(vovworld)- ປີ 2012, ການພົວພັນລະຫວ່າງ ຫວຽດນາມ ແລະ ສະຫະພາບເອີລົບ (ຫລື ອີຢູ) ໄດ້ມີບາດກ້າວຫັນປ່ຽນສຳຄັນ ດ້ວຍບັນດາເຫດການພິເສດນັບທັງດ້ານການເມືອງ ແລະ ເສດຖະກິດ. ບັນດາຜົນງານຊຶ່ງ ຫວຽດນາມ ແລະ ອີຢູ ບັນລຸໄດ້ໃນປີ 2012 ເປັນການປະກອບສ່ວນນຳການພົວພັນລະຫວ່າງສອງຝ່າຍຂຶ້ນບາດກ້າວພັດທະນາໃຫມ່ ພາຍຫລັງ 20 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດ.
ປີ 2012 ເປັນຂີດໝາຍແຫ່ງການເຄື່ອນໄຫວຮ່ວມມືຢ່າງມີປະສິດທິຜົນລະຫວ່າງສອງຝ່າຍ ຊຶ່ງຈຸດສຸມແມ່ນເລື່ອງ ຫວຽດນາມ ແລະ ອີຢູ ລົງນາມໃນສັນຍາຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ອີຢູ (PCA) ຢ່າງເປັນທາງການ ເນື່ອງໃນໂອກາດການຢ້ຽມຢາມ ອີຢູ ຂອງທ່ານ ຟ້າມບີ່ນມິນ ລັດຖະມົນຕີການຕ່າງປະເທດ ຫວຽດນາມ. ສັນຍາດັ່ງກ່າວແມ່ນສະແດງໃຫ້ເຫັນການພັດທະນາຮອບດ້ານ ແລະ ເລິກເຊິ່ງຂອງການພົວພັນລະຫວ່າງ ຫວຽດນາມ ແລະ ອີຢູ ພາຍຫລັງ 20 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ພ້ອມທັງເປັນຂີດໝາຍສຳຄັນ, ນຳການພົວພັນລະຫວ່າງສອງຝ່າຍຂຶ້ນສູ່ລະດັບສູງໃຫມ່, ສອດຄອ່ງກັບລະດັບການຮ່ວມສຳພັນຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ທີ່ຕັ້ງບົດບາດຂອງ ອີຢູ ໃນສັດຕະວັດທີ 21 ກໍຄືບົດບາດທີ່ຕັ້ງຂອງ ຫວຽດນາມ ນັບມື້ນັບເພີ່ມຂຶ້ນ ພາຍຫລັງ 25 ປີແຫ່ງການປ່ຽນແປງໃຫມ່ ແລະ ການເຊື່ອມໂຍງເຂົ້າກັບສາກົນສຳເລັດຜົນ. ທ່ານ ຟ້າມບີ່ນມິນ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຢືນຢັນວ່າ ເມື່ອທຽບໃສ່ສັນຍາແມ່ຊຶ່ງໄດ້ຮັບການລົງນາມເມື່ອປີ 1995 ລະຫວ່າງ ຫວຽດນາມ ແລະ ຄະນະກຳມະການເອີລົບ (EC), ສັນຍາຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ອີຢູ (PCA) ຄັ້ງນີ້ສະແດງໃຫ້ເຫັນຄວາມກົມກຽວລະຫວ່າງຜົນປະໂຫຍດ ແລະ ການໃຫ້ບຸລິມະສິດຂອງສອງຝ່າຍ. ທ່ານ ຟ້າມບີ່ນມິນ ກ່າວວ່າ:
“ສັນຍາຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ອີຢູ (PCA) ແມ່ນເປີດກວ້າງບັນດາຂອບເຂດຊຶ່ງ ຫວຽດນາມ ຕ້ອງການທີ່ສຸດ. ຕົວຢ່າງຄື: ຂົງເຂດວິທະຍາສາດ ເຕັກໂນໂລຊີ, ການສຶກສາບຳລຸງສ້າງ. ພ້ອມກັນນັ້ນ ສຳລັບ PCA, ອີຢູ ສາມາດຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດສາກົນ, ທົ່ວໂລກ. ນັ້ນແມ່ນການປ່ຽນແປງຂອງດິນຟ້າອາກາດ, ການຮັບມືກັບໄພກໍ່ການຮ້າຍ, ຕ້ານການແຜ່ຂະຫຍາຍອາວຸດລ້າງຜານ.”
ແລະກໍໃນປີ 2012, ຫວຽດນາມ ຕ້ອນຮັບເຈົ້າຫນ້າທີ່ຂັ້ນສູງຂອງ ອີຢູ ຫລາຍທ່ານຄື: ກຳມະການສະພາເອີລົບກ່ຽວກັບການຮ່ວມມືພັດທະນາ, ຜູ້ອຳນວຍການໃຫຍ່ບໍລິຫານອົງການພົວພັນຕ່າງປະເທດ ອີຢູ, ໃນນັ້ນ ພົ້ນເດັ່ນແມ່ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານ Herman Van Rompuy ປະທານສະພາເອີລົບ ຕາມຄຳເຊີນຂອງປະທານປະເທດ ຫວຽດນາມ ເຈືອງເຕີນຊາງ. ນີ້ແມ່ນການຢ້ຽມຢາມຫວຽດນາມ ເປັນຄັ້ງທຳອິດຂອງປະທານສະພາເອີລົບ ນັບແຕ່ເມື່ອສອງຝ່າຍສ້າງຕັ້ງສາຍພົວພັນທາງການທູດເມື່ອປີ 1990. ຜ່ານການຢ້ຽມຢາມຄັ້ງນີ້, ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີການຮ່ວມມືໃນທຸກຂົງເຂດ, ໃນນັ້ນ ມີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ ຫວຽດນາມ ແລະ ອີຢູ ລົງທຶນ, ດຳເນີນທຸລະກິດຍາວນານຢູ່ຕະຫລາດຂອງກັນ, ພິເສດ ໃນບັນດາຂົງເຂດອຸດສາຫະກຳ, ພື້ນຖານໂຄງລ່າງ, ຄົມມະນາຄົມຂົນສົ່ງ ພະລັງງານ, ການເງິນ, ສາທາລະນະສຸກ, ການທ່ອງທ່ຽວ ແລະ ບໍລິການ. ສອງຝ່າຍກໍໄດ້ກຳນົດການໃຫ້ບຸລິມະສິດຮ່ວມມືໃນໄລຍະ 2014 - 2020 ແມ່ນຫລຸດຜ່ອນຄວາມທຸກຍາກ, ພັດທະນາແບບຍືນຍົງ, ປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ສອງຝ່າຍກໍເປັນເອກະພາບສະຫນັບສະຫນູນການສ້າງສາພາກພື້ນ ອາຊີຕາເວັນອອກສຽງໃຕ້ ໃຫ້ເປັນພາກພື້ນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ມິດຕະພາບ; ສອງຝ່າຍໄດ້ເນັ້ນຫນັກຢ່າງແຮງຄວາມຈຳເປັນຮັບປະກັນຄວາມໝັ້ນຄົງ, ປອດໄພ ແລະ ຄວາມເສລີໃນການເດີນເຮືອຢູ່ ທະເລຕາເວັນອອກ. ເມື່ອຕີລາຄາກ່ຽວກັບຄວາມສຳຄັນໃນການຮ່ວມມືກັບ ຫວຽດນາມ, ທ່ານປະທານສະພາເອີລົບ Herman Van Rompuy ໄດ້ເນັ້ນຫນັກວ່າ:
“ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນພິເສດ ຂອງອີຢູ ໃນພາກພື້ນ ອາຊີ ແລະ ອາຊຽນ. ຫວຽດນາມແມ່ນປະເທດມີພື້ນຖານເສດຖະກິດ ແລະ ສັງຄົມພັດທະນາຢ່າງວ່ອງໄວ, ພົນລະເມືອງຫນຸ່ມ ແລະ ໄດ້ຮັບການສຶກສາຢ່າງລອບຄອບ. ຂ້າພະເຈົ້າປາດຖະຫນາວ່າ ສາຍພົວພັນລະຫວ່າງສອງຝ່າຍ ຈະໄດ້ຮັບການເປີດກວ້າງ ບົນພື້ນຖານສັນຍາ PCA ທີ່ໄດ້ຮັບການລົງນາມໃນໄລຍະຕົ້ນປີ 2012. ພວກຂ້າພະເຈົ້າ ມີຄວາມເອົາໃຈໃສ່ຢ່າງເລິກເຊິ່ງຕໍ່ຜົນສຳເລັດຂອງ ຫວຽດນາມ, ເພາະວ່າ ເມື່ອ ຫວຽດນາມ ປະສົບຜົນສຳເລັດ ຈະນຳມາເຊິ່ງຜົນປະໂຫຍດໃຫ້ພາກພື້ນ ແລະ ເພື່ອນມິດຂອງຕົນຢູ່ໃນໂລກ.”
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ
ແລະ ທ່ານ Herman Van Rompuy ປະທານສະພາເອີລົບ
ພາບ:internet
|
ປີ 2012 ເປັນຂີດໝາຍແຫ່ງບັນດາຜົນງານກ່ຽວກັບການຮ່ວມມືເສດຖະກິດ - ການຄ້າ ລະຫວ່າງ ຫວຽດນາມ ແລະ ອີຢູ. ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ ຍ້ອນວິກິດການການເງິນກໍຕາມ ແຕ່ໄລ່ມາຮອດເດືອນ 8/2012, ວົງເງິນການຄ້າສອງສົ້ນ ອີຢູ - ຫວຽດນາມ ຍັງຄົງບັນລຸກວ່າ 18 ຕື້ USD, ເພີ່ມຂຶ້ນກວ່າ 23% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2011. ນອກນັ້ນ ມີ 20 ປະເທດໃນຈຳນວນ 27 ປະເທດຂອງສະຫະພາບເອີລົບ ລົງທຶນເຂົ້າຫວຽດນາມ ດ້ວຍ ກວ່າ 1200 ໂຄງການຍັງມີຜົນສັກສິດ ແລະ ຍອດຈຳນວນທຶນຈົດທະບຽນກວ່າ 18 ຕື້ USD. ພິເສດ, ໃນປີ 2012, ສອງຝ່າຍໄດ້ດຳເນີນການເຈລະຈາຮອບ 1 ກ່ຽວກັບສັນຍາການຄ້າເສລີ (FTA), ສ້າງປະຖົມປັດໄຈເພື່ອຊ່ວຍສອງຝ່າຍຂຸດຄົ້ນຄວາມສາມາດບົ່ມຊ້ອນດ້ານເສດຖະກິດ ການຄ້າ ແລະ ການລົງທຶນຢ່າງມີປະສິດທິຜົນກວ່າ. ທ່ານເອກອັກຄະລັດຖະທູດ Franz Jessen ຫົວຫນ້າຜູ້ຕາງຫນ້າຄະນະກຳມະການເອີລົບ ປະຈຳ ຫວຽດນາມ ຖືວ່າ:
“ໂດຍບໍ່ຫົວຊາຕໍ່ວິກິດການ, ການພົວພັນດ້ານການຄ້າສອງຝ່າຍ ຫວຽດນາມ - ອີຢູ ບໍ່ຖືກຜົນສະທ້ອນ. ຂ້າພະເຈົ້າຖືວ່າ ການເຈລະຈາ FTA ບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ ຫວຽດນາມເທົ່ານັ້ນ ຫາກນັບທັງ ອີຢູ ອີກດ້ວຍ. ປະຈຸບັນ, ຫວຽດນາມ ແລະ ອີຢູ ລ້ວນແຕ່ແມ່ນຄູ່ຮ່ວມມືທີ່ດີຂອງກັນ ສະນັ້ນ ສອງຝ່າຍຕ້ອງມຸ່ງໄປເຖິງເຂດການຄ້າເສລີ ມີຄວາມໄຝ່ຝັນໃຫຍ່ກວ່າ, ນຳມາເຊິ່ງຜົນປະໂຫຍດດີທີ່ສຸດໃຫ້ແກ່ທັງສອງຝ່າຍ.”
ດ້ວຍຄວາມຕັດສິນໃຈດ້ານການເມືອງຂອງການນຳຂັ້ນສູງ ພ້ອມກັບບັນດາຜົນງານຊຶ່ງ ສອງຝ່າຍບັນລຸໄດ້ໃນ 23 ປີ ນັບແຕ່ເມື່ອສ້າງສາຍພົວພັນທາງການທູດ, ພິເສດ ໃນປີ 2012 ຈະສ້າງທ່ວງທ່າໃຫ້ແກ່ການພົວພັນລະຫວ່າງ ຫວຽດນາມ ແລະ ອີຢູ ໃນປີ 2012 ເຂົ້າສູ່ລວງເລິກ, ແທດຈິງໃນທຸກໆຂົງເຂດ.