ການພົວພັນລະຫວ່າງ ອາຊຽນ - ຈີນ: ເພື່ອຜົນປະໂຫຍດສອງຝ່າຍ

(vovworld)- ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ພິ​ເສດ ອາ​ຊຽນ - ຈີນ ສະ​ເຫລີ​ມສະຫລອງ 10 ປີ​ແຫ່ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຈະ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 28 - 30/8 ຢູ່ ນະຄອນຫລວງ ປັກ​ກີ​ງ ປະ​ເທດ​ຈີນ​. ດ້ວຍ​ພູມ​ສາດ​ທີ່ໃກ້ຊິດ ພ້ອມ​ກັບ​ການ​ພົວພັນ​​​ທີ່​ມີ​ມາ​ນັບພັນ​ປີ​, ທັງ​ອາ​ຊຽນ ​ແລະ ຈີນ ລ້ວນ​ແຕ່​​ຖື​ກັນ​ເປັນ​ຄູ່​ຮ່ວມ​ມື​ສຳຄັນທີ່​ສຸດ. ກອງ​ປະຊຸມ​ຄັ້ງ​ນີ້ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ກົນ​ໄກ​ເຈ​ລະ​ຈາ​ພິ​ເສດ​ລະຫວ່າງ ອາ​ຊຽນ ​ແລະ ຈີນ ​ເພື່ອ​ນຳ​ການ​ພົວພັນ​ສອງ​ຝ່າຍ​ກ້າວ​ຂຶ້ນ​ບາດກ້າວ​ພັດທະນາ​ໃຫມ່​ໃນ​ສະພາບ​ພາກ​ພື້ນ ​ແລະ ສາກົນ ມີ​ການ​ຜັນ​ແປ​ຫລາຍ​ຢ່າງ. ​

        ​ເມື່ອ​ຕີ​ລາຄາ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ ອາ​ຊຽນ ​ແລະ ຈີນ ພາຍຫລັງ 22 ປີ​ແຫ່ງ​ການ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື, ພິ​ເສດ​ພາຍຫລັງ 10 ປີ​ແຫ່ງ​ການ​ສ້າງສາ​ຍພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, , ນັກ​ຄົ້ນ​ຄ້ວາຫລາຍ​ທ່ານ​ໄດ້​ໄຈ້​ແຍກ​ວ່າ: ພາກ​ພື້ນ ​ແລະ ​ໂລກ ລ້ວນ​ແຕ່​ຢືນຢັນ​ວ່າ: ນີ້​ແມ່ນ​ການ​ພົວພັນ​ຄູ່​ຮ່ວມ​ມື​ພັດທະນາ​ທີ່​ຂະຫຍັນ​ຂັນ​ເຄ່ືອນ​ທີ່​ສຸດ​ຂອງ ອາ​ຊຽນ. ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ມິດຕະພາບ ລະຫວ່າງ​ສອງ​ຝ່າຍ ​ໄດ້​ຮັບ​ການ​ປັບປຸງ ​ແລະ​ເພີ່​ມທະວີ​ຢ່າງ​ບໍ່​ຢຸດ​ຢັ້ງ. ຈີນ ​ແມ່ນ​ປະ​ເທດ​ຄູ່​ເຈ​ລະ​ນາ​ທຳ​ອິດ ຍົກ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດກັບ​ອາ​ຊຽນ ​ຂຶ້ນ​ສູ່​ລະດັບ​ສູງ​ໃຫມ່​, ​ທັງ ແມ່ນ​ປະ​ເທດ​ທຳ​ອິດ​ເຂົ້າ​ຮ່ວມ​ສົນທິສັນຍາ​ ຮ່ວມ​ມື ມິດຕະພາບ​ໃນ​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ສ້າງ​​ເຂດ​ການ​ຄ້າ​ເສລີ​(FTA) ກັບ ອາຊຽນ.

ການພົວພັນລະຫວ່າງ ອາຊຽນ - ຈີນ: ເພື່ອຜົນປະໂຫຍດສອງຝ່າຍ - ảnh 1

        ຕາມການສະຖິຕິ ແລ້ວ, ປີ 2002 ວົງເງິນການຄ້າ ອາຊຽນ - ຈີນ ບັນລຸ 54,7 ຕື້ USD, ໃນຄາວນັ້ນ ອາຊຽນ ພຽງແຕ່ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບ 5 ຂອງຈີນ, ຈີນ ແມ່ນຄູ່ຮ່ວມມືການ​ຄ້າໃຫຍ່ອັນດັບ 3 ຂອງອາຊຽນ. ແຕ່ຮອດປີ 2012, ວົງເງິນການຄ້າສອງສົ້ນ ອາຊຽນ - ຈີນ ບັນລຸໄດ້ກວ່າ 400 ຕື້ USD, ຫລາຍທົບ 7,3 ເທົ່າເມື່ອທຽບໃສ່ປີ 2002. ປະຈຸບັນ ຈີນ ໄດ້ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ສຸດຂອງ ອາຊຽນ. ການໄປມາລະຫວ່າງປະຊາຊົນສອງຝ່າຍ ເພີ່ມຂຶ້ນຈາກ 4 ລ້ານຄົນຂຶ້ນເຖິງ 15 ລ້ານຄົນໃນແຕ່ລະປີ. ​ເພື່ອບັນລຸໄດ້ບັນດາຜົນງານດັ່ງກ່າວ, ຕາມທ່ານ ຟ້າມກວາງວີງ, ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ແລ້ວ, ຍ້ອນມີຄວາມຕັດສິນໃຈ ແລະ ການສະຫນັບສະຫນູນຈາກການນຳສອງຝ່າຍ:

        “ປະຈຸບັນ ມີປະມານ 40 ກົນໄກເຈລະຈາລະຫວ່າງ ອາຊຽນ ແລະ ຈີນ ໃນທຸກຂົງເຂດ ຈາກການເມືອງ, ຄວາມໝັ້ນຄົງ ຕະຫລອດຮອດເສດຖະກິດ, ວັດທະນະທຳ, ສັງຄົມ. ແຕ່ລະປີ, ອາຊຽນ ແລະ ຈີນ ຈັດກອງປະຊຸມຂັ້ນສູງ ພ້ອມທັງຈັດກອງປະຊຸມຂັ້ນລັດຖະມົນຕີ ເພ່ືອສຳຫລວດກວດຄືນບັນດາການເຄື່ອນ ​ໄຫວ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ ​ໃນກາງ​ສະ​ໄຫມ ພ້ອມ​ທັງ​ປະຕິບັດ​ການ​ຊີ້​ນຳ​ຂອງ​ການ​ນຳ​ຂັ້ນ​ສູງ. ອາ​ຊຽນ ​ແລະ ຈີນ ຍັງ​ມີ​ກົນ​ໄກ​ເຈລະຈາ​ສະ​ເພາະ​ກ່ຽວ​ກັບ​ການ​ຮັບປະກັນ​ປະຕິບັດ​ຖະ​ແຫລ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ(DOC). ນອກ​ນັ້ນ ຍັງ​ມີ​ຫລາຍ​ກາລະ​ໂອກາດ​ເຈລະຈາ​ທີ່​ແຕກ​ຕ່າງ​ກັນ ​ເພື່ອ​ຮັບປະກັນ​ບັນດາ​ໂຄງການ​ດຳ​ເນີນ​ງານ​ທີ່​ວາງ​ອອກ​​ໃນທຸກ​ຂົງ​ເຂດ​ແຕກ​ຕ່າງ​ກັນ.”

        ນັບ​ທັງ ອາ​ຊຽນ ​ແລະ ຈີນ ລ້ວນ​ແຕ່​ນອນ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ທີ່​ມີ​ການ​ພັດທະນາ​ຂະຫຍັນ​ຂັນ​ເຄື່ອນ. ພາຍຫລັງ 46 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ຂຶ້ນ, ອາ​ຊຽນ ພວມ​ໄດ້​ຮັບ​ຖື​ວ່າ​ແມ່ນ​ອົງການ​ຂອງ​ພາກ​ພື້ນ​ທີ່​ມີ​ບົດ​ບາດ​ໃຈກາງ​ຢູ່​ພາກ​ພື້ນ​ນີ້. ​ໃນ​ຂະນະ​ນັ້ນ, ຈີນ ຊື່​ງ​ແມ່ນ​ພື້ນຖານ​ເສດຖະກິດ​ພັດທະນາ​ອັນ​ດັບ 2 ຢູ່​ໃນ​ໂລກ ພວມ​ພົ້ນ​ເດັ່ນ​ຂຶ້ນ​ຢ່າງ​ແຮງ ດ້ວຍ​ພົນລະ​ເມືອງ​ກວ່າ 1,3 ຕື້​ຄົນ. ສະ​ນັ້ນ ການ​ພົວພັນ​ຄູ່​ຮ່ວມ​ມື ອາ​ຊຽນ - ຈີນ ມີ​ຄວາມ​ໝາຍສຳຄັນ​ບໍ່​ພຽງ​ແຕ່​ສຳລັບ​ແຕ່ລະ​ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ຜົນ​ສະທ້ອນ​ເຖິງສັນຕິພາບ, ຄວາມ​ໝັ້ນຄົງ, ການ​ພັດທະນາ​ຢູ່​ພາກ​ພື້ນ​ນີ້​ອີກ​ດ້ວຍ. ​ໂດຍ​ຮັບ​ຮູ້​ສິ່ງ​ດັ່ງກ່າວ​ຢ່າງ​ຈະ​ແຈ້ງ, ​ໃນ​ຕົວ​ຈິງ ອາ​ຊຽນ ​ແລະ ຈີນ ພວມ​ມານະ​ພະຍາຍາມ​ມຸ່ງ​ໄປ​ເຖິງ​ຈຸດໝາຍບໍ່​ພຽງ​ແຕ່​ຊຸກຍູ້​ດ້ານ​ການ​ຄ້າ ​ແລະ ພັດທະນາ​ເສດຖະກິດ​ລະຫວ່າງ​ສອງ​ຝ່າຍ​ເທົ່າ​ນັ້ນ ຫາກ​ຍັງ​ຮ່ວມ​ສຳພັນ​ທັງ​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​, ສ້າງ​ປະຊາ​ຄົມ​ເສດຖະກິດ​ທີ່​ກວ້າງ​ໃຫຍ່​ຢູ່​ພາກ​ພື້ນ​ນີ້​ອີກ​ດ້ວຍ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນດາ​ການ​ປ່ຽນ​ແປງ​ປະຈຸ​ບັນ ພວມ​ສົ່ງ​ຜົນ​ກະທົບ​ບໍ່​​ແມ່ນ​ຫນ້ອຍ​ເຖິງ​ສາຍ​ພົວພັນ​ລະຫວ່າງ ອາ​ຊຽນ ​ແລະ ຈີນ, ​ເປັນ​ຕົ້ນ​ແມ່ນ​ການ​ແຊກ​ແຊງ​ຂອງ​ບັນດາ​ປະ​ເທດ​ໃຫຍ່​ເຂົ້າ​ໃນ​ພາກ​ພື້ນ​ນີ້, ຮຽກຮ້ອງ​​ໃຫ້​ມີການ​ຮ່​ວມມື​ຢ່າງ​ແຫນ້ນ​ແຟ້ນລະຫວ່າງ ອາ​ຊຽນ ​ແລະ ຈີນ ກວ່າອີກ. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມກວາງ​ວີ​ງ ຖື​ວ່າ:

        “ການ​ພົວພັນ ລະຫວ່າງ ອາ​ຊຽນ ​ແລະ ຈີນ ​ເຮັດ​ແນວ​ໃດ​ຕ້ອງ​ຮັກສາ​ໄດ້​ຫລັກການ​ທີ່​ວາງ​ອອກ ນັ້ນ​ແມ່ນ​ເຄົາລົບ​ເອກະລາດ, ອະທິປະ​ໄຕ, ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ, ​ແກ້​ໄຂ​ທຸກ​ຄວາມ​ບໍ່​ລົງ​ລອຍ​ກັນ ​ໂດຍ​ອີງ​ໃສ່​ກົດໝາຍ​ສາກົນ, ພ້ອມ​ກັນ​ນັ້ນ ຕ້ອງ​ຮັກສາ​ຈຸດໝາຍ​ສ້າງ​ປະຊາ​ຄົມ​ອາ​ຊຽນ. ທ່າ​ແຮງ​ຂອງ​ອາ​ຊຽນ ນັ້ນ​ແມ່ນ​ຄວາມ​ສາມັກຄີ, ຮັກ​ສາ​ບົດບາດ​ເປັນ​ຫລັກ​ແຫ​ລ່ງຂອງ​ຕົນ ສະ​ນັ້ນ ການ​ພົວພັນ​ຂອງ​ບັນດາ​ປະ​ເທດ​ໃຫຍ່​ກໍ​ຕ້ອງ​ເຮັດ​ແນວ​ໃດ​ສະຫນັບສະຫນູນ​ຄວາມ​ສາມັກຄີ​ໃນ​ອາ​ຊຽນ.”

        ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ ​ເພື່ອ​ພ້ອມ​ກັນ​ພັດທະນາ ​ແມ່ນ​ຄວາມ​ຮັບ​ຮູ້​ລວມຂອງ​ທັງ ອາ​ຊຽນ ​ແລະ  ຈີນ. ​ໃນ​ບົດ​ປາ​ໄສ​​ໄຂ​ເວທີ​ປາ​ໄສ​ສະ​ເຫລີ​ມສະ​ຫລອງ 10 ປີ​ແຫ່ງ​ວັນ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອາ​ຊຽນ - ຈີນ ຈັດ​ຕັ້ງ​ຂຶ້ນ​ຫວ່າງ​ແລ້ວ​ນີ້ ຢູ່ ​ໄທ, ທ່ານ ຫວາງ​ອີ ລັດຖະ​ມົນຕີ​ການ​ຕ່າງປະ​ເທດ ຈີນ ກໍ​ຢືນຢັນ​ວ່າ: ລັດຖະບານ​ຈີນ​ຊຸດ​ໃຫມ່ ກໍ​ຖື​ການ​ພົວພັນ​ບ້ານ​ໃກ້​ເຮືອນ​ຄຽງ​ມິດຕະພາບ​ກັບ​ອາ​ຊຽນ ​ເປັນ​ສຳຄັນ, ສະຫນັບສະຫນູນ​ບົດບາດ​ໃຈກາງ​ຂອງ ອາ​ຊຽນ ​ໃນ​ໂຄງ​ປະກອບ​ພາກ​ພື້ນ ​ແລະ ໝັ້ນ​ໝາຍ​ສືບ​ຕໍ່​ສະຫນັບສະຫນູນ ອາ​ຊຽນ ​ໃນ​ຄວາມ​ມານະ​ພະຍາຍາມ​ສ້າງ​ປະຊາ​ຄົມ. ຈີນ ປາດ​ຖະຫນາດ ​ແລະ ພ້ອມ​ແລ້ວທີ່​ຈະ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ ອາ​ຊຽນ ​ເພື່ອ​ແກ້​ໄຂ​ການ​ພິພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ສັນຕິ​ວິທີ, ໝັ້ນ​ໝາຍ​ສືບ​ຕໍ່​ຜັນ​ຂະຫຍາຍ DOC ຢ່າງ​ຄົບ​ຖ້ວນ ​ແລະ ກ້າວ​ໄປ​ເຖິງ​ການ​ສ້າງ COC ​ເພື່ອ​​ເຮັດ​ໃຫ້​ທະ​ເລ​ຕາ​ເວັນ​ອອກ​ກາຍ​ເປັນ​ພາກ​ພື້ນ​ສັນຕິພາບ ​ແລະ ຮ່ວມ​ມື.

        ອາ​ຊຽນ ​ແລະ ຈີນ ຈະ​ສືບ​ຕໍ່​ຮັກສາ ​ແລະ ຍູ້​ແຮງ​ບັນດາ​ມາດ​ຕະການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ຄວາມ​ເຂົ້າ​ໃຈ​ລວມ, ​ແລະ ຖື​ວ່າ ນີ້​ແມ່ນ​ພື້ນຖານ​ສຳຄັນ​ເພື່ອ​ສ້າງສາ​ຍພົວພັນ​ຮ່ວມ​ມື​ອັນ​ດີງາມ ​ແລະ ສະຖຽນລະ​ພາບ​ຍາວ​ນານ ກໍ​ຄື​ແກ້​ໄຂ​ບັນດາ​ບັນຫາ​ທີ່​ຍັງ​ຄ້າງ​ຄາ​ລະຫວ່າງ​ສອງ​ຝ່າຍ. ​ແນ່ນອນ​ວ່າ ​ນີ້​ແມ່ນເນື້ອ​ໃນ​ຕົ້ນຕໍ​ທີ່​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດພິ​ເສດ ອາ​ຊຽນ - ຈີນ ສະ​ເຫລີ​ມສະຫລອງ 10 ປີ​ແຫ່ງການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ ຊື່​ງຖືກ​ຈັດ​ຂຶ້ນ​ຢູ່​ປັກ​ກີ​ງ ປະ​ເທດ​ຈີນ. ນຳ​ຫນ້າ​ຄະນະ​ຜູ້​ແທນຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບີ່​ງມີ​ງ ຈະ​ສືບ​ຕໍ່​ມີ​ການປະກອບສ່ວນຢ່າງ​ຕັ້ງຫນ້າ​ໃນ​ການ​ຮັກສາ, ພັດທະນາ​ສາຍ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ຈີນ ກໍ​ຄື​ລະຫວ່າງ ອາ​ຊຽນ ​ແລະ ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ