(vovworld)-ວັນທີ 19/8 ກ່ອນນີ້ 67 ປີເຕັມ, ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ແຕ່ເໜືອຮອດໃຕ້ ໄດ້ພ້ອມກັນລຸກຮຶ້ຂຶ້ນດຳເນີນການປະຕິວັດເດືອນ 8 ຍາດເອົາອຳນາດການປົກຄອງ, ສ້າງຕັ້ງປະເທດກຳມະກອນ - ຊາວນາທຳອິດຢູ່ອາຊີຕາເວັນອອກສ່ຽງໃຕ້, ເປີດສັງກາດເອກະລາດ, ເສລີພາບໃຫ້ຊາດຫວຽດນາມ. ມາຮອດປະຈຸບັນ, ຂອບຂະໜາດທີ່ຍິ່ງໃຫຍ່ຂອງການປະຕິວັດເດືອນ 8/1945 ຍັງຄົງຮັກສາຄຸນຄ່າເດີມໄວ້ໄດ້.
ປະທານ ໂຮ່ຈິມິນອ່ານປະແຫຼງປະກາດເອກະລາດ
ໃນວັນທີ 2/9/1945
(ພາບ: google.com.vn)
ການປະຕິວັດເດືອນ 8/1945 ແມ່ນໜຶ່ງໃນບັນດາໜ້າປະຫວັດສາດອັນສະຫງ່າລາສີທີ່ສຸດໃນປະຫວັດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງຊາດຫວຽດນາມ. ດ້ວຍໄຊຊະນະຂອງການປະຕິວັດນີ້, ປະຊາຊົນຫວຽດນາມ ໄດ້ທັບມ້າງແອກປົກຄອງຂອງຟາດຊິດຍີ່ປຸ່ນ, ລ່າເມືອງຂຶ້ນຝລັ່ງ ທີ່ມີມາເປັນເວລາເກືອບ 100 ປີ, ລົບລ້າງລະບອບສັກດີນາທີ່ມີມານັບພັນປີ, ນຳປະເທດກ້າວເຂົ້າສູ່ສັງກາດໃໝ່ - ສັງກາດເອກະລາດແຫ່ງຊາດ ຕິດພັນກັບລັດທິສັງຄົມນິຍົມ. ທ່ານ Thai Vinh, ນັກປະຕິວັດຜູ້ອາວຸໂສຢູ່ ຮ່າໂນ້ຍ, ເວົ້າວ່າ:
”ການປະຕິວັດເດືອນ 8 ແມ່ນການລຸກຮຶ້ຂຶ້ນຂອງປະຊາຊົນໃນທົ່ວປະເທດ, ພາຍຫຼັງ 15 ປີ ແຫ່ງການກະກຽມ ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດຫວຽດນາມ. ນີ້ແມ່ນໄຊຊະນະອັນມະຫັດສະຈັນຂອງຊາວຫວຽດນາມ ໃນສະຕະວັດທີ 20. ເຮັດໃຫ້ຊີວິດຂອງປະຊາຊົນທຸກຊັ້ນວັນນະ, ບັນດາເຜົ່າ, ປະຊາຄົມມີການປ່ຽນແປງ. ນັ້ນແມ່ນບາດກ້າວທີ່ຍິ່ງໃຫຍ່ບໍ່ພຽງແຕ່ຂອງຊາດຫວຽດນາມ ເທົ່ານັ້ນ ຫາກຍັງຂອງບັນດາຊົນຊາດທີ່ຖືກກົດຂີ່ຂູດຮີດຢູ່ໃນໂລກອີກດ້ວຍ”
ຜູ້ຊ່ຽວຊານດ້ານປະຫວັດສາດຊາວຝລັ່ງ Alain Ruscio, ຖືວ່າ, ດ້ວຍການປະຕິວັດເດືອນ 8/1945, ປະເທດຫວຽດນາມ ໄດ້ສ້າງເປັນສິ່ງມະຫັດສະຈັນ, ຫຼຸດພົ້ນອອກຈາກຊາຕາກຳເປັນຂ້ອຍຂ້າ ກາຍເປັນປະເທດເປັນເຈົ້າຕົນເອງ, ຕັດສິນຊາຕະກຳ ແລະ ອະນາຄົດຂອງຕົນ. ການປະຕິວັດເດືອນ 8 ປະສົບຜົນສຳເລັດ, ສະຖາປະນາປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ໄດ້ນຳມາເຊິ່ງຄວາມໄວ້ເນື້ອເຊື່ອໃຈໃນການປົດປ່ອຍຕົນເອງ, ປຸກລະດົມປະຊາຊາດທີ່ຖືກກົດຂີ່ຂູດຮີດຕໍ່ສູ້ຕ້ານແອກປົກຄອງຂອງລັດທິລ່າເມືອງຂຶ້ນ ເພື່ອໂຄ່ນລົ້ມລັດທິລ່າເມືອງຂຶ້ນໃນທົ່ວໂລກ.
”ໄຊຊະນະຂອງການປະຕິວັດເດືອນ 8/1945 ຂອງຫວຽດນາມ ແມ່ນຄວາມຈຳເປັນ, ມີລັກສະນະ logic ໃນປະຫວັດແຫ່ງການຕໍ່ສູ້ຂອງຊາດຫວຽດນາມ ຢ່າງເດັດຂາດ. ນີ້ແມ່ນເຫດການສຳຄັນຍິ່ງຂອງທັງຊາດຫວຽດນາມ. ພິເສດ, ຫວຽດນາມ ແມ່ນປະເທດທຳອິດໃນຈຳນວນປະຊາຊາດຢູ່ໃນໂລກພາຍໃຕ້ການປົກຄອງຂອງລ່າເມືອງຂຶ້ນຝລັ່ງ ໄດ້ປະສົບຜົນສຳເລັດໃນການຕໍ່ຕ້ານ. ໄຊຊະນະຂອງການປະຕິວັດເດືອນ 8/1945 ໄດ້ມີຜົນສະທ້ອນອັນໃຫຍ່ຫຼວງເຖິງຂະບວນການຕໍ່ສູ້ທວງເອົາເອກະລາດຂອງບັນດາປະເທດຫົວເມືອງຂຶ້ນຢູ່ໂລກໃນເວລານັ້ນ, ພິເສດແມ່ນບັນດາປະເທດອາຟະລິກາ.”
(ພາບ: google.com.vn)
ການປະຕິວັດເດືອນ 8/1945 ໄດ້ສ້າງຂີດໝາຍຢ່າງເລິກເຊິ່ງໃນປະຫວັດແຫ່ງການຕໍ່ສູ້ປົດປ່ອຍຊາດ. ເພາະວ່າແນວທາງຕໍ່ສູ້ຂອງພັກກອມມູນິດຫວຽດນາມ ແມ່ນເໝາະສົມກັບຄວາມມຸ້ງມາດປາຖະໜາຂອງປະຊາຊົນ. ພົນຕີ Pham Hong Cu, ອະດີດຮອງຫົວໜ້າກົມໃຫຍ່ການເມືອງ, ກອງທັບປະຊາຊົນຫວຽດນາມ, ຊີ້ແຈ້ງວ່າ:
”ອາດເວົ້າໄດ້ວ່າ ບັນຍາກາດຂອງທົ່ວປວງຊົນໃນເວລານັ້ນແມ່ນຟົດຟື້ນທີ່ສຸດ. ການປະຕິວັດນີ້ເກືອບຄືວ່າບໍ່ຕ້ອງຍິງປືນ, ບໍ່ນອງເລືອດປານໃດແຕ່ຍັງຄົງຍາດໄດ້ອຳນາດການປົກຄອງ. ວັນທີ 19/8 ຍາດໄດ້ອຳນາດການປົກຄອງຢູ່ຮ່າໂນ້ຍ, ຫຼັງຈາກນັ້ນເກືອບ 1 ສັບປະດາ ແມ່ນຍາດໄດ້ອຳນາດການປົກຄອງໃນທົ່ວປະເທດ, ນັ້ນແມ່ນຜົນງານອັນໃຫຍ່ຫຼວງທີ່ສຸດ, ກ່ອນອື່ນໝົດແມ່ນຍ້ອນມັນໄດ້ເລີ່ມມາຈາກແນວຄິດໂຮ່ຈີມິນກ່ຽວກັບການລຸກຮຶ້ຂຶ້ນຄັ້ງນີ້”.
ການປະຕິວັດເດືອນ 8/1945 ແມ່ນບັນດາບົດຮຽນປະຫວັດສາດອັນລ້ຳຄ່າ. ນັ້ນແມ່ນບົດຮຽນເຊີດຊູຄັນທຸງເອກະລາດແຫ່ງຊາດ ແລະ ລັດທິສັງຄົມນິຍົມ; ກຳນົດ ແລະ ສົມທົບບັນດາໜ້າທີ່ຍຸດທະສາດໃນແຕ່ລະໄລຍະປະຕິວັດຢ່າງຖືກຕ້ອງ. ຄຸນຄ່າປະຫວັດສາດແລະ ບົດຮຽນຂອງການປະຕິວັດເດືອນ 8/1945 ບໍ່ພຽງແຕ່ເຍືອງທາງໃຫ້ບັນດາໄລຍະທາງປະຕິວັດຂອງຫວຽດນາມ ເທົ່ານັ້ນ, ຫາກຍັງຮັກສາຄຸນຄ່າເດີມໃນຈຸດເວລາທີ່ຫວຽດນາມ ດຳເນີນກິດຈະການຫັນເປັນປະເທດອຸດສາຫະກຳ ແລະ ທັນສະໄໝ ກໍ່ຄືໄລຍະເຊື່ອມໂຍງກັບໂລກໃນປະຈຸບັນອີກດ້ວຍ. ສາດສະດາ ຈານ, ດຮ Vu Van Hien, ສະມາຊິກສະພາທິດສະດີສູນກາງພັກກອມມູນິດຫວຽດນາມ, ເວົ້າວ່າ:
”ໃນການປະຕິວັດເດືອນ 8 ມີຄຳຂວັນໜຶ່ງທີ່ວ່າ ”ຍີ່ປຸ່ນ - ຝລັ່ງຍິງໃສ່ກັນ ແລະ ການກະທຳຂອງພວກເຮົາ”. ກຳໄດ້ສະຖານະການຄືດັ່ງກ່າວ, ພັກກອມມູນິດຫວຽດນາມໄດ້ຊີ້ນຳນຳພາຢ່າງຊັດເຈນ, ດຳເນີນການລຸກຮຶ້ຂຶ້ນໃນເດືອນ 8 ສຳເລັດຜົນ”
ການປະຕິວັດເດືອນ 8/1945 ແມ່ນຜົນງານອັນສະຫງ່າລາສີຂອງຈິດໃຈປະຊາຊົນ, ຂອງກຳລັງແຮງແຫ່ງມະຫາສາມັກຄີທົ່ວປວງຊົນທັງຊາດ ພາຍໃຕ້ການນຳພາຂອງພັກ ແລະ ຂອງປະທານໂຮ່ຈີມິນ. ຄວາມມຸ້ງມາດປາຖະໜາອັນສູງສົ່ງນັ້ນ ຍາມໃດກໍ່ແມ່ນແຫຼ່ງກຳລັງແຮງປຸກລະດົມກຳລັງໃຈລຸ້ນປະຈຸບັນໃຫ້ກ້າວຂຶ້ນດ້ວຍຄວາມເຊື່ອໝັ້ນຕໍ່ອະນາຄົດ.