(vovworld)- ໃນກວ່າເຄິ່ງສັດຕະວັດຜ່ານມາ ພາຍຫລັງກອງທັບ ຕວກກີ ຍິງເຮືອບິນ Su 24 ຂອງລັດເຊຍ ຕົກຢູ່ເຂດມໍ່ກັບຊາຍແດນ ຕວກກີ - ຊີຣິ, ວັນທີ 27/6 ຜ່ານມາ, ປະທານາທິບໍດີ ຕວກກີ Recep Tayyyip Erdogan ໄດ້ສົ່ງຈົດໝາຍຂໍໂທດຕໍ່ວົງການເຈົ້າຫນ້າທີ່ລັດເຊຍຢ່າງເປັນທາງການ. ນີ້ໄດ້ຮັບຖືວ່າ ແມ່ນການກະທຳໂດຍບັງເອີນ ເພາະວ່າ ກ່ອນນີ້ໄດ້ສົ່ງຄຳຂໍໂທດໄປຍັງຕວກກີ ແຕ່ການນຳ ຕວກກີ ຍາມໃດກໍປະຕິເສດຄຳຂໍໂທດ ຕາມຄຳສະເຫນີຂອງ ມົດສະກູ. ກຳລັງດັນຈາກຄຳສັ່ງຂວ້ຳບາດດ້ານເສດຖະກິດ, ການປ່ຽນແປງນະໂຍບາຍການທູດກໍຄືບັນດາຄວາມສ່ຽງຈາກການກໍ່ການຮ້າຍໄດ້ຮັບຖືວ່າແມ່ນສາຍເຫດພາໄປເຖິງຄຳຕັດສິນຂອງຕວກກີ.
ປະທານາທິບໍດີຕວກກີ Recep Tayyip Erdogan ກ່າວຄຳເຫັນທີ່ ບຣຸກແຊນເມື່ອເດືອນ 5/10/2015
|
ໃນຈົດໝາຍສົ່ງເຖິງປະທານາທິບໍດີ ລັດເຊຍ Vladimir Putin, ປະທານາທິບໍດີ Erdogan ເວົ້າວ່າ: ທ່ານ “ຂໍແບ່ງເບົາຄວາມເຈັບປວດກັບຄອບຄົວນັກບິນທີ່ຖືກຍິງຕາຍ ແລະ ສະແດງ ຄວາມເສົ້າສະຫລົດໃຈມາຍັງເຂົາເຈົ້າ” ພ້ອມທັງ ຢາກໃຫ້ເຂົາເຈົ້າອະໄພໂທດ”. ຕວກກີ ກໍປະກາດວ່າ ຈະຟ້ອງສານ Alparslan Celik, ຜູ້ຖືກສົງໃສ່ວ່າແມ່ນຜູ້ຍິງ ນັກບິນລັດເຊຍ Oleg Peshkov ຕາຍພາຍຫລັງ ເຮືອບິນ Su 24 ຖືກຍິງຕົກ.
ກ່ອນຫນ້ານັ້ນ, ປະທານາທິບໍດີ ລັດເຊຍ V. Putin ໄດ້ຖືການກະທຳຂອງຕວກກີ ທີ່ຍິງເຮືອບິນລຳດັ່ງກ່າວຕົກ ແມ່ນການກະທຳຂອງພວກສົມຮູ້ຮ່ວມຄິດກັບກໍ່ການຮ້າຍ. ມົດສະກູ ໄດ້ສະເຫນີ Ankara ເປັນຫລາຍຄັ້ງແລ້ວວ່າ ຕ້ອງຂໍໂທດ ແຕ່ການນຳ ຕວກກີ ບໍ່ຍອມຮັບວ່າການກະທຳດັ່ງກ່າວແມ່ນຜິດພາດ. Ankara ກ່າວຫາເຮຶອບິນຂອງມົດສະກູ ໄດ້ລ່ວງລ້ຳເຂດນ່ານຟ້າ ໃນຂະນະທີ່ ລັດເຊຍ ຢັ້ງຢືນວ່າ ເຮືອບິນ ຂອງເຂົາເຈົ້າພວມເຄື່ອນໄຫວຢູ່ ຊີຣີ. ເຫດການນີ້ໄດ້ເຮັດໃຫ້ລັດເຊຍ ຕ້ອງນຳໃຊ້ຫລາຍມາດຕະການລົງໂທດ ຕວກກີ ຄື: ຫ້າມນຳເຂົ້າອາຫານຈາກຕວກກີ, ຢຸດຕິລະບອບຍົກເວັ້ນວິຊາໄປມາສຳລັບພົນລະເມືອງປະເທດນີ້, ຫ້າມບັນດາວິສາຫະກິດ ລັດເຊຍ ຈ້າງຄົນງານ ຕວກກີ, ສະເຫນີ ບໍລິສັດທ່ອງທ່ຽວ ລັດເຊຍ ຈຳກັດການຂາຍບັນດາລາຍການທ່ອງທ່ຽວຢ້ຽມຢາມ ຕວກກີ.
ບາດກ້າວເດີນບັນລຸຄາດໝາຍການພົວພັນພາຍໃນ ແລະ ການຕ່າງປະເທດ ຂອງຕວກກີ
ກ່ອນທີ່ມີການກະທຳຫລຸດຜ່ອນຄວາມເຄັ່ງຕຶງໃນການພົວພັນກັບລັດເຊຍ, ປະທານາທິບໍດີ ຕວກກີ Recep Tayyyip Erdogan ໄດ້ຕົກເຂົ້າສູ່ສະພາບຖືກຕົກຢູ່ໂດດດ່ຽວທາງການທູດ. ທ່ານໄດ້ຕັ້ງ ຕວກກີ ເຂົ້າທ່າສູ້ຢັນກັບ ເອີລົບ ໃນວິກິດການຊາວອົບພະຍົບ. ການພົວພັນລະຫວ່າງ Ankara ກັບບັນດາປະເທດບ້ານໃກ້ເຮືອນຄຽງ ຄື: ອີຣັກ, ຊີຣີ, ອີຢີບ ບໍ່ດີງາມປານໃດ, ຊ້ຳບໍ່ໜຳ ບາງເທື່ອຕົກເຂົ້າສູ່ສະພາບສູ້ຢັນກັນ ເມື່ອ ຕວກກີ ຜັນຂະຫຍາຍບັນດາບັ້ນບຸກໂຈມຕີ ໃສ່ບັນດາມືປືນ ຊາວເຄີດສ ຢູ່ເຂດດິນແດນ ຊີຣີ ແລະ ອີຣັກ. Ankara ກໍຖືກຕຳຫນິຕິຕຽນ ເພາະປະໃຫ້ບັນດາມືປືນ ຂອງລັດອິດສະລາມ IS ໄປມາຢ່າງສະດວກລະຫວ່າງ ເຂດຊາຍແດນ ຕວກກີ ແລະ ຊີຣີ.
ກ່ຽວກັບບັນດາປະເທດພັນທະມິດ, ຕວກກີ ບໍ່ໄດ້ຮັບການຫນູນຫລັງໃດຈາກ ອາເມລິກາ ແລະ NATO ເມື່ອສູ້ຢັນກັບລັດເຊຍ. ນັບແຕ່ຫົວທີ່, ວໍຊິງຕັນ ໄດ້ຖະແຫລງບໍ່ແຊກແຊງເຂົ້າໃນການຖົກຖຽງລະຫວ່າງ ລັດເຊຍ ແລະ ຕວກກີ. NATO ກໍຫລີກລ້ຽງບໍ່ປະໃຫ້ຕົກເຂົ້າສະພາບຄວາມວຸ້ນວາຍໃຫມ່ໃນການພົວພັນກັບ ມົດສະກູ ເພາະການພົວພັນລະຫວ່າງ ລັດເຊຍ ແລະ NATO ເຄີຍຖືກເຄັ່ງຕຶງມາແລ້ວ.
ໃນຂະນະນັ້ນ, ບັນດາຄຳສັ່ງລົງໂທດ ຈາກ ລັດເຊຍ ສົມທົບກັບຜົນຮ້າຍຢ້ອນຫລັງຈາກບັນດາການບຸກໂຈມຕີກໍ່ການຮ້າຍ ເລັ່ງໃສ່ຂະແຫນງທ່ອງທ່ຽວ ຊື່ງເຮັດໃຫ້ພື້ນຖານເສດຖະກິດຂອງຕວກກີນັບມື້ນັບຕົກເຂົ້າສູ່ສະພາບຫຍຸ້ງຍາກກວ່າ. ທ່ານ Aydin Sezer, ຊື່ງແມ່ນອະດີດເຈົ້າຫນ້າທີ່ດ້ານການຄ້າ ເຄີຍເປັນຜູ້ຕາງຫນ້າໃຫ້ລັດຖະບານ ຕວກກີ ປະຈຳ ມົດສະກູ, ຄາດຄະເນວ່າ ຄຳສັ່ງລົງໂທດຈາກ ມົດສະກູ ຈະເຮັດໃຫ້ Ankara ຖືກເສຍຫາຍປະມານ 12 ຕື້ USD/ປີ, ສູງທົບ 4 ເທົ່າ ຕົວເລກທີ່ຄາດຄະເນກ່ອນນີ້. ຄວາມຈິງໃຫ້ເຫັນວ່າ ສະເພາະໃນເດືອນ 1/2016, ວົງເງິນສົ່ງອອກ ຈາກຕວກກີ ໄປຍັງ ລັດເຊຍ ບັນລຸພຽງ 108 ລ້ານ USD, ຫລຸດລົງ 2/3 ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ທະນາຄານພັດທະນາ ແລະ ສ້າງຕັ້ງ ເອີລົບ ຄືນໃຫມ່ ຄາດຄະເນວ່າ ຄຳສັ່ງຂວ້ຳບາດຂອງລັດເຊຍ ໄດ້ເຮັດໃຫ້ການເຕີບໂຕເສດຖະກິດຂອງ ຕວກກີ ຖືກຫລຸດລົງ 0,3% ໃນປີ 2016.
ກ່ຽວກັບການພົວພັນພາຍໃນປະເທດ, ນັບແຕ່ຕົ້ນປີມາຮອດປະຈຸບັນ, ຕວກກີ ຖືກການບຸກໂຈມຕີກໍ່ການຮ້າຍຢ່າງຮ້າຍແຮງເປັນຫລາຍຄັ້ງ, ໃນນັ້ນ ພິເສດແມ່ນການວາງລະເບີດທີ່ນອງເລືອດຢູ່ ສະຫນາມບິນສາກົນ Ataturk ເມື່ອວັນທີ 28/6 ຫວ່າງແລ້ວນີ້. ຄຽງຄູ່ກັນນັ້ນ, ການປະທະກັນທີ່ແກ່ຍາວກວ່າ 2 ທົດສະວັດຜ່ານມາ ລະຫວ່າງ ອຳນາດການປົກຄອງ Ankara ກັບປະຊາຄົມຊາວ ເຄີດສ ພວມມີສັນຍານປີນຂັ້ນໄດຢ່າງແຮງ. ການປະທະກັນດ້ານການເມືອງພາຍໃນປະເທດທີ່ແກ່ຍາວນັ້ນ ພ້ອມກັບບັນດາການຍາດຊິງສິດອຳນາດພາຍໃນປະເທດ ໄດ້ພາໄປເຖິງການປ່ຽນແປງລັດຖະບານ ເມື່ອເດືອນ 5/2016 ນັບມື້ນັບເຮັດໃຫ້ການແບ່ງແຍກໃນສັງຄົມຕວກກີ ຍິ່ງເລິກເຊິ່ງ ແລະ ແຕກແຫງກວ່າ.
ເປັນທີ່ຈະແຈ້ງແລ້ວວ່າ, ປະຈຸບັນ Ankara ພວມປະເຊີນຫນ້າກັບຄວາມຫຍຸ້ງຍາກຫລາຍຢ່າງທັງຢູ່ພາຍໃນ ແລະ ຕ່າງປະເທດ. ໃນສະພາບການນັ້ນ, ເລື່ອງ Ankara ມີການກະທຳຢາກຫລຸດຜ່ອນຄວາມເຄັ່ງຕຶງເພື່ອຟື້ນຟູການພົວພັນກັບ ລັດເຊຍ ແມ່ນສິ່ງທີ່ຈຳເປັນເພື່ອບັນລຸຄາດໝາຍການພົວພັນທັງພາຍໃນ ແລະ ຕ່າງປະເທດ.
ຄຳຕອບມີເຈດຕະນາດີຈາກລັດເຊຍ
ການພົວພັນລະຫວ່າງ ລັດເຊຍ ແລະ ຕວກກີ ຖືກແຕກແຫງ ບໍ່ແມ່ນຄວາມປາດຖະຫນາຂອງທັງສອງຝ່າຍ. ກ່ອນທີ່ເກີດຄວາມເຄັ່ງຕຶງ, ລັດເຊຍ ແລະ ຕວກກີ ມີການພົວພັນສະຫນິດແຫນ້ນສົມຄວນ ແລະ ດ້ານເສດຖະກິດແມ່ນອີງໃສ່ເຊິ່ງກັນແລະກັນ. ຕວກກີ ແມ່ນຫນຶ່ງໃນບັນດາຄູ່ຮ່ວມມືດ້ານການຄ້າລາຍໃຫຍ່ຂອງລັດເຊຍ ດ້ວຍວົງເງິນສົ່ງອອກການຄ້າສອງສົ້ນບັນລຸເກືອບ 40 ຕື້ USD/ປີ, ສ່ວນລັດເຊຍ ແມ່ນຕະຫລາດໃຫຍ່ສຸດຂອງຕວກກີໃນການສົ່ງອອກສິນຄ້າ. ສອງປະເທດ ໄດ້ວາງຄາດໝາຍຍົກວົງເງິນການຄ້າສອງຝ່າຍຂຶ້ນເຖິງ ກວ່າ 100 ຕື້ USD ໃນປີ 2020 ແລະ ພວມຊຸກຍູ້ຂໍ້ຕົກລົງພະລັງງານຍຸດທະສາດສຳຄັນ, ໃນນັ້ນ ມີໂຄງການທໍ່ອາຍແກສ. ສະນັ້ນ 2 ມື້ພາຍຫລັງທີ່ທ່ານປະທານາທິບໍດີ ຕວກກີ ສົ່ງຈົດໝາຍຂໍໂທດ 2 ວັນ, ວັນທີ 29/6, ປະທານາທິບໍດີ ລັດເຊຍ V. Putin ໄດ້ອອກຄຳສັ່ງໃຫ້ລັດຖະບານປະເທດນີ້ ເລີ່ມດຳເນີນວິວັດການຍົກເລີກບັນດາມາດຕະການລົງໂທດທີ່ນຳໃຊ້ຕໍ່ ຕວກກີ. ທ່ານ Putin ໄດ້ຖະແຫລງ ຍົກເລີກບັນດາການຈຳກັດກ່ຽວກັບການເຂົ້າເມືອງສຳລັບພົນລະເມືອງ ຕວກກີ. ກ່ອນນັ້ນ, ປະທານາທິບໍດີ ລັດເຊຍ ແລະ ຄູ່ຕຳແຫນ່ງ ຕວກກີ ກໍເຫັນດີ ເຊື່ອມຕໍ່ການຮຮ່ວມມືຄືນໃຫມ່ ແລະ ສະແດງວ່າ ພ້ອມແລ້ວຈັດຕັ້ງການເຈລະຈາໂດຍກົງ. ໃນຂະນະນັ້ນ ການນຳ ຄະນະກຳມະການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ສັງກັດສະພາ ສະຫະພາບ ລັດເຊຍ ທ່ານ Viktor Ozerov ຖືວ່າ ອາດຈະຖືຄຳຂໍໂທດນີ້ຄືດັ່ງບາດກ້າວທຳອິດໃນເສັ້ນທາງຫັນການພົວພັນເປັນປົກກະຕິ.
ເລື່ອງທ່ານປະທານາທິບໍດີ ຕວກກີ Recep Tayyyip Erdogan ເປັນເຈົ້າການໃນການຫລຸດຜ່ອນຄວາມເຄັ່ງຕຶງໃນການພົວພັນກັບ ລັດເຊຍ ນັ້ນແມ່ນບາດກ້າວທຳອິດ ເພື່ອຜ່ານຜ່າສະພາບສູ້ຢັນກັນ ແມ່ນປະຕິບັດໄດ້ແລ້ວ. ເຖິງວ່າ ນີ້ພຽງແຕ່ແມ່ນຈຸດເລີ່ມຕົ້ນກໍຕາມ ແຕ່ແມ່ນປະຖົມປັດໄຈສຳຄັນເພື່ອໃຫ້ລັດເຊຍ ແລະ ຕວກກີ ຈັບມືກັນເພື່ອຜົນປະໂຫຍດດ້ານເສດຖະກິດ, ການເມືອງຂອງທັງສອງຝ່າຍ.