ການເຄື່ອນໄຫວຊັກຖາມແມ່ນສ່ວນໜຶ່ງໃນພາລະບົດບາດຕິດຕາມກວດກາສູງສຸດຂອງສະພາແຫ່ງຊາດ. ຜ່ານ 70 ປີແຫ່ງການສ້າງຕັ້ງ ແລະ ເຕີບໂຫຍ່ຂອງສະພາແຫ່ງຊາດ, ການເຄື່ອນໄຫວຊັກຖາມໄດ້ສ້າງບັນດາຂີດໝາຍແຫ່ງບັນຍາກາດປະຊາທິປະໄຕ ແລະ ປ່ຽນແປງໃໝ່ ອັນໄດ້ປະກອບສ່ວນສຳຄັນເຂົ້າໃນຜົນງານລວມຂອງສະພາແຫ່ງຊາດ ແລະ ຊ່ວຍ ສະພາແຫ່ງຊາດປະຕິບັດບົດບາດເປັນອົງການທີ່ມີສິດອຳນາດສູງສຸດຂອງປະເທດຊາດ.
ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ |
ພ້ອມກັບການປະຕິບັດພາລະໜ້າທີ່ສ້າງກົດໝາຍ, ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ, ການເຄື່ອນໄຫວຕິດຕາມກວດກາສູງສຸດ, ໃນນັ້ນມີການເຄື່ອນໄຫວຊັກຖາມ ແມ່ນ 3 ໜ້າທີ່ ຂອງສະພາແຫ່ງຊາດຫວຽດນາມ.
ວາລະຊັກຖາມຄັ້ງທຳອິດ : ປະຊາທິປະໄຕ, ກົງໄປກົງມາ.
ວາລະຊັກຖາມຄັ້ງທຳອິດຂອງສະພາແຫ່ງຊາດຫວຽດນາມຖືກດຳເນີນໃນວັນທີ 31/10/1946, ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຫວຽດນາມຊຸດທີ 1. ບັນຍາກາດປະຊາທິປະໄຕ, ກົງໄປກົງມາໄດ້ປົກຄຸມເຫດການນີ້. ນອກຈາກບັນດາ ສ.ສ.ຊ, ປະຊາຊົນໄດ້ມາຕິດຕາມກອງປະຊຸມຂອງສະພາແຫ່ງຊາດ ເຕັມໝົດ 2 ຊັ້ນ ຂອງໂຮງລະຄອນໃຫຍ່ຮ່າໂນ້ຍເພື່ອເຫັນປະຈັກຕາບັນຍາກາດທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດຫວຽດນາມ. ບັນດາ ສ.ສ.ຊ ຊຶ່ງແມ່ນຜູ້ຕ່າງໜ້າໃຫ້ແກ່ປະຊາຊົນໄດ້ຊັກຖາມບັນດາລັດຖະມົນຕີ, ພິເສດແມ່ນການລໍ່ຖ້າທ່ານປະທານໂຮ່ຈິມິນຂຶ້ນຕອບຄຳຊັກຖາມ. ກວ່າ 80 ຄຳຖາມໄດ້ຖືກຍົກອອກໃຫ້ຜູ້ນຳລັດຖະບານ ແລະ ບັນດາສະມາຊິກລັດຖະບານ. ທີ່ວາລະຊັກຖາມຄັ້ງທຳອິດ, ມີຫຼາຍບັນຫາທີ່ກ່ຽວຂ້ອງເຖິງຊີວິດການເປັນຢູ່ຂອງປະຊາຊົນໄດ້ຖືກເຕື້ອງເຖິງເຊັ່ນ: ການຄວບຄຸມລາຄາ ແລະ ຄຸນນະພາບຢາປົວພະຍາດ, ການຂາດແຄນປຶ້ມແບບຮຽນ…ມີສິ່ງໜຶ່ງທີ່ເປັນໜ້າປະທັບໃຈ ແມ່ນວາລະຕອບຄຳຊັກຖາມໄດ້ຖືກດຳເນີນຖືກຕາມທິດນຳ “ຕ້ອງເຮັດວຽກໃຫ້ໝົດໂດຍບໍ່ຈຳກັດເວລາ” ຊຶ່ງໄດ້ແກ່ຍາວແຕ່ຕອນບ່າຍຮອດຕອນທຽງຄືນ. ວາລະປະຊຸມຂອງສະພາແຫ່ງຊາດໄດ້ອັດລົງໃນເວລາ 1 ໂມງເຊົ້າ. ນັກຄົ້ນຄ້ວາປະຫວັດສາດ ເຢືອງຈຸງກ໋ວກ ໃຫ້ຂໍ້ສັງເກດວ່າ :
“ການເຄື່ອນໄຫວຊັກຖາມໄດ້ປະຕິບັດຢ່າງເຂັ້ມງວດໃນບັນຍາກາດປະຊາທິປະໄຕຂອງປະເທດຊາດທີ່ຫາກໍຍາດເອົາເອກະລາດມາໄດ້. ທີ່ວາລະຊັກຖາມຄັ້ງທຳອິດນີ້, ທ່ານປະທານໂຮ່ຈິມິນຊຶ່ງແມ່ນ ຜູ້ນຳລັດຖະບານຄາວນັ້ນໄດ້ຕອບຄຳຊັກຖາມ. ໃຫ້ຂໍ້ສັງເກດລວມກ່ຽວກັບບັນດາບັນຫາທີ່ບັນດາ ສ.ສ.ຊ ຊັກຖາມ. ທ່ານປະທານໂຮ່ຈິມິນ ຖືວ່າ ສະພາແຫ່ງຊາດຫວຽດນາມໄດ້ຕັ້ງຄຳຖາມທີ່ເລິກເຊິ່ງ ຊຶ່ງໄດ້ເຕື້ອງເຖິງທຸກໆບັນຫາທີ່ກ່ຽວພັນເຖິງຊາຕະກຳຂອງປະເທດຊາດ. ດ້ວຍການເຕີບໃຫຍ່ທາງດ້ານການເມືອງ, ຄວາມເອົາໃຈໃສ່ກ່ຽວກັບບັນຫາຂອງປະເທດຊາດນັ້ນ, ບໍ່ມີໃຜອາດຈະປະຕິເສດຕໍ່ຖານະເອກະລາດຂອງປະຊາຊົນຫວຽດນາມ ”
ການເຄື່ອນໄຫວຊັກຖາມມີການປ່ຽນໃໝ່ຢ່າງບໍ່ຢຸດຢັ້ງ, ມຸ່ງໄປສູ່ທ່າອຽງເວທີ່ສະພາແຫ່ງຊາດທີ່ທັນສະໄໝ
ນັບແຕ່ວາລະຊັກຖາມຄັ້ງທຳອິດ, ພາຍຫຼັງຖືກຕັດຕອນມາເປັນໄລຍະຍາວຍ້ອນສາຍເຫດຫຼາຍຢ່າງ, ໃນນັ້ນ ສົງຄາມ, ການເຄື່ອນໄຫວຊັກຖາມໄດ້ປະຕິບັດຄືນຢູ່ວາລະປະຊຸມສະພາແຫ່ງຊາດຫວຽດນາມຊຸດທີ 8 (1987-1992) . ມາຮອດກອງປະຊຸມສະໄໝສາມັນ ກາງປີ 1994, ສະພາແຫ່ງຊາດຫວຽດນາມຊຸດທີ 9, ເປັນຄັ້ງທຳອິດທີ່ການເຄື່ອນໄຫວຊັກຖາມໄດ້ຖືກອອກອາກາດສົດທາງວິທະຍຸກະຈາຍສຽງ ແລະ ໂທລະພາບ. ນີ້ຖືກຖືວ່າ ແມ່ນໜຶ່ງໃນບັນດາບາດກ້າວບຸກທະລຸໃນການເປີດເຜີຍ, ກະຈ່າງແຈ້ງຂອງການເຄື່ອນໄຫວສະພາແຫ່ງຊາດ. ນັບແຕ່ນັ້ນເປັນຕົ້ນມາ, ບັນດາວາລະຊັກຖາມໄດ້ກາຍເປັນໜຶ່ງໃນບັນດາເນື້ອໃນທີ່ໄດ້ຮັບຄວາມສົນໃຈຈາກຜູ້ມີສິດເລືອກຕັ້ງໃນກອງປະຊຸມແຕ່ລະເທື່ອຂອງສະພາແຫ່ງຊາດຫວຽດນາມ. ເພື່ອຍົກສູງປະສິດທິຜົນຂອງວຽກງານຊັກຖາມ, ນັບແຕ່ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຫວຽດນາມຊຸດທີ 12, ເປັນຄັ້ງທຳອິດ ພາຍຫຼັງວາລະຊັກຖາມ, ສະພາແຫ່ງຊາດຫວຽດນາມໄດ້ອອກມະຕິກ່ຽວກັບການເຄື່ອນໄຫວຊັກຖາມ ຊຶ່ງໄດ້ຊີ້ແຈ້ງເຖິງວຽກງານຕ່າງໆທີ່ຜູ້ຕອບຄຳຊັກຖາມຕ້ອງປະຕິບັດ ແລະ ລາຍງານຕໍ່ສະພາແຫ່ງຊາດໃນສະໄໝປະຊຸມຄັ້ງຕໍ່ໄປ.
ສະເພາະໃນສະພາແຫ່ງຊາດຊຸດທີ 13, ການເຄື່ອນໄຫວຊັກຖາມໄດ້ມີການປ່ຽນແປງໃໝ່ຢ່າງແຂງແຮງ. ເປັນຄັ້ງທຳອິດທີ່ສະພາແຫ່ງຊາດ, ການເຄື່ອນໄຫວຊັກຖາມ ບໍ່ແມ່ນເວທີປາໄສຂອງ ລັດຖະມົນຕີ 4-5 ທ່ານອີກແລ້ວ. ຫົວໜ້າຂະແໜງການ, ສະມາຊິກລັດຖະບານທຸກໆທ່ານ ກໍລ້ວນແຕ່ຖືກຊັກຖາມ ແນໃສ່ປະຕິບັດແຜນນະໂຍບາຍຊັກຖາມ ຈົນສຸດກົກສຸດປາຍຂອງບັນຫາທີ່ ສະພາແຫ່ງຊາດຫວຽດນາມມີຄວາມສົນໃຈ. ຜູ້ທີ່ຖືກຊັກຖາມກໍບໍ່ຮູ້ຄຳຖາມລ່ວງໜ້າ, ບໍ່ໄດ້ກະກຽມລ່ວງໜ້າ ແລະ ຕ້ອງໃຫ້ຄຳຕອບຢູ່ກັບທີ່. ທັງນີ້ກໍເຮັດໃຫ້ການເຄື່ອນໄຫວຊັກຖາມນັບມື້ນັບມິີລັກສະນະອາຊີບ ແລະ ມີປະສິດທິຜົນກວ່າເກົ່າ, ກາຍເປັນຂົງເຂດທີ່ດູດດື່ມທີ່ສຸດໃນການເຄື່ອນໄຫວຂອງສະພາແຫ່ງຊາດ. ທ່ານ ຫງວຽນແຫ້ງຟຸກ ເລຂາທິການໃຫຍ່ສະພາແຫ່ງຊາດຊຸດທີ 13 ຕີລາຄາວ່າ :
“ ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ຜ່ານມາ, ໄດ້ມີການປ່ຽນແປງໃໝ່ໃນ ການເຄື່ອນໄຫວຊັກຖາມ ດ້ວຍເລືອ່ງ ສ.ສ.ຊ ສາມາດຊັກຖາມສະມາຊິກທຸກທ່ານໃນຄະນະລັດຖະບານກ່ຽວກັບຄຳໝັ້ນສັນຍາຂອງບັນດາສະມາຊິກລັດຖະບານຕໍ່ສະພາແຫ່ງຊາດໃນຕະຫຼອດອາຍຸການ. ສິ່ງນີ້ ໄດ້ສະແດງໃຫ້ເຫັນການສືບທອດ ບັນດາຜົນສຳເລັດໃນການເຄື່ອນໄຫວຂອງສະພາແຫ່ງຊາດເມື່ອກ່ອນນີ້ໃນສະພາວະປະຈຸບັນ ”
ນັບແຕ່ວາລະຊັກຖາມກ່ອນນີ້ເກືອບ 70 ປີ, ມາຮອດປະຈຸບັນ, ການເຄື່ອນໄຫວຊັກຖາມໄດ້ກາຍເປັນຈຸດທີ່ພົ້ນເດັ່ນໃນການເຄື່ອນໄຫວຂອງສະພາແຫ່ງຊາດ. ເລື່ອງປ່ຽນໃໝ່ການເຄື່ອນໄຫວຊັກຖາມ ນັບທັງດ້ານເນື້ອໃນ ແລະ ຮູບການ ໄດ້ເຮັດໃຫ້ການເຄື່ອນໄຫວຂອງສະພາແຫ່ງຊາດນັບມື້ນັບແທດຈິງ ແລະ ມີປະສິດທິຜົນ, ສົມກັບທີ່ຕັ້ງບົດບາດເປັນອົງການແຫ່ງລັດມີສິດອຳນາດສູງສຸດ, ອົງການຕົວແທນສູງສຸດຂອງປະຊາຊົນ .