ການປະຕິຮູບບໍລິຫານເພື່ອຮັບໃຊ້ຄວາມຕ້ອງການຂອງປະຊາຊົນໃຫ້ດີກວ່າ

(vovworld)- ກາ​ນປະຕິ​ຮູບ​ບໍລິຫານ​ເພື່ອ​ສ້າງ​ພື້ນຖານ​ບໍລິຫານ​ປະຊາທິປະ​ໄຕຮັບ​ໃຊ້​ຄວາມ​ຕ້ອງການ​ຂອງ​ປະຊາຊົນ​ໃຫ້​ນັບ​ມື້​ນັບດີກ​ວ່າ. ​ໃນ​ຫລາຍ​ປີຜ່ານມາ, ລັດຖະບານ ຫວຽດນາມ ​ໄດ້​ມານະ​ພະຍາຍາມບັນລຸ​ບັນດາ​ໝາກຜົນ​ຢ່າງ​ຕັ້ງຫນ້າ​ໃນ​ການ​ປະຕິ​ຮູບ​ດ້ານບໍລິຫານ​ຄື: ປະຕິບັດ​ກົນ​ໄກ​ປະ​ຕູ​ດຽວ, ປະຕູ​ເຊ່ືອມ​ຕໍ່, ປະຕູ​ເຊື່ອມ​ຕໍ່​ພິ​ເສດ. ມາ​ຮອດ​   ຈຸ​ດ​ເວລາ​ນີ້, ຫວຽດນາມ ພວມ​ຜັນ​ຂະຫຍາຍ​ແຜນການ​ກຳນົດ​ດັດ​ຊະນີປະຕິ​ຮູບ​ດ້ານບໍລິຫານ​ປີ 2012 ຂອງ​ບັນດາ​ກະຊວງ, ອົງການ​ທຽບ​ເທົ່າ​ກະຊວງ, ຄະນະ​ກຳມະການ​ປະຊາຊົນ​ບັນດາ​ແຂວງ, ນະຄອນ​ຂຶ້ນ​ກັບ​ສູນ​ກາງ ​ເພື່ອ​ປະຕິບັດ​ວິ​ກິດ​ການ​ປະຕິ​ຮູບ​ດ້ານບໍລິຫານ​ເປັນ​ຢ່າງ​ດີກ​ວ່າ.

ການປະຕິຮູບບໍລິຫານເພື່ອຮັບໃຊ້ຄວາມຕ້ອງການຂອງປະຊາຊົນໃຫ້ດີກວ່າ - ảnh 1
ທ່ານ ລັດຖະມົນ​ຕີ ກະຊວງ​ພາຍ​ໃນ ຫງວຽນ​ທາ​ຍບີ່​ງ
ພາບ:internet

        ​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ປະຊາຊົນ​ໃນ​ລາຍການ “ປະຊາຊົນ​ຖາມ, ລັດຖະມົນຕີ​ຕອບ” ​ໃນ​ທ້າຍ​ອາທິດ​ຜ່ານ​ມາ, ທ່ານ​ ຫງວຽນ​ທາຍບີ່​ງ, ລັດຖະມົນ​ຕີ​ກະຊວງ​ພາຍ​ໃນ ຫວຽດນາມ ​ໃຫ້​ຮູ້​ວ່າ: ກະຊວງ​ພາຍ​ໃນ ພວມ​ດຳ​ເນີນ​ການ​ກຳນົດ​ດັດຊະນີ​ປະຕິ​ຮູບ​ດ້ານບໍລິຫານ​ປີ 2012 ຂອງ​ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ ຕາມການ​ຊີ້​ນຳ​ຂອງ​ລັດຖະບານ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ສຳຄັນ​ຂອງ​ກິດຈະການ​ປະຕິ​ຮູບ​ດ້ານບໍລິຫານ​ຢູ່ ຫວຽດນາມ. ທ່ານ ລັດຖະມົນ​ຕີ ກະຊວງ​ພາຍ​ໃນ ຫງວຽນ​ທາ​ຍບີ່​ງ ​ໃຫ້​ຮູ້​ວ່າ:

        “ການ​ກຳນົດ​ດັດຊະນີ​ປະຕິ​ຮູບ​ບໍລິຫານ​ປີ 2012 ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຂອງ​ລັດຖະບານ​ໃນ​ການ​ປ່ຽນ​​ໃຫມ່​ວຽກ​ງານ​ຄຸ້ມ​ຄອງ, ຕິດຕາມ​ກວດກາ, ຕີລາຄາ​ເພື່ອ​ຮັບປະກັນ​ການ​ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ໃນ​ການ​ປະຕິບັດ​ໂຄງການ​ປະຕິ​ຮູບ​ດ້ານບໍລິຫານ​ໄລຍະ 2011-2020 ຂອງ​ຫວຽດນາມ. ດັດຊະນີ​ການ​ປະຕິ​ຮູບ​ດ້ານບໍລິຫານ​ແມ່ນ​ເຄື່ອງມື​ຄຸ້ມ​ຄອງ​​ໃຫມ່​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ, ​ເພາະວ່າ ມັນ​ຈະ​ຕີ​ລາຄາ​ຢ່າງຮອບດ້ານ, ​ແທດ​ຈິງ, ພາວະ​ວິ​ໄສ​ໝາກຜົນ​ການ​ປະຕິ​ຮູບ​ດ້ານ​ບໍລິຫານ​ຂອງ​ບັນດາ​ກະຊວງ, ອົງການ​ທຽບ​ເທົ່າ​ກະຊວງ, ບັນດາ​ແຂວງ, ນະຄອນ.”

        ຕາມ​ທ່ານ​ ລັດຖະມົນ​ຕີ ກະຊວງ​ພາຍ​ໃນ ຫງວຽນ​ທາ​ຍບີ່​ງ ​ແລ້ວ, ຜ່ານ​ດັດ​ຊະນີ​ການ​ປະຕິ​ຮູບ​ດ້ານ​ບໍລິຫານ​ປີ 2012 ສາມາດ​ຕີ​ລາຄາ​ດ້ານ​ດີ, ດ້ານ​ອ່ອນ​ຂອງ​ການ​ປະຕິບັດ​ການ​ປະຕິ​ຮູບ​ດ້ານ​ບໍ​ລິ​ຫານ​ຢ່າງ​ຖືກຕ້ອງ, ຜ່ານ​ນັ້ນ ຈະ​ຊ່ວຍ​ບັນດາ​ກະຊວງ, ອົງການ​ທຽບ​ເທົ່າ, ບັນດາ​ແຂວງ, ນະຄອນ ​ເພື່ອມີ​ພື້ນຖານ​ພິຈາລະນາ, ຕີ​ລາຄາ​ດັດປັບຈຸດໝາຍ, ​ເນື້ອ​ໃນ​ປະຕິ​ຮູບ​ດ້ານ​ບໍລິຫານ​ປະ​ຈຳປີ, ພ້ອມ​ທັງ​ວາງ​ອອກ​ບັນດາ​ມາດ​ຕະການ​ເໝາະ​ສົມ​ຮັບປະກັນ​ການ​ຍົກ​ສູງ​ໝາກຜົນ​ຂອງ​ວຽກ​ງານ​ປະຕິ​ຮູບ​ດ້ານ​ບໍລິຫານ​ຂອງ​ບັນດາ​ກະຊວງ, ຂະ​ແຫນງ​ການ​, ​ທ້ອງ​ຖິ່ນ. ກຳນົດ​ດັດຊະນີ​ການ​ປະຕິ​ຮູບ​ບໍລິຫານ​ຕາມ​ບັນດາ​ມາດຖານ, ຂໍ້​ກຳນົດ​ຢ່າງ​ລະອ​ຽດ, ບັນດາ​ກະຊວງ, ຂະ​ແຫນງການ, ທ້ອງ​ຖິ່ນ ສາມາດ​ປຽບທຽບ, ຕີ​ລາຄາ, ຈັດ​ອັນ​ດັບ​ໝາກຜົນ​ປະຕິ​ຮູບ​ດ້ານ​ບໍລິຫານ​ຂອງ​ຕົນ​​ໃນ​ແຕ່ລະ​ປີ.

        ລັດຖະມົນ​ຕີ ກະຊວງ​ພາຍ​ໃນ ຫງວຽນ​ທາ​ຍບີ່​ງ ກໍ​ຢືນຢັນ​ວ່າ: ​ເມື່ອ​ນຳ​ໃຊ້​ດັດ​ຊະນີ​ການ​ປະຕິ​ຮູບ​ບໍ​ລິ​ຫານ​ປີ 2012, ການ​ຕີ​ລາຄາ​ໝາກຜົນ​ການ​ປະຕິ​ຮູບ​ໄດ້​ຮັບ​ການ​ປະຕິບັດ​ຜ່ານ​ໝາກຜົນ​ຕີ​ລາຄາ​​ເອງ​ຂອງ​ບັນດາ​ອົງການ​ບໍລິຫານ ​ແລະ ໝາກຜົນ​ສຳ​ຫລວດ​ໃນ​ສັງຄົມ​ສຳລັບ​ປະຊາຊົນ, ວິ​ສາ​ຫະກິດ, ຈະ​ແກ້​ໄຂ​ໄດ້​ລັກສະນະ​ຄົງ​ທີ່, ອັດຕະວິ​ໄສ, ບໍ່​ທັນ​ມີ​ມາດຖານ​, ການ​ກຳນົດ​ລະອຽດ, ບໍ່​ທັນ​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຢ່າງ​ກວ້າງຂວາງ​ຂອງ​ບັນດາ​ອົງການ,  ອົງການ​ຈັດ​ຕັ້ງ​ມະຫາຊົນ ​ແລະ ສັງຄົມ​ໃນ​ວຽກ​ງານ​ຕີ​ລາຄາ, ຕິດຕາມ​ກວດກາ​ການ​ປະຕິ​ຮູບ​ດ້ານ​ບໍລິຫານ​ຢູ່ ຫວຽດນາມ. ລັດຖະມົນ​ຕີ ກະຊວງ​ພາຍ​ໃນ ຫງວຽນ​ທາ​ຍບີ່​ງ ​ເນັ້ນ​ຫນັກ​ວ່າ:

        “​ເພື່ອ​ປະຕິບັດ​ຈຸດໝາຍ​ດັດຊະນີ​ການ​ປະຕິ​ຮູບ​ດ້ານ​ບໍລິຫານ​ຢ່າງ​ແທດ​ຈິງ, ພາ​ວະ​ວິ​ໄສ, ບັນດາ​ອົງການ​ຕ້ອງ​ປະຕິບັດ​ການ​ຕິດຕາມ​ຕີ​ລາຄາ​ຢ່າງ​ເຂັ້ມ​ງວດ, ຕ້ອງ​ໃຫ້​ຄະ​​ແນນ​ກ່ຽວ​ກັບ​ໝາກຜົນ​ການ​ປະຕິ​ຮູບ​ດ້ານ​ບໍລິຫານ​ຂອງ​ຕົນ. ພວກ​ເຮົາ​ເຮັດ​ໄດ້​ສິ່ງ​ໃດ​ແດ່ ​ແລະ ໝາກຜົນ​ຄື​ແນວ​ໃດ ​ແມ່ນ​ດຳ​ເນີນ​ການ​ພິຈາລະ​ນາ, ​ໃຫ້​ຄະ​ແນນ​ຖືກ​ກັບ​ຕາຕະລາງ​ຄະ​ແນນ​ທີ່​ໄດ້​ກຳນົດ. ດ້ານ​ອື່ນ ​ເພື່ອ​ສ້າງ​ພື້ນຖານ​ບໍລິຫານ​ຢ່າງ​ປະຊາທິປະ​ໄຕ ຮັບ​ໃຊ້​ຄວາມ​ຕ້ອງການ​ຂອງ​ປະຊາຊົນ​, ຂອງ​ສັງຄົມ​ໃຫ້    ນັບ​ມື້​ນັບ​ດີກ​ວ່າ,  ​ໃນ​ການ​ສຳ​ຫລວດ​ສັງຄົມ​ຄັ້ງ​ນີ້ ຮຽກຮ້ອງ​ຕ້ອງ​ມີ​ການ​ເຂົ້າຮ່ວມ​ຢ່າງ​ສຸດ​ຈິດ​ສຸດ​ໃຈ, ຕັ້ງຫນ້າ ​ແລະ ພາວະ​ວິ​ໄສ, ຍຸຕິ​ທຳ​ຂອງ​ບັນດາ​ອົງການສຳລັບ​ການ​ຕີລາ​ຄາ​ໝາກຜົນ​ປະຕິ​ຮູບ​ບໍລິ​ຫານ​ຂອງ​ບັນດາ​ກະຊວງ, ຂະ​ແຫນງ​ການ, ບັນດາ​ແຂວງ, ນະຄອນ ຂຶ້ນ​ກັບ​ສູນ​ກາງ.”

        ລັດຖະມົນ​ຕີ ກະຊວງ​ພາຍ​ໃນ ຫງວຽນ​ທາ​ຍບີ່​ງ ກໍ​ຊີ້​ແຈ້ງວ່າ: ຖ້າ​ຫາກ​ບັນດາ​ອົງການ​ບໍລິຫານ​ຕີ​ລາຄາ​ດ​້ວຍຕົນ​ເອງ​ກ່ຽວ​ກັບຫນ​້າທີ່​ຄວາມ​ຮັບຜິດຊອບ​​, ​ລັກສະນະແທດ​ຈິງ,​ ພາວະ​ວິ​ໄສ ສຳລັບບັນດາ​ເປົ້າ​ໝາຍ​ຄື: ສສຊ, ພະນັກງານ​ລັດຖະກອນ, ອົງການ​​ພັກ, ໝູ່​ມະຫາຊົນ, ກະຊວງ, ຂະ​ແຫນງ​ການ​ສູນ​ກາງ, ບັນດາ​ສະມາຊິກ​ສະພາ​ປະຊາຊົນຂັ້ນ​ແຂວງ, ພະນັກງານ​ລັດຖະກອນ​ຂັ້ນ​ແຂວງ, ປະຊາຊົນ ວິ​ສາ​ຫະກິດ​ແລະ​ອື່ນໆ ​ເຂົ້າ​ຮ່ວມ​ການ​ຕີ​ລາຄາ​ຢ່າງ​ພາ​ວະ​ວິ​ໄສ, ມີຄວາມ​ຮັບຜິດຊອບ ​ແລະ ​ແທດ​ຈິງນັ້ນ, ການ​ນຳ​ໃຊ້​ບັນດາ​ດັດຊະນີ​ປະຕິ​ຮູບດ້ານ​ບໍ​ລະຫານ​ປີ 2012 ຈະ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ປະຊາຊົນ​ເປັນ​ຈຳນວນ​ຫລວງຫລາຍ. ​ແລະ ​ເຮັດ​ຄື​ແນວ​ນັ້ນ ການ​ປະຕິ​ຮູບ​ດ້ານ​ບໍລິຫານ​ຢູ່ ຫວຽດນາມ ຈະ​ບັນລຸ​ໝາກຜົນ​ອັນ​ດີງາມ​ກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ