ຂີດໝາຍນິຕິບັນຍັດຂອງສະພາແຫ່ງຊາດຊຸດທີ XIII

(vovworld)- ຫນຶ່ງ​ໃນ​ບັນ​ດາ​ພາ​ລະ​ບົດ​ບາດ, ຫນ້າ​ທີ່ ປະ​ກອບ​ສ່ວນ​ສຳ​ຄັນ​ສ້າງ​ເປັນ​ຂີດ​ໝາຍ​ປ່ຽນ​ແປງ​ໃຫມ່​ໃນ​ອາ​ຍຸ​ການ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIII ແມ່ນ​ການ​ເຄື່ອນ​ໄຫວ​ນິ​ຕິ​ບັນ​ຍັດ. ມີ​ກົດ​ໝາຍກວ່າ 100 ສະ​ບັບ ໂດຍ​ສະ​ພາ​ແຫ່ງ​ຊາດ​ຮັບ​ຮ​ອງ​ເອົາ ໄດ້​ສ້າງກອບ​ກົດ​ໝາຍ​ອັນ​ໝັ້ນ​ຄົງ​ໜັກແໜ້ນເພື່ອ​ສ້າງ​ລັດ​ແຫ່ງ​ອຳ​ນາດ​ນິ​ຕິ​ບັນ​ຍັດ​ສັງ​ຄົມ​ນິ​ຍົມ, ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ, ສ້າງ​ເງື່ອນ​ໄຂ​ພັດ​ທະ​ນາ​ເສດ​ຖະ​ກິດ. ບົດ​ຂຽນ​ຂອງ​ນັກ​ຂ່າວ ຮົ່ງ​ເວີນ ທີ່​ມີ​ຫົວ​ຂໍ້​ວ່າ: ຂີດ​ໝາຍ​ນິ​ຕິ​ບັນ​ຍັດ​ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIII.

ຂີດໝາຍນິຕິບັນຍັດຂອງສະພາແຫ່ງຊາດຊຸດທີ XIII - ảnh 1
ກອງ​ປະ​ຊຸມ​ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIII
        ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIII ໄດ້​ສ້າງ​ຂີດ​ໝາຍ​ສຳ​ຄັນ​ຫລາຍ​ຢ່າງ ເມື່ອ​ຮັບ​ຮອງ​ເອົາ​ລັດ​ຖະ​ທຳ​ມະ​ນູນ​ປີ 2013 ແລະ ກົດ​ໝາຍ​ສຳ​ຄັນ​ຫລາຍ​ສະ​ບັບ. ນີ້​ກໍ​ແມ່ນ​ອາ​ຍຸ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ​ທີ່​ມີ​ຈຳ​ນວນ​ກົດ​ໝາຍ​ໄດ້​ຮັບ​ຮອງ​ເອົາ​ຫລາຍກວ່າ​ໝູ່ (ກວ່າ 107 ສະ​ບັບ) ແລະ ມະ​ຕິ​ຫລາຍ​ສະ​ບັບ.

        ສ້າງ​ເອ​ກະ​ສານ​ນິ​ຕິ​ກຳ​ຫລາຍ​ສະ​ບັບ, ສ້າງກອບ​ກົດ​ໝາຍ, ປະ​ກອບ​ສ່ວນ​ພັດ​ທະ​ນາ​ປະ​ເທດ​ຊາດ

        ໃນ​ຂີດ​ໝາຍ​ນິ​ຕິ​ບ​ັນ​ຍັດ​ຂອງ​ ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIII, ຜົນ​ງານ​ທີ່​ພົ້ນ​ເດັ່ນ​ກວ່າ​ໝູ່ ນັ້ນ​ແມ່ນ ສະ​ພາ​ແຫ່ງ​ຊາດ​ໄດ້​ຮັບ​ຮ​ອງ​ເອົາ​ລັດ​ຖະ​ທຳ​ມະ​ນູນ​ປີ 2013, ຊື່ງ​ແມ່ນ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ໄລ​ຍະ​ປ່ຽນ​ແປງ​ໃຫມ່​ຮອບ​ດ້ານ, ຄົບ​ຊຸດ ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ ແລະ ການ​ເມືອງ, ຕອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ກິດ​ຈະ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປ​ະ​ເທດ​ຊາດ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ.

        ພ້ອມ​ກັບ​ການ​ຮັບ​ຮອງ​ເອົາ​ລັດ​ຖະ​ທຳ​ມະ​ນູນ​ໃຫມ່, ໃນ​ອາ​ຍຸ​ການ, ສະ​ພາ​ແຫ່ງ​ຊາດ​ໄດ້​ພິ​ຈາ​ລະ​ນາ, ປັບ​ປຸງ, ເພີ່ມ​ເຕີມ​ຫລື​ປະ​ກາດ​ໃຊ້​ປະ​ມວນ​ກົດ​ໝາຍ​ໃຫຍ່, ກົດ​ໝາຍ​ສຳ​ຄັນ​ສະ​ບັບ​ໃຫມ່​ເປັນ​ສ່ວນ​ຫລາຍ. ບັນ​ດາ​ກົດ​ໝາຍ, ລັດ​ຖະ​ບັນ​ຍັດ​ໄດ້​ສ້າງ​ພື້ນ​ຖານ​ດ້ານ​ນິ​ຕິ​ກຳ​ຢ່າງ​ຄົບ​ຊຸດ, ປະ​ກອບ​ສ່ວນ​ຮັບ​ປະ​ກັນ​ສະ​ຖຽນ​ລະ​ພາບ, ພັດ​ທະ​ນາ​ປະ​ເທດ​ຊາດ. ທ່ານ ໂງ​ດືກ​ແມ້ງ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແຂວງ ບີງ​ທ້ວນ ຖື​ວ່າ:

        “ໃນ 5 ປີ​ຜ່ານ​ມາ, ບໍ່​ທັນ​ມີ​ເວ​ລາ​ໃດ​ສ​ະ​ພາບ​ການ​ຢູ່​ພາຍ​ໃນ​ປະ​ເທດຖືກ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ວິ​ກິດ​ການ​ເສດ​ຖະ​ກິດ, ການ​ເງິນ, ເງິນ​ຕາ​ຂອງ​ໄລ​ຍະ 2008, ພິ​ເສດ ບາງ​ຄັ້ງບາງຄາວ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ​ຖືກ​ລ່ວງ​ລ້ຳ​ຢ່າງ​ຮ້າຍ​ແຮງ. ໃນ​ສະ​ພາບ​ການນັ້ນ, ສະ​ພາ​ແຫ່ງ​ຊາດ​ໄດ້​ມີ​ບົດ​ບາດ​ພົ້​ນ​ເດັ່ນ. ດ້ວຍ​ການ​ສຳ​ເລັດ​ບັນ​ດາ​ການ​ເຄື່ອນ​ໄຫວ​ນິ​ຕິ​ບັນ​ຍັດ, ສ້າງ​ລັດ​ຖະ​ທຳມະນູນ, ສະ​ພາ​ແຫ່ງ​ຊາດ​ແມ່ນອ​ົງ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ສ້າງ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ປະ​ເທດ​ຊາດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ແລະ ພັດ​ທະ​ນາ. ນັ້ນ​ແມ່ນ​ຈຸດ​ພິ​ເສດ, ​ແມ່ນຜົນ​ງານ​ລວມຂອງ​ສະ​ພາ​ແຫ່ງ​ຊາດ.”

        ທ່ານ ຮ່າ​ຮູຍ​ທົງ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແຂວງ ເທື່ອ​ທຽນ​ເຫ້ວ ໄດ້​ແບ່ງ​ປັນ​ການ​ຕີ​ລາ​ຄາ​ຂອງ​ຫາງ​ສຽງ​ສາ​ກົນ​ຢ່າງ​ພາ​ວະ​ວິ​ໄສ​ວ່າ:

        “ ການ​ນຳ​ທະ​ນາ​ຄານ​ໂລກ ຕີ​ລາ​ຄາ​ສູງ​ບັນ​ດາ​ກົດ​ໝາຍ​ກ່ຽວ​ກັບ​ເສດ​ຖະ​ກິດ ຊື່ງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໄດ້​ຮັບ​ຮ​ອງ​ເອົາ​ໃນ​ອາ​ຍຸ​ການ​ຜ່ານ​ມາ​ ນັ້ນ​ແມ່ນ: ກົດ​ໝາ​ວ່າ​ດ້ວຍ​ງົບ​ປະ​ມານ​ແຫ່ງ​ລັດ, ກົດ​ໝາຍ​ວ່າ​ດ້ວຍ​ວິ​ສາ​ຫະ​ກິດ, ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ…. ບັນ​ດາ​ກົດ​ໝາຍ​ເຫລົ່າ​ນັ້ນ ມີ​ຫລາຍ​ຈຸດ​ທີ່​ກ້າວ​ຫນ້າ ໂດຍ​ສະ​ພາ​ແຫ່ງ​ຊາດ ຮັບ​ຮ​ອງ​ເອົາ​ດ້ວຍ​ບັດ​ເຫັນ​ດີ​ສູງ​ສຸດ. ເຂົາ​ເຈົ້າ​ກໍ​ຕີ​ລາ​ຄາ​ວ່າ ລັດ​ຖະ​ທຳ​ມະ​ນູນ​ປີ 2013 ແມ່ນ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ໄລ​ຍະ​ປ່ຽນ​ແປງ​ໃຫມ່​ຢ່າງຮອບ​ດ້ານ ນັບ​ທັງ​ເສດ​ຖະ​ກິດ ແລະ ການ​ເມືອງ, ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ພື້ນ​ຖານ​ສຳ​ຄັນ​ທີ່​ສຸດ​ໃຫ້​ແກ່​ບັນ​ດາ​ບາດ​ກ້າວ​ປ່ຽນ​ໃຫມ່​ໃນ​ໄລ​ຍະ​ຕໍ່​ໄປ​ຂອງ​ປະ​ເທດ​ຊາດ.”

       ຖືຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ເປັນກົກ​​ຂອງ​ກົດ​ໝາຍທຸກສະບັບ

        ໃນ​ອາ​ຍຸ​ການ 5 ປີ​ຜ່ານ​ມາ, ສະ​ພາ​ແຫ່ງ​ຊາດ ບໍ່​ພຽງ​ແຕ່​ສຳ​ເລັດ​ປະ​ລິ​ມານ​ວຽກ​ງານ​ດ້ວຍ​​ຕົວ​ເລກ​ສະ​ຖ​ິ​ຕິ​ເທົ່າ​ນັ້ນ ຫາກ​ການ​ເຄື່ອນ​ໄຫວ​ສ້າງ​ລັດ​ຖະ​ທຳ​ມະ​ນູນ, ນິ​ຕິ​ບັນ​ຍັດ​ຂອງ​ສະ​ພາ​ແຫ່ງ​ຊາດ​ແມ່ນ​ເຕັມ​ໄປ​ດ້ວຍ​ຈິດ​ໃຈ​ເຊີດ​ຊູ​ການ​ປົກ​ປ້ອງ, ເຄົາ​ລົບ​ສິດ​ທິ​ມະ​ນຸດ ອີກ​ດ້ວຍ. ທ່ານ ໂງ​ດືກ​ແມ້ງ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແຂວງ ບີງ​ທ້ວນ ໃຫ້​ຮູ້​ວ່າ:

        “ພວກ​ເຮົາ​ມີ​ບັນ​ດາ​ຂໍ​້​ກຳ​ນົດ​ໃຫມ່​ທີ່​ກ້າວ​ຫນ້າ, ສອດ​ຄ​່ອງ​ກັບ​ທຳ​ນຽມ​ສາ​ກົນ ໃນ​ລັດ​ຖະ​ທຳ​ມະ​ນູນ​ປີ 2013. ນັ້ນ​ແມ່ນ​ເຊີດ​ຊູ ແລະ ປົ​ກ​ປ້ອງ​ສິດ​ທິ​ມະ​ນຸດ, ​ບັນ​ດາ​ກົດ​ໝາຍ ກ່ຽວ​ກັບ​ສິດ​ໄດ້​ສ້າງ​ຕັ້ງ​ສະ​ມາ​ຄົມ, ສິດ​ສຳ​ຜັດ​ກັບ​ຂໍ້​ມູນ​ຂ່າວສານ ແລະ ບັນ​ດາ​ກົດ​ໝາຍ​ອື່ນ​ອີກ. ຂ້າ​ພະ​ເຈົ້າ​ຖື​ວ່າ ພວກ​ເຮົາ​ໄດ້​ສ້າງ​​ສະ​ພາ​ບ​ແວດ​ລ້ອມລະບອບລະບຽບການ, ໃຫ້ສຳ​ເລັດໂດຍ​ພື້ນ​ຖານ ເພື່ອ​ສ້າງ​ກຳ​ລັງ​ຫນູນ ເຊີດ​ຊູ​ຄຸນ​ຄ່າ​ສິດ​ທິ​ມະ​ນຸດ, ສິດ​ເສ​ລິ​ພາບ ປະ​ຊາ​ທິ​ປະ​ໄຕ​ຂອງ​ປະ​ຊາ​ຊົນ. ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ກົດ​ໝາຍ​ຂອງ​ພວກ​ເຮົາ​ທີ່​ປະ​ກາດ​ໃຊ້​ນັ້ນ ໄດ້​ຕອ​ບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ພຶດ​ຕິ​ກຳ​ຕົວ​ຈິງ, ກິດ​ຈະ​ການ​ປ່ຽນ​ແປງ​ໃຫມ່ ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຂອງ​ປະ​ເທດ​ຊາດ.”

        ການ​ຮັບ​ຮອງ​ເອົາ​ບັນ​ດາ​ປະ​ມວນ​ກົດ​ໝາຍ​ສຳ​ຄັນ ຮັບ​ປະ​ກັນ​ສິດ​ພົນ​ລະ​ເມືອງ ແລະ ສິດ​ທິ​ມະ​ນຸດ ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ປະ​ຊາ​ຊົນ ແລະ ຜູ້​ມີ​ສິດ​ເລືອກ​ຕັ້ງ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ທ່ານ ຮີ່ງວັນ​ຕີງ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແຂວງ ຕຽນ​ຢາງ ໃຫ້​ຂໍ້​ສັງ​ເກດ​ວ່າ:

        “ບັນ​ດາ​ປະ​ມວນ​ກົດ​ໝາຍ​ອາ​ຍາ, ການ​ດຳ​ເນີນ​ຄະ​ດີ​ອາ​ຍາ, ປະ​ມວນ​ກົດ​ໝາຍ​ແພ່ງ ແລະ ການດ​ຳ​ເນີນ​ຄະ​ດີ​ແພ່ງ, ການ​ປະ​ຕິ​ບັດ​ການ​ກັງ​ຂັງ, ກັກ​ຕົວ​ຊົ່ວ​ຄາວ, ກົດ​ໝາຍ​ວ່າ​ດ້ວຍ​ອົງ​ການ​ສືບ​ສວນ​ສອບ​ສວນ​ອາ​ຍາ. ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ຈາກ​ຜູ​້​ມີ​ສິດ​ເລືອກ​ຕັ້ງ. ອາດ​ຈະ​ເວົ້າ​ໄດ້​ວ່າ ສະ​ພາ​ແຫ່ງ​ຊາດ​ຊຸດ​ນີ້ ມີ​ການ​ປ່ຽນ​ແປງ​ໃຫມ່​ຫລາຍ​ຢ່າງ. ມີ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຫລາຍ​ທ່ານ ຢືດ​ໝັ້ນ​ຕາມ​ທິດ​ປະ​ຕິ​ຮູບ​ດ້ານ​ຕຸ​ລາ​ການ, ຕາມ​ທິດ​ສິດ​ຂອງ​ພົນ​ລະ​ເມ​ືອງ, ສິ​ດ​ທິ​ມະ​ນຸດ. ນີ້​ແມ່ນ​ບາດ​ກ້າວ​ປະ​ຕິ​ຮູບ​ໃຫຍ່​ຂອງ​ສະ​ພາ​ແຫ່​ງ​ຊາດ ສຳ​ລັບ​ດ້ານ​ຕຸ​ລາ​ການ.”

ຂີດໝາຍນິຕິບັນຍັດຂອງສະພາແຫ່ງຊາດຊຸດທີ XIII - ảnh 2
ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ດຳ​ເນີນ​ການ​ປ່ອນ​ບັດ

        ຈຳ​ນວນ​ຮ່າງ​ກົດ​ໝາຍ​ທີ່​ໄດ້​ຮັບການປະກອບ​ຄວາມ​ເຫັນ​ຈາກ​ປະ​ຊາ​ຊົນ​ແມ່ນ​ເພີ່ມ​ຂຶ້ນ, ລະ​ດົມ​ພູມ​ປັນ​ຍາ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ສັງ​ຄົມ. ທ່ານ​ນາງ ຫງວຽນ​ທິກວຽດ​ເຕີມ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ນະ​ຄອນ ໂຮ່​ຈິ​ມີນ ຖື​ວ່າ:

        “ເພື່ອ​ບັນ​ລຸ​ໄດ້​ຜົນ​ງານນັ້ນ ມີ​ຫລາຍ​ສາຍ​ເຫດ, ໃນ​ນັ້ນ ທັດ​ສະ​ນະ​ເພື່ອ​ປ​ະ​ຊາ​ຊົນ, ຮ່ຳ​ຮຽນ​ຈາກ​ປະ​ຊາ​ຊົນ, ເຄົາ​ລົບ​ປະ​ຊາ​ຊົນ ຂອງ​ພັກ ໂດຍ​ສະ​ພາ​ແຫ່ງ​ຊາດ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຊາບ​ຊືມ ແລະ ຫັນ​ເປັນ​ການ​ເຄື່ອນ​ໄຫວ​ພຶດ​ຕິ​ກຳ​ຕົວ​ຈິງ​ຂອງ​ຕົນ.”

        ອາ​ຍຸ​ການ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIII ໃກ້​ຈະ​ສິ້​ນ​ສຸດ. ບັນ​ດາ​ຜົນ​ງານ​ໃນ​ຂົງ​ເຂດ​ນິ​ຕິ​ບັນ​ຍັດ​ໃນ 5 ປີ​ຜ່ານ​ມາ ຈະ​ແມ່ນ​ກຳ​ລັງ​ຫນູນ ເພື່ອ​ໃຫ້​ສະ​ພາ​ແຫ່ງ​ຊາດ​ຊຸດ​ໃຫມ່ ສືບ​ຕໍ່​ຍົກ​ສູງ​ຄຸນ​ນະ​ພາບ, ລັກ​ສະ​ນະ​ຄົບ​ຊຸດ ແລະ ເປັນ​ເອ​ກະ​ພາບ​ຂອງ​ບັນ​ດາ​ກົດ​ໝາຍ, ເສີມ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ບົດ​ບາດ​ຂອງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ສະ​ເພາະ​ກິດ, ການເຂົ້າ​ຮ່ວມ​ຂອງ​ບັນ​ດາ​ຜູ້​ຊ່ຽວ​ຊານ ແລະ ປະ​ຊາ​ຊົນ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ນິ​ຕິ​ບັນ​ຍັດ. ວຽກ​ງານນີ້ ຈະ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ພາ​ລະ​ກິດ​ຍູ້​ແຮງ​ກິດ​ຈະ​ການ​ປ່ຽນ​ແປ​ງ​ໃຫມ່​ຢ່າງ​ຮອບ​ດ້ານ, ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ຕາມ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ.

 

 

       

ຕອບກັບ

ຂ່າວ/ບົດ​ອື່ນ