ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງພ້ອມດ້ວຍ
ພັນລະຍາ ໄດ້ເດີນທາງຮອດ ຈາກາຕາ ປະເທດ ອິນໂດເນເຊຍ
|
ວັນທີ 27/6, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ໄດ້ເດີນທາງໄປຢ້ຽມຢາມທາງລັດຖະກິດ ອິນໂດເນເຊຍ ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ອິນໂດເນເຊຍ Susilo Bambang Yudhoyono, ການຢ້ຽມຢາມຂອງທ່ານປະທານປະເທດ ເຈືອງເຕີນຊາງ ເປັນຂີດໝາຍທີ່ສຳຄັນໃນໄລຍະເກືອບ 60 ປີແຫ່ງການສ້າງສາຍພົວພັນທາງການທູດລະຫວ່າງ 2 ປະເທດ ດ້ວຍການຍົກການພົວພັນລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດ, ເປີດໄລຍະໃໝ່ ໃຫ້ແກ່ ການພົວພັນລະຫວ່າງ 2 ປະເທດ.
ຫວຽດນາມ ແລະ ອິນໂດເນເຊຍ ໄດ້ສ້າງການພົວພັນທາງການທູດ ນັບແຕ່ປີ 1955 ເປັນຕົ້ນມາ ແລະ ໃນຮອບເວລາ 10 ປີ ຫຼັງຈາກນັ້ນ, ການພົວພັນດ້ານການເມືອງລະຫວ່າງ 2 ປະເທດໄດ້ພັດທະນາຢ່າງແຂງແຮງທີ່ສຸດ. ພົ້ນເດັ່ນຂຶ້ນແມ່ນການພົວພັນທີ່ສະໜິດຕິດພັນລະຫວ່າງປະທານໂຮ່ຈິມິນ ແລະ ປະທານາທິບໍດີ ຊູກາກໂນ.
ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ, ມຸ່ງໄປສູ່ຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດໃນຕະຫຼອດຊຸມປີທີ່ຜ່ານມາ ໄດ້ຮັບການຮູ້ແຮງຢ່າງບໍ່ຢຸດຢັ້ງ. 2 ປະເທດສືບຕໍ່ແລກປ່ຽນຄະນະຜູ້ແທນ, ພົບປະຂັ້ນສູງ ຊຶ່ງພົ້ນເດັ່ນແມ່ນການຢ້ຽມຢາມອິນໂດເນເຊຍຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນເຕີ້ນຢຸງ(9/2011) ແລະ ການຢ້ຽມຢາມທາງລັດຖະກິດຫວຽດນາມຂອງປະທານາທິບໍດີອິນໂດເນເຊຍ Susilo Bambang Yuddhoyono (10/2010). ຕາມການຕີລາຄາຂອງກອງປະຊຸມການຕ່າງປະເທດ ອິນໂດເນເຊຍ(2/2012), ຫວຽດນາມນອນໃນກຸ່ມ 14 ປະເທດ “ ຄູ່ຮ່ວມມືຮອບດ້ານ ” ແລະ “ຄູ່ຮ່ວມມືຍຸດທະສາດ” ຊຶ່ງ ອິນໂດເນເຊຍ ຄວນໃຫ້ບຸລິມະສິດພັດທະນາການພົວພັນ. ຫວຽດນາມ ແລະ ອິນໂດເນເຊຍ ຕັ້ງໜ້າຊຸກຍູ້ການສ້າງການພົວພັນ ຄູ່ຮ່ວມມືຍຸດທະສາດ; ໄດ້ຈັດຕັ້ງກອງປະຊຸມສຳມະນາ 2 ຄັ້ງ ເພື່ອສ້າງການພົວພັນ ຄູ່ຮ່ວມມືຍຸດທະສາດ. ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນ ໃຫ້ຂໍ້ສັງເກດວ່າ :
“ ດ້ວຍບັນດາລະດັບຂອງສາຍພົວພັນ ຫວຽດນາມ ແລະ ອິນໂດເນເຊຍ ໃນປະຈຸບັນ, ພວກເຮົາມີພື້ນຖານຢ່າງພຽງພໍເພື່ອນຳການພົວພັນລະຫວ່າງ 2 ປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່, ລະດັບຄູ່ຮ່ວມມືຍຸດທະສາດ. ມັນມີຄວາມໝາຍທີ່ສຳຄັນ. ປະຈຸບັນພວກເຮົາຫາກໍສ້າງ ການພົວພັນຄູ່ຮ່ວມມືຍຸດທະສາດກັບບາງປະເທດ. ອິນໂດເນເຊຍ ດ້ວຍທີ່ຕັ້ງບົດບາດໃນພາກພື້ນ ແລະ ສາກົນນັ້ນ, ການສ້າງຄູ່ຮ່ວມມືຍຸດທະສາດ ນັ້ນ ແມ່ນຜົນປະໂຫຍດຂອງທັງ 2 ປະເທດ, ພ້ອມທັງເພື່ອສັນຕິພາບ, ການຮ່ວມມືພັດທະນາເປັນປົກກະຕິໃນພາກພື້ນ ”
ບັນດາກົນໄກຮ່ວມມື 2 ຝ່າຍ ໄດ້ຮັບການປະຕິບັດຢ່າງສະເໝີ. 2 ປະເທດໄດ້ລົງນາມໃນໂຄງການດຳເນີນງານໄລຍະ 2012-2015. ຄະນະກຳມະການຮ່ວມມື 2 ຝ່າຍຂັ້ນ ລັດຖະມົນຕີການຕ່າງປະເທດ ທີ່ຫາກໍໄດ້ຮັບການສ້າງຕັ້ງໄດ້ໂຮມປະຊຸມວາລະທຳອິດຢູ່ຮ່າໂນ້ຍເມື່ອເດືອນ 7/2012 ແລະ ຄະນະກຳມະການປະສົມກ່ຽວກັບການຮ່ວມມືດ້ານເສດຖະກິດ, ວິທະຍາສາດ ແລະ ເຕັກນິກ ໄດ້ຈັດກອງປະຊຸມຄັ້ງທີ 6 ຢູ່ ອິນໂດເນເຊຍເມື່ອ 9/2012. ບັນດາທ້ອງຖິ່ນຂອງ 2 ປະເທດໄດ້ເປັນເຈົ້າການສ້າງການພົວພັນຮ່ວມມື ແນໃສ່ຂຸດຄົ້ນທ່າແຮງ ແລະ ເພີ່ມເຕີມຊຶ່ງກັນ ແລະ ກັນ. ການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນລະຫວ່າງ 2 ປະເທດສືບຕໍ່ພັດທະນາເປັນປົກກະຕິ. ວົງເງິນການຄ້າ 2 ສົ້ນໄດ້ເພີ່ມຂຶ້ນຢ່າງສະເໝີ, ເປັນຕົ້ນແມ່ນໃນຊຸມປີມໍ່ໆມານີ້ ໄດ້ບັນລຸ 3,3ຕ໋ື້ີ້ USDໃນປີ 2010; 4,6 ຕື້ USD ໃນປີ 2011 ແລະ 4,605 ຕື້ USD ໃນປີ 2012 ແລະ 2 ຝ່າຍສູ້ຊົນບັນລຸລະດັບ 5 ຕື້ USD ຫຼືສູງກ່ວາໃນຈຸດເວລາກ່ອນປີ 2015. ໃນຂົງເຂດຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, 2 ປະເທດໄດ້ລົງນາມໃນບົດບັນທຶກຊ່ວຍຈຳຮ່ວມມືດ້ານປ້ອງກັນຊາດໃນເດືອນ 10/2010 ແລະພວມຊຸກຍູ້ການລົງນາມໃນສັນຍາກ່ຽວກັບການລາດຕະເວນຮ່ວມຢູ່ທະເລ ແລະ ສ້າງລະບົບສື່ຂ່າວກອງທັບເຮືອ, ສັນຍາສົ່ງຜູ້ຕ້ອງໂທດ ແລະ ສັນຍາໜູນຊ່ວຍດ້ານຕຸລາການກ່ຽວກັບຄະດີອາຍາ. ອິນໂດເນເຊຍພວມຊ່ວຍຫວຽດນາມກໍ່ສ້າງນາຍທະຫານ. ຮ່ວມມືໃນຂົງເຂດຕ່າງໆຄື : ການສຶກສາ ແລະ ບຳລຸງສ້າງ, ກະສີກຳ-ປ່າໄມ້, ພະລັງງານ, ວັດທະນະທຳ-ທ່ອງທ່ຽວ, ແລກປ່ຽນປະຊາຊົນ ກໍລ້ວນແຕ່ໄດ້ຮັບການຊຸກຍູ້. 2 ຝ່າຍພວມເຈລະຈາເພື່ອເຊັນໃໝ່ MOU ກ່ຽວກັບການຮ່ວມມືດ້ານການສຶກສາຊຶ່ງໄດ້ເຊັນກັນ ເມື່ອປີ 2005. ແຕ່ລະປີ, ອິນໂດເນເຊຍໄດ້ສະໜອງທຶນສຶກສາໄລຍະຕ່າງໆນັບຮ້ອຍທຶນໃຫ້ແກ່ຫວຽດນາມ. ທ່ານ Bam Bang Tarsanno ຫົວໜ້າສະຖານກົງສູນໃຫຍ່ແຫ່ງສ. ອິນໂດເນເຊຍປະຈຳນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ : “ ຈຳນວນນັກສຶກສາຫວຽດນາມທີ່ໄດ້ຮັບທຶນສຶກສາຈາກລັດຖະບານ ອິນໂດເນເຊຍ ໄດ້ເພີ່ມຂຶ້ນເມື່ອທຽບໃສ່ຊຸມປີກ່ອນໆ, ໂດຍສະເພາະແມ່ນຢູ່ນະຄອນໂຮ່ຈິມິນ. ພ້ອມກັນນັ້ນ, ກໍຍັງມີບັນດາການເຄື່ອນໄຫວສະແດງໃຫ້ເຫັນນ້ຳໃຈຊ່ວຍເຫຼືອ, ສາມັກຄີກັນລະຫວ່າງ 2 ປະເທດຂອງຊາວ ອິນໂດເນເຊຍທີ່ສະຫງວນໃຫ້ແກ່ຫວຽດນາມໂດຍຜ່ານບັນດາການເຄື່ອນໄຫວກຸສົນ, ບໍລິຈາກເລືອດມະນຸດສະທຳ...ມີຫຼາຍລານການພົບປະແລກປ່ຽນ ຄືແນະນຳວັດທະນະທຳອິນໂດເນເຊຍ, ການແຂ່ງຂັນກິລາປິງປອງມິດຕະພາບອາຊຽນ ໄດ້ຊ່ວຍໃຫ້ປະຊາຊົນ 2 ປະເທດເວົ້າສະເພາະ ແລະ ບັນດາປະເທດອາຊຽນເວົ້າລວມເພີ່ມຄວາມເຂົ້າໃຈ ແລະ ສະໜິດຕິດພັນກັນກ່ວາ ”
ໃນຂອບເຂດຫຼາຍຝ່າຍ, ຫວຽດນາມ ແລະ ອິນໂດເນເຊຍຍາມໃດກໍແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈກັນໃນເລື່ອງພ້ອມກັນແກ້ໄຂບັນດາບັນຫາຂອງພາກພື້ນ, ເປັນຕົ້ນແມ່ນບັນຫາທະເລຕາເວັນອອກ. 2 ປະເທດຍັງພ້ອມກັນມານະພະຍາຍາມແນໃສ່ສ້າງກຸ່ມອາຊຽນບໍ່ພຽງແຕ່ກາຍເປັນສູນກາງການເມືອງ-ເສດຖະກິດທີ່ສຳຄັນຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ເທົ່ານັ້ນ, ຫາກຍັງມີທີ່ຕັ້ງບົດບາດໃນພາກພື້ນອາຊີປາຊີຟິກ ກໍຄືໃນໂລກອີກດ້ວຍ.
ການຢ້ຽມຢາມອິນໂດເນເຊຍຂອງທ່ານປະທານປະເທດ ເຈືອງເຕີນຊາງ ຄັ້ງນີ້ ແມ່ນເພື່ອແນໃສ່ຢັ້ງຢືນນະໂຍບາຍຢ່າງສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ຖືເປັນສຳຄັນການເພີ່ມທະວີການພົວພັນມິດຕະພາບ ແລະ ຮ່ວມມືຮອບດ້ານກັບ ອິນໂດເນເຊຍ, ຄູ່ຮ່ວມມືທີ່ເປັນມູນເຊື້ອ ແລະ ສຳຄັນຂອງ ຫວຽດນາມ ໃນ ອາຊຽນ ແລະ ພາກພື້ນ. ການຢ້ຽມຢາມກໍເປັນການຍົກການພົວພັນລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເປັນທາງການ, ແລກປ່ຽນທິດທາງເພື່ອນຳການຮ່ວມມືລະຫວ່າງ 2 ປະເທດເຂົ້າສູ່ລວງເລິກ,ແລກປ່ຽນທັດສະນະກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ ແລະ ການຮ່ວມມືໃນກຸ່ມອາຊຽນ.