ກຳລັງຫນູນແຫ່ງການພັດທະນາການພົວພັນລະຫວ່າງ ຫວຽດນາມ ກັບບັນດາ ປະເທດ ເອີລົບຕາເວັນຕົກ

(vovworld) - ຕອນ​ບ່າຍ​ວັນ​ທີ 24/1, ທ່ານ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ​ໄດ້​ກັບ​ເມືອຮອດ ຮ່າ​ໂນ້ຍ ສິ້ນ​ສຸດ​ການ​ຢ້ຽມຢາມ​ລາຊະ​ອານາຈັກ ​ແບນ​ຊິກ ​ແລະ ສະຫະພາບ​ເອີ​ລົບ ຢ່າງ​​ເປັນ​ທາງ​ການ, ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ ສ ອີ​ຕາ​ລີ, ຢ້ຽມຢາມ ອັງກິດ ​ແລະ ​ໄອ​ແລນ​ເຫນືອ​ຢ່າງ​ເປັນ​ທາງ​ການ ​ແຕ່​ວັນ​ທີ 17 - 24/1/2013. ໝາກຜົນ​ແຫ່ງ​ການ​ຢ້ຽມຢາມ​ໄດ້​ສ້າງ​ບາດ​ກ້າວ​ພັດທະນາ​ໃຫມ່​ທີ່​ມີ​ຄວາມ​ໝາຍສຳຄັນ, ຍົກ​ການ​ພົວພັນ​ລະຫວ່າງ ຫວຽດນາມ ກັບ​ບັນດາ​ປະ​ເທດ ​ເອີ​ລົບ​ຕາ​ເວັນ​ຕົກ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃຫມ່.

ກຳລັງຫນູນແຫ່ງການພັດທະນາການພົວພັນລະຫວ່າງ ຫວຽດນາມ ກັບບັນດາ ປະເທດ ເອີລົບຕາເວັນຕົກ - ảnh 1
ທ່ານ ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ  ແລະ ທ່ານ ປະທານາທິບໍດີ ອີຕາລີ Giorgio Napolitano
ພາບ: internet

        ການ​ຢ້ຽມຢາມ​ຂອງ ທ່ານ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ​​ເຖິງ​ລາຊະ​ອານາຈັກ​ແບນ​ຊິກ, ສະຫະພາບ​ເອີ​ລົບ (ອີ​ຢູ), ສ ອີ​ຕາ​ລີ ​ແລະ ລາຊະ​ອານາຈັກ​ອັງກິດ ​ແມ່ນ​ການ​ຢ້ຽມຢາມ​ທີ່ມີ​ລັກສະນະ​ປະຫວັດສາດ, ​ນີ້ເປັນ​ຄັ້ງ​ທຳ​ອິດ​ທີ່ ທ່ານ ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຢ້ຽມຢາມເຖິງ​ປະ​ເທດ​ເອີ​ລົບຕາ​ເວັນ​ຕົກ​ຈຳນຫວນ​ຫນຶ່ງ​ ​ ​ໃນ​ຖານະ​ເປັນ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ ຫວຽດນາມ. ຈຸດປະສົງ​ການ​ຢ້ຽມຢາມ ​ແມ່ນ​ສືບ​ຕໍ່​ຜັນ​ຂະຫຍາຍ​ ​ແນວທາງ​ການ​ພົວພັນກັບຕ່າງປະ​ເທດ​ຂອງ​ພັກ ​ແລະ ລັດ ຫວຽດນາມ ຢ່າງ​ຄົບ​ຊຸດ, ຮອບດ້ານ, ຢືນຢັນ​ແຜນ​ນະ​ໂຍບາຍ​ຖື​​ການ​ຊຸກຍູ້, ພັດທະນາ​ການ​ພົວພັນ​ລະຫວ່າງ ຫວຽດນາມ ກັບ   ອີ​ຢູ ​ແລະ ກັບ​ບັນດາ​ປະ​ເທດ​ ມີ​ບົດບາດ​ສຳຄັນ​ຢູ່ ​ເອີ​ລົບ ເປັນ​ສຳຄັນ.

        ຕາມ​ທ່ານ ຮ່ວາງ​ບີ່​ງກວນ, ກຳມະກາ​ນສູນ​ກາງ​ພັກ, ຫົວຫນ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ ​ແລ​້ວ, ການ​ນຳ​ປະ​ເທດ ​ເອີ​ລົບ​ຕາ​ເວັນ​ຕົກ​ຈຳນວນ​ຫນຶ່ງ ​ໄດ້​ຕ້ອນຮັບ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຢ່າງ​ສົມ​ກຽດ ດ້ວຍ​ພິທີການ​ສູງ​ສຸດ, ສະ​ແດງ​ໃຫ້​ເຫັນ​ການ​ຖື​ບົດບາດ, ທີ່​ຕັ້ງ​ຂອງ ຫວຽດນາມ ​ເປັນ​ສຳຄັນ, ຖື​​ ບົດບາດການ​ຊີ້​ນຳ​ນຳພາ​ຂອງ​ພັກ​ກອມ​ມູນິດ ຫວຽດນາມເປັນ​ສຳຄັນ ​ແລະ ປາດ​ຖະຫນາ​ຢາກ​ຊຸກຍູ້​ການ​ພົວພັນ​ຮອບດ້ານ​ກັບ ຫວຽດນາມ. ທີ່​ການ​​ເຈລະຈາ, ການພົບ​ປະ​ແລກປ່ຽນ​ຄຳ​ເຫັນຄັ້ງ​ຕ່າງໆ ລະຫວ່າງ ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ  ກັບ​ບັນດາ​ການ​ນຳ​ປະ​ເທດ​ເອີ​ລົບ​ຕາ​ເວັນ​ຕົກ​ຈຳນວນ​ຫນຶ່ງ ​ແມ່ນ​ດຳ​ເນີນ​ໄປ​ຢ່າງ​ກົງ​ໄປ​ກົງ​ມາ, ​ເປີດ​ເຜີຍ, ​ແທດ​ຈິງ, ສະ​ແດງ​ໃຫ້​ເຫັນ​ອາລົມ​ຈິດ​ຢ່າງ​ເລິກ​ເຊິ່ງ ກໍ​ຄື​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ບັນດາ​ປະ​ເທດ​ທີ່​ມີ​ຕໍ່ ຫວຽດນາມ. ​ເນື້ອ​ໃນ​ການ​ແລກປ່ຽນ​ແມ່ນ​ແທດ​ຈິງ, ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ການ​ເມືອງ, ຊຸກຍູ້​ຈຸດ​ສຸມ​ການ​ພົວພັນ​ດ້ານ​ເສດຖະກິດ, ການ​ຄ້າ,​ ການ​ລົງທຶນ, ​ເນັ້ນ​ຫນັກ​ເຖິງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ສຶກສາ, ບຳລຸງ​ສ້າງ, ​ເປີດ​ກວ້າງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ຂົງ​ເຂດ​ອື່ນ. ການ​ຢ້ຽມຢາມ​ກໍ​ແມ່ນ​ໂອກາດ​​ເພື່ອ​ໃຫ້​ບັນດາ​ຄູ່​ຮ່ວມ​ມື​ສຳຄັນ​ຢູ່ ​ເອີ​ລົບ ມີຄວາມ​ເຂົ້າ​​ໃຈ​ກວ່າກ່ຽວ​ກັບ ຫວຽດນາມ​, ກ່ຽວ​ກັບ​ຜົນງານ​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່​, ກ່ຽວ​ກັບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ລັດ ຫວຽດນາມ ຜ່ານ​ນັ້ນ ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ, ການ​ແບ່ງປັນ ​ແລະ ຍາດ​ແຍ່ງ​ການ​ຮ່ວມ​ມື,​ ສະ​ຫນັບສະ​ຫນູນ​ຂອງ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ທີ່​ມີ​ຕໍ່ການ​ພັດທະນາ​ຂອງ ຫວຽດນາມ. ​ໃນ​ຂອບ​​ເຂດ​ການ​ຢ້ຽມຢາມ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ​ໄດ້​ເປັນ​ສັກ​ຂິພິຍານ​ພິທີ​ລົງ​ນາມ​ໃນ​ເອກະສານ​ຕົກລົງ​ຫລາຍ​ສະບັບ,​ແຜ​ນການ, ​ໂຄງການ​ຮ່ວມ​ມື​ໃນ​ຫລາຍ​ຂົ​ງ​ເຂດ: ​ເສດຖະກິດ, ກາ​ນຄ້າ, ການ​ລົງທຶນ, ການ​ສຶກສາ ບຳລຸງ​ສ້າງ, ວັດທະນະທຳ, ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ…

        ອາດ​ຈະ​​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງວ່າ, ການ​ຢ້ຽມຢາມ​ເຖິງ​ບັນດາ​ປະ​ເທດ ​ເອີ​ລົບ​ຕາ​ເວັນ​ຕົກ ຂອງ ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ຄັ້ງນີ້ ​ເປັນ​ຂີດ​ໝາຍສຳຄັນ, ສ້າງ​ກຳລັງ​ຫນູນ​ຢ່າງ​ແຂງ​ແຮງ, ​ເປັນ​ພື້ນຖານ​ໃຫ້​ ຫວຽດນາມ ​ຊຸກຍູ້​ການ​ພົວພັນ​ຮອບດ້ານ​ກັບ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ສຳຄັນ​ຢູ່ ​ເອີ​ລົບ. ສຳລັບ ອີ​ຕາ​ລີ,​ຫວຽດນາມ ​ໄດ້​ຍົກ​ລະດັບ​ການ​ຮ່ວມ​ມື​ເປັນ​ຄູ່​ຮ່ວມ​ມື​ຍຸ​ດທະ​ສາດ. ສຳລັບ ອັງ​ກິດ, ຫວຽດນາມ ຊຸກຍູ້​ການ​ຫັນ​ເນື້ອ​ແທ້​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃຫ້​ປະກົດ​ຜົນ​ເປັນ​ຈິງ. ສຳລັບ ​ແບນ​ຊິກ, ການ​ຢ້ຽມຢາມ​ເປັນ​ຂີດ​ໝາຍ, ​​ແມ່ນ​ກຳລັງ​ຫນູນ​ຢ່າງ​ແຂງ​ແຮງ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຫລາຍ​ດ້ານ​ລະຫວ່າງ​ສອງ​ປະ​ເທດ. ສຳລັບ ອີ​ຢູ ​ແມ່ນ​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ເພ່ືອ​ຊຸກຍູ້​ການ​ພົວພັນ​ໃຫ້​ກ້າວ​​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ. ​ເນື່ອງ​ໃນ​ໂອກາດ​ຢ້ຽມຢາມ​ປະ​ເທດ​ເອີ​ລົບ​ຕາ​ເວັນ​ຕົກ​ຈຳນວຫນຶ່ງ​ ຄັ້ງ​ນີ້, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ໄດ້​ພົບ​ປະ​ກັບ ສັນ​ຕະປະ​ປາ Benedict 15. ກ່ຽວ​ກັບ​ດ້ານການ​ເມືອງ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ພ້ອມ​ກັບ​ບັນດາ​ການ​ນຳ ອີ​ຢູ ​ແລະ ບັນດາປະ​ເທດ​ດັ່ງກ່າວ ລ້ວນ​ແຕ່​ເຫັນ​ດີ​​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ການ​ເມືອງ​ຢ່າງ​ແຂງ​ແຮງ, ​​ເພື່ອເປັນ​ພື້ນຖານ​ໃຫ້​ແກ່​ການ​ພົວພັນ​ຍາວ​ນານ​ໃນ​ທຸກ​ດ້ານ, ​ເປັນ​ຕົ້ນ​ແມ່ນ​ເສດຖະກິດ, ການ​ຄ້າ,​ການ​ລົງທຶນ, ​ເຫັນ​ດີ​ເພີ່​ມທະວີ​ການ​ພົບ​ປະ​ສົນທະນາ​ຢ່າງ​ໄວ້​ເນື້ອ​ເຊື່ອ​ໃຈ, ຮັກສາ​ການ​ພົບ​ປະລະຫວ່າງ​ການ​ນຳ​ຂັ້ນ​ສູງ​ກໍ​ຄື​ການ​ແລກປ່ຽນ​ຜູ້​ແທນ​ທຸກ​ຂັ້ນ. ກ່ຽວ​ກັບ​ການ​ຮ່ວມ​ມື​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ແລະ ບັນດາ​ປະມຸກ​ລັດ​ຂອງ​ບັນດາ​ປະ​ເທດ​ດັ່ງກ່າວ ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​​ໃນການ​ຮ່ວມ​ມື ​ແລະ ວາງ​ອອກ​ບັນດາ​ບັນຫາ​ແທດ​ຈິງ ​ເພື່ອ​ຊຸກຍູ້​ ​ເປີດ​ກວ້າງ, ພັດທະນາ​ການ​ພົວພັນ​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ຮ່ວມ​ມື​ລົງທຶນ ລະ​ຫວ່າງ ຫວຽດນາມ ​ກັບ ອີ​ຢູ ​ແລະ ກັບ ​ແບນ​ຊິກ, ອີ​ຕາ​ລີ ​ແມ່ນ​ບັນດາ​ຄູ່​ຮ່ວມ​ມື​ຕົ້ນຕໍ​ຂອງ ຫວຽດນາມ. ສຳລັບ ອີ​ຢູ ການ​ນຳ​ສອງ​ຝ່າຍ​ຊົມ​ເຊີຍ​ເລື່ອງ​ລົງ​ນາມ​ໃນ​ສັນຍາ​ຄູ່​ຮ່ວມ​ມື ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ອີ​ຢູ (PCA)  ​ແລະ ​​ໃຫ້​ຄຳ​ໝັ້ນ​ສັນຍາ ຈະ​ຕັ້ງຫນ້າ​ຊຸກຍູ້​ວິວັດ​ການ​ເຈລະຈາ​ກ່ຽວ​ກັບ​ສັນຍາ​ການ​ຄ້າ ​ເສລີ  (FTA) ໃນ​ໄລຍະ​ຈະ​ມາ​ເຖິງ, ​ເຫັນ​ດີ​ຖື​ວ່າ ຈຳ​ເປ​ັນ​ຕ້ອງເປີດ​ກວ້າງ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ບັນດາ​ປະ​ເທດ​ໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ, ຊຸກຍູ້​ບັນດາ​ກະຊວງ, ຂະ​ແຫນງ​ການ​ກ່ຽວຂ້ອງ​ຜັນ​ຂະຫຍາຍ​ບັນດາ​ກົນ​ໄກ​ຮ່ວມ​ມື​ທີ່​ມີ​ຢູ່​ແລ້ວ ​ແລະ ບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ໃນ​ການ​ຢ້ຽມຢາມ ພ້ອມ​ກັນ​ປຶກສາ​ຫາລື ​ແລະ ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ຫລາຍຂົງ​ເຂດ​. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ພ້ອມ​ກັບ​ການ​ນຳ​ບັນດາ​ປະ​ເທດ ​ແລະ ອີ​ຢູ ​ໄດ້​ເຫັນ​ດີ​ສືບ​ຕໍ່​ຮັກສາ​ການ​ຮ່ວມ​ມື ​ແລະ ສົມທົບ​ກັນ​ໃນ​ບັນດາ​ເວທີ​ປາ​ໄສ​ຫ​ລາຍ​ຝ່າຍ, ສະ​ຫງວນ​ເວລາ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ພົວພັນ ອາ​ຊຽນ ອີ​ຢູ, ພິ​ເສດ ​ເນັ້ນ​ຫນັກ​ເຖິງ​ບົດບາດ​ຂອງ ຫວຽດນາມ ດ້ວຍ​ຖານະ​ແມ່ນ​ປະ​ເທດ​ປະສານ​ງານ​ການ​ພົວພັນ ອາ​ຊຽນ - ອີ​ຢູ ​ແລະ ຈະ​​ເປັນ​ຂົວ​ເຊື່ອ​ມຕໍ່​ເພື່ອ​ເພີ່ມ​ທະວີ, ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ພາກ​ພື້ນສຳຄັນ​ຂອງ​ໂລກ, ພ້ອມ​ທັງ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ບັນຫາ​ຮັກສາ​ສັນຕິພາບ ​ແລະ ພັດທະນາ​ຢູ່​ ພາກ​ພື້ນ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ອາຊີ - ປາຊີ​ຟີ​ກ.

ກຳລັງຫນູນແຫ່ງການພັດທະນາການພົວພັນລະຫວ່າງ ຫວຽດນາມ ກັບບັນດາ ປະເທດ ເອີລົບຕາເວັນຕົກ - ảnh 2
 ທ່ານ ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຢູ່ ສະຫນາມບິນ Heathrow ອັງກິດ
ພາບ: TTXVN

        ໝາກຜົນ​ການ​ຢ້ຽມຢາມ​ບັນດາ​ປະ​ເທດ ​ເອີ​ລົບ​ຕາ​ເວັນ​ຕົກ ຈຳນວນ​ຫນຶ່ງ ຄັ້ງນີ້ ຂອງ​ທ່ານ ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ໄດ້​ສ້າງ​ພື້ນຖານ, ສ້າງ​ກຳລັງ​ຫນູນ​ຢ່າງ​ແຂງ​ແຮງ​ໃຫ້​ແກ່​ການ​ພັດທະນາ​ການ​ພົວພັນ​ທີ່​ມີ​ຄວາມ​ໝາຍຍຸດ​ທະ​ສາດ, ຍາວ​ນານ ລະຫວ່າງ ຫວຽດນາມ ກັບ​ບັນດາ​ປະ​ເທດ ​ແລະ ຄູ່​ຮ່ວມ​ມື​ສຳຄັນ​ຢູ່ ​ເອີ​ລົບ​ຕາ​ເວັນ​ຕົກ. ຜ່ານ​ການ​ຢ້ຽມຢາມ​ຂອງ ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ, ສາຍ​ພົວພັນ​ລະຫວ່າງ ຫວຽດນາມ ​ກັບ ອີ​ຢູ  ​ແລະ ກັບ​ບັນດາ​ປະ​ເທ​ດດັ່ງກ່າວ ຈະ​ພັດທະນາ​ຢ່າງ​ແຂງ​ແຮງ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ແຕ່ລະ​ຝ່າຍ, ​ເພື່ອ​ສັນຕິພາບ, ພັດທະນາ​ຂອງ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ