(vovworld) - ເຫດການເຂັ່ນຂ້າສາມັນຊົນ ຢູ່ເທດສະບານເມືອງ Houla ພາກກາງ ຊີຣີ ໃນທ້າຍອາທິດຜ່ານມາ ໄດ້ເຮັດໃຫ້ກວ່າ 100 ຄົນເສຍຊີວິດ ແລະ ເຮັດໃຫ້ບັນດາຄວາມມານະພະຍາຍາມຂອງ ສະປະຊາປະຊາຊາດ (ສປຊ) ກໍຄືປະຊາຄົມໂລກໃນການແກ້ໄຂວິກິດການການເມືອງຢູ່ປະເທດນີ້ ບໍ່ມີຄວາມໝາຍອີກແລ້ວ. ເຫດການດັ່ງກ່າວແມ່ນຫນຶ່ງໃນບັນດາເຫດການຈາລະຈົນຮ້າຍແຮງທີ່ສຸດນັບແຕ່ເມື່ອຂະບວນການລຸກຮືຂຶ້ນຕ້ານອຳນາດການປົກຄອງ ຊີຣີ ເກີດຂຶ້ນກ່ອນນີ້ກວ່າ 1 ປີ ສະແດງໃຫ້ເຫັນທ່າອ່ຽງບໍ່ດີສຳລັບແງ່ຫວັງສັນຕິພາບຢູ່ ຊີຣີ ແລະ ຍັງສະແດງໃຫ້ເຫັນວ່າ ການແກ້ໄຂວິກິດການການເມືອງຢູ່ປະເທດນີ້ ແມ່ນມາດຕະການແກ້ໄຂຫຍຸ້ງຍາກທີ່ສຸດ.
ສາມັນຊົນຫລາຍຄົນຖືກເສຍຊີວິດຍ້ອນເຫດເຂັ່ນຂ້າ
|
ກ່ອນອື່ນໝົດ ຕ້ອງຢືນຢັນວ່າ ເຫດການເຂັ່ນຂ້າສາມັນຊົນຢູ່ເທດສະບານ Houla ໄດ້ເຮັດໃຫ້ປະຊາຄົມໂລກຕົກສະເງີ້ ເພາະວ່າ ຈຳນວນຜູ້ຖືກເສຍຊີວິດ ແລະ ບາດເຈັບແມ່ນຫລວງຫລາຍ ແລະ 1/3 ໃນຈຳນວນກວ່າ 100 ຄົນຖືກເຄາະຮ້າຍນັ້ນ ແມ່ນເດັກນ້ອຍ. ສະພາຄວາມໝັ້ນຄົງ ສປຊ ໄດ້ອອກຖະແຫລງການກ່າວປະນາມຢ່າງແຮງຕໍ່ເຫດການເຂັ່ນຂ້າດັ່ງກ່າວ ແລະ ຖືວ່າ ນີ້ແມ່ນການກະທຳລະເມີດຄຳໝັ້ນສັນຍາຢຸດຍິງລະຫວ່າງ ລັດຖະບານ ແລະ ຝ່າຍຄ້ານ ຢູ່ ຊີຣີ. ສະພາຄວາມໝັ້ນຄົງ ສປຊ ກໍສະເຫນີໃຫ້ລັດຖະບານ ຊີຣີ ຕ້ອງຢຸດຕິການນຳໃຊ້ອາວຸດຫນັກຢູ່ບັນດາຕົວເມືອງໃຫຍ່ໂດຍທັນທີ ແລະ ຖອນທະຫານ, ອາວຸດຫນັກອອກຈາກບັນດານະຄອນດັ່ງກ່າວໂດຍໄວ. ໃນຂະນະນັ້ນ ວັນທີ 28/5, ທູດພິເສດຂອງ ສປຊ ແລະ ສະຫະພັນ ອາຣັບ ທ່ານ Kofi Annan ໄດ້ເດີນທາງເຖິງນະຄອນຫລວງ Damascus ຂອງ ຊີຣີ ຮຽກຮ້ອງໃຫ້ບັນດາຝ່າຍປະທະກັນ ຕ້ອງມີການເຄື່ອນໄຫວເພື່ອມຸ່ງໄປເຖິງວິວັດທະນາການການເມືອງເພື່ອຢຸດຕິການໃຊ້ຄວາມຮຸນແຮງ.
ໃນຂະນະນັ້ນ ຫລາຍປະເທດກໍຮຽກຮ້ອງໃຫ້ບັນດາຝ່າຍຢູ່ ຊີຣີ ຕ້ອງຢຸດຕິການຈາລະຈົນທີ່ແກ່ຍາວໃນ 14 ເດືອນຜ່ານມາ ຊຶ່ງເຮັດໃຫ້ 12.600 ຄົນເສຍຊີວິດ. ທ່ານ Sergay Lavrov ລັດຖະມົນຕີການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ: ມົດສະກູບໍ່ພໍໃຈກ່ຽວກັບວິວັດທະນາການ ກໍຄືໝາກຜົນປະຕິບັດແຜນການສັນຕິພາບ ໂດຍ ທູດພິເສດຂອງ ສປຊ ແລະ ສະຫະພັນ ອາຣັບ ທ່ານ Kofi Annan ຍົກອອກມາ ເພື່ອແກ້ໄຂການປະທະກັນຢູ່ ຊີຣີ. ໃນຂະນະນັ້ນ ຜ່ານການໂອ້ລົມທາງໂທລະສັບເມື່ອວັນທີ 28/5, ທ່ານປະທານາທິບໍດີ ຝລັ່ງ ແລະ ນາຍົກລັດຖະມົນຕີ ອັງກິດ ໄດ້ເຫັນດີເປັນເອກະສັນກັນຈະເຄື່ອນໄຫວເພື່ອເພີ່ມກຳລັງດັນຈາກສາກົນຕໍ່ອຳນາດການປົກຄອງຂອງປະທານາທິບໍດີ ຊີຣີ ແລະ ຈັດຕັ້ງການພົບປະ “ບັນດາເພື່ອນມິດ ຊີຣີ” ຢູ່ ຝລັ່ງ ໃນໄລຍະຈະມາເຖິງ.
ໃນສະພາບການນັ້ນ, ບັນດາຝ່າຍປະທະກັນຢູ່ ຊີຣີ ຍັງຄົງໃສ່ຖີ້ມໃສ່ກັນໃນເຫດການເຂັ່ນຂ້າດັ່ງກ່າວ. ໂຄສົກກະຊວງການຕ່າງປະເທດ ຊີຣີ ທ່ານ Jihad Majdisi ຖະແຫລງວ່າ ກອງທັບລັດຖະບານບໍ່ຢືນຢູ່ເບື້ອງຫລັງເຫດການເຂັ່ນຂ້າດັ່ງກ່າວ. ສ່ວນບັນດາຝ່າຍຄ້ານຢູ່ ຊີຣີ ໄດ້ຮຽກຮ້ອງ ສປຊ ຈົ່ງແຊກແຊງຢ່າງຮີບດ່ວນເພື່ອໃຫ້ລັດຖະບານ Damascus ຢຸດຕິບັນດາເຫດການເຂັ່ນຂ້າໃນທັນທີ່.
ປະຊາຊົນ ຊີຣີ ແຫ່ຂະບວນປະທ້ວງກ່ຽວກັບເຫດເຂັ່ນຂ້າສາມັນຊົນ
ພາບ:giaoduc.net
|
ຕາມວົງການນັກສັງເກດການແລ້ວ, ເຖິງວ່າ ກຳລັງໃດກໍ່ໃຫ້ເກີດກໍລະນີດັ່ງກ່າວກໍຕາມ, ແຕ່ເຫດການເຂັ່ນຂ້າຢູ່ Houla ບໍ່ພຽງແຕ່ສະແດງໃຫ້ເຫັນການປະທະກັນຍັງຄົງເກີດຂຶ້ນຢູ່ ປະເທດຕາເວັນອອກກາງນີ້ ເທົ່ານັ້ນ ຫາກແຜນການສັນຕິພາບ 6 ຂໍ້ຂອງທູດພິເສດຂອງ ສປຊ ແລະ ສະຫະພັນ ອາຣັບ Kofi Annan ຍິ່ງຊົ່ວຮ້າຍລົງ.
ບັນຫາຕົ້ນຕໍ ໃນການແກ້ໄຂວິກິດການການເມືອງ ຢູ່ ຊີຣີ ນັ້ນແມ່ນຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາຝ່າຍບໍ່ທັນໄດ້ຮັບການຟື້ນຟູເທື່ອ. ຖ້າຫາກລັດຖະບານຂອງປະທານາທິບໍດີ ຊີຣີ Bashar al Assad ໝັ້ນໝາຍປະຕິບັດແຜນການສັນຕິພາບຂອງ ທູດພິເສດຂອງ ສປຊ ແລະ ສະຫະພັນ ອາຣັບ ທ່ານ Kofi Annan , ກົງກັນຂ້າມ ບັນດາຝ່າຍຄ້ານຢູ່ປະເທດນີ້ ພັດບຸກໂຈມຕີເພ່ືອຍາດເອົາສິດຄວບຄຸມບັນດາເຂດສຳຄັນຢູ່ນະຄອນຈຳນວນຫນຶ່ງ. ສິ່ງດັ່ງກ່າວກໍໝາຍຄວາມວ່າ ການແກ້ໄຂໂດຍສັນຕິວິທີໃຫ້ແກ່ປະເທດຕາເວັນອອກກາງນີ້ ບໍ່ທັນມີທາງອອກເທື່ອ.
ນັກຂ່າວ Thuy Van