ການເດີນທາງຢ້ຽມຢາມດ້ວຍການຄິດໄລ່ຫຼາຍຢ່າງ


ວັນ​ທີ 3/7, ທ່ານ​ປະທານ​ປະ​ເທດ​ຈີນ ສີ​ຈີນ​ຜີ​ງ ໄດ້ເລີ່ມຕົ້ນການຢ້ຽມຢາມທາງ ລັດຖະກິດ ສ.​ເກົາ​ຫຼີ ​ເປັນ​ເວລາ 2 ວັນ. ການ​​ເດີນທາງຢ້ຽມຢາມຂອງ​ຜູ້ນຳ​ລັດ​ຈີນ​ຄັ້ງ​ນີ້, ບໍ່​ກໍ່​ຄວາມ​ປະຫຼາດ​ໃຈ​ຕໍ່​ຫາງ​ສຽງ​ເພາະວ່າ ​ໃນ​ສະພາວະ​ພາກ​ພື້ນ​ປະຈຸ​ບັນ ພວມ​ມີ​ບັນດາ​ສາຍ​ພົວພັນ​ແບບ​ປະສານ​ກັນ​ຢ່າງ​ສັບສົນ.

ການເດີນທາງຢ້ຽມຢາມດ້ວຍການຄິດໄລ່ຫຼາຍຢ່າງ - ảnh 1
ທ່ານ​ປະທານ​ປະ​ເທດ​ຈີນ ສີ​ຈີນ​ຜີ​ງ ແລະ ທ່ານ​ນາງ​ປະທານາທິບໍດີ ສ.​ເກົາຫຼີ Park Geun-Hye

    ນີ້​ແມ່ນ​ຄັ້ງ​ທີ 3 ຊຶ່ງ ທ່ານ​ປະທານ​ປະ​ເທດ​ຈີນ ສີ​ຈີນ​ຜີ​ງ​ໄປ​ຍັງ​ເຊີ​ອູ​ນ, ​ແຕ່​ພັດ​​ແມ່ນ​ການ​ຢ້ຽມຢາມເປັນ​ຄັ້ງ​ທຳ​ອິດ​ໃນ​ຖານະ​ຕຳ​ແໜ່ງເປັນ​ປະມຸກ​ລັດ. ​ເຖິງ​ວ່າ​ໃນ​ທາງນອກຂອງ​ການ​ຢ້ຽມຢາມ, ຕາມ​ທີ່​ໄດ້​ປະກາດ​ກ່ອນ​ການ​ເດີນທາງ​ຢ້ຽມຢາມ, ນີ້​ແມ່ນ​ການ​ຕອບ​ແທນ​ການ​ຢ້ຽມຢາມ​ຈີນ​ຂອງທ່ານ​ນາງ​ປະທານາທິບໍດີ ສ.​ເກົາຫຼີ Park Geun-Hye ​ເມື່ອ​ເດືອນ 6/2013, ​ແຕ່​ເປັນ​ຄັ້ງ​ທຳ​ອິດ​ທີ່​ຜູ້ນຳ​ສູງ​ສຸດ​ຂອງ​ຈີນ​ໄດ້​ປະລະ​ທຳນຽມ​ທີ່​ເຄີຍ​ມີ​ມາ​ຄື​ຢ້ຽມຢາມ​ເຊີ​ອູ​ນກ່ອນ​ພຽງ​ຢາງນັ້ນ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ປັກກິ​ງພວມ​ມີ​ການ​ປ່ຽນ​ແປງ​ຍຸດ​ໂທ​ບາຍ​ການ​ຕ່່າງປະ​ເທດ​ໂດຍ​ພື້ນຖານ.

   ຖື​ເບົາ​ພຽງ​ຢາງ, ຖື​ເປັນ​ສຳຄັນ​ເຊີ​ອູ​ນ

    ການຕັດສິນ​ເລືອກ​ເອົາ ສ​.ເກົາຫຼີ ຫາກ​ບໍ່​​ແມ່ນ​ພຽງ​ຢາງ​ເພື່ອ​ທຳ​ການ​ຢ້ຽມຢາມ​ນັ້ນ, ສ່ວນ​ໃດ​ສ່ວນ​ໜຶ່ງ​ໄດ້​ສ່ອງ​ແສງ​ເຖິງ​ຄວາມ​ແຕກ​ແຫງ​ລະຫວ່າງ​ຈີນ ​ແລະ ສ.ປ.ປ.​ເກົາຫຼີ​ໃນ​ໄລຍະ​ມໍ່ໆ​ມາ​ນີ້. ຫຼາຍ​ປີ​ທີ່​ຜ່ານ​ມາ, ​ໃນ​ຕົວ​ຈິງ, ​ເຖິງ​ວ່າ​ແມ່ນ​ປະ​ເທດ​ພັນທະ​ມິດ​ຂອງ​ຈີນ, ​ເພິ່ງ​ພາ​ອາ​ໄສ​ດ້ານ​ເສດຖະກິດ​ຂອງ​ຈີນ​ຢ່າງ​ຫຼວງ​ຫຼາຍ, ​ແຕ່​ໃຕ້​ລະບອບ​ຂອງ​ການ​ນຳ Kim Jong Un , ພຽງ​ຢາງ​ນັບ​ມື້​ນັບ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຜິດ​ປົກກະຕິ, ກໍ່​ຄວາມ​ຫຍຸ້ງ​ເຫຍືອງຫຼາຍ​ຢ່າງ​ໃຫ້​ແກ່​ຈີນ, ຊ້ຳ​ບໍ​ໜຳ​ຈີນ​ກໍ​ເຄີຍ​ຖືກ​ສາກົນ​ຖື​ເປັນ​ສັດຕູ, ຂະນະ​ທີ່ ສ.ປ.ປ.​ເກົາຫຼີ​ຍິງ​ລູກ​ສອນ​ໄຟ ​ແລະ ທົດ​ລອງ​ນິວ​ເຄຼຍ.

    ​ແຕ່​ສິ່ງ​ທີ່​ໜ້າ​ສົນ​ໃຈ​ກ່ວາ​ໝູ່ ​ແມ່ນ​ໃນ​ຂະນະ​ທີ່​ນັບ​ມື້​ນັບ​ສະ​ແດງ​ທ່າ​ທີ​ບໍ່​ສະໜິດສະໜົມ​ກັບ​ພັນທະ​ມິດ​ນັ້ນ, ພຽງ​ຢາງ​ພັດ​ມີ​ການ​ກະທຳ​ຫຍັບ​ເຂົ້າ​ໃກ້​​ໂຕ​ກຽວ ຊຶ່ງ​ແມ່ນ​ກຳລັງ​ສູ້​ຢັນ​ກັບ​ຍີ​ປຸ່ນ​ໃນ​ພາກ​ພື້ນ. ພາຍຫຼັງ​ດຳ​ເນີນ​ການ​ເຈ​ລະ​ຈາ​ຫຼາຍ​ຮອບ​ກ່ຽວ​ກັບ​ບັນຫາ​ບັນດາ​ພົນລະ​ເມືອງ​ຍີ​ປຸ່ນຖືກ​ລອກ​ຈັບ​ຕົວ​ໃນ​ຊຸມ​ປີ 1970-1980, ການ​ພົວພັນ​ລະຫວ່າງ​ຍີ​ປຸ່ນ-ສ.ປ.ປ.​ເກົາຫຼີ​ໄດ້​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ​ທີ່​ຕັ້ງໜ້າ ​ແລະ ການ​ຢ້ຽມຢາມສ.ປ.ປ.​ເກົາຫຼີ ຂອງ​ທ່ານ​ນາຍົກ​ລັດຖະມົນຕີ​ຍີ​ປຸ່ນ Shinzo Abe ​ໄດ້​ຖືກ​ຂຶ້ນ​ແຜນ​ໃນ​ປີ​ນີ້ ​ແມ່ນ​ພະຍານ​ຫຼັກ​ຖານ​ທີ່​ຈະ​ແຈ້ງ​ສຳລັບ​ການ​ປົວ​ແປງ​ນີ້. ພຽງ​ຢາງ​ກໍ​ພວມ​ມານະ​ພະຍາ​ຍາມຫັນ​ໄປ​ສູ່​ການ​ຊອກ​ຫາ​ການ​ລົງທຶນ ​ແລະ ການ​ຊ່ວຍ​ເຫຼືອ​ຈາກ​ໂຕ​ກຽວ ​ແລະ ​ແນ່ນອນ​ວ່າ ການ​ກະທຳ​ນີ້​ໄດ້​ເຮັດ​ໃຫ້ບັນດາການ​ນຳ​ຈີນ​ເສຍ​ໃຈ. ດັ່ງ​ນັ້ນ, ການ​ຢ້ຽມຢາມ​ເຊີ​ອູ​ນຂອງ ທ່ານ​ປະທານ​ປະ​ເທດ​ຈີນ ສີ​ຈີນ​ຜີ​ງ, ສ່ວນ​ໃດ​ສ່ວນ​ໜຶ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ແຈ້ງ​ກ່ຽວ​ກັບ​ຄວາມ​ເສຍ​ຫວັງ​ຂອງ​ປັກ​ກິ​ງທີ່​ມີ​ຕໍ່​ພຽງ​ຢາງ.

    ສ້າງ​ສຳພັນ​ທະ​ມິດ​ຕ້ານ​ຍີ​ປຸ່ນ.

  ນອກຈາກ ສ.ປ.ປ.​ເກົາຫຼີ, ​ຍີ​ປຸ່ນກໍ​ແມ່ນ​ເປົ້າ​ໝາຍ​ທີ 2 ຊຶ່ງ​ຈີນ​ໄດ້​ມຸ່ງ​ໄປ​ເຖິງ​ໃນ ການ​ຢ້ຽມຢາມຄັ້ງ​ນີ້. ​ໃນ​ຂະນະ​ທີ່ ການ​ພົວພັນ​ລະຫວ່າງ​ຍີ​ປຸ່ນ-​ສ.ເກົາຫຼີ ພວມ​ຢູ່​ໃນ​ລະດັບ​ຕ່ຳ​ທີ່​ສຸດ​, ຊຶ່ງ​ກ່ຽວຂ້ອງ​ເຖິງ​ບັນດາ​ສິ່ງ​ຂ້ອງ​ຄ່າ​ໃນ​ອະດີດຕະການ ​ແລະ ບັນດາ​ຄວາມ​ຂັດ​ແຍ້​ງ​ໃນ​ມໍ່​ໆມາ​ນີ້ກ່ຽວ​ກັບ​ການ​ຍາດ​ຊິງ​ອະທິປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ​ນັ້ນ, ຈຸດ​ເວລາ​ນີ້ ກໍ​ແມ່ນ​ໂອກາດ“​ຄຳ” ​ເພື່ອ​ໃຫ້​ປັກ​ກິ​ງ​ແກ່​ດຶງ​​ເຊີ​ອູ​ນ ສ້າງ​ສຳພັນ​ທະ​ມິດ​ຕ້ານ​ຍີ​ປຸ່ນ. ​ເລື່ອງ​ອຳນາດ​ການ​ປົກຄອງ​ຂອງ​ທ່ານ​ນາຍົກ​ລັດຖະມົນຕີ​ຍີ​ປຸ່ນ Shinzo Abe ພວມ​ພະຍາ​ຍາມປະຕິບັດ​ບັນດາ​ບາດກ້າວ​ເດີນ​ເພື່ອ​ອະທິບາຍ​ຄືນ​ກ່ຽວ​ກັບ​ລັດຖະທຳ​ມະນູນ​ສັນຕິພາບ, ຜ່ານ​ນັ້ນ​ອະນຸຍາດ​ໃຫ້​ກອງທັບ​ຂອງ​ປະ​ເທດ​ນີ້ ສາມາດ​ປະຕິບັດ​ສິດ​ປ້ອງ​ກັນ​ຕົວ​ລວ​ມໝູ່, ອັນ​ໄດ້​ເຮັດ​ໃຫ້​ປັກ​ກິ​ງ ​ແລະ ​ເຊີ​ອູ​ນພ້ອມ​ກັນ​ປະຕິກິ​ລີ​ຍາ​ຢ່າງ​ຮຸນ​ແຮງ, ນີ້​ກໍ​ແມ່ນ​ຂໍ້​ອ້າງ​ອີງ​ເພື່ອ​ໃຫ້​ຈີນ-ສ.​ເກົາຫຼີ ຫຍັບ​ມໍ່​ເຂົ້າກັນ.

    ​ເຈດ​ຈຳນົງ​ເພີ່ມ​ທະວີ​ແກ່​ດຶງ ສ.​ເກົາຫຼີ​ຂອງ​ຈີນ ກໍ​ເຫັນ​ໄດ້​ຊັດ, ມັນສະ​ແດງ​ໃຫ້​ເຫັນ​ຜ່ານ​ການ​ຢ້ຽມ​ຢາມ​ເຊີ​ອູ​ນ​ລວງ​ໜ້າ​ຂອງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ ຫວາງ​ອີ​ເມື່ອ​ທ້າຍ​ເດືອນ​ແລ້ວ​ນີ້. ​ໃນ​ການ​ຢ້ຽມຢາມ​ນັ້ນ, ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ ຫວາງ​ອີ​ ກໍ​ບໍ່​ຊຸກ​ເຊ່ືອງ​ເຈດ​ຈຳນົງ​ຖະ​ແຫຼ​ງປະກາດ​ຢ່າງ​ເປີດ​ເຜີຍ​ວ່າ ຈີນ ​ແລະ ສ.​ເກົາຫຼີຄວນ​ຈັບ​ມື​ກັນ​ໃຫ້​ແໜ້ນ, ລ່ວງ​ເກີນ​ຂອບ​ເຂດສາຍ​ພົວພັນ 2 ຝ່າຍ, ມຸ່ງ​ໄປ​ສູ່​ອາຊີ ​ແລະ ​ໂລກ, ​ເປີດ​ສະພາບ​ແວດ​ລ້ອມ​ພັດທະນາ​ລວມທີ່​ກ້ວາງ​ໃຫຍ່​ກວ່າ.

    ມ້າງ​​ທ່າ​ໂດດດ່ຽວ

     ບໍ່ພຽງ​ແຕ່ ສ້າງ​ສຳພັນ​ທະ​ມິດ​ຕ້ານ​ຍີ​ປຸ່ນ​ເທົ່າ​ນັ້ນ, ການ​ຢ້ຽມຢາມ​ເຊີ​ອູ​ນຂອງ ທ່ານ​ປະທານ​ປະ​ເທດ​ຈີນ ສີ​ຈີນ​ຜີ​ງ ຍັງ​ເພື່ອ​ແນ​ໃສ່​ຊອກ​ຫາ​ການ​ໜູນ​ຊ່ວຍ​ຈາກ ສ.​ເກົາຫຼີ​ໃນ​ສະຖານະ​ການ ​ແລະ ສະພາບ​ຍຸດ​ທະ​ສາດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ ພວມ​ມີ​ບັນດາ​ການ​ຜັນ​ແປ​ທີ່​ສັບສົນ​ຫຼາຍ​ຢ່າງ​ ບໍ່​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ຈີ​ນ. ບັນດາ​ການ​ກະທຳ​ປີນ​ຂັ້ນ​ໄດ​ທີ່​ເຄັ່ງ​ຕຶງຂອງ​ຈີນ​ໃນ​ມໍ່ໆ​ມາ​ນີ້ ຊຶ່ງ​ກ່ຽວ​ຂ້ອງ​ເຖິງ​ການ​ຂັດ​ແຍ້​ງກ່ຽວ​ກັບອະທິປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ​ກັບ​ຍີ​ປຸ່ນ​ໃນ​ທະ​ເລ​ຮວາ​ຕຸ​ງ ​ແລະ ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຢູ່​ທະ​ເລ​ຕາ​ເວັນ​ອອກ​ນັ້ນ, ​ໄດ້​ຊຸກຍູ້​ອາ​ເມ​ລິ​ກາ​ແຊກ​ແຊງ​ນັບ​ມື້​ນັບ​ເລິກ​​ກ່ວາເຂົ້າ​ໃນພາກ​ພື້ນ. ທ້າ​ຍ​ເດືອນ 4/2014, ​ເປັນ​ຄັ້ງ​ທຳ​ອິດ​ທີ່​ອາ​ເມ​ລິ​ກາ​ໄດ້​ຖະ​ແຫຼ​ງປະກາດ​ນຳ​ເກາະ Senkaku ຂອງ​ຍີ​ປຸ່ນ ​ເຂົ້າ​ໃນ​ເປົ້າ​ໝາຍ​ປະຕິບັດ​ໜ້າ​ທີ່​ປົກ​ປັກ​ຮັກສາ​ຂອງ​ອາ​ເມ​ລິ​ກາ, ພ້ອມ​ກັນ​ນັ້ນ, ກໍ​ຖະ​ແຫຼ​ງສະໜັບສະໜູນ​ບັນດາ​ປະ​ເທດ​ອາ​ຊຽນ​ທີ່​ມີການ​ຂັດ​ແຍ້​ງ ອະທິປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ​ກັບ​ຈີນ. ການ​ກະທຳ​ເຫຼົ່າ​ນີ້ ​ໄດ້​ພາ​ໃຫ້​ຈີນ​ຕົກ​ຢູ່​ໂດດດ່ຽວ ​ແລະ ຕ້ອງ​ຊອກ​ຫາ​ການ​ໜູນ​ຫຼັງ​ຈາກ ສ.​ເກົາຫຼີ.

     ​ແຕ່​ເພື່ອ​ໄດ້​ຮັບ​ການ​ສະໜັບ​ສະ​ໜູນຈາກ​ເຊີ​ອູ​ນຢ່າງ​ແທ້​ຈິງ​ນັ້ນ, ຫາງ​ສຽງ​ຖື​ວ່າ ປັກ​ກິ​ງຕ້ອງ​ເສຍ​ເວລາ​ຫຼາຍ ​ແລະ ບໍ່​ແນ່ນອນ​ວ່າ​ຈະ​​ໄປ​ຮອດ​ຈຸດ​ໝາຍ​ປາຍທາງ. ​ເລີ່​ມມາ​ຈາກ​ການ​ພົວພັນ​ຢ່າງ​ແໜ້ນ​ແຟ້ນຂອງ​ສຳພັນ​ທະ​ມິດ​ອາ​ເມ​ລິ​ກາ-ສ.​ເກົາຫຼີ​ໃນ​ປະຈຸ​ບັນ, ພິ​ເສດ​ແມ່ນ​ເລື່ອງ​ອາ​ເມ​ລິ​ກາ​ຍັງ​ຄົງ​ຕັ້ງ​ທັບ​ຢູ່​ສ.​ເກົາຫຼີ​, ​ແລະ ບໍ່​ແມ່ນ​ເລື່ອງ​ງ່າຍ​ທີ່ ສ.​ເກົາຫຼີ​ເດີນ​ຕາມ​ເຈດ​ຈຳນົງ​ຂອງ​ຈີນ ​ເພື່ອ​ແນ​ໃສ່​ແລກ​ເອົາ​ການ​ສະໜັບ​ສະ​ໜູນ​ຂອງ​ປັກ​ກິ​ງ​ໃນ​ໄລຍະ​ສັ້ນ.

    ​ແຕ່​ມີ​ສິ່ງ​ໜຶ່ງ​ທີ່​ຈະ​ແຈ້ງວ່າ ບັນດາ​ສາຍ​ພົວພັນ​ແບບ​ປະສານ​ກັນ​ທີ່​ສັບສົນ​ໃນ​ພາກ​ພື້ນ​ຈະ​ມີ​ບັນດາ​ການ​ກະທຳ​ໃໝ່​ພາຍຫຼັງ​ການ​ຢ້ຽມຢາມ​ຄັ້ງ​ນີ້. ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ປັກ​ກິ​ງ​ໄດ້ ​ແລະ ພວມ​ມີ​ບັນດາ​ບາດກ້າວ​ເດີນ​​ໃໝ່, ປັບປຸງ​ກຳລັງ​ແຮງ​ເພື່ອ​ແນ​ໃສ່​ປະຕິບັດ​ຄວາມ​ມັກ​ໃຫຍ່​ໃຝ່​ສູງ​ແຜ່​ອຳນາດ​ໃນ​ພາກ​ພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ