(vovworld)- ຄືດັ່ງພວກເຮົາໄດ້ໃຫ້ຂ່າວໄປແລ້ວ, ຫວ່າງແລ້ວນີ້ ກະຊວງການຕ່າງປະເທດ ອາເມລິກາຫາກໍປະກາດ“ບົດລາຍງານປະຈຳປີກ່ຽວກັບສະພາບສິດທິມະນຸດໂລກປີ 2013” ໂດຍເຕື້ອງເຖິງບັນຫາສິດທິມະນຸດຂອງຫລາຍປະເທດຕ່າງກັນ, ໃນນັ້ນ ມີຫວຽດນາມ. ຄຽງຄູ່ກັບການຮັບຮູ້ບັນດາຄວາມຄືບຫນ້າ, ບົດລາຍງານຍັງຍົກອອກບາງຂໍ້ສັງເກດ ໂດຍອີງໃສ່ບັນດາຂໍ້ມູນຂ່າວທີ່ຂາດຄວາມຊັດເຈນ, ບໍ່ສ່ອງແສງເຖິງຄວາມຈິງພາວະວິໄສກ່ຽວກັບສະພາບສິດທິມະນຸດຢູ່ຫວຽດນາມ. ເພື່ອຍົກສູງລັກສະນະຊັດເຈນ ແລະ ພາວະວິໄສໃນການຕີລາຄາກ່ຽວກັບສະພາບສິດທິມະນຸດຢູ່ ຫວຽດນາມ, ຍາມໃດຫວຽດນາມ ກໍກຳນົດເພີ່ມທະວີການພົບປະສົນທະນາກັບບັນດາປະເທດກ່ຽວກັບຂົງເຂດດັ່ງກ່າວ.
ໃນຖະແຫລງການທຳອິດ, ພາຍຫລັງບົດລາຍງານສິດທິມະນຸດຂອງອາເມລິກາ ຍົກອອກມາ, ວັນທີ 1/3, ທ່ານເລຫາຍບີ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເນັ້ນຫນັກວ່າ: ຮັບປະກັນສິດທິມະນຸດ ແມ່ນຈຸດສຸມໃນບັນດານະໂຍບາຍພັດທະນາເສດຖະກິດ, ສັງຄົມຂອງຫວຽດນາມ. ເພາະສະນັ້ນ ບົນຈິດໃຈກົງໄປກົງມາ ແລະ ສ້າງສັນ, ຍາມໃດຫວຽດນາມ ກໍພ້ອມແລ້ວພົບປະສົນທະນາກັບບັນດາປະເທດທີ່ຍັງມີທັດສະນະແຕກຕ່າງກັນກັບຫວຽດນາມ ກ່ຽວກັບຂົງເຂດສິດທິມະນຸດ.
ທ່ານນາງ Uzra Zeya ຜູ້ຮັກສາການ, ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ຕອບສຳພາດນັກຂ່າວ VOV
|
ໃນຂະນະນັ້ນ, ໃນການແລກປ່ຽນກັບນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ປະຈຳ ອາເມລິກາ ຫວ່າງແລ້ວນີ້, ທ່ານນາງ Uzra Zeya ຜູ້ຮັກສາການ, ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ຮັບຜິດຊອບບັນຫາປະຊາທິປະໄຕ, ສິດທິມະນຸດ ແລະ ແຮງງານ ກໍໄດ້ຢືນຢັນວ່າ: ວິທີດີທີ່ສຸດເພື່ອແກ້ໄຂຄວາມບໍ່ລົງລອຍກັນ ລະຫວ່າງ ອາເມລິກາ ແລະ ຫວຽດນາມ ໃນບັນຫາສິດທິມະນຸດ ແມ່ນຜ່ານການພົບປະສົນທະນາ ແລະ ການພົວພັນແລກປ່ຽນ. ການພົວພັນແລກປ່ຽນກັບສັງຄົມພົນລະເຮືອນຄືແນວນັ້ນ ແມ່ມີຄວາມໝາຍສຳຄັນໃນການສຳພັດກ່ຽວກັບບັນຫາສິດທິມະນຸດຂອງອາເມລິກາ ສຳລັບຫວຽດນາມ.
ການພົບປະສົນທະນາຢ່າງກົງໄປກົງມາ,ໝັ້ນໝາຍຮັບເອົາຄຳເຫັນ
ອາດຈະເຫັນໄດ້ຄວາມຈິງຢ່າງຈະແຈ້ງວ່າ, ນັບແຕ່ເມື່ອການພົວພັນລະຫວ່າງສອງປະເທດຫວຽດນາມ ແລະ ອາເມລິກາ ກັບຄືນສູ່ຄວາມເປັນປົກກະຕິ, ສອງປະເທດໄດ້ຈັດຕັ້ງ ການພົບປະສົນທະນາກ່ຽວກັບສິດທິມະນຸດເປັນ 17 ຄັ້ງ ແລະ ແລກປ່ຽນຢ່າງກົງໄປກົງມາກ່ຽວກັບບັນດາບັນຫາຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ຜ່ານນັ້ນ, ບັນດາຄວາມຄືບຫນ້າໃນຫລາຍຂົງເຂດທີ່ກ່ຽວຂ້ອງເຖິງສິດທິມະນຸດຢູ່ ຫວຽດນາມ ໄດ້ຮັບການຮັບຮູ້ຈາກຝ່າຍ ອາເມລິກາ. ບໍ່ແມ່ນສິ່ງບັງເອີນ ທີ່ຫວຽດນາມໄດ້ຮັບເລືອກຕັ້ງເປັນສະມາຊິກຂອງສະພາສິດທິມະນຸດ ສປຊ ດ້ວຍຈຳນວນບັດສະຫນັບສະຫນູນຫລາຍສຸດ ໃນບັນດາປະເທດສະໝັກຮັບເລືອກຕັ້ງ. ແລະ ຫວ່າງແລ້ວນີ້, ວັນທີ 7/2, ສະພາສິດທິມະນຸດ ສປຊ ໄດ້ຮັບຮອງເອົາບົດລາຍງານແຫ່ງຊາດຂອງຫວຽດນາມ ໃນຂົງເຂດສິດທິມະນຸດ.
ໂດຍໄດ້ຮັບຮູ້ຄືດັ່ງກ່າວ ນັ້ນແມ່ນຍ້ອນມີການພົບປະສົນທະນາຢ່າງກົງໄປກົງມາ, ເຂັ້ມງວດ. ບໍ່ພຽງແຕ່ຮັບເອົາຄຳເຫັນເທົ່ານັ້ນ, ຫວຽດນາມ ຍັງໝັ້ນໝາຍເຮັດແຈ້ງບັນດາຄຳສະເຫນີຂອງບັນດາປະເທດ, ແລະຖືວ່ານັ້ນແມ່ນການທາບທາມຄຳເຫັນ ຢ່າງລະອຽດ ເພື່ອໃຫ້ຫວຽດນາມ ສືບຕໍ່ຊຸກຍູ້ການຮັບປະກັນສິດເສລີອັນເປັນພື້ນຖານຂອງປະຊາຊົນຢ່າງດີກວ່າ. ທ່ານຮອງລັດຖະມົນຕີການຕ່າງປະເທດ ຮ່າກີມງອກ, ຫົວຫນ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມທີ່ສະພາສິດທິມະນຸດ ສປຊ ຫວ່າງແລ້ວນີ້, ໃຫ້ຮູ້ວ່າ:
“ພາຍຫລັງໄດ້ຮັບບັນດາຂໍ້ສະເຫນີ, ຫວຽດນາມ ໄດ້ຈັດກອງປະຊຸມ ແລະ ກວດກາຄືນ. ຂໍ້ສະເຫນີສ່ວນຫລາຍແມ່ນເໝາະສົມກັບແນວທາງປ່ຽນແປງໃຫມ່ຂອງຫວຽດນາມ, ດ້ວຍແຜນນະໂຍບາຍຂອງພັກ, ລັດ ແລະ ພຶດຕິກຳຕົວຈິງກ່ຽວກັບສິດທິມະນຸດຢູ່ຫວຽດນາມ. ນີ້ຈະແມ່ນການເພີ່ມເຕີມ ຊ່ວຍໃຫ້ພວກເຮົາສາມາດກຳນົດບັນດາບຸລິມະສິດຊຸກຍູ້ການປົກປ້ອງສິດທິມະນຸດຢ່າງຈະແຈ້ງກວ່າ. ພວກເຮົາຈະປະຕິບັດບັນດາຂໍ້ສະເຫນີຢ່າງເຂັ້ມງວດ ແລະ ຂ້າພະເຈົ້າຖືວ່າ ນີ້ແມ່ນຄຳໝັ້ນສັນຍາສູງສຸດຂອງຫວຽດນາມ ທີ່ມີຕໍ່ປະຊາຄົມໂລກ.”
ປະຊາຄົມໂລກຮັບຮູ້ບັນດາຜົງານສິດທິມະນຸດຂອງຫວຽດນາມ
ລະບົບກົດໝາຍທີ່ກ່ຽວຂ້ອງເຖິງບັນດານະໂຍບາຍກ່ຽວກັບສິດທິມະນຸດນັບມື້ນັບສົມບູນແບບ; ການພັດທະນາເສດຖະກິດ, ວັດທະນະທຳ ສັງຄົມ ແມ່ນຕິດພັນກັບການເອົາໃຈໃສ່ເຖິງຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ປະຊາຊົນ ນັບມື້ນັບໄດ້ຮັບການຮັບປະກັນດີກວ່າ. ນັ້ນແມ່ນບັນດາຜົນງານຂອງຫວຽດນາມທີ່ບໍ່ອາດປະຕິເສດໄດ້. ປະຊາຄົມໂລກ ໄດ້ມີການຮັບຮູ້ຢ່າງເຂັ້ມງວດ, ກົງໄປກົງມາ ແລະ ເຕັມໄປດ້ວຍສັດຈະວິພາກກ່ຽວກັບເລື່ອງປະຕິບັດສິດທິມະນຸດຢູ່ ຫວຽດນາມ. ການຮັບຮູ້ດັ່ງກ່າວໄດ້ພິສູດໃຫ້ເຫັນຜ່ານຄວາມຈິງ. ເຖິງຢ່າງໃດກໍຕາມ, ບາງເທື່ອຍັງມີສຽງເວົ້າທີ່ຂາດເຈດຕະນາດີກ່ຽວກັບບັນຫາສິດທິມະນຸດຢູ່ຫວຽດນາມ. ອາດຈະເພື່ອຈຸດປະສົງອື່ນ ຫລື ຈັດວາງທັດສະນະພາວະວິໄສ. ດ້ວຍບັນດາທັດສະນະທີ່ຕ່າງກັນນັ້ນ, ຍາມໃດຫວຽດນາມ ກໍກຳນົດວ່າ ການພົບປະສົນທະນາແມ່ນວິທີສຳຄັນທີ່ສຸດ ເພື່ອແກ້ໄຂບັນດາຄວາມແຕກຕ່າງກັນນັ້ນ. ທ່ານ ເລຮ່ວາຍຈູງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສປຊ ໃຫ້ຮູ້ວ່າ:
“ຈຸດພິເສດສະເພາະຂອງປະເທດຈຳນວນຫນຶ່ງປະຈຸບັນ ແມ່ນການປຸກປັນຍຸແຍ່ ແລະ ປຸກປັນຍຸ້ແຍ່ກໍ່ການຮ້າຍໂດຍທາງອ້ອມ. ສຳລັບຫວຽດນາມ, ຊື່ງແມ່ນປະເທດທີ່ຜ່ານຜ່າໄລຍະສົງຄາມທີ່ຍາວນານ, ຍັງມີບັນດາກຳລັງຢາກກໍ່ຄວາມຂາດສະຖຽນລະພາບດ້ານສັງຄົມ. ຄວາມຈິງ, ຫວຽດນາມ ແມ່ນປະເທດມີຫລາຍຊົນເຜົ່າ ດ້ວຍ 54 ຊົນເຜົ່າດຳລົງຊີວິດຮ່ວມກັນ ແຕ່ບໍ່ທັນມີເວລາໃດເກີດສົງຄາມເຜົ່າພັນເທື່ອ, ຖ້າ ພວກຍຸແຍ່, ກໍ່ໃຫ້ເກີດການປະທະກັນດ້ານເຜົ່າພັນ, ກໍ່ຄວາມຂາດສະຖຽນລະພາບດ້ານສັງຄົມ ແມ່ນສິ່ງທີ່ບໍ່ອາດຮັບຮູ້ໄດ້. ພວກເຮົາ ໄດ້ອະທິບາຍບັນດາສິ່ງດັ່ງກ່າວເປັນປະຈຳ ແລະ ບັນດາປະເທດລ້ວນແຕ່ຮັບຮູ້ ແລະ ຍອມຮັບ.”
ຫນ້າທີ່ຈຸດສຸມໃນໄລຍະຈະມາເຖິງຂອງຫວຽດນາມ ແມ່ນຊຸກຍູ້ ແລະ ປົກປ້ອງສິດທິມະນຸດຢູ່ພາຍໃນປະເທດ, ຕັ້ງຫນ້າເຂົ້າຮ່ວມການຮ່ວມມືສາກົນ ເພື່ອຊຸກຍູ້ສິດທິມະນຸດໃນຂອບເຂດທົ່ວໂລກ. ນີ້ແມ່ນວິວັດທະນາການຍາວນານ, ຮຽກຮ້ອງຄວາມມານະພະຍາຍາມຢ່າງລຽນຕິດ. ໃນວິວັດທະນາການນັ້ນ, ການຊຸກຍູ້ຈິດໃຈການພົບປະສົນທະນາ ສືບຕໍ່ແມ່ນການບຸລິມະສິດຂອງຫວຽດນາມ, ຜ່ານນັ້ນ ຢືນຢັນຄຳໝັ້ນສັນຍາຢ່າງແຮງຂອງລັດຖະບານ ຫວຽດນາມ ກ່ຽວກັບການຊຸກຍູ້ສິດທິມະນຸດ.