ເຖິງວ່າບໍ່ມີຫຼາຍເຫດການໃຫຍ່ກ່ຽວກັບດ້ານການທູດຄືໃນປີ 2010 ກໍ່ຕາມ, ແຕ່ວຽກງານການທູດດ້ານວັດທະນະທຳຂອງຫວຽດນາມໃນປີ 2011, ໄດ້ຮັບການຜັນຂະຫຍາຍຢ່າງແຮງ, ຕິດພັນຢ່າງແໜ້ນແຟ້ນກັບການທູດດ້ານການເມືອງແລະການທູດດ້ານເສດຖະກິດ, ຕັ້ງໜ້າແນະນຳເພື່ອໃຫ້ເພື່ອນມິດສາກົນມີຄວາມເຂົ້າໃຈຕື່ມກ່ຽວກັບຫວຽດນາມ. ການທູດວັດທະນະທຳ ໄດ້ໜູນຊ່ວຍບັນດາອົງການຕາງໜ້າຂອງຫວຽດນາມຢູ່ຕ່າງປະເທດຈັດຕັ້ງການເຄື່ອນໄຫວ ໂຄສະນາພາບພົດຫວຽດນາມອອກສູ່ໂລກຢ່າງຕັງໜ້າ, ໃນນັ້ນໜ້າສົນໃຈແມ່ນ ຈັດຕັ້ງການເຄື່ອນໄຫວຕ່າງໆ ເພື່ອສະເຫຼີມສະຫຼອງ 100 ປີ ແຫ່ງວັນປະທານ ໂຮ່ຈີມິນ ເດີນທາງໄປ ຝະລັ່ງ ເພື່ອຊອກຫາເສັ້ນທາງກູ້ຊາດ (1911-2011) ແລະສະເຫຼີມສະຫຼອງ 65 ປີ ແຫ່ງວັນປະທານ ໂຮ່ຈີມິນໄປຢ້ຽມຢາມ ຝະລັ່ງ ໃນຖານະແມ່ນປະມຸກລັດ (1946-2011). ພິເສດ, ປີຜ່ານມາ, ການທູດດ້ານວັດທະນະທຳ ໄດ້ປະກອບສ່ວນນຳມາໃຫ້ປະເທດຊາດ 12 ນາມມະຍົດ ເຊິ່ງໄດ້ຮັບການຮັບຮູ້ຈາກ UNESCO ວ່າ ແມ່ນບັນດາທັດສະນີຍະພາບ, ມໍລະດົກທີ່ມີຮູບຮ່າງ ແລະ ບໍ່ມີຮູບຮ່າງ ຂອງຫວຽດນາມ. ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ, ປະທານຄະນະກຳມະການ UNESCO ຫວຽດນາມ ຫງວຽນແທງເຊີນ ຢືນຢັນວ່າ:
”ນີ້ແມ່ນຄວາມເອກອ້າງທະນົງໃຈຂອງປະເທດຊາດ. ໂດຍຜ່ານບັນດາທັດສະນີຍະພາບທີ່ສວຍງາມ, ມູນເຊື້ອດ້ານວັດທະນະທຳ, ຈຸດຍອດຍິ່ງດ້ານວັດທະນະທຳຂອງຊາດ… ການທູດດ້ານວັດທະນະທຳໄດ້ປະກອບສ່ວນຢ່າງມີປະສິດທິຜົນໃຫ້ແກ່ວຽກງານການທູດເວົ້າລວມ, ອັນໄດ້ຊ່ວຍໃຫ້ການທູດດ້ານການເມືອງບັນລຸໄດ້ຈຸດໝາຍທີ່ໄດ້ວາງອອກ, ສ້າງເປັນພາບພົດຫວຽດນາມ, ທີ່ຕັ້ງຂອງຫວຽດນາມທີ່ໝັ້ນຄົງເຂັ້ມແຂງໃນເວທີສາກົນ, ສົມກັບມູນເຊື້ອແຫ່ງອະລິຍະທຳນັບພັນປີຂອງປະເທດໜຶ່ງທີ່ມີພົນລະເມືອງເກືອບ 90 ລ້ານຄົນ.”
ປີ 2011 ກໍ່ແມ່ນປີທີ່ເປັນຂີດໝາຍເຫດການ ເປັນຄັ້ງທຳອິດທຳອິດທີ່ວຽກງານການທູດດ້ານວັດທະນະທຳ ຖືກລະບຸໄວ້ໃນເອກະສານຂອງກອງປະຊຸມໃຫຍ່ ພັກກອມມູນິດຫວຽດນາມຄັ້ງທີ 11, ຖັດຈາກນັ້ນແມ່ນເລື່ອງ ທ່ານນາຍົກລັດຖະມົນຕີໄດ້ເຊັນອະນຸມັດຍຸດທະສາດການທູດດ້ານວັດທະນະທຳເຖິງປີ 2020. ຍ້ອນເຫດນັ້ນ, ບັນດາການເຄື່ອນໄຫວການທູດດ້ານວັດທະນະທຳຈຶ່ງໄດ້ຮັບການຜັນຂະຫຍາຍຢ່າງແຮງ ຕາມຈິດໃຈຂອງບັນດາແຜນນະໂຍບາຍໃຫຍ່ຄື ”ສ້າງຄວາມຮັບຮູ້ລວມ ກ່ຽວກັບການເຊື່ອມໂຍງດ້ານວັດທະນະທຳ, ການທູດດ້ານວັດທະນະທຳ ຕິດພັນກັບ ການທູດດ້ານການເມືອງ ແລະ ການທູດດ້ານເສດຖະກິດ; ຕັ້ງໜ້າແນະນຳ ເພື່ອໃຫ້ເພື່ອນມິດສາກົນມີຄວາມເຂົ້າໃຈແຈ້ງກ່ຽວກັບຫວຽດນາມ, ເຂົ້າຮ່ວມບັນດາອົງການວັດທະນະທຳຫຼາຍຝ່າຍຢ່າງຕັ້ງໜ້າ, ໝູນໃຊ້ບັນດາໂຄງການ, ແນວຄວາມຄິດຂອງ UNESCO ເພື່ອຮັບໃຊ້ ພາລະກິດພັດທະນາເສດຖະກິດ - ສັງຄົມ ຂອງປະເທດຊາດ ແລະ ຍົກສູງທີ່ຕັ້ງ, ບົດບາດຂອງຫວຽດນາມ”. ນີ້ແມ່ນທິດທາງລວມ, ຮອບດ້ານ, ສະແດງໃຫ້ເຫັນຄວາມເປັນເຈົ້າການ, ຕັ້ງໜ້າຂອງຫວຽດນາມ ໃນຂະບວນວິວັດ ແຫ່ງການເຊື່ອມໂຍງຢ່າງເລິກເຊິ່ງກັບວັດທະນະທຳໂລກ. ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນແທງເຊີນ ໃຫ້ຮູ້ວ່າ:
”ໃນໄລຍະຜ່ານມາ ກໍ່ຄືໃນໄລຍະຈະມາເຖິງ, ທີ່ຕັ້ງຂອງປະເທດຊາດນັບມື້ນັບໄດ້ຮັບການຍົກສູງຂຶ້ນ, ພວກເຮົາຄວນມີການເຊື່ອມໂຍງຢ່າງແໜ້ນແຟ້ນ ແລະ ເລິກເຊິ່ງກັບໂລກ. ໃນເມື່ອກ່ອນ ແມ່ນເຊື່ອມຍົງ ເພື່ອພັດທະນາເສດຖະກິດ ແນໃສ່ປັບປຸງປະເທດຊາດ, ຮັກສາສະຖຽນລະພາບ ແລະ ຄວາມສະຫງົບປອດໄພໃນສັງຄົມ. ແຕ່ປະຈຸບັນ, ດ້ວຍທ່າອ່ຽງໂລກາພິວັດ, ພວກເຮົາໄດ້ກຳນົດວ່າ ແມ່ນເພື່ອນມິດກັບທຸກໆປະເທດ, ພວກເຮົາຮັກສາສີສັນ, ຫຼັກໝັ້ນ, ແນວຄິດ, ຍຶດໝັ້ນແນວຄິດ ໂຮ່ຈີມິນ ແລະການກຳນົດທິດສັງຄົມນິຍົມ”
ເນັ້ນໜັກກ່ຽວກັບການສົມທົບການທູດດ້ານວັດທະນະທຳ ກັບວຽກງານກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ, ທ່ານ ຫງວຽນແທງເຊີນ ຢືນຢັນວ່າ, ນີ້ແມ່ນໜ້າທີ່ສຳຄັນ ເຊິ່ງກະຊວງການຕ່າງປະເທດຄວນສືບຕໍ່ປະຕິບັດໃນປີ 2012 ນີ້. ເປີດກວ້າງການພົວພັນແລກປ່ຽນດ້ານວັດທະນະທຳກັບໂລກ ກໍ່ມີຄວາມໝາຍດຽວກັບເລື່ອງຮັບເອົາດ້ານວັດທະນະທຳດ້ວຍຈຳນວນຫຼາຍຈາກຕ່າງປະເທດ. ດັ່ງນັ້ນຕ້ອງມີການຊີ້ນຳ ນຳພາ, ກຳນົດທິດໃນການຮັບເອົາ, ຄັດເລືອກແຫຼ່ງວັດທະນະທຳຈາກຕ່າງປະເທດ ເພື່ອເຊື່ອມໂຍງແຕ່ບໍ່ຖືກສູນຫາຍຫຼືຈືດ ຈາງໄປ. ໃນຊຸມປີຜ່ານມາ, ກະຊວງການຕ່າງປະເທດ ພ້ອມກັບກະຊວງສຶກສາ ບຳລຸງສ້າງ ແລະ ບັນດາຂະແໜງການກ່ຽວຂ້ອງໄດ້ຈັດຕັ້ງການເຄື່ອນໄຫວຕ່າງໆຄືສອນພາສາຫວຽດໃຫ້ຊາວຫວຽດນາມອາໄສຢູ່ຕ່າງປະເທດ, ປະຕິບັດບັນດາໂຄງການດ້ານຈິດວີນຍານ, ປຸກລະດົມບັນດາເຫດການທູດດ້ານວັດທະນະທຳ… ການເຄື່ອນໄຫວເຫຼົ່ານັ້ນ ບໍ່ພຽງແຕ່ມີຄວາມໝາຍດ້ານວັດທະນະທຳເທົ່ານັ້ນ, ຫາກຍັງແມ່ນເຫດການການເມືອງ ປະກອບສ່ວນໂຄສະນາສຶກສາກ່ຽວກັບສີສັນ ຂອງຫວຽດນາມໃຫ້ວົງຄະນາຍາດຊາວຫວຽດນາມຢູ່ຕ່າງປະເທດມີຄວາມເຂົ້າໃຈຕື່ມອີກ.
”ປີ 2012, ໜຶ່ງໃນບັນດາການກຳນົດທິດອັນເປັນພື້ນຖານນັ້ນແມ່ນ ເສີມຂະຫຍາຍກຳລັງແຮງຂອງຄະນະ, ສະມາຄົມຢູ່ທ້ອງຖີ່ນຕ່າງໆ. ພວກເຮົາກໍ່ເພີ່ມທະວີການເຄື່ອນໄຫວນຳພໍ່ແມ່ປະຊາຊົນກັບເມືອປະເທດ, ເພີ່ມທະວີການເຄື່ອນໄຫວພົວພັນແລກປ່ຽນລະຫວ່າງວົງການສື່ມວນຊົນພາຍໃນກັບຕ່າງປະເທດ ເພື່ອໂຄສະນາຂ່າວຄາວຫຼ້າສຸດເຖິງພໍ່ແມ່ປະຊາຊົນຊາວຫວຽດນາມທີ່ອາໄສຢູ່ຕ່າງປະເທດ”
ໃນການເຄື່ອນໄຫວການທູດ, ບາງເທື່ອວັດທະນະທຳຈະໄປກ່ອນການເມືອງບາດກ້າວໜຶ່ງ. ພວກເຮົາສາມາດຈັດຕັ້ງການເຄື່ອນໄຫວພົວພັນແລກປ່ຽນ ດ້ານວັດທະນະທຳຂຶ້ນ ໃນເມື່ອບໍ່ທັນມີການພົວພັນທາງການທູດ. ແລະ ວັດທະ ນະທຳຈະແມ່ນຂົວເຊື່ອມຕໍ່ ທີ່ພາໄປເຖິງການສ້າງຕັ້ງສາຍພົວພັນທາງການທູດ. ດັ່ງນັ້ນ ການສ້າງຍຸດທະສາດໄລຍະຍາວໃຫ້ແກ່ການທູດວັດທະນະທຳ ກໍ່ແມ່ນການສ້າງແຫຼ່ງກຳລັງຕື່ມອີກໃຫ້ແກ່ທີ່ຕັ້ງຂອງຫວຽດນາມໃນເວທີສາກົນ
ແອ້ງຮ່ວຽນ