( vovworld ) – ວັນທີ 10/7, ທ່ານເລຂາຜູ້ທີ 1 ຄະນະບໍລິຫານງານສູນກາງພັກກອມມູນິດ ກູຍບາ, ປະທານສະພາແຫ່ງລັດ, ແລະ ສະພາລັດຖະມົນຕີ ກູຍບາ Raul Castro ໄດ້ສິ້ນສຸດການຢ້ຽມຢາມສັນຖະວະໄມຕີຫວຽດນາມຢ່າງເປັນທາງການ ໃນລະຫວ່າງວັນທີ 8-10/7. ໃນການຢ້ຽມຢາມຫວຽດນາມຄັ້ງນີ້, ບັນດາການນຳພັກ, ລັດ ຫວຽດນາມ ແລະ ປະທານສະພາລັດຖະມົນຕີ ກູຍບາ Raul Castro ໄດ້ຢືນຢັນເຖິງຄວາມໝັ້ນຄົງຂອງສາຍພົວພັນມິດຕະພາບລະຫວ່າງສອງປະເທດຫວຽດນາມ - ກູຍບາ ໃນຫຼາຍທົດສະວັດທີ່ຜ່ານມາ, ແລະ ຕັດສິນໃຈນຳການພົວພັນລະຫວ່າງສອງປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່.
ທ່ານເລຂາທິການໃຫຍ່ຫວຽດນາມ Nguyen Phu Trong ແລະ
ທ່ານປະທານສະພາແຫ່ງລັດ, ແລະ ສະພາລັດຖະມົນຕີ ກູຍບາ Raul Castro
( ພາບ: xaluan.com )
ການຢ້ຽມຢາມຫວຽດນາມຂອງທ່ານເລຂາຜູ້ທີ 1 ຄະນະບໍລິຫານງານສູນກາງພັກກອມມູນິດ ກູຍບາ, ປະທານສະພາແຫ່ງລັດ, ແລະ ສະພາລັດຖະມົນຕີ ກູບາ Raul Castro ແມ່ນການຢ້ຽມຢາມປະເທດອ້າຍນ້ອງຫວຽດນາມທີ່ສະໜິດສະໜົມ, ແລະການນຳຫວຽດນາມໄດ້ຕ້ອນຮັບປະທານສະພາແຫ່ງລັດ, ແລະ ສະພາລັດຖະມົນຕີ ກູຍບາ Raul Castro ຄືດັ່ງຕ້ອນຮັບອ້າຍນ້ອງຄີງທີ່ກັບມາຈາກແດນໄກ. ທີ່ງານລ້ຽງຮອງຮັບທ່ານປະທານສະພາແຫ່ງລັດ, ແລະ ສະພາລັດຖະມົນຕີ ກູບາ Raul Castroມາຢ້ຽມຢາມຫວຽດນາມນັ້ນ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ Nguyen Phu Trong ໄດ້ຢືນຢັນວ່າ, ພັກ, ລັດ ແລະ ປະຊາຊົນກູຍບາ ແມ່ນບັນດາເພື່ອນມິດທີ່ສຸດຈິດສຸດໃຈ, ຈົ່ງຮັກພັກດີ, ຮ່ວມອຸດົມຄະຕິ, ຮ່ວມຂູມຄອງດຽວກັນ, ຍາມໃດກໍ່ສະໜັບສະໜູນປະຊາຊົນຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດໂດຍບໍ່ຫົວຊາຕໍ່ການຜັນແປຂອງປະຫວັດສາດ. ສ່ວນທ່ານປະທານສະພາແຫ່ງລັດ, ແລະ ສະພາລັດຖະມົນຕີ ກູຍບາ Raul Castro ກໍ່ຊີ້ແຈງວ່າຫວຽດນາມ - ກູຍບາມີຄວາມສະໜິດຕິດພັນນຳກັນ ເພາະວ່າມີອຸດົມຄະຕິຮ່ວມກັນ, ມີປະຫວັດສາດແຫ່ງການຕໍ່ສູ້ປົກປັກຮັກສາເອກະລາດແຫ່ງຊາດດຽວກັນ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ, ການພົວພັນລະຫວ່າງສອງປະເທດ ໄດ້ຮັບການທົດສອບຜ່ານການເວລາອັນຫຍຸ້ງຍາກທີ່ສຸດ, ອັນເປັນການຢືນຢັນວ່າ, ນັ້ນແມ່ນການຮ່ວມມືສັດຊື່ບໍລິສຸດ, ຜຸດຜ່ອງ ເຊິ່ງທັງສອງປະເທດຄວນສືບຕໍ່ຮັກສາ ແລະ ເສີມຂະຫຍາຍ, ສິ່ງດັ່ງກ່າວສະແດງອອກຜ່ານບັນດາຂໍ້ຕົກລົງຮ່ວມມີືທີ່ສອງປະເທດໄດ້ລົງນາມນຳກັນ. ທ່ານປະທານສະພາແຫ່ງລັດ, ແລະ ສະພາລັດຖະມົນຕີ ກູຍບາ Raul Castro, ໃຫ້ຮູ້ວ່າ:
”ຍາມໃດພວກຂ້າພະເຈົ້າກໍ່ຄິດຮອດຄິດເຖິງພາບພົດປະທານ ໂຮ່ຈີມິນ, ເປັນສະຫາຍທີ່ບໍ່ອາດລືມໄດ້, ແມ່ນຜູ້ທີ່ໄດ້ລະດົມ ແລະ ຊີ້ນຳນຳພາປະຊາຊົນຫວຽດນາມວິລະຊົນສ້າງຕັ້ງລັດສັງຄົມນິຍົມທຳອິດຢູ່ອາຊີຕາເວັນອອກສຽງໃຕ້ ແລະ ຂ້າພະເຈົ້າເປັນກຽດທີ່ສຸດທີ່ໄດ້ພົບປະໂດຍກົງກັບເພິ່ນໃນການຢ້ຽມຢາມຫວຽດນາມເທື່ອທຳອິດເມື່ອປີ 1966, ກ່ອນນີ້ 46 ປີ. ປະຊາຊົນກູຍບາຈະຮຽງບ່າຮຽງໄລ່ພ້ອມກັບປະຊາຊົນຫວຽດນາມຕະຫຼອດໄປ ເພື່ອເພີ່ມພູນຄູນສ້າງໃຫ້ນ້ຳໃຈມິດຕະພາບຖານອ້າຍນ້ອງລະຫວ່າງສອງປະເທດນັບມື້ນັບເກີດດອກອອກຜົນ. ຂ້າພະເຈົ້າເຊື່ອໝັ້ນວ່າ, ນັ້ນກໍ່ຄືຄວາມມຸ້ງມາດປາຖະໜາຂອງປະຊາຊົນສອງປະເທດພວກເຮົາ ”
ການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ກູຍບາ Raul Castro ບໍ່ພຽງແຕ່ສະແດງໃຫ້ເຫັນສາຍພົວພັນມິດຕະພາບອັນໃກ້ຊິດສະຫນິດສະຫນົມລະຫວ່າງສອງພັກ, ສອງລັດຖະບານ ແລະ ປະຊາຊົນສອງປະເທດໃນກວ່າເຄິ່ງສັດຕະວັດຜ່ານມາເທົ່ານັ້ນ. ສິ່ງສຳຄັນພິເສດໃນການຢ້ຽມຢາມຄັ້ງນີ້ ນັ້ນແມ່ນການນຳຂັ້ນສູງສອງປະເທດໄດ້ພ້ອມກັນຢືນຢັນບັນດາທິດທາງສຳຄັນເພື່ອນຳການພົວພັນລະຫວ່າງ ຫວຽດນາມ ແລະ ກູຍບາ ກ້າວເຂົ້າສູ່ໄລຍະພັດທະນາໃຫມ່. ໃນການເຈລະຈາກັບທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ Nguyen Phu Trong ກໍ່ຄືໃນການພົບປະແລກປ່ຽນຄຳຄິດຄຳເຫັນກັບທ່ານປະທານປະເທດ ຫວຽດນາມ Truong Tan Sang, ປະທານສະພາແຫ່ງຊາດ ຫວຽດນາມ Nguyen Sinh Hung ແລະ ນາຍົກລັດຖະມົນຕີ Nguyen Tan Dung, ທ່ານ Raul Castro ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ກູຍບາ ແລະ ບັນດາການນຳພັກ, ລັດ ຫວຽດນາມ ໄດ້ເປັນເອກະພາບສູງ ສືບຕໍ່ ເພີ່ມທະວີການພົບປະຂັ້ນສູງ, ແລກປ່ຽນຄະນະຜູ້ແທນຂັ້ນສູງ, ແລກປ່ຽນບົດຮຽນກ່ຽວກັບການຄຸ້ມຄອງເສດຖະກິດສັງຄົມ ແລະ ກໍ່ສ້າງພັກ. ນອກນັ້ນ ຈະຍູ້ແຮງການເພີ່ມທະວີການພົບປະແລກປ່ຽນໃນປະຊາຊົນ, ສຶກສາໃຫ້ລຸ້ນຫນຸ່ມສອງປະເທດ ກ່ຽວກັບຄວາມສາມັກຄີລະຫວ່າງ ຫວຽດນາມ ແລະ ກູຍບາ, ຈັດກອງປະຊຸມສຳມະນາທິດສະດີຮ່ວມລະຫວ່າງສອງພັກ, ພ້ອມກັນມານະພະຍາຍາມຊຸກຍູ້ ແລະ ເປີດກວ້າງການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ. ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ Nguyen Phu Trong ເນັ້ນຫນັກວ່າ:
“ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງສະຫາຍ Raul Castro ແມ່ນການສືບທອດເພື່ອພັດທະນາການພົວພັນລະຫວ່າງສອງພັກ, ສອງລັດ ແລະ ຫັນບັນດາຂໍ້ຕົກລົງ ແລະ ຖະແຫລງການຮ່ວມ ຫວຽດນາມ - ກູຍບາໃນໄລຍະມໍ່ໆມານີ້ໃຫ້ປະກົດຜົນເປັນຈິງ. ຫວຽດນາມ ໝັ້ນໝາຍ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອນຳການພົວພັນຮ່ວມມືຮອບດ້ານໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ຊຸກຍູ້ບັນດາມາດຕະການເສດຖະກິດ, ການຄ້າໃຫ້ເໝາະສົມ, ເພື່ອເພີ່ມລັກສະນະປະສິດທິຜົນ, ສອດຄອ່ງກັບທຸກເງື່ອນໄຂ ແລະ ຜົນປະໂຫຍດຂອງແຕ່ລະປະເທດ, ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ ຢູ່ ຫວຽດນາມ ແລະ ກູຍບາ.”
ການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການຄັ້ງທຳອິດ ຂອງທ່ານ Raul Castro ໃນຖານະເປັນຜູ້ນຳພັກ, ລັດ ແລະ ລັດຖະບານ ກູຍບາ ດຳເນີນໄປພາຍຫລັງການຢ້ຽມຢາມສັນຖະວະໄມຕີ ກູຍບາ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ Nguyen Phu Trong ເມື່ອເດືອນ 4/2012 ຜ່ານມາ ແມ່ນເຫດການສຳຄັນເປັນຂີດໝາຍໃຫມ່ໃນການພົວພັນສາມັກຄີມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ. /.