ການເຊື່ອມໂຍງເຂົ້າກັບໂລກ ແລະບັນດາໜ້າທີ່ເສດຖະກິດການຕ່າງປະເທດໃນໄລຍະໃໝ່ຂອງຫວຽດນາມ

ເພີ່ມ​ທະວີ​ການ​ພົວພັນ​ກັບ​ຕ່າງປະ​ເທດ ຮັບ​ໃຊ້​ໃຫ້​ແກ່​ເສດຖະກິດ​ແມ່ນ 1 ​ໃນ 5 ໜ້າ​ທີ່​ຈຸດ​ສຸມ​ຂອງ​ຂະ​ແໜງ​ການຕ່າງປະ​ເທດ​ຫວຽດນາມ​ໃນ​ປີ 2012 ກໍ​ຄື​ໃນ​ໄລຍະ​​ໃໝ່. ຄາດ​ວ່າ, ​ໃນ​ໄຕ​ມາດ​ທີ 1 ປີ 2012, ຂະ​ແໜງ​ການຕ່າງປະ​ເທດ​ຈະ​ສຳ​ເລັດ​ວຽກ​ງານ​ສ້າງ​ຍຸດ​ທະ​ສາດ​ສັງ​ລວມ ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າກັບ​ເສດຖະກິດ​​ໂລກ, ​ໃນ​ນັ້ນມີ​ຍຸດ​ທະ​ສາດ​ຮ່ວມ​ມື​ກັບ​ແຕ່ລະ​ປະ​ເທດ, ​ແຕ່​ລະ​ອົງການ​ຈັດຕັ້ງ, ພາກ​ພື້ນ​ກ່ຽວ​ກັບ​ການ​ນຳ​ເຂົ້າສົ່ງ​ອອກ, ການ​ລົງທຶນ… ​ເພື່ອ​ຍາດ​ແຍ່ງ​ບັນດາ​ກຳລັງ​ທີ່​ໃຫ່ຍຫຼວງກ່ວາ​ ໃຫ້ການ​ພັດທະນາ​ຂອງ​ປະ​ເທດ​ຊາດ.

ການເຊື່ອມໂຍງເຂົ້າກັບໂລກ  ແລະບັນດາໜ້າທີ່ເສດຖະກິດການຕ່າງປະເທດໃນໄລຍະໃໝ່ຂອງຫວຽດນາມ - ảnh 1

ກອງປະຊຸມເສດຖະກິດການຕ່າງປະເທດຄັ້ງທີ 3

ພາບ: Http//:ktdn.com.vn

   ມາ​ຮອດ​ປະຈຸ​ບັນ, ຫວຽດນາມ​ໄດ້​ສ້າງການ​ພົວພັນ​ດ້ານ​ເສດຖະກິດ​ກັບ​ກ່ວາ 200 ປະ​ເທດ ​ແລະ​ເຂດ​ແຄ້ວ​ນ​ໃນ​ໂລກ. ວົງ​ເງິນ​ການ​ຄ້າ​ສອງ​ສົ້ນລະຫວ່າງ​ຫວຽດນາມ​ກັບ​ບັນດາປະ​ເທດ ​ແລະ​ເຂດ​ແຄ້ວ​ນ​ໃນ​ປີ 2011 ຄາດ​ວ່າ​ບັນລຸ​ກ່ວາ 200 ຕື້​ໂດ​ລາ​ສະຫະລັດ. ປະຈຸ​ບັນ, ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ມີ​ກ່ວາ 1500 ​ໂຄງການ FDI ທີ່ລົງທຶນຢູ່​ຫວຽດນາມ ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ເກືອບ 200 ຕື້​ໂດ​ລາ​ສະຫະລັດ. ​ໃນ​ປີຜ່ານມາ, ​ເຖິງ​ວ່າ​ສະພາບ​ເສດຖະກິດ​ປະສົບ​ກັບ​ຄວາມ​ຫຍູ້​ງຍາກ​ກໍ​ຕາມ ​ແຕ່​ບັນດາ​ນັກ​ອຸປະຖຳ​ຍັງ​ສະຫງວນ​ບ້ວງ​ເງິນ ODA ຂຶ້ນ​ເຖິງ 7,88 ຕື້​ໂດ​ລາ​ສະຫະລັດ​ໃຫ້​ແກ່​ຫວຽດນາມ….​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຕ້ອງ​ສືບ​ຕໍ່​ເຮັດ​ໃຫ້ ​ເສດຖະກິດ​ການ​ຕ່າງປະ​ເທດ​​ເລິກ​ເຊິ່ງ​ຂຶ້ນ​ຕື່ມ ​ໃນ​ສະພາບ​ການ​ທີ່​ປະ​ເທດ​ຊາດ​ກໍ​ຄື​ໂລກ​ພວມຢູ່​ໃນ​ໄລຍະ​ພັດທະນາ​ໃໝ່. ທີ່​ກອງ​ປະຊຸມ​ຂອງ​ຂະ​ແໜງ​ການ​ຕ່າງປະ​ເທດ​ຫວ່າງ​ແລ້ວ​ນີ້, ທ່ານ​ນາຍົກລັດຖະມົນຕີຫວຽດນາມ​ຫງວຽນ​ເຕີນ​ຢູ໋ງ ​ໄດ້​ຮຽກຮ້ອງ​ໃຫ້​ຂະ​ແໜງ​ການ​ຕ່າງປະ​ເທດ ຈົ່ງ​ສຳ​ເລັດ​ການ​ສ້າງ​ຍຸດ​ທະ​ສາດ​ສັງ​ລວມ ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າກັບ​ເສດຖະກິດ​​ໂລກ​ໃນ​ໄຕ​ມາດ​ທີ 1 ປີ 2012 ​ເພື່ອ​ສະ​ເໜີ​ຕໍ່​ລັດຖະບານ: 

   “ປະຈຸ​ບັນ ຖ້າ​ພວກ​ເຮົ​າາບໍ່​ມີຍຸດ​ທະ​ສາດ, ບໍ​ມີ​ຈຸດໝາຍ​ຢ່າງ​ຈະ​ແຈ້ງ ຈະ​ຖືກ​ຕົກ​ເຂົ້າສູ່​ທ່າ​ຮັບ. ​ໃນ​ຍຸດ​ທະ​ສາດ​ສັງ​ລວມກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າກັບ​ເສດຖະກິດ​ສາກົນ​ນັ້ນ, ຕ້ອງ​ມີ​ຍຸດ​ທະ​ສາດ​ຮ່ວມມື​ກັບ​ແຕ່ລະ​ປະ​ເທດ, ​ແຕ່​ລະ​ພາກ​ພື້ນ, ກັບ​ອາ​ເມ​ລິ​ກາ, ລັດ​ເຊຍ, ຈີນ, ອາ​ຊຽນຄື​ແນວ​ໃດ…ລັດຖະມົນຕີ​ການ​ຕ່າງປະ​ເທດ​ມອບ​ໜ້າ​ທີ່​ໃຫ້​ບັນດາ​ອົງການ​ຜູ້ຕາງໜ້າ​ຢູ່​ແຕ່ລະ​ປະ​ເທດ ຕ້ອງ​ສະ​ເໜີ​ຍຸດ​ທະ​ສາດ​ຮ່ວມ​ມື​ດ້ານ​ເສດຖະກິດ​ກັບປະ​ເທດ​ນັ້ນ​ໃນ​ໄລຍະ​ແຕ່ 5-10 ປີ​ທີ່​ຈະ​ມາ​ເຖິງ, ບົນ​ພື້ນຖານ​ນັ້ນ​ເພື່ອ​ຜັນ​ຂະ​ຫຍາຍ​ການປະຕິບັດ”

  ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຟ້າ​ມບິງ​ມິ​ງຢືນຢັນວ່າ ກະຊວງ​ການ​ຕ່າງປະ​ເທດ​ ພວມ​ຕັ້ງໜ້າ​ພ້ອມ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ ສ້າງ​ຍຸດ​ທະ​ສາດ​ສັງ​ລວມນີ້, ພິ​ເສດ​ແມ່ນ​ໃນ​ການ​ເປັນ​​ເສນາ​ທິການ, ຕີ​ລາຄາ​ທ່າ​ອ່ຽງ ສະພາບ​ການ, ສົມ​ທຽບ​ກຳລັງ​ເພື່ອສາມາດ​ສະ​ເໜີ​ການ​ເລືອກ​ຟັ້ນຄູ່​ຮ່ວມ​ມື​ເສດຖະກິດ ການ​ຄ້າ​ຢ່າງ​ຖືກຕ້ອງ, ບັນດາ​ບາດກ້າວ​ເດີນ​ທີ່​ເໝາະ​ສົມ, ກຳນົດ​ວິວັດ​ການ, ຈຸດ​ເວລາ​ຢ່າງຖືກຕ້ອງ. ຕາມ​ທ່ານລັດຖະມົນຕີ​​ການ​ຕ່າງປະ​ເທດ​ຟ້າ​ມບິງ​ມິ​ງ​ແລ້ວ, ການ​ກຳນົດ​ທິດ​ເຊື່ອມ​ໂຍງ​ເຂົ້າກັບ​ເສດຖະກິດ​​ໂລກ​ຂອງ​ຫວຽດນາມ ຈະ​ຫັນ​ຈາກ ​ລວງ​ກ້ວາງ, ເຂົ້າ​ເປັນປະ​ສະມາຊິກ, ການລົງ​ນາມ ​ໄປ​ສູ່ ລວງ​ເລິກ, ​ເຂົ້າຮ່ວມ, ປະຕິບັດ:

    “​ເຂົ້າສູ່​ລວງ​ເລິກ​ໝາຍ​ຄວາມ​ວ່າ ​ເຖິງ​ເວລາ​ແລ້ວ​ ທີ່​ຕ້ອງ​ຍົກ​ສູງ​ບັນດາ​ສາຍ​ພົວພັນ ​ແລະ​ສ້າງ​ບັນດາ​ຂອບ​ເຂດ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ການ​ຄ້າ​ຕາມ​ທິດ​ຍາວ​ນານ, ນຳ​ການ​ພົວພັນ​ກັບ​ບັນດາ​ຄູ່​ຮ່ວມ​ມື​ເຂົ້າສູ່​ລວງ​ເລິກ, ​ແທດຈິງ. ​ເຂົ້າຮ່ວມ​ໝາຍ​ຄວາມ​ວ່າ ຕ້ອງ​ປະຕິບັດ​ແຜນ​ນະ​ໂຍບາຍ​ເປັນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ​ມີ​ຄວາມ​ຮັບຜິດ​ຊອບຂອງ​ປະຊາ​ຄົມ​ໂລກຢູ່​ບັນດາ​ອົງການ​ຈັດຕັ້ງ, ກົນ​ໄກ​ທີ່​ພວກ​ເຮົາ​ເປັນ​ສະມາຊິກ. ຄວນ​ຍົກ​ສູງ​ສຽງ​ເວົ້າ ​ແລະ​ບົດບາດ​ຂອງ​ຫວຽດນາມ ​ໂດຍ​ຜ່ານ​ການ​ເປັນ​ເຈົ້າການສະ​ເໜີ​ບັນດາ​ຂໍ້​ລິ​ເລີ່​ມ, ນຳ​ໜ້າ​ບາງ​ເນື້ອ​ໃນ​ຮ່ວມ​ມື, ​ຕັ້ງໜ້າ​ເຂົ້າຮ່ວມ​ການ​ແກ້​ໄຂ​ບັນດາ​ບັນຫາ​ລວມຂອງ​ປະຊາ​ຄົມ​ໂລກ. ຄຽງ​ຂ້າງ​ນັ້ນ, ​ໃນ​ໄລ​ຍະ​ແຕ່ 5-10 ປີ​ທີ່​ຈະ​ມາ​ເຖິງ ກໍ​ແມ່ນ​ໄລຍະ​ທີ່​ພວກ​ເຮົາ​ຕ້ອງ​ປະຕິບັດ, ສຳ​ເລັດ​ບັນດາ​ຄຳໝັ້ນສັນຍາ​ຂອງ​ໂລກ. ນັ້​ນແມ່ນ ຄຳໝັ້ນສັນຍາ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ, ສ້າງ​ປະຊາ​ຄົມ​ອາ​ຊຽນ ​ແລະ​ບັນດາ​ຄຳໝັ້ນສັນຍາ​ໃນ​ຂອບ​ເຂດ​ບັນດາ​ສັນຍາ​ທີ່​ພວກ​ເຮົາ​ໄດ້​ລົງ​ນາມ​ແລ້ວ

  ສືບ​ຕໍ່​ສ້າງ​ບັນດາ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບປະ​ເທດ​ຕ່າງໆ ​ໃນ​ວິວັດ​ການ​ເຊື່ອມ​ໂຍງ​ເຂົ້າກັບ​ເສດຖະກິດ​ສາກົນ ກໍ​ແມ່ນ​ຈຸດ​ສຸມ​ໃນ​ການ​ເຄື່ອນ​ໄຫວ​ໃນ​ປີ 2012. ນີ້​ແມ່ນ​ແຜນ​ນະ​ໂຍບາຍ​ອັນ​ສຳຄັນ​ຂອງ​ພັກ ​ແລະ​ລັດ​ຫວຽດນາມ, ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ສ້າງ​ສະພາບ​ແວດ​ລ້ອມ​ທີ່​ອຳນວຍ​ຄວາມ​ສະດວກ​ກ່ວາ, ສອງ​ຝ່າຍ​ຕ້ອງ​ໄດ້ ສະຫງວນ​ໃຫ້​ແກ່​ກັນ​ບັນດາ​ນະ​ໂຍບາຍ​ເສດຖະກິດ​ໃຫ້​ບຸລິມະສິດ​ກ່ວາຕໍ່​ກັນ ​ໃນ​ນັ້ນມີ​ດ້ານ​ການ​ຄ້າ, ການ​ລົງທຶນ, ການ​ອຸປະຖຳ​ພັດທະນາ…. ນຳ​ລະດັບ​ການ​ພົວພັນ​ດ້ານ​ເສດຖະກິດ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

    ​ໃນ​ຍຸດ​ທະ​ສາດ​ເສດຖະກິດ​ການ​ຕ່າງປະ​ເທດ, ວົງ​ຄະນາ​ຍາດ​ຊາວ​ຫວຽດນາມ​ອາ​​ໄສ​ຢູ່​ຕ່າງປະ​ເທດ​ດ້ວຍ​ຈຳນວນ​ກ່ວາ 3 ລ້ານ​ຄົນ​ທີ່​ພວມ​ດຳລົງ​ຊີວິດ ​ແລະ​ເຮັດ​ວຽກ​​ໃນ​ທົ່ວ​ໂລກ ກໍ​ແມ່ນ​ກຳລັງ​ສຳຄັນ​ທີ່​ສຸດ. ​ເຂົາ​ເຈົ້າທັງ​ແມ່ນ​ນັກ​ລົງທຶນ, ຖ່າຍ​ຖອດ​ເຕັກ​ໂນ​ໂລ​ຊີ, ນຳ​ມາ​ເຊີ່ງ​ພູມ​ປັນຍາ​ໃຫ້​ແກ່​ປະ​ເທດ​ຊາດ, ທັງ​ແມ່ນ​ຂົວ​ເຊື່ອມ​ຕໍ່​ມິດຕະພາບ​ກັບ​ປະຊາຊົນ​ປະ​ເທດ​ຕ່າງໆ. ​​ຕົວ​ຈິງ​ແລ້ວ, ​ໃນ​ໄລຍະ​ທີ່​ຜ່ານ​ມາ, ປະຊາຊົນ​ຫວຽດນາມ​ອາ​ໃສ​ຢູ່​ຕ່າງ​ປະ​ເທດ ​ໄດ້​ປະຕິບັດ​ບົດບາດ​ດັ່ງກ່າວ​ໄດ້​ດີ​ພໍ​ສົມຄວນ ​ແລະ​ຕາມ​ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຟ້າ​ມບິງ​ມິ​ງ​ແລ້ວ, ວຽກ​ງານ​ສຳລັບ​ຊາວ​ຫວຽດນາມ​ອາ​​ໄສ​ຢູ່​ຕ່າງປະ​ເທດ​ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ໃຫ້​ບຸລິມະສິດ​ພິ​ເສດ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ:

   “​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ວຽກ​ງານ​ສຳລັບ​ຊາວ​ຫວຽດນາມ​ອາ​ໃສ​ຢູ່​ຕ່າງປະ​ເທດຈະ​ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ ​ແລະ​ເພີ່ມ​ທະວີ, ​ເພື່ອ​ແນ​ໃສ່​ປະກອບສ່ວນ​ຍົກ​ສູງ​ອິດ​ທິພົນ​ຊື່​ສຽງ​ຂອງ​ວົງ​ຄະນາ​ຍາດຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ; ຂະ​ແໜງ​ການ​ຕ່າງປະ​ເທດ​ກໍ​ສະ​ເໜີ​ໃຫ້​ສ້າງ​ບັນດາ​ນະ​ໂຍບາຍ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ຊາວ​ຫວຽດນາມ​ອາ​ໃສ​ຢູ່​ຕ່າງປະ​ເທດ ​ໃນ​ການ​ເຮັດລະບຽບ​ການ ກ່ຽວ​ກັບ​ສັນຊາດຫວຽດນາມ. ລະບຽບ​ການ ​ແລະ​ນະ​ໂຍບາຍ​ຊື້​ເຮືອນ​ຢູ່​ພາຍ​ໃນ​ປະ​ເທດ, ການລົງທຶນ​ຢູ່ພາຍ​ໃນປະ​ເທດ, ຍົກ​ເວັ້ນວີ​ຊາ, ການ​ໄປ​ຢ້ຽມຢາມ​ຍາດຕິ​ພີ່ນ້ອງ, ໜູນ​ຊ່ວຍ​ບັນດາ​ການ​ເຄື່ອນ​ໄຫວ​ອະນຸລັກຮັກສາ​ມູນ​ເຊືອ, ວັດທະນະທຳ, ພາສາ​ຫວຽດນາມ…

    ດ້ວຍ​ພື້ນຖານ​ແມ່ນ​ບັນດາ​ຜົນງານ​ທີ່​ໜ້າ​ປະ​ທັບ​ໃຈ​​ເຊີ່ງບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ, ພ້ອມ​ກັບ​ຍຸດ​ທະ​ສາດ​ສັງ​ລວມກ່ຽວ​ກັບ​ການ​ເຊື່ອມ​ຕົວ​ເຂົ້າກັບ​ເສດຖະກິດ​ສາກົນ, ດ້ວຍ​ວິ​ໄສ​ທັດ​ອັນ​ຍາວ​ນານ, ມີ​ຈຸດ​ສຸມ, ​ໃຫ້​ບຸລິມະສິດ, ມີວິວັດ​ການ ​ແລະ​ມາດ​ຕະການ​ອັນ​ລະອຽດ​ນັ້ນ ຂະ​ແໜງ​ການ​ຕ່າງປະ​ເທດ​ຫວຽດນາມ ໄດ້​ວາງ​ຈຸດໝາຍ​ສຳ​ເລັດ 1 ​ໃນ​ບັນດາ​ໜ້າ​ທີ່​ອັນ​ດັບ 1 ຂອງ​ຕົນ ນັ້ນ​ແມ່ນ: ການ​ຕ່າງປະ​ເທດ​ຮັບ​ໃຊ້​ໃຫ້​ແກ່​ເສດຖະກິດ, ​ເພື່ອ​ສະ​ແຫວ​ງຫາ​ແຫຼ່ງກຳລັງ​ພາຍ​ນອກ​ໃຫ້​ແກ່​ການ​ພັດທະນາ​ປະ​ເທດ​ຊາດ.
ແອງຮ່ວຽນ

ຕອບກັບ

ຂ່າວ/ບົດ​ອື່ນ