຮັບຜິດຊອບ ແລະ ຄວາມໂປ່ງໃສ, ເພີ່ມທະວີບັນດາຄຳໝັ້ນໝາຍກ່ຽວກັບຄວາມຍືນຍົງ. ແຕ່ວ່າ, ດ້ວຍບັນດາສິ່ງທີ່ພວມເກີດຂຶ້ນໃນໂລກປະຈຸບັນ, ເບິ່ງຄືວ່າ, ບັນດາຈຸດໝາຍຊື່ງ ສປຊ ຍົກອອກມາຍາກທີ່ຈະປະຕິບັດໄດ້. ຄາດວ່າ, ແຕ່ລະປີ, ໂລກຕ້ອງເສຍເງິນປະມານ 75 ຕື້ໂດລາສະຫະລັດເພື່ອໃຊ້ຈ່າຍໃນການຕໍ່ສູ້ລົບລ້າງຄວາມອຶດຫີວ ຫລຸດຜ່ອນຄວາມທຸກຍາກ, ໃນນັ້ນ, ບັນດາປະເທດອຸດສາຫະກຳພັດທະນາປະກອບປະມານ 50% ແລະ ສ່ວນຍັງເຫຼືອເອົາຈາກງົບປະມານຂອງບັນດາປະເທດພວມພັດທະນາ. ເນື່ອງໃນໂອກາດວັນທັນຍາຫານໂລກຄືວັນທີ 16/10, ວັນທີ 16/10, ຝະລັ່ງ ໄດ້ຮຽກຮ້ອງໃຫ້ຈັດການປະຊຸມດ່ວນຂອງເວທີປາໄສປະຕິກິລິຍາໄວ (RRF-ກຸ່ມບັນດານັກວາງແຜນນະໂຍບາຍກະສິກຳທົ່ວໂລກເພື່ອແນ່ໃສ່ສະກັດກັ້ນວິກິດການກະສິກຳ) ໂດຍ G20 ຫາກໍ່ສ້າງຕັ້ງໃໝ່, ເພື່ອວາງອອກບັນດາມາດຕະການຕ້ານວິກິດການທັນຍາຫານໃນຮອບເວລາ 4 ປີທີ່ຈະມາເຖິງ. ແຕ່ວ່າ, ການປະຊຸມດັ່ງກ່າວບໍ່ສາມາດຈັດຂຶ້ນໄດ້ ຍ້ອນວ່າປະເທດອາເມລິກາ ຊື່ງແມ່ນປະທານ RRF ບໍ່ເຫັນດີກັບສາຍເຫດທີ່ວ່າບໍ່ທັນຈຳເປັນ.
ຄາດວ່າ, ປະຊາກອນໂລກຈະເພີ່ມຂຶ້ນຈາກ 7 ຕື້ຄົນໃນປະຈຸບັນຂຶ້ນ 9 ຕື້ຄົນໃນປີ 2040. ຮອດປີ 2030, ໂລກຈະຕ້ອງການທັນຍາຫານຢ່າງໜ້ອຍສຸດ 50%, ພະລັງງານ 45% ເມື່ອທຽບກັບຄວາມຕ້ອງການໃນປະຈຸບັນ, ໃນຂະນະທີ່ເງື່ອນໄຂສີ່ງແວດລ້ອມພວມຫັນປ່ຽນຕາມທິດບໍ່ເປັນປະໂຫຍດໃຫ້ແກ່ແຫຼ່ງສະໜອງ ແລະ 3 ຕື້ຄົນອາດຈະຖືກຕົກເຂົ້າສູ່ສະພາບອຶດຫີວທຸກຍາກ. ປະຈຸບັນ, ບັນຫາຄວາມອຶດຫີວທຸກຍາກພຽງແຕ່ໄດ້ຮັບການແກ້ໄຂໃນຂະນະທີ່ມີການຮ່ວມແຮງຮ່ວມໃຈປະຕິບັດຂອງທຸກໆປະເທດໃນທົ່ວໂລກເທົ່ານັ້ນ. ແຕ່ເຖິງຢ່າງໃດກໍ່ຕາມ, ການຕໍ່ສູ້ຕ້ານຄວາມອຶດຫີວທຸກຍາກຍັງຕ້ອງຜ່ານຜ່າເສັ້ນທາງທີ່ລຳບາກກາກກຳອັນຍາວນານຢູ່ຕໍ່ໜ້າ.