(vovworld) - ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມ ຊຸດທີ 13, ຈະປຶກສາຫາລື ແລະ ຮັບເອົາຄວາມເຫັນຄັ້ງທຳອິດກ່ຽວກັບຮ່າງກົດໝາຍວ່າດ້ວຍລົງປະຊາມະຕິ. ຮ່າງກົດໝາຍນີ້ໄດ້ຮັບການສ້າງຂຶ້ນເພື່ອແນໃສ່ເສີມຂະຫຍາຍປະຊາທິປະໄຕ ແລະ ສິດເປັນເຈົ້າຂອງປະຊາຊົນ, ເປີດກວ້າງບັນດາຮູບການປະຊາທິປະໄຕໂດຍກົງ. ການສ້າງຮ່າງກົດໝາຍວ່າດ້ວຍລົງປະຊາມະຕິ ກໍ່ເພື່ອແນໃສ່ຫັນບັນດາຂໍ້ກຳນົດຂອງລັດຖະທຳມະນູນປີ 2013 ເປັນລະອຽດ ແລະ ປັບປຸງລະບົບກົດໝາຍຫວຽດນາມ ອີກ.
ບັນດາສະມາຊິກສະພາແຫ່ງຊາດປຶກສາຫາລືຢູ່ຫໍປະຊຸມສະພາແຫ່ງຊາດ
(ພາບ: ຍືອີ໋)
ການລົງປະຊາມະຕິແມ່ນແບບວິທີເພື່ອໃຫ້ປະຊາຊົນສະແດງເຈດຈຳນົງ ແລະ ສິດອຳນາດໂດຍກົງຂອງຕົນທີ່ມີຕໍ່ບັນດາບັນຫາສຳຄັນຂອງປະເທດຊາດໃນແຕ່ລະໄລຍະຢ່າງລະອຽດ, ສະພາແຫ່ງຊາດໄດ້ມອບໃຫ້ສະມາຄົມທະນາຍຄວາມຫວຽດນາມ ເປັນເຈົ້າພາບຮຽບຮຽງຮ່າງກົດໝາຍວ່າດ້ວຍລົງປະຊາມະຕິ. ປະຈຸບັນ, ຮ່າງກົດໝາຍວ່າດ້ວຍລົງປະຊາມະຕິ ມີບາງບັນຫາຍັງມີຄວາມເຫັນແຕກຕ່າງກັນຄື: ສະເໜີສະພາແຫ່ງຊາດຕົກລົງກ່ຽວກັບການລົງປະຊາມະຕິ; ຂອບເຂດການລົງປະຊາມະຕິ; ອົງການຮັບຜິດຊອບກ່ຽວກັບການລົງປະຊາມະຕິ; ຜົນຂອງການລົງປະຊາມະຕິ ແລະ ການແກ້ໄຂຄຳຮ້ອງຟ້ອງກ່ຽວກັບຜົນຂອງການລົງປະຊາມະຕິ. ການລົງປະຊາມະຕິແມ່ນຮູບການສຳຄັນໃນການປະຕິບັດປະຊາທິປະໄຕໂດຍກົງຂອງປະຊາຊົນ, ແມ່ນຮູບການສະແດງໃຫ້ເຫັນຈຸດສູງຂອງພື້ນຖານປະຊາທິປະໄຕ.
ການລົງປະຊາມະຕິເພື່ອເສີມຂະຫຍາຍປະຊາທິປະໄຕ ແລະ ສິດເປັນເຈົ້າຂອງປະຊາຊົນໃນການກໍ່ສ້າງລັດແຫ່ງອຳນາດນິຕິບັນຍັດ
ຮ່າງກົດໝາຍວ່າດ້ວຍລົງປະຊາມະຕິຍົກອອກ 3 ຫຼັກການ, ໃນນັ້ນຍົກສູງສິດອຳນາດຂອງປະຊາຊົນ, ເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ເພີ່ມທະວີຄວາມເຫັນດີເຫັນພ້ອມໃນສັງຄົມ. ຍົກສູງສິດອຳນາດຂອງປະຊາຊົນ. ໝາຍຄວາມວ່າເຈດຈຳນົງຂອງປະຊາຊົນແມ່ນສູງສຸດ, ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ. ແຕ່, ເມື່ອຍົກສູງສິດອຳນາດຂອງປະຊາຊົນ, ຕ້ອງເອົາໃຈໃສ່ເຖິງການເພີ່ມທະວີຄວາມເຫັນດີເຫັນພ້ອມໃນສັງຄົມ. ທ່ານ ຫງວຽນວັນຟາ, ສະມາຊິກສະພາແຫ່ງຊາດແຂວງນາມດິ້ງ, ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ສະມາຊິກຄະນະຮຽບຮຽງຮ່າງກົດໝາຍນີ້, ໃຫ້ຮູ້ວ່າ:
“ຕາມຂໍ້ກຳນົດຂອງລັດ, ພິເສດແມ່ນຢູ່ຂັ້ນຮາກຖານ, ເມື່ອມີບັນດາບັນຫາກ່ຽວຂ້ອງໂດຍກົງເຖິງຊີວິດຂອງປະຊາຊົນ, ກ່ອນຈະຜັນຂະຫຍາຍ, ອຳນາດການປົກຄອງຮາກຖານຕ້ອງເປີດເຜີຍ, ຮັບເອົາຄວາມເຫັນຂອງປະຊາຊົນ. ຮ່າງກົດໝາຍວ່າດ້ວຍລົງປະຊາມະຕິ ແມ່ນຕ້ອງລົງປະຊາມະຕິໃນທົ່ວປະເທດ, ຫາກບໍ່ແມ່ນລົງປະຊາມະຕິໃນທ້ອງຖີ່ນໃດໜຶ່ງ. ຄວາມມຸງຫວັງຂອງພວກເຮົາແມ່ນສ້າງກົດໝາຍວ່າດ້ວຍລົງປະຊາມະຕິ ເພື່ອແນໃສ່ເສີມຂະຫຍາຍປະຊາທິປະໄຕ ແລະ ສິດເປັນເຈົ້າຂອງປະຊາຊົນ“.
ໃນຊຸມປີຜ່ານມາ, ທິດນຳທີ່ວ່າ “ປະຊາຊົນຮູ້, ປະຊາຊົນປຶກສາຫາລື ແລະ ປະຊາຊົນກວດກາ“ ໄດ້ຮັບການເຜີຍແຜ່ ແລະ ປະຕິບັດນັບມື້ນັບກວ້າງຂວາງໃນຊີວິດ, ສັງຄົມ. ຍ້ອນເຫດນັ້ນ, ເລື່ອງສ້າງກົດໝາຍວ່າດ້ວຍ ລົງປະຊາມະຕິຈະປະກອບສ່ວນຢ່າງແທດຈິງເຂົ້າໃນການສ່ອງແສງ ແລະ ເສີມຂະຫຍາຍຄຸນຄ່າດ້ານແນວຄິດ ແລະ ມູນເຊື້ອອັນດີງາມດັ່ງກ່າວ. ທ່ານ ຫງວຽນວັນກວ່ຽນ, ປະທານສະມາຄົມທະນາຍຄວາມຫວຽດນາມ, ຖືວ່າ:
“ຖ້າຫາກວ່າຮ່າງກົດໝາຍນີ້ໄດ້ຮັບການປະກາດໃຊ້, ມັນຈະສະແດງໃຫ້ເຫັນແນວຄິດຢ່າງຖືກຕ້ອງຂອງປະທານໂຮ່ຈີມິນ. ນັ້ນແມ່ນເຄົາລົບນັບຖືປະຊາຊົນ, ຖືປະຊາຊົນເປັນກົກເຄົ້າ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນໃນການເຂົ້າຮ່ວມກໍ່ສ້າງ ແລະ ຕົກລົງບັນດາບັນຫາສຳຄັນຍິ່ງຂອງປະທດຊາດ“.
ການລົງປະຊາມະຕິເພື່ອແນໃສ່ຫັນເປັນລະອຽດບັນດາຂໍ້ກຳນົດຂອງລັດຖະທຳມະນູນປີ 2013
ການລົງປະຊາມະຕິໄດ້ຮັບການກຳນົດໃນລັດຖະທຳມະນູນທຳອິດຂອງລັດຫວຽດນາມ ເມື່ອປີ 1946, ແຕ່ຍ້ອນຫຼາຍສາຍເຫດທີ່ແຕກຕ່າງກັນ, ມັນຈຶ່ງບໍ່ໄດ້ຮັບການປະຕິບັດໃນພຶດຕິກຳຕົວຈິງ. ເລື່ອງສະພາແຫ່ງຊາດຮັບເອົາຄຳເຫັນເປັນຄັ້ງທຳອິດກ່ຽວກັບຮ່າງກົດໝາຍວ່າດ້ວຍລົງປະຊາມະຕິຈະເປັນຂີດໝາຍສຳຄັນ, ແມ່ນບາດກ້າວຂອງກົດໝາຍຫວຽດນາມ. ເນື້ອໃນຂອງກົດໝາຍວ່າດ້ວຍລົງປະຊາມະຕິແມ່ນເໝາະສົມກັບບັນດາຂໍ້ກຳນົດຂອງລັດຖະທຳມະນູນ ແລະ ກົດໝາຍຕ່າງໆທີ່ກ່ຽວຂ້ອງ, ອັນໄດ້ປະກອບສ່ວນຮັບປະກັນລັກສະນະເປັນເອກະພາບ, ຄົບຊຸດຂອງລະບົບກົດໝາຍແຫ່ງລັດ. ການລົງປະຊາມະຕິກໍ່ມີທ່າໄດ້ປຽບຫຼາຍຢ່າງເມື່ອທຽບໃສ່ບັນດາຮູບການປະຊາທິປະໄຕຕົວແທນ, ແຕ່ການປະຕິບັດອາດຈະມີຄວາມສັບສົນຫຼາຍຢ່າງ. ດັ່ງນັ້ນ, ທັງເຮັດ, ທັງສະຫຼຸບ, ຖອດຖອນບົດຮຽນ ແມ່ນວຽກງານມີຄວາມຈຳເປັນທີ່ສຸດ. ທ່ານນາງ ບູ່ຍທິອານ, ສະມາຊິກສະພາແຫ່ງຊາດນະຄອນຮ່າໂນ້ຍ, ຖືວ່າ:
“ຂ້າພະເຈົ້າຄິດວ່າ, ກົດໝາຍວ່າດ້ວຍລົງປະຊາມະຕິມີທີ່ຕັ້ງສຳຄັນ, ຍ້ອນມັນເລີ່ມມາຈາກລັດຖະທຳມະນູນປີ 2013, ໝາຍຄວາມວ່າລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ. ຖ້າຫາກຫວກເຮົາເຮັດວຽກງານລົງປະຊາມະຕິໄດ້ດີ, ພວກເຮົາຈະສາມາດຮັບເອົາທັງພູມປັນຍາ, ແລະ ຄວາມເຫັນດີເຫັນພ້ອມສູງຈາກປະຊາຊົນໄດ້“.
ປະຈຸບັນໄດ້ມີ 167/214 ປະເທດ ແລະ ອານາເຂດໃນທົ່ວໂລກມີກົດໝາຍ ຫຼືບັນດາຂໍ້ກຳນົດດ້ານນິຕິກຳກ່ຽວກັບການລົງປະຊາມະຕິ. ໃນສະພາບການທີ່ຫວຽດນາມ ເຊື່ອມໂຍງນັບມື້ນັບເລິກເຊິ່ງກວ້າງຂວາງທາງດ້ານເສດຖະກິດ ແລະ ການເມືອງກັບບັນດາປະເທດໃນພາກພື້ນ ແລະ ໃນໂລກ. ເລື່ອງປະກາດໃຊ້ກົດໝາຍວ່າດ້ວຍລົງປະຊາມະຕິແມ່ນມີຄວາມຈຳເປັນ, ຜ່ານນັ້ນ, ສ້າງເງື່ອນໄຂເພື່ອໃຫ້ປະຊາຊົນທຸກຄົນສາມາດເຂົ້າຮ່ວມປະຊາທິປະໄຕໂດຍກົງໃນທຸກບັນຫາສຳຄັນຂອງປະເທດ.