ກ່າວເຕື່ອນໄພອັນຕະລາຍໃນແຫຼມເກົາຫຼີ


(vovworld) - ການ​ຊ້ອມ​ຮົບ​ຮ່ວມ​ກັນ​ປະຈຳ​ປີ​ລະຫວ່າງ ສ​ເກົາຫຼີ ​ແລະ ອາ​ເມ​ລິ​ກາ ​ທີ່​ມີ​ຊື່ວ່າ ”ຜູ້​​ຮັກສາ​ຄວາມ​ເສລີ ອູ​ນຈີ” ​ໄດ້​ດຳ​ເນີນ​ໄປ​ແຕ່​ຕົ້ນ​ສັບປະດາ​ນີ້, ​ໂດຍ​ບໍ່​ຫົວຊາ​ຕໍ່​ຄຳ​ນາບ​ຂູ່​ຈາກສປປ ​ເກົາຫຼີ. ການ​ຊ້ອມຮົບ​ໃນ​ຄັ້ງ​ນີ້​, ​ເປັນ​ຄັ້ງ​ທຳ​ອິດ​ທີ່​ນຳ​ໃຊ້​ຍຸດ​ທະ​ສາດ​ຂົ່ມຂູ່ ດ້ວຍ​ສະຖານະ​ການ​ທີ່​ວາງ​ອອກ​ນັ້ນ​ແມ່ນ​ຮັບ​ມື​ກັບ​ໄພ​ນາບຂູ່ບຸກ​ໂຈມ​ຕີ​ດ້ານ​ນິວຄະ​ເລຍ​ໂດຍ​ກົງ​ຈາກ​ພຽງ​ຢາງ.

ກ່າວເຕື່ອນໄພອັນຕະລາຍໃນແຫຼມເກົາຫຼີ - ảnh 1

(ພາບ: ອິນເຕີແນດ)

        ກໍ່​ເຊັ່ນ​ດຽວ​ກັບ​ບັນດາການ​ຊ້ອມ​ຮົບ​ກ່ອນ​ນີ້, ສປປ ​ເກົາຫຼີ​ ໄດ້​ຄັດ​ຄ້ານ​ຢ່າງ​ຮຸນ​ແຮງ ​ແລະ​ ຖື​ວ່າ​ນີ້​ແມ່ນ​ການ​ຊ້ອມ​ຮົບ​ຮ່ວມ​ເພື່ອ​ກະກຽມ​ໃຫ້​ແກ່​ສົງຄາມ​ນິວຄະ​ເລ​ບ, ສປປ ​ເກົາຫຼີ ນາບຂູ່​ຈະ​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ໂຕ້​ຕອບ ສ​ເກົາຫຼີ ​ໃນ​ບໍ່​ວ່າ​ເວລາ​ໃດ, ພ້ອມ​ທັງ​ກ່າວ​ເຕືອນ​ເຊີ​ອູ​ນ ​ແລະ ວໍ​ຊິງ​ຕັນ ຈະ​ ຖືກຮັບ​ຂໍ້ຮ້າຍຈາກການ​ກະທຳ​ຂອງ​ເຂົາ​ເຈົ້າ.

        ການ​ຊ້ອມ​ຮົບ​ມີ​ຂອບ​ຂະໜາດ​ໃຫຍ່​ທີ່​ບໍ່​ເຄີຍ​ມີ​ມາ

        ນີ້​ແມ່ນ​ການ​ຊ້ອມ​ຮົບ​ດ້ານ​ການ​ທະຫານ​ທີ່​ມີ​ຂອບ​ຂະໜາດ​ໃຫຍ່​ກວ່າ​ໝູ່​ໃນ​ປີ​ຂອງ​ອາ​ເມ​ລິ​ກາ ​ແລະ ສ​ເກົາຫຼີ ​ແລະ ກໍ່​ຖື​ວ່າ ແມ່ນ​ການ​ຊ້ອມ​ຮົບ​ທີ່​ມີ​ຂອບ​ຂະໜາດ​ໃຫຍ່​ກວ່າ​ໝູ່​ນັບ​ແຕ່​ກ່ອນ​ມາ​ນີ້. ຍຸດ​ທະ​ສາດການ​ຊ້ອມ​ຮົບ​ສອງ​ຝ່າຍ​ນີ້​ຖືກ​ຍົກ​ອອກ​ມາ​ໃນ​ການ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ລະຫວ່າງ​ອາ​ເມ​ລິ​ກາ ​ແລະ ສ​ເກົາຫຼີ​ ເມື່ອ​ປີ​ກາຍ. ຕາມ​ນັ້ນ​ແລ້ວ, ສອງ​ຝ່າຍ​ຖື​ວ່າ​ຕ້ອງ​ມີ​ການ​ສົມທົບ​ກັນ​ເພື່ອ​ຮັບ​ມື​ກັບ​ພຽງ​ຢາງ.

        ກ່ອນ​ໜ້າ​ນັ້ນ, ການ​ຊ້ອມ​ຮົບຮ່ວມ​ອາ​ເມ​ລິ​ກາ - ສ​ເກົາຫຼີ ​ໄດ້​ສະ​ເໜີ​ໃຫ້​ສະພາ​ຄວາມ​ໝັ້ນຄົງ ສປຊ ​ຮຽກ​ໂຮມ​ກອງ​ປະຊຸມ​ດ່ວນ, ​ແຕ່​ຂໍ້​ສະ​ເໜີ​ນີ້​ບໍ່​ໄດ້​ຕອບ​ສະໜອງ. ສ ​ເກົາຫຼີ​ຖື​ວ່າ, ການ​ຊ້ອມ​ຮົບຮ່ວມ​ປະຈຳ​ປີ​ແມ່ນ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ທຳ​ມະ​ດາ​ລະຫວ່າງ​ເຊີ​ອູ​ນ ກັບ​ວໍ​ຊິງ​ຕັນ, ​ເພື່ອ​ຍົກ​ສູງ​ຄວາມ​ສາມາດ​ກຽມພ້ອມ​ສູ້​ຮົບ. ສ່ວນພຽງ​ຢາງ ​ພັດ​ປະກາດ​ວ່າ, ຖ້າ​ຫາກ ສະຫະ​ປະຊາ​ຊາດ “ຕັ້ງ​ໃຈ​ເມີນ​ເສ​ີຍ“ ສປປ ​ເກົາຫຼີ​ ຈະ “​ເລືອກ​ເຟັ້ນ​ຊ່ອງ​ທາງ​ສະ​ເພາະ​ໃຫ້​ແກ່​ຕົນ“. ພຽງ​ຢາງ​ຍັງ​ຢືນຢັນ​ວ່າ, ​ຖ້າ​ຫາກ​ອາ​ເມ​ລິ​ກາ ​ແລະ ສ​ເກົາຫຼີ​ ບໍ່​ຍຸບ​ເລີກການ​ຊ້ອມ​ຮົບຮ່ວມ​ທີ່​ມີ​ລັກສະນະ​ເກາະ​ຜິດ​ຕ້ານ​ພຽງ​ຢາງ ນັ້ນ, ສັນຕິພາບ ​ແລະ ຄວາມ​ປອດ​ໄພ​ຢູ່​ແຫຼມ​ເກົາຫຼີ​ ຈະ​ບໍ່​ໄດ້​ຮັບປະກັນ. ຕໍ່ໜ້າ​ທັດສະນະ​ຂອງ​ພຽງ​ຢາງ, ​ເຊີ​ອູ​ນ ກໍ່​ໄດ້​ປະກາດ​ຢ່າງ​ຂັນ​ແຂງ​ວ່າ​ ຈະ​ໂຕ້​ຕອບ​ບໍ່​ວ່າການ​ກະທຳ​ເກາະ​ຜິດ​ໃດໆ​ຈາກ ພຽງ​ຢາງ.

        ບັນດາ​ຄຳ​ກ່າວ​ເຕືອນ​ທີ່​ຂັນ​ແຂງ

        ​ໃນ​ຫຼາຍ​ປີຜ່ານມາ, ສະພາບ​ການ​ຢູ່​ແຫຼມ​ເກົາຫຼີ​ ມີ​ຄວາມ​ເຄັ່ງ​ຕຶງ​ທີ່​ສຸດ. ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ການ​ພົວພັນ​ລະ​ຫວ່າງ​ສອງ​ພາກ​ເກົາຫຼີ​ ຍິ່ງ​ຮ້າຍ​ແຮງ​ກວ່າ​ອີກ, ພາຍຫຼັງ​ການ​ຍິງ​ລູກ​ສອນ​ໄພ​ຕ່າງໆ​ຂອງ​ພຽງ​ຢາງ. ຊຳ້​ບໍ່​ໜຳ. ກ່ອນ​ການ​ຊ້ອມ​ຮົບຄັ້ງ​ນີ້ ​ແລະ ການ​ຢ້ຽມຢາມ​ສ​ເກົາຫຼີ ຂອງ​ສັນຕະປາປາ Francis I ​​ເພື່ອທຳ​ພິທີ​ສວດພາວະນາຂໍ​ໃຫ້​ສອງ​ພາກ​ເກົາຫຼີ​ ມີ​ຄວາມ​ປອງ​ດອງ​ກັນ​ນັ້ນ. ພຽງ​ຢາງ ​ໄດ້​ຍິງ​ລູກ​ສອນ​ໄຟ​ໄລຍະ​ສັ້ນ 5 ໜ່ວຍ​ໃສ່​ເຂດ​ທະ​ເລ​ທາງ​ທິດຕາ​ເວັນ​ອອກ. ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ, ສປປ​ເກົາຫຼີ​ ໄດ້​ຍິງ​ລູກ​ສອນ​ໄຟ​ເຖິງ 17 ​ຄັ້ງ, ດ້ວຍ 105 ໜ່ວຍ. ສິ່ງ​ທີ່​ໜ້າ​ສົນ​ໃຈ​ແມ່ນ​ລະດັບ​ຄວາມ​ໄວ, ​ໄລຍະ​ຍິງ ​ແລະ ຄວາມ​ອັນຕະລາຍ​ຂອງ​ການ​ຍິງ​ລູກ​ສອນ​ໄຟ​ທົດ​ລອງ​ນີ້​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ. ພຽງ​ຢາງ​ກ່າວ​ເຕືອນ​ວ່າ​ກຳລັງ​ທະຫານ​ທັງ​ໝົດ​ຈະເຂົ້າ​ຮ່ວມການ​ຊ້ອມ​ຮົບ​ນີ້ ​ແລະ ທຳນຽບຂາວ, ທຳນຽບ 5 ​ແຈ, ສຳນັກງານ​ຂອງ​ປະທານາທິບໍດີ ສ​ເກົາຫຼີ ພ້ອມ​ກັບ​ບັນດາ​ຖານ​ທີ່​ໝັ້ນ​ທະຫານ​ຢູ່ ສ​ເກົາຫຼີ ​ແລະ ຢູ່​ໃນ​ໂລກ​ຈະ​ກາຍ​ເປັນ​ເປົ້າ​ໝາຍ​ຂອງ​ອາວຸດ​ບຸກ​ໂຈມ​ຕີ​ທີ່​ທັນ​ສະ​ໄໝ​ຂອງ ສປປ ​ເກົາຫຼີ.

        ບາດກ້າວ​ຖອຍຫຼັງ​ໃນ​ຄວາມ​ມານະ​ພະຍາຍາມ​ປັບປຸງ​ການ​ພົວພັນ​ລະຫວ່າງ​ສອງ​ພາກ​ເກົາຫຼີ

        ບໍ່​ສາມາດ​ປະຕິ​ເສດ​ເຈດ​ຕະນາ​ດີ​ຂອງ ສປປ​ເກົາຫຼີ ​ໃນ​ການ​ເຈລະຈາ​ຕ່າງໆນັບ​ແຕ່​ຕົ້ນ​ປີ​ມາ​ນີ້. ​ເດືອນ 7 ຜ່ານ​ມາ, ພຽງ​ຢາງ​ ໄດ້​ຕົກລົງ​ສົ່ງ​ຜູ້​ແທນ​ຄະນະ​ໜຶ່ງ​ລວມມີ 700 ຄົນ, ລວມມີ​ນັກ​ກິລາ ​ແລະ ກອງ​ເຊຍ​ມາ​ຮ່ວມ ASIAD 17 ຢູ່ Incheon, ສ ​ເກົາຫຼີ ​ໃນ​ເດືອນ 10 ຈະ​ມາ​ເຖິງ. ສປປ ​ເກົາຫຼີ​ ກໍ່​ພວມ​ພິຈາລະນາ​ແຜນການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ ສົນທິສັນຍາ ສປຊ ຄັ້ງ​ທີ 12 ກ່ຽວ​ກັບ​ຊີວະ​ນາໆ​ພັນ, ​ເຊິ່ງຄາດ​ວ່າ​ຈະ​ຈັດ​ຕັ້ງ​ຢູ່ Pieng chang, ສ​ເກົາຫຼີ, ​ແຕ່​ວັນ​ທີ 29/9-19/10 ຈະ​ມາ​ເຖິງ. ​ແຕ່​ການ​ຜັນ​ແປ​ຢ່າງ​ສັບສົນ​ໃນ​ປະຈຸ​ບັນ, ອາດ​ຈະ​ຍູ້​ບັນດາ​ຄວາມ​ມານະ​ພະຍາຍາມ​ໃນ​ການ​ປັບປຸງ​ການ​ພົວພັນ​ລະຫວ່າງ​ສອງ​ພາກ​ເກົາ​ຫຼີ​ໃຫ້​ຖອຍ​ໄປ. ຄວາມ​ຈິງ​ແລ້ວ, ການ​ເຈລະຈາ​ຂັ້ນ​ສູງ​ລະຫວ່າງ​ສອງ​ພາກ​ເກົາຫຼີ ​ເຊິ່ງຄາດ​ວ່າ​ຈະ​ຈັດ​ຕັ້ງ​ໃນ​ວັນ​ທີ 19/8 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ແຜນການ​​ເຕົ້າ​ໂຮມ​ບັນດາ​ຄອບຄົວ​ຖືກ​ພັດ​ພາກ​ຈາກ​ກັນ​ພາຍຫຼັງ​ສົງຄາມ​ເກົາຫຼີ (1950-1953) ນັ້ນ​ແມ່ນບໍ່​ໄດ້​ຮັບ​ການ​ປະຕິບັດ.

        ຄວາມຫວັງ​ທີ່ວ່າ​ ສອງ​ພາກ​ເກົາຫຼີ​ຈະ​ທ້ອນ​ໂຮມ​ເປັນ​ເອກະ​ພາບ​ “​ໃນ​ຄອບຄົວ​ດຽວ“ ​ບົນ​ຈິດ​ໃຈ​ໄກ​ເກ່ຍປອງ​ດອງ​ຊາດນັ້ນ​ ແມ່ນ​ຍາກ​ທີ່​ຈະ​ປະຕິບັດ​ໄດ້. ສັນຕິພາບ​ພຽງ​ແຕ່​ບັນລຸ​ໄດ້​ໂດຍ​ຜ່ານ​ການ​ເຈລະຈາ, ຫາກ​ບໍ່​ແມ່ນ​ການ​ນຳ​ໃຊ້​ກຳລັງ​ອາວຸດ. ​ແຕ່​ໜ້າ​ເສຍດາຍ, ສະພາບ​ເຄັ່ງ​ຕຶງ​ໃນ​ປະຈຸ​ບັນ, ​ໄດ້​ເຮັດ​ໃຫ້​ເລື່ອງ​ຊອກ​ຫາ​ມາດ​ຕະການ​ຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ລະ ຫວ່າງ​ສອງ​ພາກ​ເກົາຫຼີ ຍິ່ງມີ​ຄວາມ​ຫຍຸ້ງຍາກ​ກວ່າ​ອິກ.

ຕອບກັບ

ຂ່າວ/ບົດ​ອື່ນ