ການເຄື່ອນໄຫວພົວພັນກັບຕ່າງປະເທດຂອງຫວຽດນາມປີ 2011

 ​ປີ 2011 ​​ໃກ້ຈະ​ຜ່ານ​ພົ້ນ​ໄປ​ແລ້ວ, ຫວນ​ຄືນ​ເສັ້ນທາງ​ທີ່​ເຕັມ​ໄປ​ດ້ວຍ​ການ​ຜັນ​ແປ​ໃນ​ໄລຍະ1 ປີທີ່​ຜ່ານ​ມາ, ອາດ​ເຫັນ​ໄດ້​ວ່າການ​ເຄື່ອນ​ໄຫວ​ພົວພັນກັບ​ຕ່າງປະ​ເທດ​ຂອງ​ຫວຽດນາມ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ເລິກ​ເຊີ່ງ​ກ້ວາງ​ຂວາງ ​ແລະ​ນຳ​ມາ​ເຊິ່ງບັນດາ​ຜົນງານ​ອັນ​ລະອຽດ. ບໍ່​ພຽງ​ແຕ່​ປະກອບສ່ວນ​ສ້າງ​ສະພາບ​ແວດ​ລ້ອມ​ສາກົນ​ອັນ​ສະດວກ​ສະບາຍ​ໃຫ້​ແກ່​ການ​ພັດທະນາ​ປະ​ເທດ​ຊາດ, ຍາດ​ແຍ່ງ​ແຫຼ່ງກຳລັງ​​ໃຫ້​ແກ່​ພາລະກິດ​ຫັນ​ເປັນ​ປະ​ເທດອຸດສາຫະກຳ ​ແລະ​ທັນ​ສະ​ໄໝ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ໜູນ​ຊ່ວຍ​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ, ປົກ​ປັກຮັກສາ​ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຫວຽດນາມອີກ​ດ້ວຍ.

ການເຄື່ອນໄຫວພົວພັນກັບຕ່າງປະເທດຂອງຫວຽດນາມປີ 2011 - ảnh 1

ຫວຽດນາມໄດ້ເປັນປະທານ ແລະບໍລິຫານບັນດາການເຄື່ອນໄຫວຂອງອາຊຽນ

(ພາບ: http//mpi.gov.vn)

  ປີ 2011, ​ໂດຍ​ໄດ້​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ ມຸ້ງ​ໄປ​ເຖິງ​ໄລຍະ​ຈະ​ເລີ​ນ​ເຕີບ​ໂຕ​ຢ່າງໝັ້ນຄົງ ຫຼັງວິ​ກິດ​ການ​ເສດຖະກິດ​ທົ່ວ​ໂລກ, ຫວຽດນາມ​ກໍ​​ໄດ້​ກ້າວ​ເຂົ້າສູ່​ການ​ຜັນ​ຂະຫຍາຍ​ຍຸດ​ທະ​ສາດ​ແຫ່ງ​ການຈະ​ເລີ​ນ​ເຕີບ​ໂຕ​ໃໝ່, ​ເພື່ອ​ແນ​ໃສ່​ຈຸດໝາຍ​ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະໝັ້ນຄົງ, ນຳ​ປະ​ເທດ​ຊາດ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳຕາມ​ທິດ​ທັນ​ສະ​ໄໝ​​ໃນ​ປີ 2020 ​ໂດຍ​ພື້ນຖານ. ​ເພື່ອ​ປະຕິ​ບັດ​ຈຸດໝາຍ​ດັ່ງກ່າວ, ປີ 2011, ຂະ​ແໜງ​ພົວພັນ​ກັບ​ຕ່າງປະ​ເທດ​ຫວຽດນາມ​ໄດ້​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ຢ່າງ ຮອບດ້ານ​ທັງ​ສອງ​ຝ່າຍ ​ແລະຫຼາຍຝ່າຍ. ທ່ານ​ຟ້າ​ມບິງ​ມິ​ງ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຢືນຢັນ​ວ່າ:

  “​ປີ 2011, ການ​ໄປ​ຢ້ຽມຢາມ​ຂັ້ນສູງຄັ້ງຕ່າງໆຂອງ​ພັກ, ລັດ​ໄປ​ຍັງ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ພາກ​ພື້ນ, ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ທີ່​ສຳຄັນ ​ໄດ້​​ເຮັດ​ໃຫ້ສາຍ​ພົວພັນ​ຂອງ​ຫວຽດນາມ​ ກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ, ຄູ່​ຮ່ວມ​ມື​ສຳຄັນ​ເລິກ​ເຊິ່ງຢ່າງ​ທັນ​ການ. ​ແລະ​ໃນ​ປີຜ່ານມາ, ​ເລື່ອງ​ຜັນ​ຂະຫຍາຍ​ການ​ທູດ​ຮອບດ້ານ​ຢ່າງ​ທັນ​ການ ​ໄດ້​ຮັບ​ໝາກຜົນຫຼາຍຢ່າງ

​   ໃນ​ສະພາບ​ການທີ່​ເສດຖະກິດ​ໂລກ​ກະທົບ​ເຖິງ​ເສດຖະກິດ​ພາຍ​ໃນ​ປະ​ເທດ​ນັ້ນ, ວຽກ​ງານ​ການ​ທູດ​ເສດຖະກິດ​ໃນ​ປີ 2011 ກໍ​ໄດ້​ຮັບ​ການ​ຍູ້​ແຮງ ​ເພື່ອ​ແນ​ໃສ່​ປະກອບແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງຍາກ​ດ້ານ​ເສດຖະກິດ​ຂອງ​ປະ​ເທດ​ຊາດ. ວຽກ​ງານ​ປົກ​ປ້ອງ​ພົນລະ​ເມືອງ, ຊາວ​ຫວຽດນາມ​ອາ​​ໄສ​ຢູ່​ປະ​ເທດຕ່າງໆ​ໄດ້ຣັບຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ. ບັນດາ​ຂົງ​ເຂດ​ຄື​ການ​ທູດ​ວັດທະນະທຳ, ວຽກ​ງານ​ສຳລັບ​ຊາວ​ຫວຽດນາມ​ອາ​​ໄສ​ຢູ່​ຕ່າງປະ​ເທດ…​ກໍ​ບັນລຸ​ໄດ້​ຜົນງານ​ຫຼາຍຢ່າງ​ທີ່ຕັ້ງໜ້າ. ຫວຽດນາມ​ໄດ້​ເປັນ​ເຈົ້າພາບ​ຈັດ​ບັນດາ​ເຫດການ​ສາກົນທີ່​ມີ​ຂອບ​ຂະໜາດ​ໃຫ່ຍ, ປະກອບສ່ວນ​ຍົກ​ສູງ​ພາບ​ພົດ ​ແລະ​ອິດ​ທິພົນ​ຊື່​ສຽງ​ຂອງ​ປະ​ເທດ​ຊາດ.

   ບັນດາ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ຢ່າງ​ຟົດ​ຟື້ນ​ດັ່ງກ່າວ​ໃນ​ປີ 2011​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ບັນດາ​ຜົນງານ​ລວມຂອງ​ປະ​ເທດ​ຊາດ. ປີ​ນີ້, ມີ​ແຂກ​ທ່ອງ​ທ່ຽວ​ສາກົນ​ເຂົ້າມາ​ທ່ຽວ​ຫວຽດນາມປະມານ 6 ລ້ານ​ຄົນ, ​ເພີ່ມ​ຂຶ້ນ 18% ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ບັນດນັກ​ອຸປະຖຳ​ສາກົນ​ສືບ​ຕໍ່​ຢັ້ງຢືນ​ໃຫ້​ບຸລິມະສິດ​ທຶນ ODA ​ແກ່​ຫວຽດນາມ ດ້ວຍ​ຈຳນວນ​ທຶນ 7,4 ຕື້​ໂດ​ລາ​ສະຫະລັດ​ໃຫ້​​ປີ 2012. ປີ 2011 ການ​ອຸປະຖຳ​ຂອງ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ​ບັນລຸ​ກ່ວາ 280 ລ້ານ​ໂດ​ລາ​ສະຫະລັດ, ຊື່​ງສຸມ​ໃສ່​ຂົງ​ເຂດ​ສາທາລະນະ​ສຸກ, ການ​ພັດທະນາ​ວົງ​ຄະນາ​ຍາດ, ຊົນນະບົດ, ການ​ສຶກສາ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ….​ພິ​ເສດ​ຂະ​ແໜງ​ການ​ທູດ​ໄດ້​ເສີມ​ຂະຫຍາຍ​ໄດ້​ເສີມ​ຂະຫຍາຍ​ທ່າ​ແຮງ​ຂອງ​ຕົນ, ປະກອບສ່ວນ​ປົກປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ, ໝູ່​ເກາະ ​ແລະ​ໄຫຼ່ທະວີບຂອງ​ປະ​ເທດ​ຊາດ. ຫວຽດນາມ​ໄດ້​ຍຶດໝັ້ນ​ແນວທາງ​ການ​ຕ່າງປະ​ເທດ​ຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ ນັ້ນຄື:​ແກ້​ໄຂ​ການ​ພິພາດ ​ໂດຍ​ຜ່ານ​ການ​ໂອ້​ລົມ​ສົນທະນາ ​ແລະການ​ເຈລະຈາ​ໂດຍ​ສັນຕິວິທີ, ບົນ​ພື້ນຖານ​ກົດໝາຍ​ສາກົນ. ສິ່ງ​ດັ່ງກ່າວ​ທັງ​ສ້າງສາ​ຍສຳພັນ, ຮ່ວມ​ມື​ມິດ​ຕະ​ພາບກັບປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ, ພ້ອມ​ທັງ​ຊ່ວຍ​ໃຫ້​ວົງ​ຄະນາ​ຍາດ​ສາກົນ​ເຂົ້າ​ໃຈ ​ແລະສະໜັບສະໜູນຫຼັກໝັ້ນອັນ​ຊອບ​ທຳ​ຂອງ​ຫວຽດນາມ. ທ່ານ​ເລ​ຮ່ວາຍ​ຈູງ, ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ​ສະຫະ​ປະຊາ​ຊາດ​ໃຫ້​ຮູ້​ວ່າ:  

   “​ໃນ​ບົດ​ກ່າວ​ປາ​ໄສ​ທີ່​ເວທີ​ປາ​​ໄສ​ຕ່າງໆ, ຫວຽດນາມ​ໄດ້​ຊີ້​ແຈ້ງ​ທັດສະນະ, ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ຕົນ​ ໃນ​​ເລື່ອງ​ພ້ອມ​ກັບປະ​ເທດ​ຕ່າງໆ ປະຕິບັດ​ກົດໝາຍ​ສາກົນ​ຢ່າງ​ເຂັ້ມງວດ, ​ແກ້​ໄຂ​ການ​ພິພາດ, ແບ່ງ​ກຳນົດເຂດຊາຍ​ແດນ​ທາງ​ທະ​ເລ, ​ແບ່ງ​ກຳນົດ​ເຂດ​ຊາຍ​ແດນ​ທັບ​ຊ້ອນກັນ. ຜ່ານ​ນັ້ນ​ ໄດ້​​ເປັນ​ການສະ​ແດງ​ໃຫ້​ເຫັນ​ນະ​ໂຍບາຍ​ຂອງ​ຫວຽດນາມ​ແມ່ນ​ມີ​ເຈດ​ຕະນາ​ດີ ​ແລະ​ປະຕິບັດ​ຕາມກົດໝາຍ​ສາກົນ​, ສົນທິສັນຍາ​ກົດໝາຍ​ວ່າ​ດ້ວຍທະ​ເລ​ຂອງ​ສະຫະ​ປະຊາ​ຊາດຢ່າງ​ເຂັ້ມງວດ, ປະຕິບັດ​ບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ກັບ​ອາຊຽນ ​ໃນ​ບັນຫາ​ຮ່ວມມື​ກໍ​ຄື​ແກ້​ໄຂ​ບັນດາ​ການ​ພິພາດ​ບົນ​ທະ​ເລ, ພ້ອມ​ກັນນັ້ນກໍ​ສະ​ແດງ​ໃຫ້​ເຫັນ​ຄວາມ​ປາດ​ຖະໜາ​ຂອງ​ຫວຽດນາມ​ທີ່​ຢາກ​ໃຫ້ທຸກ​ໆ​ປະ​ເທດ​ ພ້ອມ​ກັນ​ແກ້​ໄຂ​ບັນດາ​ຄວາມ​ແຕກ​ຕ່າງ​ກັນ​ທີ່​ຍັງ​ຄົງ​ຄ້າງ ໂດຍ​ສັນຕິ​ວິທີ, ບົນ​ພື້ນຖານ​ກົດ​ໝາຍ​ສາກົນ, ​ໃນ​ນັ້ນມີສົນທິສັນຍາ​ກົດໝາຍ​ວ່າ​ດ້ວຍທະ​ເລ​ຂອງ​ສະຫະ​ປະຊາ​ຊາດປີ 1982

  ​ໃນປີ 2011, ການ​ເຄື່ອນ​ໄຫວດ້ານການ​ຕ່າງປະ​ເທດ​ປະຊາຊົນ​ກໍ​ໄດ້​ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ ດ້ວຍ​ບັນດາ​ການ​ພົບ​ປະ​ແລກປ່ຽນ, ຢື້​ຢາມ​ຖາມ​ຂ່າວ…​ເພື່ອ​ຊ່ວຍ​ເພີ່ມ​ທະວີ​ນ້ຳ​ໃຈ​ສາມັກຄີ​ມິດຕະພາບ, ຄວາມ​ເຂົ້າອົກ​ເຂົ້າ​ໃຈ​ລະຫວ່າງ​ປະຊາຊົນ​ຫວຽດນາມ ກັບ​ປະຊາຊົນ​ປະ​ເທດ​ຕ່າງໆ. ​ໂດຍ​ຜ່ານ​ການ​ພົບ​ປະ, ​ໂອ້​ລົມ​ສົນທະນາ​ຄັ້ງຕ່າງໆ​ນີ້, ປະຊາ​ຄົ​ມ​ໂລກ​ໄດ້​ຮູ້ຈັກ​​ເຖິງພາບ​ພົດ​ແຫ່ງ​ສິດ​ເສລີພາບ, ສາສະໜາ, ສິດທິ​ມະນຸດ​ຂອງ​ຫວຽດນາມ ຫຼາຍກ່ວາ​ອີກ. ທ່ານ​ຫວູ໋ຊວນ​ຮົ່ງ ປະທານ​ສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບ​ຫວຽດນາມຖືວ່າ:  ສຽງ

   “ບັນດາ​ອິດ​ທິກຳລັງ​ທີ່​ເປັນ​ປໍ​ລະ​ປັກຢາກ​ສວຍ​ໃຊ້​ບັນຫາ​ສາດສະໜາ​ເພື່ອ​ໃສ່​ຮ້າຍ​ປາຍ​ສີ, ຫລຸດຜ່ອນ​ອິດ​ທິພົນ​ຊື່​ສຽງ ​ແລະ​ຕ້ານ​ທຳລາຍ​ຫວຽດນາມ, ວິທີ​ທີ່​ດີ​ທີ່​ສຸດ​​ເພື່ອ​ແກ້​ໄຂ​ບັນຫາ​ນີ້ ​ແມ່ນ​ເລື່ອງ​ລາວ​ລະຫວ່າງ​ມະນຸດ​ດ້ວຍ​ກັນ. ບັນ​ບຸກຄົນ​ໄດ້​ມາ​ຫວຽດນາມ, ​ເຫັນ​​ໄດ້ມູນ​ເຊື້ອ, ວັດທະນະທຳ​ຫວຽດນາມ, ນ້ຳ​ໃຈ ​ແລະຄວາມ​ຮັກ​ແພງ​ແຂກ​ຄົນ​ຂອງ​ຊາວ​ຫວຽດນາມ, ​ເຫັນ​ໂບດ​ໄດ້​ຮັບ​ການ​ບູລະນະ​ສ້ອມ​ແປງ, ວັດວາອາ​ຮາມ​ໄດ້ຮັບການ​ເຊີດ​ຊູ, ການ​ດຳ​ເນີນ​ຊີວິດ​ທາງສາສະໜາ​ມີ​ຄວາມສະດວກ​ສະບາຍ ​ແລະ​ເສລີ…​ນັ້ນ, ທຸກໆ​ເລື່ອງ​ລາວ​ທີ່ເສກ​ສັນ​ປັ້ນ​ແຕ່ງ​ຄວາມ​ຈິງ​ຂອງ​ກຳລັງ​ພາຍ​ນອກ​ຄື​ແນວ​ໃດ​ກໍ​ບໍ່​ສາມາດ​ປ່ຽນ​ແປງ​ພາບ​ພົດ​ອັນ​ແທ້​ຈິງ​ກ່ຽວ​ກັບ​ສິດ​ເສລີພາບ​ທາງ​ສາສະໜາ, ສິດ​ທິ​ມະນຸດ, ປະ​ຊາທິປະ​ໄຕ​ຂອງ​ຫວຽດນາມ​ໄດ້

  ​ໃນ​ປີ 2012, ຂະ​ແໜງ​ການ​ທູດ​ຫວຽດນາມ​ສືບ​ຕໍ່​ຜັນ​ຂະຫຍາຍ​ການ​ພົວພັນ​ກັບ​ຕ່າງປະ​ເທດ​ສອງ​ຝ່າຍ, ບົນ​ພື້ນຖານ​ກຳນົດ​​ບັນດາ​ການ​ໃຫ້​ບຸລິມະສິດ​ກ່ຽວ​ກັບ​ພາກ​ພື້ນ, ຄູ່​ຮ່ວມ​ມື, ຂົງ​ເຂດ, ມາດ​ຕະການຢ່າງ​ຈະ​ແຈ້ງ. ​ເສີມ​ຂະຫຍາຍ​ຜົນສຳ​ເລັດ​ຂອງການ​ພົວພັນ​​ຕ່າ​ງປະ​ເທດ​ຫລາຍ​ຝ່າຍ. ຫວຽດນາມ​ເພີ່ມ​ທະວີ​ການ​ປະກອບສ່ວນ​ຢ່າງ​ແທ້​ຈິງ, ພິ​ເສດ​ແມ່ນ ບັນດາ​ຂໍ້​ລິ​ເລີ່​ມ​ແກ້​ໄຂ​ບັນດາ​ບັນຫາ​ສາກົນ ​ແລະ​ພາກ​ພື້ນ​ຕາມ​ທິດ​ນຳທີ່​ວ່າ: “​​ເປັນ​ສະມາຊິກ​ມີ​ຄວາມ​ຮັບຜິດຊອບ​ຂອງປະຊາ​ຄົມ​ໂລກ”. ບັນດາ​ຜົນງານ​ການ​ຕ່າງປະ​ເທດ​ໃນ​ປີ 2011 ​ແມ່ນ​ພື້ນຖານ​ສຳຄັນ ​ເພື່ອ​ໃຫ້​ຫວຽດນາມຍາດ​ແຍ່ງ​ກາລະ​ໂອກາດ, ຜ່ານ​ຜ່າ​ການ​ທ້າ​ທາຍ ​ແລະ ປະຕິບັດ​ບັນດາ​ໜ້າ​ທີ່​ໄດ້​ວາງ​ອອກ​ໃຫ້​ສຳ​ເລັດຜົນ.

       

ຕອບກັບ

ຂ່າວ/ບົດ​ອື່ນ