(vovworld) - ການປະທະກັນຕ່າງໆດ້ວຍກຳລັງອາວຸດຢ່າງຂຸ້ນຂ້ຽວ, ແລະ ການກະທຳດ້ານການທະຫານຖືກຜັນຂະຫຍາຍຢູ່ບັນດາປະເທດໃນພາກພື້ນ ແມ່ນປັບໃຈທີ່ເຮັດໃຫ້ອາຊີຕາເວັນອອກສ່ຽງເໜືອ ກາຍເປັນພາກພື້ນທີ່ຊ້ອນແຝງໄພປະທະກັນໃນລະດັບສູງສຸດຢູ່ໂລກໃນປີ 2013.
ພາກພື້ນອາຊີຕາເວັນອອກສ່ຽງເໜືອ ກ້າວເຂົ້າສູ່ປີ 2013 ດ້ວຍຄວາມຫວັງໃໝ່ເມື່ອການນຳລຸ່ນໃໝ່ຂຶ້ນກຳອຳນາດ. ແຕ່ການປະທະກັນດ້ວຍກຳລັງອາວຸດລະຫວ່າງຈີນ - ສເກົາຫຼີ - ຍີ່ປຸ່ນ ພັດສືບຕໍ່ເພີ່ມຂຶ້ນ ຍ້ອນມີຄວາມບໍ່ລົງລອຍກັນ ກ່ຽວກັບບັນດາບັນຫາຂຶ້ນກັບປະຫວັດສາດ ແລະ ພິເສດແມ່ນການພິພາດໃນທະເລຮວາຕຸງ.
ລູກສອນໄຟຂອງເກົາຫຼີ (ພາບ: Sourcefednew)
ສະພາບຂາດສະຖຽນລະພາບເພີ່ມຂຶ້ນ
ການມີໜ້າຂອງບັນດານັກເຄື່ອນໄຫວຈີນຢູ່ໝູ່ເກາະທີ່ພວມເກີດການພິພາດກັນລະຫວ່າງຈີນ ແລະ ຍີ່ປຸ່ນ. ເຊິ່ງຈີນເອີ້ນວ່າ ຕຽວອີ້ ແລະ ຍີ່ປຸ່ນເອີ້ນວ່າ Senkaku ແລະ ເລື່ອງຍີ່ປຸ່ນຖະແຫຼງຫັນ 3 ໃນຈຳນວນ ເກາະ 5 ແຫ່ງໃນໝູ່ເກາະນີ້ເປັນຂອງລັດນັ້ນ, ໄດ້ເຮັດໃຫ້ການພົວພັນລະຫວ່າງຈີນ - ຍີ່ປຸ່ນມີຄວາມເຄັ່ງຕຶງທີ່ສຸດ. ໂດຍບໍ່ຫົວຊາຕໍ່ຄວາມມານະພະຍາຍາມຂອງທັງສອງຝ່າຍ ແລະ ປະຊາຄົມໂລກ, ການພົວພັນລະຫວ່າງສອງປະເທດກໍ່ບໍ່ໄດ້ຮັບການປັບປຸງໃຫ້ດີຂຶ້ນ. ຈີນຍັງຄົງໃຫ້ກຳ່ປັ່ນ ແລະ ເຮືອບິນຂອງຕົນແຊກແຊງເຂົ້າເຂດນ່ານທະເລ ແລະ ນ່ານຟ້າຢູ່ອ້ອມໝູ່ເກາະເຊິ່ງຍີ່ປຸ່ນພວມຄຸ້ມຄອງເປັນປະຈຳ. ສິ່ງດັ່ງກ່າວໄດ້ພາໄປເຖິງການປະທະກັນດ້ວຍກຳລັງອາວຸດລະຫວ່າງບັນດານັກການທູດ ແລະ ວົງການເຈົ້າໜ້າທີ່ສອງປະເທດ.
ໃນຊຸມເດືອນທ້າຍປີ 2013, ການປະທະກັນລະຫວ່າງກຳ່ປັ່ນລາດຕະເວນຂອງຍີ່ປຸ່ນ ແລະ ກຳ່ປັ່ນຫາປາຂອງຈີນ ເຄີຍເກີດຂຶ້ນເປັນປະຈຳ. ພິເສດ, ໄລຍະທ້າຍປີ, ການພົວພັນລະຫວ່າງຈີນ - ຍີ່ປຸ່ນ ຍິ່ງຮ້າຍແຮງກວ່າອີກ, ເມື່ອລັດຖະບານຍີ່ປຸ່ນຮັບຮອງເອົາແຜນການຍິງເຮືອບິນບໍ່ມີຄົນຂັບທຸກລຳທີ່ລ່ວງລະເມີດເຂດນ່ານຟ້າຂອງໂຕກຽວ, ໃນຂະນະນັ້ນ, ຈີນກໍ່ໄດ້ຖະແຫຼງສ້າງເຂດປ້ອງກັນອາກາດ (ADIZ) ຢ່າງກະທັນຫັນ, ອັນໄດ້ກໍ່ຄວາມໂຕ້ຖຽງກັນໃນເຂດທະເລຮວາຕຸງ. ຫວ່າງແລ້ວນີ້, ເຂດປ້ອງກັນອາກາດຂອງຈີນລວມທັງໝູ່ເກາະຕຽວອີ້/Senkaku ແລະ ເຂດຫາດຫີນໃຕ້ນຳ້ Ieodo/ ຊູເຢັນແຊວ, ເຊິ່ງສເກົາຫຼີ ພວມຄຸ້ມຄອງ, ແລະ ສ່ວນໜຶ່ງໃນເຂດນ່ານຟ້າຢູ່ອ້ອມເກາະ JeJu ອີກ. ສິ່ງດັ່ງກ່າວໄດ້ກໍ່ຄວາມວິຕົກກັງວົນວ່າ ການປະທະກັນດ້ວຍກຳລັງອາວຸດລະຫວ່າງສາມຝ່າຍຄືຈີນ - ສເກົາລີ - ຍີ່ປຸ່ນ ຈະເພີ່ມຂຶ້ນໃນໄລຍະຈະມາເຖິງ.
ເ
ຂດປ້ອງກັນອາກາດ ADIZ ເຊິ່ງຈີນປະກາດສ້າງຕັ້ງໃນວັນທີ 23/11
(ພາບ: AFP)
ການຊ່ວງເສັງດ້ວຍກຳລັງອາວຸດ
ຄວາມເຄັ່ງຕຶງນັບມື້ນັບເພີ່ມຂຶ້ນ, ເຮັດໃຫ້ບາງປະເທດໄດ້ຕັ້ງໜ້າເພີ່ມທະວີກຳລັງຄວາມສາມາດດ້ານການທະຫານ, ເພີ່ມງົບປະມານປ້ອງກັນປະເທດ. ກາງເດືອນ 12/2013, ລັດຖະບານຍີ່ປຸ່ນ ໄດ້ຮັບຮອງເອົາຍຸດທະສາດປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃໝ່, ຕາມນັ້ນແລ້ວ, ໂຕກຽວຈະສະຫງວນເງິນປະມານ 240 ຕື້ໂດລາສະຫະລັດໃຫ້ງົບປະມານປ້ອງກັນຊາດໄລຍະ 2014 – 2019. ນອກຈາກຊື້ອາວຸດປະເພດໃໝ່ແລ້ວ, ຈຳນວນເງິນດັ່ງກ່າວຍັງນຳໃຊ້ເຂົ້າໃນການສ້າງຕັ້ງກອງຍົກພົນຂຶ້ນບົກທັງມີຄວາມສາມາດສູ້ຮົບ, ຕິດຕາມກວດກາ ແລະ ຮັບມືຢ່າງວ່ອງໄວໃນທຸກສະຖານະການທີ່ເກີດຂຶ້ນໂດຍບັງເອີນ.
ການພິພາດອະທິປະໄຕຢູ່ໝູ່ເກາະຕ່າງໆໃນເຂດທະເລຮວາຕຸງ ແລະ ທະເລຍີ່ປຸ່ນ ແມ່ນບັນຫາປະຫວັດສາດລະຫວ່າງຫຼາຍປະເທດທີ່ກ່ຽວຂ້ອງໃນພາກພື້ນນີ້. ຄວາມເຄັ່ງຕຶງທີ່ເກີດຂຶ້ນໃນໄລຍະຜ່ານມານັ້ນ, ແມ່ນເພື່ອແນໃສ່ຈຸດປະສົງຊອດຫາແຫຼ່ງຂຸດຄົ້ນຊັບພະຍາກອນໃໝ່, ເມື່ອແຫຼ່ງຊັບພະຍາກ່ອນອື່ນໆໄດ້ໝົດກ້ຽງແລ້ວ. ສິ່ງສຳຄັນກວ່ານັ້ນແມ່ນ, ການພິພາດກັນບໍ່ພຽງແຕ່ເລີ່ມມາຈາກຄວາມສຳຄັນດ້ານຍຸດທະສາດຂອງໝູ່ເກາະດັ່ງກ່າວເທົ່ານັ້ນ, ຫາກຍັງເພື່ອຈຸດປະສົງ “ຢືນຢັນທີ່ຕັ້ງ“ ຂອງບັນດາປະເທດໃຫຍ່ອີກດ້ວຍ.
ສັນຕິພາບ, ການຮ່ວມມືແມ່ນທ່າອ່ຽງສຳຄັນ
ຫວນຄືນ 1 ປີ ຜ່ານມາ, ການພິພາດອະທິປະໄຕຄັ້ງຕ່າງໆຢູ່ອາຊີຕາເວັນອອກສ່ຽງເໜືອ ໄດ້ຂຶ້ນສູ່ລະດັບຮ້າຍແຮງທີ່ສຸດ, ຄິດວ່າບໍ່ສາມາດຄວບຄຸມໄດ້. ແຕ່ໂຊກດີຫຼາຍ, ພາກພື້ນນີ້ໄດ້ກ້າວເຂົ້າສູ່ຄວາມສັນຕິພາບ. ເຖິງວ່າມັນບໍ່ໝັ້ນຄົງກໍ່ຕາມ, ແຕ່ພັດສະແດງໃຫ້ເຫັນວ່າ “ການເຈລະຈາ, ການຮ່ວມມື ແລະ ພັດທະນາ“ ຍັງຄົງແມ່ນທ່າອ່ຽງຕົ້ນຕໍ່ໃນການປະພືດລະຫວ່າງຝ່າຍຕ່າງໆຢູ່ພາກພື້ນ. ປັກກິງ ແລະ ເຊີອູນ ລ້ວນແຕ່ສະແດງຄວາມລະມັດລະວັງ, ແລະ ມີຄວາມຮັບຮູ້ລວມວ່າ. ການປະທະກັນລະຫວ່າງປະເທດຕ່າງໆ ແມ່ນບໍ່ສາມາດແກ້ໄຂໃນທັນທີໄດ້, ພິເສດແມ່ນໃນສະພາບທີ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ຈາກວິກິດການເສດຖະກິດ ແລະ ການທ້າທາຍພາຍໃນປະເທດກໍ່ຄືໃນທົ່ວໂລກ… ບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງເໜືອ ກໍ່ເຂົ້າໃຈໄດ້ວ່າ, ຖ້າຫາກມີການຄິດໄລ່ຢ່າງຜິດພາດ, ອາດຈະພາໄປເຖິງການທຳລາຍຄວາມສະຫງົບປອດໄພ, ຊຳ້ບໍໜຳຍັງຂົ່ມຂູ່ເຖິງການພັດທະນາລວມຂອງທົ່ວພາກພື້ນອາຊີ ປາຊີຝິກ ອີກດ້ວຍ. ຍ້ອນເຫດນັ້ນ, ປະຈຸບັນ, ເພື່ອແກ້ໄຂບັນຫາ ອາຊີຕາເວັນອອກສ່ຽງເໜືອ, ບັນດາປະເທດໃນພາກພື້ນຕ້ອງລະງັບໃຈ, ພິເສດ, ໃນຂະນະທີ່ ປີ 2014 ໄດ້ຮັບຖືວ່າ ແມ່ນປີສືບຕໍ່ມີການທ້າທາຍຫຼາຍຢ່າງໃນພາກພື້ນນີ້.