(vovworld)- ຫວ່າງແລ້ວນີ້ ຕາມຄຳສະເຫນີຂອງທ່ານ ລັດຖະມົນຕີການຕ່າງປະເທດ ເຊັກ, Karel Schwarzenberg, ລັດຖະບານ ສເຊັກ ໄດ້ຕົກລົງບົ່ງຕົວຜູ້ຕາງຫນ້າຂອງວົງຄະນາຍາດຊາວຫວຽດນາມອາໄສຢູ່ ສເຊັກ ເຂົ້າສະພາຊົນເຜົ່າສ່ວນຫນ້ອຍຂອງລັດຖະບານນີ້. ຂໍ້ຕົກລົງດັ່ງກ່າວເປັນຂີດໝາຍສຳລັບວົງຄະນາຍາດຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເວົ້າລວມ ແລະ ພິເສດແມ່ນ ຊາວຫວຽດນາມ ອາໄສ ຢູ່ ສເຊັກ ເວົ້າສະເພາະ. ຄວາມໝາຍໃຫຍ່ສຸດຈາກຂໍ້ຕົກລົງນີ້ນັ້ນແມ່ນ ວົງຄະນາຍາດຊາວຫວຽດນາມ ຈະໄດ້ຮັບຄວາມສະເຫມີພາບກັບບັນດາຊົນເຜົ່າອື່ນທີ່ພວມດຳລົງຊີວິດຢູ່ເຂດດິນແດນ ສເຊັກ. ເນື່ອງໃນໂອກາດນີ້, ນັກຂ່າວບູ່ຍຮັ່ງມີບົດຂຽນທີ່ພາດຫົວເລື່ອງວ່າ:“ຂີດໝາຍປະຫວັດສາດ ຂອງວົງຄະນາຍາດຊາວຫວຽດນາມອາໄສຢູ່ ສ.ເຊັກ.
ການເຄື່ອນໄຫວທາງສາສະຫນາຂອງຊາວ ຫວຽດນາມ ຢູ່ ສ.ເຊັກ
|
ວົງຄະນາຍາດຊາວ ຫວຽດນາມ ອາໄສຢູ່ ສເຊັກ ແມ່ນວົງຄະນາຍາດຊາວຕ່າງປະເທດທີ່ມີພົນລະເມືອງຫລາຍອັນດັບ 3 ຖັດຈາກ ຢູແກຼນ ແລະ ສະໂລວາກີ. ປະຈຸບັນ ມີຊາວຫວຽດນາມ ປະມານ 65.000 ຄົນ ພວມດຳລົງຊີວິດຢູ່ ເຊັກຢ່າງຖືກຕ້ອງກັບກົດໝາຍ ໃນຈຳນວນຊາວເຊັກກວ່າ 10,2 ລ້ານຄົນ. ດ້ວຍຈິດໃຈອຸຸ້ມຊູຊ່ວຍເຫລືອເຊິ່ງກັນ ແລະ ກັນ, ວົງຄະນາຍາດຊາວຫວຽດນາມ ນັບມື້ນັບຕິດພັນຢ່າງແຫນ້ນແຟ້ນ ຜ່ານບັນດາການເຄື່ອນໄຫວຂອງສະມາຄົມຊາວ ຫວຽດນາມ ອາໄສຢູ່ ເຊັກ. ໂດຍໄດ້ຮັບການສ້າງຕັ້ງຂຶ້ນເມື່ອປີ 1999 ເພື່ອສ້າງການພົວພັນອຸ້ມຊູຊ່ວຍເຫລືອເຊິ່ງກັນ ແລະ ກັນ, ສາມັກຄີກັນລະຫວ່າງບັນດາສະມາຊິກວົງຄະນາຍາດຢູ່ ເຊັກ, ສະມາຄົມໄດ້ວາງຈຸດໝາຍບຸລິມະສິດຮັກສາສີສັນວັດທະນະທຳຂອງຊາດ ແລະ ເສີມຂະຫຍາຍສາຍພົວພັນທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ເຊັກ. ພາຍຫລັງເຄື່ອນໄຫວໃນເວລາກວ່າ 10 ປີ, ມາຮອດປະຈຸບັນ ສະມາຄົມ ຊາວ ຫວຽດນາມ ອາໄສຢູ່ ເຊັກ ໄດ້ມີ 26 ສະມາຄົມສະມາຊິກ ແລະ 44 ສາຂາສະມາຄົມຢູ່ເກືອບທັງໝົດບັນດາທ້ອງຖິ່ນໃນທົ່ວປະເທດ ເຊັກ. ໃນຊຸມປີຜ່ານມາ, ສະມາຄົມ ຊາວຫວຽດນາມ ອາໄສຢູ່ ເຊັກໄດ້ຈັດຕັ້ງການເຄື່ອນໄຫວຫລາຍຢ່າງທີ່ມີປະສິດທິຜົນ ແລະ ແທດຈິງ ສຳລັບຊາວ ຫວຽດນາມ ອາໄສຢູ່ ເຊັກ, ປະກອບສ່ວນປັບປຸງ ແລະ ພັດທະນາສາຍພົວພັນທີ່ເປັນມູນເຊື້ອລະຫວ່າງ ສອງປະເທດ. ສະມາຄົມດັ່ງກ່າວໄດ້ສົມທົບກັບສະຖານທູດຫວຽດນາມ ຢູ່ ເຊັກ ຍື່ນໃບສະເຫນີຕໍ່ລັດຖະບານປະເທດນີ້ ເພື່ອຮອງຮັບຊາວ ຫວຽດນາມ ແມ່ນຊົນເຜົ່າສ່ວນຫນ້ອຍຂອງປະເທດນີ້ ເພື່ອສ້າງທີ່ຕັ້ງດ້ານກົດໝາຍອັນໝັ້ນແກ່ນໃຫ້ແກ່ວົງຄະນາຍາດຊາວ ຫວຽດນາມ ດຳລົງຊີວິດຢ່າງຖືກຕ້ອງກັບກົດໝາຍໄລຍະຍາວນານ ແລະ ປົກກະຕິ, ສ້າງຄວາມສະເຫມີພາບກັບບັນດາຊົນເຜົ່າສ່ວນຫນ້ອຍອື່ນຢູ່ ເຊັກ. ເລື່ອງຮອງຮັບ ວົງຄະນາຍາດຊາວຫວຽດນາມເປັນຊົນເຜົ່າສ່ວນຫນ້ອຍຂອງ ເຊັກ ຈະສ້າງກາລະໂອກາດຫລາຍຢ່າງເພື່ອໃຫ້ວົງຄະນາຍາດຊາວ ຫວຽດນາມ ອາໄສຢູ່ ເຊັກ ເຊື່ອມໂຍງຢ່າງເລິກເຊິ່ງເຂົ້າກັບຊີວິດດ້ານເສດຖະກິດ - ສັງຄົມຂອງເຊັກ, ປະກອບສ່ວນຮັດແຫນ້ນສາຍພົວພັນລະຫວ່າງສອງປະເທດກໍຄືຊຸກຍູ້ເປີດກວ້າງການພົວພັນການຕ່າງປະເທດ, ການຄ້າສອງຝ່າຍ ຫວຽດນາມ ແລະ ເຊັກ.
ທ່ານ ຮ່ວາງດີງທັງ ປະທານສະມາຄົມຊາວຫວຽດນາມ
ອາໄສ ຢູ່ ສ. ເຊັກ
|
ດ້ວຍເລື່ອງມີຜູ້ຕາງຫນ້າໃນສະພາຊົນເຜົ່າສ່ວນຫນ້ອຍ ຂອງລັດຖະບານ ເຊັກ ຢ່າງເປັນທາງການ, ວົງຄະນາຍາດຊາວ ຫວຽດນາມ ອາໄສຢູ່ ເຊັກ ຈະມີສິດເຊັນຂໍ້ຜູກພັນໃນບັນດາເອກະສານຂອງອຳນາດການປົກຄອງທ້ອງຖິ່ນ ດ້ວຍພາສາຂອງຕົນ, ມີສິດປະກາດຂໍ້ມູນຂ່າວສານກ່ຽວກັບບັນດາການເລືອກຕັ້ງດ້ວຍພາສາຂອງຕົນ, ມີສິດໄດ້ຮຳ່ຮຽນດ້ວຍພາສາຫວຽດ ແລະ ບັນດາສິດກ່ຽວກັບວັດທະນະທຳ ນັບທັງໄດ້ຮັບການຫນູນຊ່ວຍອະນຸລັກຮັກສາປະເພນີຕ່າງໆ. ສິ່ງດັ່ງກ່າວຮັບປະກັນໃຫ້ແກ່ຊາວຫວຽດນາມ ມີສິດນຳໃຊ້ພາສາຫວຽດ ຢູ່ ອົງການສຳນັກງານກໍຄື ໃນສານ. ນອກນັ້ນ ວົງຄະນາຍາດຊາວຫວຽດນາມ ອາໄສ ຢູ່ ເຊັກ ສາມາດສ້າງຕັ້ງລາຍການກະຈາຍສຽງ ແລະ ໂທລະພາບ ດ້ວຍພາສາຫວຽດ. ຄຽງຄູ່ກັນນັ້ນ ດ້ວຍຖານະແມ່ນຫນຶ່ງໃນ 14 ຊົນເຜົ່າສ່ວນຫນ້ອຍ ຢູ່ເຊັກ, ວົງຄະນາຍາດຊາວຫວຽດນາມ ຈະມີເງື່ອນໄຂ ແລະ ໄດ້ຮັບການຫນູນຊ່ວຍລາຍຈ່າຍຈາກງົບປະມານຂອງລັດຖະບານເຊັກ ເພື່ອອະນຸລັກຮັກສາ, ພັດທະນາ ກ່ຽວກັບວັດທະນະທຳ, ມູນເຊື້ອ ແລະ ພິເສດ ພາສາຂອງຊາດຕົນ. ຢູ່ບັນດາທ້ອງຖິ່ນທີ່ມີຊາວຫວຽດນາມ ດຳລົງຊີວິດເປັນຈຳນວນຫລາຍ, ເດັກນ້ອຍສາມາດໄດ້ຮຳ່ຮຽນດ້ວຍພາສາຫວຽດ. ຕາມ ກຳມະການສະພາສິດທິມະນຸດ ສເຊັກ Monika Simukova ແລ້ວ, ຜູ້ຕາງຫນ້າຂອງວົງຄະນາຍາດຊາວ ຫວຽດນາມ ຢູ່ ສະພາຊົນເຜົ່າສ່ວນຫນ້ອຍຂອງລັດຖະບານ ເຊັກ ຍັງມີສິດໃຫ້ຄຳປຶກສາໃຫ້ແກ່ລັດຖະບານກ່ຽວກັບບັນຫາກ່ຽວຂ້ອງເຖິງຊົນເຜົ່າຕົນ.
ເຫດການວົງຄະນາຍາດຊາວຫວຽດນາມ ໄດ້ຮອງຮັບເປັນຊົນເຜົ່າສ່ວນຫນ້ອຍໃນສະພາຊົນເຜົ່າສ່ວນຫນ້ອຍຂອງລັດຖະບານ ເຊັກ ຫວ່າງແລ້ວນີ້ ໄດ້ຢືນຢັນບົດບາດ ກໍຄືການປະກອບສ່ວນອັນຕັ້ງຫນ້າຂອງຊາວ ຫວຽດນາມ ໃຫ້ແກ່ການພັດທະນາຢູ່ຫລາຍປະເທດໃນໂລກ. ການຮອງຮັບດັ່ງກ່າວກໍແມ່ນຄວາມເປັນກຽດສຳລັບຊາວ ຫວຽດນາມ ອາໄສຢູ່ 5 ທະວີບ , ສະແດງໃຫ້ເຫັນວົງຄະນາຍາດຊາວ ຫວຽດນາມ ເຖິງວ່າຢູ່ພາຍໃນຫລືຢູ່ ຕ່າງປະເທດກໍຕາມ ແຕ່ຍາມໃດກໍສະແດງໃຫ້ເຫັນນ້ຳ ໃຈເຊື່ອງມໂຍງດ້ວຍສັນສີວັດທະນະທຳທີ່ເປັນມູນເຊື້ອ ພ້ອມທັງມານະພະຍາຍາມບືນຕົວຂຶ້ນຢ່າງບໍ່ຢຸດຢັ້ງ ເພື່ອສ້າງຊີວິດແຫ່ງການເຈືອຈານກັບປະຊາຊົນ ເຊັກຢ່າງດີງາມກວ່າ.