(vovworld) – ທ່ານ John Kery, ລັດຖະມົນຕີການຕ່າງປະເທດຄົນໃໝ່ຂອງ ອາເມລິກາ ໄດ້ໄປປະຕິບັດງານຢູ່ 9 ປະເທດເອີລົບ ແລະ ຕາເວັນອອກກາງ ເປັນເວລາ 11 ວັນ. ນີ້ຖືກຖືວ່າແມ່ນສັນຍານສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງ ອາເມລິກາ ທີ່ມີຕໍ່ທະວີບດັ່ງກ່າວ, ພ້ອມທັງຢັ້ງຢືນບົດບາດອັນຕັ້ງໜ້າໃນການຊອກຫາວິທີແກ້ໄຂສະພາບການຢູ່ຕາເວັນອອກກາງໂດຍສັນຕິ. ເຖິງຢ່າງໃດກໍ່ຕາມ, ວົງການນັກໄຈ້ແຍກໄດ້ຕີລາຄາວ່າ, ການໄປປະຕິບັດງານຄັ້ງນີ້ຂອງທ່ານພຽງແຕ່ເພື່ອ ”ຮັບຟັງ” ແລະ ”ຮັບຮູ້” ເທົ່ານັ້ນ, ຫາກບໍ່ທັນມີບາດກ້າວ ບຸກທະລຸຢ່າງລະອຽດເທື່ອ.
ທ່ານ John Kery ເດີນທາງໄປຮອດ ອັງກິດ ໃນວັນທີ 24/2, ເລີ່ມຕົ້ນການຢ້ຽມຢາມ 9 ປະເທດ, ເຊິ່ງລວມມີ: ອັງກິດ, ເຢຍລະມັນ, ຝລັ່ງ, ອີຕາລີ, ເຕິກກີ, ອີຢີບ, ຊາອຸດີອາຮາບີ, ອາຮັບເອັມມີເຫຼດ ຢູໄນເຕັດ ແລະ ກາຕາ. ທ່ານ John Kery ພວມປະຕິບັດນະໂຍບາຍການຕ່າງປະເທດໃໝ່ຂອງປະທານາທິບໍດີອາເມລິກາ Barack Obama ໃນອາຍຸການທີ 2, ນັ້ນແມ່ນບຸລິມະສິດແກ່ການຮັກສາການພົວພັນກັບບັນດາພັນທະມິດອັນດັບໜຶ່ງຢູ່ເອີລົບຢ່າງແຮງ, ພ້ອມທັງປັບປຸງການພົວພັນກັບບັນດາປະເທດ ອາຮັບ.
ນະໂຍບາຍດັ່ງກ່າວຖືກສະແດງອອກທີ່ການພົບປະລະຫວ່າງທ່ານ John Kery ກັບທ່ານນາຍົກລັດຖະມົນຕີອັງກິດ David Cameron ແລະ ຄູ່ຮ່ວມຕຳແໜ່ງ William Hague ຢູ່ອັງກິດ. ນອກຈາກເນື້ອໃນບຸລິມະສິດ ທີ່ກ່ຽວຂ້ອງເຖິງບັນຫາຖອນທະຫານ ອອກຈາກອາບການິສະຖານ, ສົມທົບກັນດຳເນີນງານ ເພີ່ມທະວີກຳລັງແຮງຂອງກຳລັງທະຫານປະສົມແລ້ວ, ວໍຊິງຕັນຍັງຢາກໄດ້ຮັບຟັງແນວຄວາມຄິດຂອງລອນດອນ ກ່ຽວກັບການເອົາປະຊາມະຕິທີ່ມີຕໍ່ບັນຫາຈະອອກຈາກ ອີຢູ ຫຼື ຍັງເຂົ້າຮ່ວມ ອີຢູ. ໂດຍແມ່ນພັນທະມິດອັນສະໜິດສະໜົມ ແລະ ຍາວນານກວ່າໝູ່ຂອງອາເມລິກາ, ອາເມລິກາບໍ່ຢາກໃຫ້ອັງກິດຢືນຢູ່ນອກອີຢູ, ພິເສດແມ່ນໃນສະພາບວິກິດການໜິ້ສາທາລະນະຢູ່ເອີລົບພວມມີສັນຍານໄດ້ຮັບການປັບປຸງ ແລະ ເລີ່ມປະຕິບັດສັນຍາການຄ້າເສລີ ອາເມລິກາ - ອີຢູ. ໃນສານສະຫະລັດເມື່ອຕົ້ນປີນີ້, ທ່ານ Barack Obama ໄດ້ສະແດງຄວາມເອົາໃຈໃສ່ເຖິງກຳລັງຄວາມສາມາດໃນການພົວພັນລະຫວ່າງມະຫາສະໝຸດ ດ້ວຍການປະກາດແຜນການທີ່ກ່ຽວຂ້ອງເຖິງການເຈລະຈາກ່ຽວກັບ ”ການຄ້າຂ້າມມະຫາສະໝຸດ ແລະ ການພົວພັນຄູ່ຮ່ວມມືລົງທຶນ”, ເຊິ່ງອາດຈະຊ່ວຍສ້າງເປັນເຂດການຄ້າເສລີໃຫຍ່ກວ່າໝູ່ຢູ່ໃນໂລກ. ດັ່ງນັ້ນ, ເມື່ອໄປເຖິງ ແບກແລງ (ເຢັຍລະມັນ), ປາຮີ (ຝລັ່ງ), ທ່ານລັດຖະມົນຕີການຕ່າງປະເທດອາເມລິກາກໍ່ໄດ້ປຶກສາຫາລືກັບການນຳບັນດາປະເທດເຈົ້າພາບດັ່ງກ່າວ ກ່ຽວກັບເພີ່ມທະວີການພົວພັນຮ່ວມມືຂ້າມມະຫາສະໝຸດ.
ເຖິງຢ່າງໃດກໍ່ຕາມ, ບັນຫາທີ່ພົ້ນເດັ່ນໃນນະໂຍບາຍການຕ່າງປະເທດຂອງອາເມລິກາຜ່ານການໄປປະຕິບັດງານຄັ້ງນີ້ ນັ້ນແມ່ນບັນຫາຕາເວັນອອກກາງ, ເຊິ່ງລວມມີເສິກກາງເມືອງຢູ່ຊີຮີ, ບັນຫານິວຄະເລຍຂອງອີຮານ ແລະ ສັນຕິພາບລະຫວ່າງ ອິດສະຮາແອນ - ປາແລດສະຕີ. ວັນທີ 28/2, ຢູ່ ໂຣມ (ອີຕາລີ), ທ່ານ John Kery ຈະເຂົ້າຮ່ວມກອງປະຊຸມສາກົນກັບຜູ້ຕາງໜ້າຂອງຝ່າຍຄ້ານຊີຮີ ເພື່ອປຶກສາຫາລື ແລະ ຊອກຫາມາດຕະການແກ້ໄຂວິກິດການທີ່ແກ່ຍາວມາເປັນເວລາ 23 ເດືອນຜ່ານມາ. ໃນການໄປປະຕິບັດງານຄັ້ງນີ້, ທ່ານ John Keryກໍ່ຈະມານະພະຍາຍາມເກ້ຍກ່ອມໃຫ້ລັດເຊຍ, ເຊິ່ງແມ່ນພັນທະມິດທີ່ສຳຄັນຂອງອຳນາດການປົກຄອງຊີຮີ ເຫັນດີເປັນເອກະພາບກັບອາເມລິກາໃນການແກ້ໄຂສະພາບການຂາດສະຖຽນລະພາບຢູ່ຊີຮີ. ນີ້ແມ່ນໜ້າທີ່ຫຍຸ້ງຍາກທີ່ສຸດ, ເພາະວ່ານັບແຕ່ກ່ອນມານີ້, ຍາມໃດລັດເຊຍກໍ່ຮັກສາທັດສະນະທີ່ວ່າ ບັນຫາຂອງຊີຮີ ໂດຍແມ່ນຊາວຊີຮີ ເປັນຜູ້ຕັດສິນເອງ, ຫາກບໍ່ແມ່ນການແຊກແຊງຈາກພາຍນອກ. ນອກນັ້ນ, ບັນຫານິວຄະເລຍຂອງອີຮານ ກໍ່ແມ່ນການທ້າທາຍສຳລັບ ວໍຊິງຕັນ, ໃນຂະນະທີ່ການເຈລະຈານິວຄະເລຍ P5+1 ລະຫວ່າງອີຮານ ກັບ 5 ປະເທດປະຈຳສະພາຄວາມໝັ້ນຄົງ ສະຫະຊາຊາຊາດ ເລີ່ມດຳເນີນ ດ້ວຍສັນຍານທີ່ວ່າຈະບໍ່ໄດ້ຮັບຜົນ ຈົນກວ່າເວລາການເລືອກຕັ້ງປະທານາທິບໍດີ ອີຮານ ຈະຖືກຈັດຕັ້ງໃນເດືອນ 6 ປີນີ້. ຢູ່ອີຢີບ, ທ່ານ John Kery ໄດ້ນຳເອົາສານຂອງອາເມລິກາ ທີ່ຢາກຮ່ວມມືກັບລັດຖະບານໃໝ່ຂອງ ອີຢີບ, ແຕ່ເບິ່ງຄືວ່າ, ໜ້າທີ່ນີ້ກໍ່ບໍ່ງ່າຍດາຍ ເພາະວ່າອົງການອ້າຍນ້ອງອິດສະລາມ, ບໍ່ນິຍົມອາເມລິກາ. ຢູ່ ຊາອຸດີອາຣາບີ, UAE, ກາຕາ - ເຊິ່ງແມ່ນແຫ່ງພົວພັນຕິດຕໍ່ຕົ້ນຕໍຂອງອາເມລິກາຢູ່ຕາເວັນອອກກາງ, ທ່ານ John Kery ຈະໄດ້ຮັບຂໍ້ມູນຂ່າວຕື່ມອີກຢ່າງຫຼວງຫຼາຍ ເພື່ອຮັບມືກັບວິກິດການຢູ່ ຊີຮີ, ອາບການິສະຖານ ແລະ ວິວັດທະນາການສັນຕິພາບຢູ່ຕາເວັນອອກກາງ.
ເປົ້າໝາຍການຢ້ຽມຢາມ ເອີລົບ ແລະ ຕາເວັນອອກກາງ ຂອງລັດຖະມົນຕີການຕ່າງປະເທດຄົນໃໝ່ ອາເມລິກາຄັ້ງນີ້ສະແດງໃຫ້ເຫັນວ່າ, ແທນທີຈະປະຕິບັດຈຸດໝາຍອັນຍາວນານນັ້ນ, ວໍຊິງຕັນພວມສຸມໃສ່ແຊກແຊກເຂົ້າບັນດາບັນຫາໄລຍະສັ້ນ. ອາເມລິກາ ໄດ້ມີການປັບປຸງຍຸດທະສາດໃຫ້ແກ່ພາກພື້ນອາຊີ - ປາຊີຝິກ, ແຕ່ຍັງຄົງເອົາໃຈໃສ່ເຖິງພາກພື້ນທີ່ມີຜົນປະໂຫຍດທາງດ້ານຍຸດທະສາດຂອງວໍຊິງຕັນ ຢູ່. ເປັນທີ່ຈະແຈ້ງແລ້ວວ່າ, ການປ່ຽນໃໝ່ໃນແນວທາງການຕ່າງປະເທດນີ້ ໄດ້ຮັບຖືວ່າ ແມ່ນເພື່ອແນໃສ່ປັບປຸງທີ່ຕັ້ງ, ຜົນສະທ້ອນຂອງອາເມລິກາຢູ່ເອີລົບ ແລະ ຕາເວັນອອກກາງ. ຍ້ອນເຫດນັ້ນ, ການໄປປະຕິບັດງານທີ່ແກ່ຍາວເປັນເວລາ 11 ວັນຂອງລັດຖະມົນຕີການຕ່າງປະເທດອາເມລິກາ ທ່ານ John Kery ຈຶ່ງຖືກຖືວ່າ ເພື່ອຮັບຟັງ ແຕ່ພັດມີຄວາມສຳຄັນ, ເພາະວ່າມັນເລີ່ມຕົ້ນໃຫ້ວິວັດການໜຶ່ງ, ນັ້ນແມ່ນສ້າງພື້ນຖານລວມກັບບັນດາພັນທະມິດຕົ້ນຕໍຢູ່ ເອີລົບ ແລະ ຕາເວັນອອກກາງ, ເຊິ່ງຈະເປີດກາລະໂອກາດ ເພື່ອໃຫ້ອາເມລິກາປັບປຸງການພົວພັນກັບ ໂລກອາຮັບ.