ການປ່ຽນແປງໂສມຫນ້າ ເຂດຊົນນະບົດຂອງຫວຽດນາມ

​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ເຂດ​ຊົນນະບົດ​ໃຫມ່ ​ແມ່ນ​ໂຄງການ​ໃຫຍ່​ ​ໂດຍ​ແມ່ນ​ພັກ, ລັດ​ສຸມ​ໃສ່​ຊີ້​ນຳ ​ແລະ ຜັນ​ຂະຫຍາຍ​ປະຕິບັດ​ໃນ​ຂອບ​   ເຂ​ດທົ່ວ​ປະ​ເທດ. ພາຍຫລັງ 3 ປີ ​ແຫ່ງ​ການ​ຜັນ​ຂະຫຍາຍ​ທົດ​ລອງຂະ​ບວນການ​ຊົນນະບົດ​ໃຫມ່ ຢູ່ 11 ຕາ​ແສງ​ທົດ​ລອງ ​ແລະ 1 ປີ ​ແຫ່ງ​ການ​ຜັນ​ຂະຫຍາຍ​ຢ່າງ​ກວ້າງຂວາງ​ໃນ​ທົ່ວ​ປະ​ເທດ, ​ໂຄງການ​ດັ່ງກ່າວ ບັນລຸ​ໄດ້​ບັນດາ​ໝາກຜົນ​ໃນ​ເບື້ອງ​ຕົ້ນ,   ປ​ະກອບ​ສ່ວນ​​​ເຂົ້າໃນ​ການ​ປ່ຽນ​ແປງ​​ໂສມ​ຫນ້າ​ໃຫມ່​ຢູ່​ຊົນ​ນະ​ບົດ​ຂອງ​ຫວຽດນາມ. ​ເພື່ອ​​ເຮັດໃຫ້​ໂຄງການ​ສື​ບຕໍ່​ບັນລຸ​​ໄດ້ປະສິດທິ​ຜົນ, ​ເລື່ອງ​ຜັນ​ຂະຫຍາຍ​​ໂຄງການ​ຄວນ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ຄົບ​ຊຸດ, ຂ້ຽວຂາດ, ​ເປັນ​ເອກະ​ພາບ​ສູງ​ກ່ຽວ​ກັບ​ຄວາມ​ຮັບ​ຮູ້ ຈາກ​ສູນ​ກາງ​ລົງຮອດ​ທ້ອງ​ຖິ່ນ. ນີ້​ກໍ​ແມ່ນ​​ເນື້ອ​ໃນຈິດ​ໃຈລວມ ຢູ່ ກອງ​ປະຊຸມ​ສະຫລຸບ​ໂຄງການ​ຈຸດໝາຍ​​ແຫ່ງ​ຊາດກໍ່ສ້າງ​ເຂດ​ຊົນນະບົດ​ໃຫມ່ ຊຶ່ງ​ດຳ​ເນີນ​ໄປ​ໃນ​ວັນ​ທີ 25/12/2011 ຢູ່ ຮ່າ​ໂນ້ຍ.

        ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກໍ່ສ້າງ​​ເຂດ​ຊົນນະບົດ​ໃຫມ່ ​ໄລຍະ 2011 - 2020 ​ແມ່ນ​ໂຄງການ​ໃຫຍ່ຂອງ​ສູນ​ກາງ ​ເພື່ອ​ຫັນ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 7 ຂອງຄະນະ​ບໍລິຫານ​ສູນ​ກາງ​ພັກ​ຊຸດ​ທີ 10 ກ່ຽວ​ກັບ​ກະສິກຳ, ຊາວ​ກະສິອນ ​ແລະ ຊົນນະບົດ​ໃຫ້​ປະກົດ​ຜົນ​ເປັນ​ຈິງ. ນີ້​ແມ່ນ​ໂຄງການ​ສັງ​ລວມ, ຮອບດ້ານ ​ແລະ ຍາວ​ນານ ​ເພື່ອ​​ແນ​ໃສ່​ຕອບ​ສະຫນອງ​ຄວາມ​ມຸ້ງ​ມາດ​ປາດ​ຖະຫນາ​ຂອງ​ຊາວ​ກະສິກອນ. ຈຸດໝາຍ​ຂອງ​ໂຄງການ​ແມ່ນ​ກໍ່ສ້າງ​ເຂດ​ຊົນນະບົດ​ໃຫມ່ ມີ​ອົງ​ປະກອບ​ພື້ນຖານ​ໂຄງ​ລ່າງ​​ເສດຖະກິດ ສັງຄົມ​ທີ່​ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ, ​ໂຄງ​ປະກອບ​ເສດຖະກິດ ​ແລະ ບັນດາ​ຮູບ​ການຈັດ​ຕັ້ງ​ການ​ຜະລິດ​ຢ່າງ​ເໝາະ​ສົມ, ກະສິກຳ ຕິດ​ພັນ​ກັບ​ການ​ພັດທະນາ​ອຸດສາຫະກຳ, ການທ່ອງທ່ຽວ​ຢ່າງ​ວ່ອງ​ໄວ, ​ການ​ພັດທະນາ​ຊົນນະບົດ ຕິດ​ພັນ ​ກັບ​ເຂດ​ຕົວ​ເມືອງ​ຕາມ​ການແຜນກຳນົດ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ນັບ​ມື້​ນັບ​ໄດ້​ຮັບ​ການຍົກ​​ສູງ​ຂຶ້ນ. ຜ່ານ 1 ປີ ​ແຫ່ງ​ການ​ປະຕິບັດຢູ່11 ຕາ​ແສງ​ ​​ໂດຍ​ແມ່ນ​ຄະນະ​ເລຂາ​ສູນ​ກາງ​ພັກ​ເລືອກ​ເຟັ້ນ​ເພື່ອກໍ່ສ້າງ​ທົດ​ລອງເຂດ​ຊົນນະບົດ​ໃຫມ່ ​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ເຫັນ​ໄດ້​ຊັດ. ມີ 100 ກວ່າ​ຮູບ​ແບບ​ການ​ຜະລິດ​ກະສິກຳ, ອຸດສາຫະກຳ​ນ້ອຍ ​ແລະ ການບໍລິການ​ໄດ້​ຮັບ​ການ​ສ້າງ​​ຂຶ້ນ. ມີ​ຫລາຍ​ຮູບ​​ແບບ​ການ​ຜະລິດ​ໄດ້​ນຳ​ມາ​ຊຶ່ງ​ປະສິດທິ​ຜົນ​ທາງ​ດ້ານ​ເສດຖະກິດ, ລາຍ​ຮັບ​ຂອງ​ປະຊາຊົນ​ກໍ​ເພີ່ມ​ຂຶ້ນ​ສູງ. ພ​ິ​ເສດ ມີ​ກິດຈະກຳ​ພື້ນຖານ​ໂຄງ​ລ່າງ​ສຳຄັນ ​ແລະ ຈຳ​ເປັນ​ຫລາຍ​​ແຫ່ງ​ກໍ່​ໄດ້​ຮັບ​ການ​ກໍ່ສ້າງຂຶ້ນ ຈາກ​ການ​ປະກອບສ່ວນ​ສົມທົບ​ລະຫວ່າງ​ລັດ ​ແລະ ປະຊາຊົນ, ນຳ​ມາ​ຊຶ່ງ​ຄວາມ​ເບີກບານ​ມ່ວນ​ຊ່ື່ນ​ໃຫ້​ແກ່​ປະຊາຊົນ​ຢູ່​ເຂດ​ຊົນນະບົດ. ທ່ານ ​ເຈີ​ນວັນ​ເຮົ້າ ຊາວ​ຕາ​ແສງ ​ເຕີນ​ເລີບ, ​ເມືອງ ດົງ​ຟູ ​ແຂວງ ບີ່​ງ​ເຟືອ​ກ ​ໃຫ້​ຮູ້​ວ່າ:

        “​ສຳລັບແຜນ​ຮ່າງ​ຊົນນະບົດ​ໃຫມ່, ຂ້າພະ​ເຈົ້າ​ເຫັນ​ວ່າ ທາງ​ລັດ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ປະຕິບັດ​​ເປັນ​ຢ່າງ​ດີ. ​ເສັ້ນທາງ​ຄົມມະນາຄົມ, ສຸກສາລາ, ​ໄຟຟ້າ, ນັບ​​ແຕ່​​ເມື່ອ​ມີ​ໂຄງການ, ປະຊາຊົນ​ໄປມາ​ຢ່າງ​ສະ​ດວກ​ສະບາຍ, ລູກ​ຫລານ​ຂອງ​ຂ້າພະ​ເຈົ້າ​ໄປ​ຮຳ່​ໄປ​ຮຽນ​ກໍ​ສະດວກ​ຫລາຍ. ພວກ​ຂ້າພະ​ເຈົ້າ​ເຫັນ​ວ່າ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຢ່າງ​ເຫັ​ນ​ໄດ້​ຊັດ.“

        ຈາກ​ຜົນງານ​ໃນ​ການ​ປະຕິບັດ​ທົງ​ລອງ​ຂອງ 11 ຕາ​ແສງ​​ນັ້ນ, ຂະ​ບວນການ​ໄດ້​ຮັບ​ການ​ທະວີຄູນ​ອອກ​ສູ່​​ທົ່ວ​ປະ​ເທດ ດ້ວຍ​ນັບ​ພັນຕາ​ແສງ. ຕາມ​ການ​ສະຖິຕິ​ແລ້ວ, ມາ​ຮອດ​ປະ​ຈຸ​ບັນ ມີ 63 ​ແຂວງ, ນະຄອນ ​​ໄດ້ສຳ​ເລັດ​ການ​ຕີ​ລາຄາສະພາບ​ຕົວ​ຈິງຂອງຊົນ​ນະ​ບົດ​ໃຫມ່​ຕາມ 19 ມາດຖານ​ຂອງ​ໂຄງການ​ແລ້ວ. ຈຸດໝາຍ​ວາງ​ອອກ​ແມ່ນ​ຮອດ​ປີ 2015 ສູ້​ຊົນ ​ໃຫ້​ໄດ້ 20% ຈຳນວນ​ຕາ​ແສງ​ບັນລຸ​ມາດຖານ​ຊົນນະບົດ​ໃຫມ່. ​ເພື່ອ​ບັນລຸ​ຈຸດໝາຍ​ດັ່ງກ່າວ​ໃຫ້​ໄດ້, ​ໃນ​ໄລຍະ​ຈະ​ມາ​ເຖິງ ຄວນ​ແກ້​ໄຂ​ຂໍ້​ຈຳກັດ​ຈຳນວນ​ຫນຶ່ງ​ຄື: ຄວາມ​ເອົາ​ໃຈ​ໃສ່, ​ການ​ແນະນຳ​ຢ່າງ​ທັນ​ການຂອງ​ບັນດາ​ອົງການ​ກ່ຽວຂ້ອງ​, ​ແຫ​ລ່ງທຶນ​ຂອງ​ບັນດາ​ທ້ອງ​ຖິ່ນ​ໃຫ້​ແກ່​ໂຄງການຢ່າງ​ທັນ​ການ,  ​ເປັນ​ຕົ້ນ​ແມ່ນ​ຄວນ​ມີ​ການ​ສຸມ​ກຳລັງ​ເຫື່ອ​ແຮງ,  ​ຈາກ​ສູນ​ກາງ​ຕະຫລອດ​ຮອດ​ທ້ອງ​ຖິ່ນ, ການ​ສະຫນັບສະຫນູນ​ຢ່າງ​ສຸດ​ຈິດ​ສຸດໃຈ​ຂອງ​ປະຊາຊົນ ຍ້ອນ​ວ່າ ປະຊາຊົນ​ແມ່ນ​ເປົ້າ​ໝາຍ​ຕົ້ນຕໍ ​ເພື່ອ​ສ້າງ​ສຳ​ເລັດ​ ​ຂະ​ບວນການ​ກໍ່ສ້າງ​ເຂດ​ຊົນນະບົດ​ໃຫມ່. ທ່ານ ​ເລ​ຮູ​ຍຫງໍ້ ອະ​ດິດລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ ຫວຽດນາມ ຖື​ວ່າ:

        “ມາດຖານ​ກ່ຽວ​ກັບ​ຊົນນະບົດ​ໃຫມ່​ຢູ່​ບໍລິ​ເວນ​ຕາ​ແສງ​ຄື: ​ໂຮງຮຽນ, ຫໍ​ວັດທະນະທຳ, ​ເສັ້ນທາງ​ຄົມມະນາຄົມ,ກິດຈະກຳ​ສຸຂະ​ອະນາ​ໄມ​ກ... ​ໄດ້​ຮັບ​ການ​ກໍ່ສ້າງ​ ຫລາຍ​ກວ່າ​ກ່ອນ​ນີ້. ປະຊາຊົນ ​ເຫັນ​ໄດ້​ວ່າ ​ເຂົາ​ເຈົ້າ​ພວມ​ໄດ້​ຊົມ​ໃຊ້​ບັນດາ​ຜົນງານ​ຊຶ່ງ​ໂຄງການ​ນຳ​ມາ​ໃຫ້. ​ແຕ່​ວ່າ ນີ້​ພຽງ​​ແຕ່ແມ່ນ​ໝາກຜົນ​ໃນ​ເບື້ອງ​ຕົ້ນ​​ເທົ່າ​ນັ້ນ. ພວກ​ເຮົາ​ ທັງ​ປະຕິບັດ ທັງ​ອອກ​ແບບ, ດ້ວຍ​ການ​ຫນູນ​ຊ່ວຍ​ຂອງ​ລັດ, ບົດບາດ​ຂອງ​ຊາວ​ກະສິກອນ ​ເຂົາ​ເຈົ້າ​ໄດ້​ຫນູນ​ຊ່ວຍຫລາຍ​ຢ່າງຄື: ປະກອບ​ທີ່​ດິນ, ​ກຳລັງ​ເຫື່ອ​ແຮງ, ​ເງິນທອງ ​ເພື່ອ​ກໍ່ສ້າງ“

        ​ໃນ​ຕົວ​ຈິງ​ແລ້ວ, ​ເລື່ອງ​ຜັນ​ຂະຫຍາຍທົດ​ລອງ​ໂຄງການ​ ຢູ່ 11 ຕາ​ແສງ​​ນັ້ນ ​ໄດ້ຊີ້​ໃຫ້​ເຫັນ​ວ່າ: ທ້ອງ​ຖິ່ນ​ໃດ​ລະດົມ​​ໄດ້​ທົ່ວລະບົບ​ການ​ເມືອງ​ທຸກ​ຂັ້ນ, ຂະ​ແຫນງ​ການ, ໝູ່​ມະຫາຊົນ, ວິ​ສາ​ຫະກິດ ພ້ອມ​ກັນ​ປະຕິບັດ ດ້ວຍ​ຄວາມ​ມານ​ະພະຍາຍາມ, ມີຄວາມ​​ຕືນຕົວ, ​ໂສມ​ຫນ້າ​ເຂດ​ຊົນນະບົດ​​ໃຫມ່​ຢູ່​ທ້ອງ​ຖິ່ນ​ນັ້ນ ຈະ​ມີ​ການ​ປ່ຽນ​ແປງ​ຫລາຍ​ຢ່າງ. ​ເພາະສະ​ນັ້ນ ນີ້​ແມ່ນ​ປັດ​ໃຈ​ຈຳ​ເປັນ ຄວນ​ໄດ້​ຮັບ​ການ​​ເສີມ​ຂະຫຍາຍ​ຢ່າງ​ແຂງ​ແຮງ​ໃນ​ວິວັດ​ການ​ຜັນ​ຂະຫຍາ​ຍປະຕິບັດ​ໃນ​ໄລຍະ​ຜ່ານ​ມາ. ທ່ານ ດັ້ງ​ງອກ​ເຊີນ ຜູ້ອຳນວຍການ​ພະ​ແນ​ກກະສິກຳ ​ແລະ ພັດທະນາ​ຊົນນະບົດ ​ແຂວງ ຮ່າ​ຕິ້ງ ຍົກ​ຄຳ​ເຫັນ​ວ່າ:

        “ ພັກ, ໝູ່​ມະຫາຊົນ, ອຳນາດ​ການ​ປົກຄອງ ​ຕ້ອງ​ຂົນ​ຂວາ​ຍປະຊາຊົນ. ຕ້ອງ​ເຮັດ​ແນວ​ໃດ​ໃຫ້​ປະຊາຊົນ​ມີ​ສະຕິຄວາມ​ຮັບ​ຮູ້​ໄດ້​ວ່າ ບໍ່​ມີ​ບົດບາດ​ຂອງ​ຕົນ ​ໂຄງການ​ກໍ່ສ້າງ​ເຂດ​ຊົນນະບົດ​ໃຫມ່​ບໍ່​ສາມາດ​ໄດ້ຮັບ​ຜົນສຳ​ເລັດ​. ​ແລະ ດ້ວຍ​ສະຕິ​ຄວາມ​ຮັບ​ຮູ້​ຄື​ແນວ​ນັ້ນ ພະນັກງານ​ແບບ​ຢ່າງ​ຈາກ​ຕາ​ແສງ ຕະຫລອດ​ຮອດ​ບ້ານ, ຄຸ້ມ​ບ້ານ ຊ້ຳ​ບໍ່​ໜຳ​ນັບ​ທັງ​ພະນັກງານ​ວົງ​ຄະນາ​ຍາດ​ກໍ​ຕ້ອງ​ເປັນ​ແບບຢ່າງ. ຂ້າພະ​ເຈົ້າ​ຖື​ວ່າ ບົດບາດ​ຂອງ​ພະນັກງານ​ວົງ​ຄະນາ​ຍາດ​ຕ້ອງ​ມີ​ຄວາມ​ຮັບຜິດຊອບ​ຕໍ່​ປະຊາຊົນ​ຢ່າງ​ແທດ​ຈິງ, ​ເວລາ​ນັ້ນ ປະຊາຊົນ​ຈຶ່ງ​ເຫ​ັນ​ໄດ້​ຄວາມ​ສຸດ​ຈິດ​ສຸດ​ໃຈ​ຂອງ​ຕົນ ​ແລະ ​ເຂົາ​ເຈົ້າ​ຈຶ່ງ​ເຂົ້າ​ຮ່ວມ​ ປະຕິບັດ.“

        ​ໃນ​ປີ 2012, ກະຊວງ​ອຸດສາຫະກຳ ​ແລະ ພັດທະນາ​ຊົນນະບົດ ​ໄດ້​ວາງ​ຈຸດໝາຍ​ສູ້​ຊົນ​ເຮັດ​ໃຫ້ 90% ຈຳນວນ​ຕາ​ແສງ​ມີ​ແຜນ​ສັງ​ລວມ ມີ​ກວ່າ 90% ຈຳນວນ​ຕາ​ແສງ​ມີ​ແຜນ​ຮ່າງ​ກໍ່ສ້າງ​​ເຂດ​ຊົນນະບົດ​ໃຫມ່​ໄດ້​ຮັບ​ການ​​ເຊັນອະນຸມັດ, ປະມານ 50% ຈຳນວນພະນັກງານ​ຊົນນະບົດ​ໃຫມ່​ຢູ່​ຂັ້ນ​ຕາ​ແສງ​ໄດ້​ຮັບ​ການ​ຝຶກອົບຮົມ​ຄວາມ​ຮູ້ກ່ຽວ​ກັບ​ການ​ກໍ່ສ້າງ​ເຂດ​ຊົນນະບົດ​ໃຫມ່, ຍູ້​ແຮງ​ບາດກ້າວ​ພັດທະນາ​ການ​ຜະລິດ​ຕາມ​ທິດ​ຜະລິດ​​ເປັນສິນຄ້າ, ​ເພີ່ມ​ລາຍ​ຮັບ, ພັດທະນາ​ການ​ສຶກສາ, ສາທາລະນະ​ສຸກ, ອະນາ​ໄມ​ສິ່ງ​ແວດ​ລ້ອມ, ພື້ນຖານ​ໂຄງ​ລ່າງ​ເຂດ​ຊົນນະບົດ, ສູ້​ຊົນ​ລົບ​ລ້າງ​ເຮືອນ​ປະຖົມ​ປະ​ຖານຢູ່​ແບບ​ຊົ່ວຄາວ​ໃຫ້​ໄດ້ໂດຍ​ພື້ນຖານ, ​ໃຫ້​ບູລິ​ມະ​ສິດ​ຫນູນ​ຊ່ວຍ 20% ຈຳນວນ​ຕາ​ແສງ​ໄດ້​ຈົດ​ທະບຽນ​ບັນລຸ​ມາດຖານ​ຊົນນະບົດ​ໃຫມ່​ໃນ​ປີ 2015.​

        ​ແຕ່​ນີ້​ຮອດ​ທ້າຍ​ປີ 2020, ມີ​ເກືອ​ບ 10. 000 ຕາ​ແສງ​ໃນ​ທົ່ວ​ປະ​ເທດ ພ້ອມ​ກັນ​ສຸມ​ໃສ່​ກໍ່ສ້າງ ​ແລະ ພັດທະນາ​ເຂດ​ຊົນນະບົດ​​ໃນ​ໄລຍະ​ໃຫມ່. ຈາກ​ບັນດາ​ໝາກຜົນ​​ໃນ​ເບື້ອງ​ຕົ້ນ ຢູ່ 11 ຕາ​ແສງ​ ​ປະຕິບັດ​ທົດ​ລອງ​, ການ​ຂົນຂວາຍ ​ແລະ ຂະ​ບວນການ​ແຂ່ງຂັນ“ ທົ່ວ​ປະ​ເທດ​ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ​​ເຂດ​ຊົນນະບົດ​ໃຫມ່ນັ້ນ“ ​ຫວັງ​ວ່າ​ມັນ​ຈະ​ເປັນ​ແຫ​ລ່ງພະລັງ​ໃຫ້​ແກ່​ການ​ປ່ຽນ​ແປງ​ໂສມ​ຫນ້າ​ຢູ່​​ເຂດ​ຊົນນະບົດ​ຂອງຫວຽດນາມ./.

ຕອບກັບ

ຂ່າວ/ບົດ​ອື່ນ