ທ່ານ Francois Hollande ຍາດໄດ້ໄຊຊະນະໃນການເລືອກຕັ້ງປະທານາທິບໍດີຝລັ່ງ
(ພາບ: google.com.vn)
(vovwold) - ດ້ວຍເລື່ອງຜູ້ອອກສະໝັກຮັບເລືອກຕັ້ງຂອງພັກສັງຄົມທ່ານ Francois Hollande ຍາດໄດ້ໄຊຊະນະໃນການເລືອກຕັ້ງປະທານາທິບໍດີຝລັ່ງ ເມື່ອທ້າຍອາທິດຜ່ານມາ, ຫາງສຽງທັງພາຍໃນປະເທດຝລັ່ງ ແລະ ສາກົນຖືວ່າ, ໝາກຜົນດັ່ງກ່າວບໍ່ພຽງແຕ່ມີການກະທົບເຖິງການພັດທະນາຂອງພື້ນຖານເສດຖະກິດໃຫຍ່ອັນດັບສອງຢູ່ເອີລົບ ໃນ 5 ປີຈະມາເຖິງເທົ່ານັ້ນ, ຫາກຍັງສົ່ງຜົນສະທ້ອນບໍ່ໜ້ອຍເຖິງພາກພື້ນທີ່ນຳໃຊ້ສະກຸນເງິນເອີໂຮ ອີກດ້ວຍ.
ທ່ານ Francois Hollande ແມ່ນຜູ້ອອກສະໝັກຮັບເລືອກຕັ້ງພັກສັງຄົມຜູ້ທຳອິດໄດ້ຮັບເລືອກຕັ້ງເປັນປະທານາທິບໍດີຝລັ່ງ ໃນ 17 ປີທີ່ຜ່ານມາ. ໃນສູນທອນພົດທຳອິດຕໍ່ໜ້າມະຫານຊົນຢູ່ນະຄອນ Tulle, ທາງພາກກາງຝລັ່ງ, ທ່ານ Francois Hollande ໝັ້ນໝາຍຈະມານະພະຍາຍາມນຳປະເທດຝລັ່ງອອກຈາກວິກິດການ, ແຕ່ຍັງຄົງຮັກສາຄວາມສະເໝີພາບດ້ານສາທາລະນະສຸກ ແລະ ການສຶກສາ. ທ່ານ Francois Hollande ໄດ້ວາງອອກຄຳໝັ້ນສັນຍາອັນເປັນພື້ນຖານ 2 ຢ່າງໃນອາຍຸການຂອງຕົນ ນັ້ນແມ່ນບຸລິມະສິດໃຫ້ຄວາມຍຸຕິທຳ, ແລະ ບຸລິມະສິດໃຫ້ແກ່ລຸ້ນໜຸ່ມ. ແຕ່ການປະຕິບັດຄຳໝັ້ນສັນຍານີ້ບໍ່ແມ່ນເລື່ອງງ່າຍດາຍ, ເພາະວ່າ, ປະເທດຝລັ່ງພວມຕົກເຂົ້າສູ່ສະພາບວິກິດການຢ່າງຮ້າຍແຮງ. ອັດຕາຄົນຫວ່າງງານຂອງຝລັ່ງໃນປີນີ້ຄາດວ່າຈະຢູ່ໃນລະດັບ 10%. ປີ 2011, ຝລັ່ງຖືກຂາດດູ່ນການຄ້າຢູ່ໃນລະດັບສະຖິຕິແມ່ນ 70 ຕຶ້ກວ່າເອີໂຮ ແລະໜີ້ສິນຂອງລັດແມ່ນກວ່າ 1.700 ຕຶ້ເອີໂຮ, ເທົ່າກັບ 5,2% ຂອງຈີດີພີ. ດັ່ງນັ້ນ, ວຽກງານທຳອິດເຊິ່ງສະມາຊິກພັກສັງຄົມທ່ານ Francois Hollande ຕ້ອງດຳເນີນນັ້ນແມ່ນ ສ້າງລັດຖະບານສາມັກຄີກັບບັນດາສະມາຊິກທີ່ມີຄວາມສາມາດຢ່າງພຽງພໍ ເພື່ອນຳປະເທດຝລັ່ງຜ່ານຜ່າໄລຍະປະສົບກັບຄວາມຫຍຸ້ງຍາກໃນປະຈຸບັນ.
ກ່ຽວກັບການພົວພັນກັບຕ່າງປະເທດ, ຫາງສຽງສາກົນຖືວ່າ ເລື່ອງທ່ານ Francois Hollande ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີຝລັ່ງ ແມ່ນເຫດການທີ່ເປັນບາດລ້ຽວຂອງເອີລົບ. ນີ້ແມ່ນສິ່ງທີ່ເຂົ້າໃຈງ່າຍ, ເພາະວ່າ, ຝລັ່ງ ແມ່ນພື້ນຖານເສດຖະກິດໃຫຍ່ອັນດັບ 2 ຢູ່ເອີລົບ, ຍິ່ງກວ່ານັ້ນ, ທ່ານ Francois Hollande ເຄີຍປະກາດຈະຄັດຄ້ານນະໂຍບາຍປະຢັດຂອງພັນທະພາບເອີລົບ. ຕາມຜູ້ຊ່ຽວຊານກ່ຽວກັບເອີລົບທີ່ເຮັດວຽກຢູ່ສະພາກ່ຽວກັບການພົວພັນກັບຕ່າງປະເທດຢູ່ນະຄອນຫຼວງວໍຊິງຕັນ, ທ່ານ Charles Kupchan ແລ້ວ, ທ່ານ Francois Hollande ໄດ້ຮຽກຮ້ອງໃຫ້ມີການເຈລະຈາຄືນໃໝ່ກ່ຽວກັບຂໍ້ຕົກລົງດ້ານເສດຖະກິດໂດຍອີຢູສ້າງຂຶ້ນ ເພື່ອຮັກສາສະກຸນເງິນເອີໂຮໃຫ້ເປັນປົກກະຕິ, ເອົາໃຈໃສ່ເປັນພິເສດເຖິງການຊຸກຍູ້ເສດຖະກິດແທນໃຫ້ບັນດາມາດຕະການປະຢັດ. ສິ່ງດັ່ງກ່າວໄດ້ຊ່ວຍໃຫ້ທ່ານໄດ້ຮັບການສະໜັບສະໜູນຈາກຝລັ່ງແລະບັນດາປະເທດເອີລົບອື່ນໆ, ແຕ່ສິ່ງດັ່ງກ່າວສາມາດເຮັດໃຫ້ເຢັຍລະມັນບໍ່ພໍໃຈ. ທ່ານ Francois Hollande ກໍ່ມີມາດຕະການຈຳໜ່າຍພັນທະບັດເອີລົບເພື່ອແກ້ໄຂໜິ້ສິນໃຫ້ແກ່ບັນດາປະເທດໃນກຸ່ມ, ເຊິ່ງແມ່ນມາດຕະການທີ່ຍາມໃດເຢັຍລະມັນກໍ່ຄັດຄ້ານ. ດັ່ງນັ້ນຝລັ່ງ ແລະ ເຢັຍລະມັນອາດຈະຕ້ອງມີການເຈລະຈາຄືນກ່ຽວກັບສົນທິສັນຍາງົບປະມານເອີລົບ.
ທັດສະນະຂອງທ່ານ Francois Hollande ໄດ້ມີການກະທົບເຖິງຕະຫຼາດຫຼັກຊັບຂອງເອີລົບ, ແລະ ທົ່ວໂລກ. ພາຍຫຼັງການເລືອກຕັ້ງຢູ່ຝລັ່ງ, ຕະຫຼາດການເງິນຂອງອາເມລິກາ ກໍ່ຄືຂອງທົ່ວໂລກຖືກຫຼຸດລົງ. ຢູ່ຕະຫຼາດຫຼັກຊັບປາຮີ ແລະ Frankfurt, ມູນຄ່າຂອງສະກຸນເງິນເອີໂຮໄດ້ຫຼຸດລົງເທົ່າກັບເກືອບ 1,3 USD, ເຊິ່ງແມ່ນລະດັບຕຳ່ສຸດໃນ 3 ເດືອນທີ່ຜ່ານມາ. ບັນດາຕະຫຼາດຫຼັກຊັບອາຊີທີ່ສຳຄັນກໍ່ຫຼຸດລົງຢ່າງແຮງໃນວັນທີ 7/5.
ແລະກໍ່ໃນການພົວພັນກັບຕ່າງປະເທດ, ເລື່ອງທ່ານ Francois Hollande ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີຝລັ່ງໄດ້ສົ່ງຜົນສະທ້ອນບໍ່ໜ້ອຍເຖິງແຜນການຖອນທະຫານຂອງຝລັ່ງອອກຈາກ ອາບການິສະຖານ . ທ່ານ Francois Hollande ເຄີຍສະແດງທັດສະນະຢາກເຮັດໃຫ້ທະຫານ ຝລັ່ງ ຖອນອອກຈາກ ອາບການິສະຖານໃນປີນີ້, ກ່ອນກຳນົດເວລາເຊິ່ງ NATOໄດ້ວາງອອກແມ່ນ 2 ປີ. ດັ່ງນັ້ນ, ພາຍຫຼັງທີ່ທ່ານ Francois Hollande ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີຝລັ່ງ. NATO ຕ້ອງຮຽກຮ້ອງໃຫ້ຝລັ່ງສືບຕໍ່ເຄົາລົບນັບຖືຄຳໝັ້ນສັນຍາກ່ຽວກັບຈຳນວນພົນທະຫານຂອງປະເທດນີ້ຢູ່ອາບການິສະຖານໃນທັນທີ. ໂຄສົກຂອງ NATO ໄດ້ເນັ້ນໜັກວ່າ, ບໍ່ວ່າການປ່ຽນແປງໃດໃນແຜນການຖອນທະຫານ ກໍ່ລ້ວນແຕ່ໄດ້ຮັບການປຶກສາຫາລື ແລະ ຮັບຮູ້ຈາກບັນດາປະເທດພັນທະມິດຂອງ NATO.
ໃນອາທິດໜ້າ, ທ່ານ Francois Hollande ຈະຈັດພິທີສາບານຕົວຮັບຕຳແໜ່ງ, ກາຍເປັນປະທານາທິບໍດີຝລັ່ງຢ່າງເປັນທາງການ. ນີ້ແມ່ນອາຍຸການບໍ່ແມ່ນງ່າຍດາຍ, ແລະ ຫາງສຽງຈະຕິດຕາມຂໍ້ຕົກລົງທັງໝົດຂອງປະທານາທິບໍດີຄົນໃໝ່ຝລັ່ງ ເມື່ອເລີ່ມຕົ້ນວິວັດທະນາການໃໝ່ຢູ່ຝລັ່ງ ກໍ່ຄືເອີລົບ.