ການພົບປະຂັ້ນສູງກ່ຽວກັບສະພາບການ ຢູແກຼນ ຍາກທີ່ນຳມາເຊິ່ງມາດຕະການສັນຕິພາບຢ່າງມີປະສິດທິຜົນໄດ້

(vovworld)- ວັນ​ທີ 26/8, ຢູ່ Minsk ນະ​ຄອນ​ຫລວງ Belarus ໄດ້​ດຳ​ເນີນ​ການ​ພົບ​ປະ​ຂັ້ນ​ສູງ ລະ​ຫວ່າງ ຢູ​ແກຼນ, ລັດ​ເຊຍ ແລະ ສະ​ຫະ​ພາບ​ເອີ​ລົບ( EU) ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ ແລະ ການ​ປະ​ທະ​ກັນ​ຢູ່​ພາກ​ຕາ​ເວັນ​ອອກ​ຂອງ ​ຢູ​ແກຼ​ນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນ​ດາ​ການ​ຜັນ​ແປ​ກ່ອນ​ດຳ​ເນີນກອງ​ປະ​ຊຸມ​ສະ​ແດງ​ໃຫ້​ເຫັນ​ວ່າ ບັນ​ດາ​ຝ່າຍ​ທີ່​ຖືກ​ຜົນ​ສ​ະ​ທ້ອນ​ຈາກ​ສະ​ພາບ​ການ​ຢູ​ແກຼ​ນ ຍັງ​ສືບ​ຕໍ່​ຮັກ​ສາ​ທັດ​ສະ​ນະ​ແຕກ​ຕ່າງ​ກັນ​ໃນ​ການ​ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ຢູ່​ປະ​ເທດນີ້. ວົງ​ການ​ນັກ​ສັງ​ເກດ​ການ​ຖື​ວ່າ: ການ​ພົບ​ປະ​ບໍ່​ສາ​ມາດ​ນຳ​ມາ​ເຊິ່ງ​ບາດ​ກ້າວ​ບຸກ​ທະ​ລຸ​ໄດ້.

        ​ການ​ພົບ​ປະ​ຂັ້ນ​ສູງ​ລະ​ຫວ່າງ, ລັດ​ເຊຍ, ​ຢູ​ແກຼ​ນ ແລະ ອີ​ຢູ ດຳ​ເນີນ​ໄປ​ໃນ​ຂະ​ນະ​ການ​ພົວ​ພັນ​ລະ​ຫວ່າງ ລັດ​ເຊຍ ແລະ ​ຢູ​ແກຼ​ນ ພວມ​ເຄັ່ງ​ຕຶງ. ​ຢູ​ແກຼ​ນ ກ່າວ​ຫາ​ລັດ​ເຊຍ ເປີດ​ແນວ​ຮົບ​ໃຫມ່​ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດນີ້, ໃນ​ຂະ​ນະ​ນັ້ນ ມົດ​ສ​ະ​ກູ ຖະ​ແຫລງວ່າ ຈະ​ສືບ​ຕໍ່​ສົ່ງ​ເຄື່ອງ​ຊ່ວຍ​ເຫລືອ​ເຖິງ​ພາກ​ຕາ​ເວັນ​ອອກ​ຢູ​ແກຼ​ນ, ໂດຍບໍ່​ຫົວ​ຊາ​ຕໍ່ ເລື່ອງ ກີ​ແອບ ບໍ່ເຫັນ​ດີ​ເຫັນ​ພ້ອມ.

        ທັດ​ສະ​ນະ​ກົງ​ກັນ​ຂ້າມ

        ເມື່ອ​ຕອບ​ສຳ​ພາດ​​ຊ່ອງ​ໂທລະ​ພາບ ເຢຍ​ລະ​ມັນ ARD ເມື່ອ​ວັນ​ທີ 24/8, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ Angela Merkel ໃຫ້​ຮູ້​ວ່າ: ທ່ານ​ນາງບໍ່​ຕັ້ງ​ຄວາມ​ຫວັງ​ຕໍ່​ໝາກ​ຜົນ​ການ​ພົບ​ປະ​ຄັ້ງ​ນີ້. ຕາມ​ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Angela Merkel ແລ້ວ, ການ​ປະ​ທະ​ກັນ​ຢູ່ ຢູ​ແກຼ​ນ ພຽງ​ແຕ່​ສາມາດແກ້​ໄຂ​ຜ່ານ​ມາດ​ຕະ​ການ​ການ​ເມືອງ ແລະ ອີ​ຢູ ກໍ​ຄື ເຢຍ​ລະ​ມັນ ລ້ວນ​ແຕ່​ຢາກ​ເຂົ້າ​ຮ່ວມ​ວິ​ວັດ​ການນີ້​ເພື່ອ​ບັນ​ລຸ​​ໃຫ້​ໄດ້ມາດ​ຕະ​ການຫ​ນຶ່ງ. ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ ອີກ​ຄັ້ງ​ຫ​ນຶ່ງ​ປະ​ຕິ​ເສດ​ມາດ​ຕະ​ການ​ການ​ທະ​ຫານ​ໃຫ້​ແກ່​ການ​ປະ​ທະ​ກັນ​ປະ​ຈຸ​ບັນ ພ້ອມ​ທັງ​ຊີ້​ແຈ້ງວ່າ ອີ​ຢູ ຢາກ​ຊອກ​ຫາ​ທິດ​ກ້າວ​ເດີນ​ແຕ່ບໍ່​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ລັດ​ເຊຍ ແລະ ປາດ​ຖະ​ຫ​ນາ ຢາກ​ສ້າງ​ສາຍ​ພົວ​ພັນ​ອັນ​ດີ​ງາມ ກັບ ມົດ​ສະ​ກູ. ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ Angela Merkel ຍັງ​ຖື​ວ່າ: ສະ​ພາບ​ການ​ປະ​ຈຸ​ບັນ ຢູ່ ຢູ​ແກຼ​ນ ຍັງ​ສັບ​ສົນ​ຢູ່ ແລະ ເຢຍ​ລະ​ມັນ ຈະ​ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ ເພື່ອ​ຊອກ​ຫາ​ມາດ​ຕະ​ການ​ແກ້​ໄຂ​ໃຫ້​ແກ່​ການ​ປະ​ທະ​ກັນ​ນີ້.

        ສ່ວນທ່ານ Laurent Fabius, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຝ​ລັ່ງ ຖະ​ແຫລ​ງວ່າ ຢູ​ແກຼ​ນ ຄວນ​ມີ​ການ​ພົວ​ພັນ​ອັນ​ດີ​ງາມ​ກັບ ທັງ ລັດ​ເຊຍ ແລະ ອີ​ຢູ ເຖິງວ່າ​ບັນ​ລຸ​ສິ່ງ​ດັ່ງ​ກ່າວບໍ່​ແມ່ນ​ເລື່ອງ​ງ່າຍ ແຕ່ ຝ​ລັ່ງ ຈະ​ຊຸກ​ຍູ້​ການ​ແກ້​ໄຂວິ​ກິດ​ການ ແລະ ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ ລັດ​ເຊຍ ແລະ ຢູ​ແກຼ​ນ.

ການພົບປະຂັ້ນສູງກ່ຽວກັບສະພາບການ ຢູແກຼນ ຍາກທີ່ນຳມາເຊິ່ງມາດຕະການສັນຕິພາບຢ່າງມີປະສິດທິຜົນໄດ້ - ảnh 1
ທ່ານ Petro Poroshenko ແລະ ທ່ານ Vladimir Putin
(ພາບ: AP)

        ​ທ່ານ​ນາງ Catherine Ashton,ເຈົ້າ​ຫ​ນ້າ​ທີ່ ອີ​ຢູ ຮັບຜິດ​ຊອບ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ແລະ ຄວາມ​ສະ​ຫງົບ​ປອດ​ໄພ ກໍ​ຕີ​ລາ​ຄາ​ວ່າ: ການ​ພົບ​ປະ​ຂັ້​ນ​ສູງດັ່ງ​ກ່າວ ແມ່ນ​ກາ​ລະ​ໂອ​ກາດ​ດີ​ເພື່ອ​ແກ້​ໄຂວິ​ກິດ​ການ​ຢູ່ ຢູ​ແກຼ​ນ. ທ່ານ​ນາງ ກໍ​ຖື​ວ່າ: ຢູ​ແກຼ​ນ ຄວນ​ສ້າງ​ການ​ພົວ​ພັນ​ອັນ​ດີ​ງາມ​ກັບ​ບັນ​ດາ​ປະ​ເທດ ອີ​ຢູ ກໍ​ຄື ລັດ​ເຊຍ.

        ກົງ​ກັນ​ຂ້າມກັບ​ທ່າ​ທີ​ຂອງ ເອີ​ລົບ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ, ທ່ານ Marie Harh ຢືນ​ຢັນ​ວ່າ: ອາ​ເມ​ລິ​ກາ ຈະ​ກໍ່​ກຳ​ລັງ​ດັນ​ຕໍ່​ລັດ​ເຊຍ ພາຍ​ຫລັງ​ມີ​ຂ່າວ​ຈາກ NATO ກ່ຽວ​ກັບ​ການ​ແຊກ​ແຊງ​ຂອງ​ກຳ​ລັງທະ​ຫານ​ ແລະ ອາ​ວຸດຂອງ ​ລັດ​ເຊຍ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ການ​ທະ​ຫານ​ຢູ່​ເຂດ​ດິນ​ແດນ ຢູ​ແກຼ​ນ. ກ່ອນ​ຫ​ນ້ານັ້ນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລັດ​ເຊຍ ໄດ້​ປະ​ຕິ​ເສດ ຄຳ​ກ່າວ​​ເຕືອນນີ້​ຂອງ NATO.

        ສ່ວນ​ຢູ່ ຢູ​ແກຼ​ນ, ປະ​ທານ​ສະ​ພາ​ແຫ່ງ​ຊາດ​ປະ​ເທດນີ້ ທ່ານ Alexdander Turchinov ຖະ​ແຫລງ​ທາງ​ໂທ​ລະ​ພາບ​ວ່າ ບໍ່​ສາ​ມາດ​ແກ້​ໄຂວິ​ກິດ​ການ​ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼ​ນ ດ້ວຍ​ມາດ​ຕະ​ການ​ທາງ​ການ​ທູດ​ໄດ້.

        ການ​ກະ​ທຳ​ກໍ່​ຄວາມບໍ່​ລົງ​ລອຍ​ກັນ​ເພີ່ມ​ຂຶ້ນ

        ກ່ອນ​ທີ່​ດຳ​ເນີນ​ການ​ພົບ​ປະ​ຂັ້ນ​ສູງ, ວັນ​ທີ 25/8 ຢູ່ ມົດ​ສ​ະ​ກູ ປະ​ເທດ​ລັດ​ເຊຍ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລັດ​ເຊຍ Sergei Lavrov ຊີ້​ແຈ້ງວ່າ :ລັດ​ເຊຍ ສະ​ຫ​ນັບ​ສະ​ຫ​ນູນ​ທຸກ​ຄວາມ​ມາ​ນະ​ພະ​ຍາ​ຍາມ ເພື່ອ​ຮັບ​ປະ​ກັນອະທິປະ​ໄຕ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ ຢູ​ແກຼ​ນ. ຕາມ​ທ່ານ Sergei Lavrov ແລ້ວ, ລັດ​ເຊຍ ພ້ອມ​ແລ້ວ ເຮັດ​ວຽກ​ຕາມບໍ່​ວ່າ​ຂອບ​ເຂດ​ໃດ, ພ້ອມ​ແລ້ວ ຊ່ວຍ​ຊາວ ຢູ​ແກຼ​ນ ບັນ​ລຸ​ໄດ້​ຄວາມ​ເຫັ​ນ​ດີ​​ເປັນ​​ເອກະສັນ​ຢູ່ພາຍ​ໃນ​ປະ​ເທດ, ບັນ​ລຸ​ໄດ້​ຄວາມ​ເປັນ​ເອ​ກະ​ພາບ​ກ່ຽວ​ກັບ​ບັນ​ດາ​ມາດ​ຖານ​ເພື່ອ​ໃຫ້​ປະ​ຊາ​ຊົນ​ດຳ​ລົງ​ຊີ​ວິດ​ໃນ​ລັດ​ຫ​ນຶ່ງ, ແຫ່ງ​ທີ່​ທ​ຸກ​​ເຜົ່າ​ພັນ, ວັດ​ທະ​ນະ​ທຳ​ສາ​ສະ​ຫ​ນາ ລ້ວນ​ແຕ່​ໄດ້​ຮັບ​ການ​ເຄົາ​ລົບ​. ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ Sergei Lavrov ຍັງຖະ​ແຫລງວ່າ ມົດ​ສ​ະ​ກູ ຈະ​ສົ່ງ​ຂະ​ບວນ​ລົດ​ຂົນ​ສົ່ງ​ເຄື່ອງ​ຊ່ວຍ​ເຫລືອ​ເຖິງ ຢູ​ແກຼນ ຄັ້ງ​ທີ 2, ເຊິ່ງ​ແມ່ນ​ເລື່ອ​ງທີ່ ກີ​ແອບ ບໍ່​ຊົມ​ເຊີຍ.

        ໃນ​ຂະ​ນະ​ນັ້ນ, ໂຄ​ສົກ​ຄະ​ນະ​ກຳ​ມະ​ການປ້ອງ​ກັນ​ຊາດ ​ປ້ອງ​ກັນ​ຄວາມ​ສ​ະ​ຫງົບ ຢູ​ແກຼນ Andriy Lysenko ກ່າວ​ຫາ ລັດ​ເຊຍ ຂົນ​ສົ່ງ ລົດ​ຖັງ, ລົດ​ຫຸ້່ມ​ເກາະ 10 ຄັນພາຍ​ໃຕ້​ຮູບ​ການ​ຂອງ​ກຳ​ລັງ​ທວງ​​ໃຫ້​ຫັນເປັນ​ສະ​ຫະ​​ພັນ, ​ບຸກເຂົ້າ​ພາກ​ຕາ​ເວັນ​ອອກ ຢູ​ແກຼນ. ຢູ​ແກຼນ ຖື​ວ່າ ລັດ​ເຊຍ ພວມ​ຢາກ​ເປີດ​ແນວ​ຮົບ​ໃຫມ່​ຢູ່ ພາກ​ໃຕ້ Donetsk. ເພື່ອ​ປັບ​ປຸງ​ທັດ​ສະ​ນະ​ບໍ່​ສາ​ມາດ​ແກ້​ໄຂ​ສະ​ພາບ​ຂາດ​ສະ​ຖຽນ​ລະ​ພາບ​ຢູ່​ພາກ​ຕາ​ເວັນ​ອອກ ດ້ວຍ​ມາດ​ຕະ​ການ​ການ​ທູດ, ທ່ານ Petro Poroshenko, ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ ໃຫ້​ຮູ້​ວ່າ: ຢູ​ແກຼນ ຈະ​ຈ່າຍ​ເກືອບ 3 ຕື້ USD ເພື່ອ​ປະ​ກອບ​ເຮືອ​ບິນ, ກຳ​ປັ່ນ​ຮົບ​ຂະ​ຫ​ນາດ​ໃຫ​ຍ່​ຄັ້ງ​ໃຫມ່​ໃຫ້​ແກ່ກອງ​ທັບ ຢູ​ແກຼນ ແຕ່​ປີ 2015-2017. ຕາມ​ການ​ນຳ​ຢູ​ແກຼ​ນ ແລ້ວ,  ຈຳ​ນວ​ນ​ເງິນ​ດັ່ງ​ກ່າວ ພຽງ​ແຕ່​ແມ່ນ​​ໄລ​ຍະ​​ເບື້ອງຕົ້ນຂອງ​ໂຄງ​ການ​ປະ​ກອບ​ອາ​ວຸດ​ຄືນ​ໃຫມ່ ຊື່ງ​ຈຸດ​ປະ​ສົງ​ຫ​ນຶ່ງ​ດຽວ​ແມ່ນ​ຟື້ນ​ຕົວ​ກອງ​ທັບ ຢູ​ແກຼນ. ກ່ອນ​ຫ​ນ້ານັ້ນ, ວັນ​ທີ 24/8, ເມື່ອ​ຈັດ​ຕັ້ງສະ​ເຫລີມ​ສະ​ຫລອງ 23 ປີ​ແຫ່ງ​ວັນ​ແຍກ​ອອກ​ຈາກອະດີດ​ສະຫະພາບ ໂຊ​ຫວຽດ​ເກົ່າ, ຢູ​ແກຼ​ນ ໄດ້​ຈັດ​ຕັ້ງ​ການ​ສວນ​ສະ​ຫ​ນາ​ມຄັ້ງ​ໃຫ​ຍ່​ຢູ່ ກີ​ແອບ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ພົນ​ທະ​ຫານ​ປະ​ມານ 1.500 ຄົນ ພ້ອມ​ດ້ວຍ​ອາ​ວຸດ​ຍຸດທະ​ພັນການ​ທະ​ຫານ​ຫລາຍ​ປະ​ເພດ.

        ເລື່ອງ​ບັນ​ດາ​ຝ່າຍ​ກ່ຽວ​ຂ້ອງ​ເຖິງວິ​ກິດ​ການ​ຢູ່ຢູ​ແກຼ​ນ ຍັງ​ມີ​ຄວາມບໍ່​ລົ​ງ​ລອຍ​ກັນ​ຫລາຍ​ຢ່າງ, ນອກນັ້ນ ການ​ເພີ່ມ​ຂຶ້ນ​ບັນ​ດາ​ການ​ກະ​ທຳ​ທີ່ກໍ່​ຄວາມ​ສົງ​​ໄສ​ເຊິ່ງ​ກັນ ແລະ ກັນ ໄດ້​ເຮັດ​ໃຫ້​ວິ​ກິດ​ການ​ຢູ່ ຢູ​ແກຼນ ຍາກ​ທີ່​ຊອກ​ຫາ​ມາດ​ຕະ​ກາ​ນ​ສັນ​ຕິ​ພາບ​ໄດ້. ສິ່ງ​ດັ່ງ​ກ່າວ​ກໍ​ໝາຍ​ຄວາມ​ວ່າ ການ​ພົບ​ປະ​ຂັ້ນ​ສູງ​ກ່ຽວ​ກັບ​ສະ​ພາບ​ການ​ຢູ​ແກຼນ ຍາກທີ່​ຈະ​ບັນ​ລຸ​ບາດ​ກ້າວ​ບຸກ​ທະ​ລຸ​ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ