ຜູ້ອອກສະໝັກລືອກຕັ້ງເປັນປະທານາທິບໍດີ Prabowo ແລະ Jokowi
(ພາບ:: Reuters)
ຜູ້ມີສິດເລືອກຕັ້ງອິນໂດເນເຊຍ ປະມານ 190 ລ້ານຄົນຈະໄປປ່ອນບັດຢູ່ສະຖານທີ່ປ່ອນບັດເກືອບ 487.000 ແຫ່ງໃນທົ່ວປະເທດ. ກ່ອນນັ້ນ, ແຕ່ວັນທີ 4-6/7, ຜູ້ມີສິດເລືອກຕັ້ງອິນໂດເນເຊຍ ຢູ່ຕ່າງປະເທດ 2 ລ້ານຄົນໄດ້ດຳເນີນການປ່ອນບັດກ່ອນກຳນົດເວລາຢູ່ບັນດາອົງການທູຕານຸທູດຂອງອິນໂດເນເຊຍ.
ຫຼາຍຄົນຖືວ່າ, ການຫາສຽງເລືອກຕັ້ງລະຫວ່າງທ່ານ Joko Widodo ແລະ ທ່ານ Prabowo Subianto ແມ່ນການຫາສຽງເລືອກຕັ້ງລະຫວ່າງຝ່າຍ 1 ຢາກດຳເນີນການປະຕິຮູບ ແລະ ຝ່າຍ 1 ຢາກຮັກສາສະພາບເດີມ. ຕາມທ່ານດຣ Alexander Arifianto ຫົວໜ້າສະຖາບັນຄົ້ນຄ້ວາອາຊີຕາເວັນອອກສ່ຽງໃຕ້ຢູ່ສິງກະໂປແລ້ວ, ການເລືອກຕັ້ງຄັ້ງນີ້ມີຄວາມໝາຍສຳຄັນ ຍ້ອນວ່າປະຊາຊົນອິນໂດເນເຊຍ ພວມກໍ່ຄວາມດັນບັງຄັບໃຫ້ລັດຖະບານຕ້ອງປະຕິຮູບພື້ນຖານການເມືອງທີ່ຄົງຕົວໃນຕະຫຼອດ 50 ປີມານີ້ນັບແຕ່ອິນໂດເນເຊຍ ກາຍເປັນປະເທດປະຊາທິປະໄຕ. ສ່ວນນັກໄຈ້ແຍກການເມືອງເອກະລາດ Paul Rowland ຢູ່ຈາກາກຕາ ພັດຖືວ່າ, ນີ້ແມ່ນການເລືອກຕັ້ງເພື່ອກຳນົດວ່າ ອິນໂດເນເຊຍ ຈະກ້າວຂຶ້ນຫຼືຖອຍຫລັງ.
ອັດຕາສ່ວນຜູ້ສະໜັບສະໜູນເທົ່າທຽມກັນ
ການເລືອກຕັ້ງປະທານາທິບໍດີຄັ້ງນີ້ຢູ່ອິນໂດເນເຊຍ ໄດ້ກາຍເປັນການຊ່ວງເສງທີ່ຂ້ຽວຂາດ. ຕາມການຢັ່ງຫາງສຽງກ່ອນການເລືອກຕັ້ງ, ອັດຕາສ່ວນຜູ້ສະໜັບສະໜູນໃຫ້ຜູ້ອອກສະໝັກເລືອກຕັ້ງສອງທ່ານ ແມ່ນບໍ່ຜິດໂຕນກັນປານໃດ. ດັ່ງນັ້ນການຫາສຽງເລືອກຕັ້ງຂອງທັງສອງທ່ານ ລ້ວນແຕ່ມຸງເຂົ້າສູ່ບັນດາຜູ້ມີສິດເລືອກຕັ້ງບໍ່ທັນຕົກລົງຈະປ່ອນບັດໃຫ້ໃຜ (ຕາມການສຳຫຼວດ, ຕົວເລກດັ່ງກ່າວແມ່ນປະມານ 20%).
ໃນຂະນະນັ້ນ, ຕາມວົງການນັກສັງເກດການແລ້ວ, ການແຂ່ງຂັນຢ່າງແທ້ຈິງໃນການຫາສຽງເລືອກຕັ້ງຄັ້ງນີ້ ແມ່ນໃນເຂດຊົນນະບົດ Java, ເຊິ່ງແມ່ນແຫ່ງທີ່ມີພົນລະເມືອງອິນເດຍພວມດຳລົງຊີວິດ 40%. ເພື່ອຮັບ ໄຊຊະນະ, ຜູ້ອອກສະໝັກເລືອກຕັ້ງທັງສອງທ່ານ ຕ້ອງສະແດງໃຫ້ເຫັນວ່າ, ຕົນເອງແມ່ນຜູ້ນຳທີ່ໃກ້ຊິດກັບປະຊາຊົນ, ເອົາໃຈໃສ່ເຖິງປະຊາຊົນ ແລະ ຈະໜູນຊ່ວຍໃຫ້ປະຊາຊົນຜູ້ມີລາຍຮັບຕຳ່ຫຼາຍກວ່າອີກ. ພິເສດແມ່ນຊາວກະສີກອນ, ເພາະວ່າ 1/2 ຈຳນວນພົນລະເມືອງ Java ແມ່ນຊາວກະສີກອນ. ຜູ້ອອກສະໝັກເລືອກຕັ້ງຜູ້ໃດສຳພັດກັບຊາວກະສີກອນ ຜ່ານນະໂຍບາຍເສດຖະກິດທີ່ຖືກຕ້ອງໄດ້, ຜູ້ນັ້ນຈະກາຍເປັນປະທານາທິບໍດີຂອງອິນໂດເນເຊຍ.
ຍ້ອນເຫດນັ້ນ, ໃນໂຄງການເຄື່ອນໄຫວຫາສຽງເລືອກຕັ້ງຂອງຕົນ, ທ່ານ Joko Widodo ໄດ້ໃຫ້ຄຳໝັ້ນສັນຍາ, ນຳມາເຊິ່ງການປ່ຽນແປງ, ບຸກທະລຸໃຫ້ແກ່ອິນໂດເນເຊຍ, ເອົາໃຈໃສ່ເຖິງຂົງເຂດກະສີກຳ, ເບິ່ງແຍງສຸຂະພາບໂດຍບໍ່ເສຍເງິນໃຫ້ຄົນທຸກຍາກ; ໃນຂະນະນັ້ນ, ທ່ານ Prabowo Subianto ພັດໃຫ້ຄຳໝັ້ນສັນຍາຈະສ້າງພື້ນຖານ “ເສດຖະກິດເພື່ອປະຊາຊົນ“ ດ້ວຍເລື່ອງເພີ່ມງົບປະມານຂຶ້ນທົບ10 ເທົ່າໃຫ້ແກ່ຂົງເຂດກະສີກຳ.
ບັນດາສິ່ງທ້າທາຍໃຫຍ່ສຳລັບປະທານາທິບໍດີຄົນໃໝ່
ຜູ້ອອກສະໝັກເລືອກຕັ້ງທ່ານໃດໄດ້ຮັບຊະນະໃນການເລືອກຕັ້ງ ກໍ່ຕ້ອງຮັບມືກັບຫຼາຍບັນຫາທີ່ບໍ່ງ່າຍດາຍຢູ່ປະເທດທີ່ມີຈຳນວນພົນລະເມືອງຫຼາຍອັນດັບ 4 ຢູ່ໂລກ.
ເລື່ອງຄວບຄຸມໄພສໍ້ລາດບັງຫຼວງ ແລະ ສ້າງຄວາມຍຸຕິທຳໄດ້ ຈະແມ່ນບັນຫາທຳອິດເຊິ່ງລັດຖະບານໃໝ່ຕ້ອງແກ້ໄຂ. ຕາມອົງການແຈ້ງຊັດສາກົນແລ້ວ, ອິນໂດເນເຊຍຖືກຈັດອັນດັບ 114/177 ປະເທດທີ່ໄດ້ຮັບການສຳຫຼວດກ່ຽວກັບໄພສໍ້ລາດບັງຫຼວງ. ໃນຂະນະນັ້ນ, ບົດລາຍງານແກ່ງແຍ້ງທົ່ວໂລກຂອງເວທີປາໄສເສດຖະກິດໂລກກໍ່ໃຫ້ຮູ້ວ່າ, ໄພສໍ້ລາຍບັງຫຼວງຍັງຄົງແມ່ນປັດໃຈກໍ່ຄວາມກີດຂວາງກວ່າໝູ່ໃນການເຄື່ອນໄຫວດຳເນີນທຸລະກິດຢູ່ອິນໂດເນເຊຍ.
ບັນຫາທີ 2 ນັ້ນແມ່ນປະຕິຮູບພື້ນຖານເສດຖະກິດ. ນັກເສດຖະກິດ Aldian Taloputra ສັງກັດບໍລິສັດຫຼັກຊັບ Mandiri Sekuritas ຢູ່ Jakarta ໄດ້ໃສ່ໃຈວ່າ: ປະທານາທິບໍດີ ອິນໂດເນເຊຍ ອາຍຸການ 2014 – 2019 ຈະຕ້ອງສືບທອດພື້ນຖານເສດຖະກິດພັດທະນາດ້ວຍລະດັບຊ້າສຸດນັບແຕ່ປີ 2009 (ຫລຸດຜ່ອນຈາກລະດັບ 6% ໃນຊຸມປີກ່ອນນັ້ນລົງ 5,8% ໃນປີ 2013). ເງິນ rupiah ຖືກຕົກລາຄາຫຼາຍເມື່ອທຽບໃສ່ໂດລາສະຫະລັດ (ຫລຸດລົງປະມານ 20%). ລາຄາເຊື້ອເພິງ ແລະ ພະລັງງານເພີ່ມຂຶ້ນ ກໍ່ຄືຄ່ານຳເຂົ້ານ້ຳມັນອາຍແກດ ແລະ ບັນດາປະເພດທັນຍາຫານຄື: ໝາກທົ່ວເຫຼືອງ, ເຂົ້າບະເລເພີ່ມຂຶ້ນສູງ.
ນອກຈາກນັ້ນ, ບັ້ນຮົບຕ້ານຄວາມອຶດຫິວ, ທຸກຍາກຂອງ ອິນໂດເນເຊຍ ສືບຕໍ່ແມ່ນການທ້າທາຍໃຫຍ່ຂອງລັດຖະບານ ແລະ ປະທານາທິບໍດີຄົນໃໝ່. ຕາມທະນາຄານໂລກ (WB) ແລ້ວ, ຄວາມຜິດໂຕນລະຫວ່າງຄົນຮັ່ງມີ - ກັບຄົນທຸກຍາກຢູ່ປະເທດມີພົນລະເມືອງຫຼາຍອັນດັບ 4 ຂອງໂລກນັບມື້ນັບເພີ່ມຂຶ້ນ. ອັດຕາ Gini ຂອງ ອິນໂດເນເຊຍ - ເຊິ່ງແມ່ນອັດຕາກ່ຽວກັບຄວາມບໍ່ສະເໝີພາບດ້ານລາຍຮັບ, ເພີ່ມຈາກ 0,35 ຄະແນນໃນປີ 2005 ຂຶ້ນເຖິງ 0,41 ຄະແນນໃນປີ 2012, ເຊິ່ງແມ່ນສັນຍານກ່າວເຕືອນກ່ຽວກັບສະພາບຂາດສະຖຽນລະພາບທາງດ້ານສັງຄົມ. ຕົວເລກຂອງອົງການສະຖິຕິແຫ່ງຊາດ ອິນໂດເນເຊຍ (BPS) ກໍ່ໃຫ້ເຫັນວ່າ: ຈຳນວນພົນລະເມືອງ ອິນໂດເນເຊຍ ດຳລົງຊີວິດໃຕ້ມາດຖານທຸກຍາກຂອງລັດຖະບານປະເທດນີ້ກວມເອົາ 11,5% ຈຳນວນພົນລະເມືອງທັງໝົດ, ສິ່ງດັ່ງສະແດງກ່າວໃຫ້ເຫັນວ່າ: ອັດຕາຫລຸດຜ່ອນຄວາມທຸກຍາກຂອງປະເທດມີໝູ່ເກາະນັບໝື່ນໆແຫ່ງນີ້ພວມຊັກຊ້າລົງ.
ໂດຍແມ່ນປະເທດມຸດສະລິມໃຫຍ່ອັນດັບໜຶ່ງໃນໂລກ, ພື້ນຖານເສດຖະກິດໃຫຍ່ອັນດັບໜຶ່ງຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ໝາກຜົນຂອງການເລືອກຕັ້ງປະທານາທິບໍດີ ໃນວັນທີ 9/7 ຈະມີບົດບາດສຳຄັນພິເສດໃນການກໍ່ສ້າງ ແລະ ພັດທະນາປະເທດ ອິນໂດເນເຊຍ ໃນສະຕະວັດທີ 21. ດັ່ງນັ້ນ, ເລື່ອງເລືອກເຟັ້ນບັນດາຜູ້ອອກສະໝັກຮັບເລືອກຕັ້ງທີ່ເໝາະສົມແມ່ນການຕັດສິນທີ່ຫຍຸ້ງຍາກສຳລັບຜູ້ມິສິດເລືອກຕັ້ງ 190 ລ້ານຄົນຢູ່ ອິນໂດເນເຊຍ.