(vovworld) – ການພົວພັນລະຫວ່າງສອງພາກເກົາຫຼີໃນຊຸ່ມມື້ຜ່ານມາໄດ້ຜັນແປໄປຢ່າງຕັ້ງໜ້າໃນຫຼາຍດ້ານ, ນັບແຕ່ດ້ານເສດຖະກິດ ຕະຫຼອດຮອດສັງຄົມ. ການຜັນແປໃໝ່ນີ້ໄດ້ຮັບຖືວ່າແມ່ນສັນຍານທີ່ດີ, ແມ່ນກຳລັງໜູນຊ່ວຍໃຫ້ສອງຝ່າຍແກ້ໄຂຫຼາຍບັນຫາທີ່ຍັງຄົງຄ້າງ.
ຫົວໜ້າຄະນະເຈລະຈາ ສເກົາຫຼີ Kim Ki-woong ແລະ
ຫົວໜ້າຄະນະ ສປປເກົາຫຼີ Pak Chol-su (ພາບ: AFP/TTXVN)
ເຫດການຕັ້ງໜ້າທຳອິດນັ້ນແມ່ນເລື່ອງ ສປປເກົາຫຼີ ແລະ ສເກົາຫຼີ ເຫັນດີດຳເນີນການເຄື່ອນໄຫວຄືນໃໝ່ຢູ່ເຂດອຸດສາຫະກຳຮ່ວມ Kaesong, ເຊິ່ງແມ່ນສັນລັກແຫ່ງການຮ່ວມມືດ້ານເສດຖະກິດລະຫວ່າງສອງພາກເກົາຫຼີ ພາຍຫຼັງທີ່ຖືກຢຸດສະງັກມາເປັນເປັນເວລາ 4 ເດືອນ. ເຖິງວ່າເວລາດຳເນີນການເຄື່ອນໄຫວຄືນໃໝ່ບໍ່ທັນກຳນົດຢ່າງລະອຽດກໍ່ຕາມ, ແຕ່ສອງຝ່າຍໄດ້ໃຫ້ຄຳໝັ້ນສັນຍາບໍ່ຢຸດຕິການເຄື່ອນໄຫວຢູ່ເຂດອຸດສາຫະກຳ Kaesong ອີກ, ພ້ອມທັງຊຸກຍູ້ການລົງທຶນຕ່າງປະເທດເຂົ້າເຂດອຸດສາຫະກຳນີ້.
ເພື່ອບັນລຸໄດ້ຂໍ້ຕົກລົງດັ່ງກ່າວ, ສປປເກົາຫຼີ ແລະ ສເກົາຫຼີ ຕ້ອງດຳເນີນການເຈລະຈາເຖິງ 7 ຄັ້ງ ໃນໄລຍະເວລາກວ່າ 1 ເດືອນ, ໃນນັ້ນມີຫຼາຍຄັ້ງບໍ່ໄດ້ຮັບຜົນ. ດັ່ງນັ້ນສາມາດເຫັນໄດ້ຄວາມພາກພູມໃຈຂອງຫາງສຽງ ເມື່ອສອງພາກເກົາຫຼີ ບັນລຸໄດ້ຂໍ້ຕົກລົງສຳຄັນນີ້. ທ່ານນາງປະທານາທິບໍດີ ສເກົາຫຼີ Park Geun – Hye ເນັ້ນໜັກວ່າ ເຫດການນີ້ສາມາດເປີດສາກໃຫ້ແກ່ສາຍພົວພັນໃໝ່ລະຫວ່າງສອງພາກເກົາຫຼີ ພາຍຫຼັງສະພາບເຄັ່ງຕຶງທີ່ແກ່ຍາວມາເປັນເວລາຫຼາຍເດືອນ. ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki – moon ຫວັງວ່າ ເຂດອຸດສາຫະກຳນີ້ຈະເຄື່ອນໄຫວເປັນປົກກະຕິຄືນໃໝ່ໃນໄລຍະໄວທີ່ສຸດທີ່ສາມາດເປັນໄປໄດ້ ແລະ ບໍ່ຖືກຢຸດຕິການເຄື່ອນໄຫວໃນອະນາຄົດ. ທ່ານກໍ່ຫວັງວ່າ, ການເຄື່ອນໄຫວຂອງເຂດອຸດສາຫະກຳນີ້ ຈະເປັນກຳລັງໜູນຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການພົວພັນລະຫວ່າງສອງພາກເກົາຫຼີ. ອາເມລິກາ ໃຫ້ຮູ້ວ່າ, ປະເທດນີ້ສະໜັບສະໜູນເລື່ອງປັບປຸງການພົວພັນລະຫວ່າງສອງພາກເກົາຫຼີ ແລະ ພາກພູມໃຈຕໍ່ເລື່ອງ ສເກົາຫຼີ ແລະ ສປປເກົາຫຼີ ເຫັນດີດຳເນີນການເຄື່ອນໄຫວຢູ່ເຂດອຸດສາຫະກຳຮ່ວມ Kaesong. ໃນຂະນະນັ້ນ, ຜູ້ຕາງໜ້າສະຫະສະມາຄົມບັນດາວິສາຫະກິດຢູ່ເຂດອຸດສາຫະກຳຮ່ວມ Kaesong ກໍ່ຢືນຢັນວ່າ ຈະມານະພະຍາຍາມຈົນສຸດຄວາມສາມາດ ເພື່ອຊ່ວຍໃຫ້ເຂດອຸດສາຫະກຳນີ້ຍົກສູງກຳລັງແກ່ງແຍ້ງສາກົນ ແລະ ກາຍເປັນແຫ່ງດຶງດູດການລົງທືນໃນທົ່ວໂລກ.
ເລື່ອງບັນລຸໄດ້ຂໍ້ຕົກລົງດຳເນີນການເຄື່ອນໄຫວຄືນໃໝ່ຢູ່ເຂດອຸດສາຫະກຳ ຮ່ວມ Kaesong ບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດທາງດ້ານເສດຖະກິດເທົ່ານັ້ນ, ຫາກຍັງແມ່ນກຳລັງໜູນໃຫ້ແກ່ບັນດາບາດກ້າວພັດທະນາອື່ນໆໃນການພົວພັນລະຫວ່າງສອງພາກເກົາຫຼື. ພາຍຫຼັງສອງພາກເກົາຫຼີ ເຫັນດີດຳເນີນການເຄື່ອນໄຫວຄືນໄໝ່ຢູ່ເຂດອຸດສາຫະກຳ ຮ່ວມ Kaesong ພຽງ 1 ວັນ, ທ່ານນາງປະທານາທິບໍດີ ສເກົາຫຼີ Park Geun – Hye ໄດ້ຮຽກຮ້ອງ ສປປເກົາຫຼີ ສືບຕໍ່ການເຕົ້າໂຮມບັນດາຄອບຄົວທີ່ຖືກພັດພາກຈາກກັນໃນປາງສົງຄາມ ເຊິ່ງຖືກຢຸດຕິໄວ້ມາເປັນເວລາ 3 ປີຜ່ານມາແລ້ວ. ປະຈຸບັນມີຊາວສເກົາຫຼີ ປະມານ 72.000 ຄົນ, ໃນນັ້ນເກືອບເຄິ່ງໜຶ່ງແມ່ນມີອາຍຸກວ່າ 80 ປີແລ້ວ, ປາຖະໜາຢາກມີກາລະໂອກາດໄດ້ເຕົ້າໂຮມກັບຄອບຄົວ. ຂໍ້ສະເໜີນີ້ ໄດ້ຮັບຄວາມເຫັນດີຈາກພຽງຢາງ. ຄາດວ່າການເຕົ້າໂຮມບັນດາຄອບຄົວທີ່ຖືກພັດພາກຈາກກັນຈະດຳເນີນໃນໂອກາດງານບຸນ Chuseok, ເຊິ່ງແມ່ນງານບຸນຮູ້ບຸນຄູນຂອງ ສເກົາຫຼີ, ໃນວັນທີ 19/9. ບໍ່ພຽງແຕ່ຄືແນວນັ້ນ, ການເຄື່ອນໄຫວທ່ອງທ່ຽວລະຫວ່າງສອງພາກເກົາຫຼີ ກໍ່ມີກາລະໂອກາດໃຫຍ່ ເມື່ອ ສປປເກົາຫຼີ ສະເໜີໃຫ້ ສເກົາຫຼີ ດຳເນີນການເຈລະຈາເຊື່ອມຕໍ່ບັນດາລາຍການທ່ອງທ່ຽວເຖິງເຂດພູ Kumgang.
ບັນດາການກະທຳທີ່ຕັ້ງໜ້າດັ່ງກ່າວ ແມ່ນສັນຍານທີ່ດີໃນການປັບປຸງການພົວພັບລະຫວ່າງສອງພາກເກົາຫຼີ. ແຕ່ເຖິງຢ່າງໃດກໍ່ຕາມ, ນັກສັງເກດການຍັງຕິດຕາມການກະທຳຂອງທັງສອງຝ່າຍຢ່າງລະມັດລະວັງ, ພິເສດແມ່ນໃນສະພາບວັນທີ 19/8, ສເກົາຫຼີ ແລະ ອາເມລິກາ ເລີ່ມຕົ້ນການຊ້ອມຮົບຮ່ວມປະຈຳປີທີ່ໃສ່ຊື່ວ່າ: “ຜູ້ປົກປັກຮັກສາເສລີພາບ Ulchi“, ນີ້ແມ່ນເຫດການເຊິ່ງກ່ອນນີ້ ສປປເກົາຫຼີ ເຄີຍກ່າວປະນາມຢ່າງແຮງ. ໃນມື້ທຳອິດຂອງການຊ້ອມຮົບຮ່ວມ, ບັນດາພາຫະນະສື່ມວນຊົນ ສປປເກົາຫຼີ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການປັບປຸງສາຍພົວພັນລະຫວ່າງສອງພາກເກົາຫຼີ ແລະ ຄວາມຈຳເປັນຕ້ອງແກ້ໄຂທຸກບັນຫາທີ່ຍັງຄົງຄ້າງບົນຈິດໃຈຕັດສິນດ້ວຍຕົນເອງ. ໜັງສືພິມ Rodong Sinmun, ສຽງຂອງພັກແຮງງານ ສປປເກົາຫຼີ ຮຽກຮ້ອງຢຸດຕິການປະເຊີນໜ້າ. ບັນດາສານເຫຼົ່ານັ້ນສະແດງໃຫ້ເຫັນຄວາມບໍ່ພໍໃຈຂອງ ສປປເກົາຫຼີ ຕໍ່ເລື່ອງ ສເກົາຫຼີ ແລະ ອາເມລິກາເລີ່ມຊ້ອມຮົບຮ່ວມ.
ເຖິງວ່າຫາງສຽງມີຄວາມວິຕົກກັງວົນຕໍ່ຜົນສະທ້ອນຈາກເລື່ອງຊ້ອມຮົບຮ່ວມນີ້ກໍ່ຕາມ, ແຕ່ຕ້ອງຍອມຮັບວ່າ, ພາຍຫຼັງຄວາມເຄັ່ງຕຶງທີ່ນັບມື້ນັບຮ້າຍແຮງນັ້ນ, ປະຈຸບັນການພົວພັນລະຫວ່າງສອງພາກເກົາຫຼີ ພວມຢູ່ໃນກາລະໂອກາດໃໝ່. ສິ່ງສຳຄັນນັ້ນແມ່ນ ສອງຝ່າຍຈະຮູ້ໝູນໃຊ້ກາລະໂອກາດນີ້ ເພື່ອເປີດໜ້າໃໝ່ໃນການພົວພັນລະຫວ່າງສອງພາກເກົາຫຼີ ໄດ້ຫຼືບໍ່ເທົ່ານັ້ນ.