ຄວາມຂາດສະຖຽນລະພາບຢູ່ ແອັດສະປາຍ ໄປຝືນກັບບັນດາເປົ້າໝາຍ ແລະ ອຸດົມຄະຕິຂອງ ອີຢູ

(VOVWORLD) - ເປັນທີ່ຈະແຈ້ງແລ້ວວ່າ : ການລົງປະຊາມະຕິຢູ່ Cataluynia, ໂດຍສັງເກດທາງດ້ານນິຕິທຳແລ້ວ ແມ່ນບໍ່ຖືກກັບກົດໝາຍ.

ເຂດ Cataluynia ຢູ່ ແອັດສະປາຍ ຫາກໍ່ດຳເນີນການລົງປະຊາມະຕິ ດ້ວຍໝາກຜົນສະໜັບສະໜູນຄວາມເປັນເອກະລາດຂຶ້ນເຖິງກ່ວາ 90%. ເຖິງວ່າ ການລົງປະຊາມະຕິໄດ້ຮັບການຖືວ່າ ແມ່ນໄປຝືນກັບລັດຖະທຳມະນູນ ແລະ ໄຮ້ຄຸນຄ່າກໍ່ຕາມ, ແຕ່ເລື່ອງເຂດ Cataluynia ຢາກແຍກດິນແດນອອກຈາກ ແອັດສະປາຍ ແມ່ນສັນຍານເຕືອນໄພ, ນຳປະເທດ ແອັດສະປາຍ ຢືນຢູ່ຕໍ່ໜ້າໄພຖືກແບ່ງແຍກ ແລະ ຂາດສະຖານລະພາບດ້ານການເມືອງໃນໄລຍະຈະມາເຖິງ. ຄວາມວິຕົກກັງວົນຍິ່ງກ່ວາ, ໜໍ່ແໜງແຍກຕົວອອກ ອາດຈະແຜ່ຂະຫຍາຍຢ່າງກ້ວາງຂວາງຢູ່ບັນດາປະເທດ ເອີຣົບ, ຂາບຂູ່ເຖິງຄວາມເອກະພາບຂອງສະຫະພາບນີ້.

ຄວາມຂາດສະຖຽນລະພາບຢູ່ ແອັດສະປາຍ ໄປຝືນກັບບັນດາເປົ້າໝາຍ ແລະ ອຸດົມຄະຕິຂອງ ອີຢູ - ảnh 1ເຂດ Catalonia ຢາກແຍກດິນແດນອອກຈາກ ແອັດສະປາຍ  ພາບ:Getty

        ກ່ອນອື່ນໝົດ, ບັນດາຕົວເລກໃນການປ່ອນບັດລົງປະຊາມະຕິຢູ່ເຂດ Cataluynia ໃນວັນທີ 01 ຕຸລາ ຜ່ານມາ ໄດ້ສະແດງໃຫ້ເຫັນຫລາຍຢ່າງ. ຜູ້ມີສິດເລືອກຕັ້ງກ່ວາ 2,2 ລ້ານຄົນໃນຈຳນວນຜູ້ມີສິດເລືອກຕັ້ງ 5,3 ລ້ານຄົນໄດ້ຈົດຊື່ເຂົ້າຮ່ວມການປ່ອນບັດ ແລະ ມີກ່ວາ 90% ໃນຈຳນວນຜູ້ມີສິດເລືອກຕັ້ງນັ້ນ ໄດ້ “ຕົກລົງ” ຕໍ່ຄວາມເປັນເອກະລາດ.  ພຽງແຕ່ມີ 8% ຜູ້ມີສິດເລືອກຕັ້ງຄັດຄ້ານເລື່ອງເຂດປົກຄອງດ້ວຍຕົນເອງດັ່ງກ່າວແຍກຕົກອອກຈາກ ແອັດສະປາຍ ເທົ່ານັ້ນ. ເຖິງວ່າສານລັດຖະທຳມະນູນ ແອັດສະປາຍ ບໍ່ອະນຸຍາດໃຫ້ຈັດຕັ້ງ, ເຖິງວ່າອຳນາດການປົກຄອງຂັ້ນສູນກາງຖະແຫຼງວ່າ ໝາກຜົນແຫ່ງການປ່ອນບັດ ບໍ່ນຳມາເຊິ່ງບໍ່ວ່າຄວາມໝາຍດ້ານການເມືອງໃດໆ ແລະ ປາບປາມແທ້ຈິງກໍ່ຕາມ, ແຕ່ບັນດາຕົວເລກດັ່ງກ່າວ ໄດ້ສ່ອງແສງເຖິງຄວາມມຸ່ງຫວັງຂອງຜູ້ມີສິດເລືອກຕັ້ງ Cataluynia ເປັນຈຳນວນຫລວງຫລາຍຢາກແຍກຕົວອອກເປັນເອກະລາດ.

ໄພອັນຕະລາຍທີ່ກໍ່ຂຶ້ນວິກິດການດ້ານການເມືອງຍາວນານ

        ແຕກຕ່າງກັບບັນດາການລົງປະຊາມະຕິໃນຄັ້ງກ່ອນ, ສິ່ງທີ່ເປັນໜ້າໃສ່ໃຈໃນການປ່ອນບັດລົງປະຊາມະຕິທວງໃຫ້ແຍກຕົວອອກຢູ່ Cataluynia ໃນຄັ້ງນີ້ ແມ່ນບັນຍາກາດທີ່ເຕັມໄປດ້ວຍການໃຊ້ຄວາມຮຸນແຮງອັນນອງເລືອດ. ນັບແຕ່ເມື່ອເລີ່ມເກີດເຫດການ, ອຳນາດການປົກຄອງຂັ້ນສູນກາງ ໄດ້ກ່າວເຕືອນ ຈະເຮັດທຸກວິທີ ເພື່ອສະກັດກັ້ນການປ່ອນບັດ “ໄປຝືນກັບລັດຖະທຳມະນູນ” ນີ້. ຕອບໂຕ້ຄືນ, ພົນລະເມືອງນັບໝື່ນຄົນໄດ້ເຂົ້າຮ່ວມການເດີນຂະບວນສະໜັບສະໜູນການລົງປະຊາມະຕິ. ຢ່າງໜ້ອຍສຸດມີກ່ວາ 840 ຄົນຖືກຮັບບາດເຈັບ ຍ້ອນປະທະກັນກັບຕຳຫລວດໃນວິວັດການເຂົ້າຮ່ວມການປ່ອນບັດ. ເຖິງວ່າຖືກສະກັດກັ້ນກໍ່ຕາມ ແຕ່ຈຳນວນຄົນເຂົ້າຮ່ວມການປ່ອນບັດແມ່ນກ່ວາ 2,2 ລ້ານຄົນ ໃນຍອດຈຳນວນຄົນໄດ້ຈົດຊື່ເຂົ້າຮ່ວມແມ່ນ 5,3 ລ້ານຄົນ. ສິ່ງດັ່ງກ່າວ ຍອມຮັບວ່າ  ຝ່າຍແຍກຕົວອອກໄດ້ປະສົບຜົນສຳເລັດຢ່າງແທດຈິງ ເມື່ອປຸກລະດົມໄດ້ 2,2 ລ້ານຄົນໄປປ່ອນບັດ.

        ການນຳເຂດ Cataluynia ໄດ້ອອກສຽງຕຳໜິຕິຕຽນກຳລັງຕຳຫລວດ ແອັດສະປາຍ ແລະ ຢັ້ງຢືນວ່າ ໝາກຜົນແຫ່ງການລົງປະຊາມະຕິຈະໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດ Cataluynia. ໃນຂະນະນັ້ນ, ລັດຖະບານ ແອັດສະປາຍ ໃຫ້ຄຳໝັ້ນສັນຍາວ່າ ຈະເຮັດທຸກສິ່ງທຸກຢ່າງ ເພື່ອປົກປັກຮັກສາຄວາມເປັນເອກະພາບ ກໍ່ຄືຜືນແຜນດິນອັນຄົບຖ້ວນຂອງປະເທດ. ຊ້ຳບໍ່ໜຳ, ບັນດາເຈົ້າໜ້າທີ່ໄອຍະການຂອງປະເທດນີ້ ຍັງຄົງພິຈາລະນາ ເພື່ອຟ້ອງສານກ່ຽວກັບຄວາມຮັບຜິດຊອບດ້ານອາຍາສຳ ລັບເຈົ້າໜ້າທີ່ເຂດ Cataluynia ທັງໝົດ ທີ່ລະເມີດຄຳສັ່ງເກືອດຫ້າມຂອງສານ ເມື່ອເປີດບັນດາສະຖານທີ່ປ່ອນບັດໃນໂຮງຮຽນ ແລະ ສຳນັກງານອົງການປົກຄອງຄວາມເຄັ່ງຕຶງໃນປັດຈຸບັນ, ຕາມບັນດານັກໄຈ້ແຍກແລ້ວ, ອາດຈະຍູ້ການຂັດແຍ້ງກັນລະຫວ່າງອຳນາດການປົກຄອງຂັ້ນສູນກາງ ແອັດສະປາຍ ແລະ ອຳນາດການປົກຄອງທ້ອງຖິ່ນຂຶ້ນສູງກ່ວາອີກ ແລະ ອາດຈະເປີດສາກວິກິດການດ້ານການເມືອງຍາວນານຢູ່ ແອັດສະປາຍ.

ສາຍເຫດທີ່ພາໃຫ້ແຍກຕົກອອກ

        Cataluynia ແມ່ນໜຶ່ງໃນບັນດາເຂດອຸດສາຫະກຳພັດທະນາທີ່ສຸດຢູ່ເຂດຕາເວັນອອກສ່ຽງເໜືອຂອງ ແອັດສະປາຍ. ເຂດ Cataluynia ລວມມີ 4 ແຂວງໃຫຍ່ຂອງ ແອັດສະປາຍ ນັ້ນແມ່ນ: Barcelona, Girona, Lleida  ແລະ Tarragon, ມີເມືອງເອກລືຊື່ແມ່ນນະຄອນ Barcelona. ດ້ວຍພົນລະເມືອງ 7,5 ລ້ານຄົນ ແລະ ມີພື້ນຖານເສດຖະກິດເຄື່ອນໄຫວຟົດຟື້ນຢູ່ແຄມຝັ່ງທະເລ ເມດີແຕຣາເນ, Cataluynia ມີການເຕີບໂຕເສດຖະກິດກວມເອົາ 20% ຍອດຈຳນວນຜະລິດຕະພັນພາຍໃນປະເທດ (GDP) ແລະ 25% ວົງເງິນສົ່ງອອກຂອງທົ່ວປະເທດ.

2-3 ປີມານີ້, ໃນກຸ່ມ ເອີໂຣ, ແອັສປາຍແມ່ນປະເທດຮັບຜົນສະທ້ອນຢ່າງໜັກຈາກການຊຸດໂຊມທາງດ້ານເສດຖະກິດ. ລາຍຈ່າຍງົບປະມານເກີນດຸ່ນ ແລະ ອັດຕາການວ່າງງານເພີ່ມຂຶ້ນສູງ, ອຳນາດການປົກຄອງເຂດ Cataluynia ບໍ່ຍອມຮັບບັນດານະໂຍບາຍຮັດເຂັມຄັດໂດຍ EU ແລະ  ກຸ່ມ ເອີໂຣຮຽກຮ້ອງ. ເລື່ອງ Cataluynia ພ້ອມກັນແບ່ງປັນການແບກຫາບ ທັງກ່ຽວກັບໜີ້ສິນຫຼືນະໂຍບາຍຮັບຊາວອົບພະຍົບເຂົ້າເມືອງຂອງເອີລົບ ກໍແມ່ນເຫດຜົນທີ່ພາໄປເຖິງເລື່ອງເຂດນີ້ຢາກແຍກຕົວອອກ. ນອກຈາກເຫດຜົນທາງດ້ານເສດຖະກິດ ແລະ ພາສາ, ມໍລະດົກວັດທະນະທຳສະເພາະ ກໍແມ່ນກຳລັງໜູນເພື່ອໃຫ້ Cataluynia ມີຄວາມຫວັງຢາກແຍກດິນແດນເປັນລັດເອກະລາດ. ພ້ອມກັນນັ້ນ, ຊາວ Cataluynia ກໍບໍ່ເຫັນດີເຫັນພ້ອມກັບຂໍ້ຄວາມຕັດສິນຂອງສານຍຸດຕິທຳແອັສປາຍ ກ່ອນນີ້ 7 ປີ, ໃນນັ້ນບັນດາພາກຂອງກົດໝາຍວ່າດ້ວຍການປົກຄອງດ້ວຍຕົນເອງຂອງ Cataluynia ປີ 2006 ໄດ້ຖືກຍົກເລີກຫຼືປັບປຸງ ອັນໄດ້ພາໃຫ້ສິດ ປົກຄອງດ້ວຍຕົນເອງຂອງເຂົາເຈົ້າບໍ່ໄດ້ຮັບການເປີດກ້ວາງດັ່ງຄວາມຫວັງ.

 ການສົ່ງຜົນສະທ້ອນເຖິງຄວາມໝັ້ນຄົງ ແລະ ຄວາມວັດທະນາຖາວອນຂອງ EU

     ເປັນທີ່ຈະແຈ້ງແລ້ວວ່າ : ການລົງປະຊາມະຕິຢູ່ Cataluynia, ໂດຍສັງເກດທາງດ້ານນິຕິທຳແລ້ວ ແມ່ນບໍ່ຖືກກັບກົດໝາຍ. ທີ 1 , ລັດຖະທຳມະນູນຂອງ ແອັສປາຍໄດ້ລະບຸວ່າ ພຽງແຕ່ອຳນາດການປົກຄອງຂັ້ນສູນກາງຈຶ່ງມີສິດອຳນາດດຳເນີນ ການລົງປະຊາມະຕິເທົ່ານັ້ນ, ສ່ວນອຳນາດການປົກຄອງເຂດບໍ່ມີສິດອຳນາດດຳເນີນ ການລົງປະຊາມະຕິ. ທີ 2 ແມ່ນຕາມກົດໝາຍສາກົນ, ຊຶ່ງລະອຽດແມ່ນກົດໝາຍຂອງ EU, ແມ່ນບໍ່ມີມາດຕາໃດໆທີ່ກຳນົດກ່ຽວກັບການໜູນຊ່ວຍທາງດ້ານນິຕິທຳໃຫ້ແກ່ການລົງປະຊາມະຕິຄືຢູ່ Cataluynia. ສານຍຸດຕິທຳ ແລະ ອຳນາດການປົກຄອງຂັ້ນສູນກາງແອັສປາຍ ນັບແຕ່ກ່ອນເປັນຕົ້ນມາ ຍາມໃດກໍຢືນຢັນວ່າ ການລົງປະຊາມະຕິ ຢູ່ Cataluynia ແມ່ນລະເມີດລັດຖະທຳມະນູນ, ພ້ອມທັງໄປຝືນກັບບັນດາເປົ້າໝາຍ ແລະ ອຸດົມຄະຕິຂອງ EU. ແຕ່ພາຍຫຼັງການລົງປະຊາມະຕິຄັ້ງນີ້, ອຳນາດການປົກຄອງຂັ້ນສູນກາງແອັສປາຍ ແນ່ນອນວ່າ ຈະຕ້ອງມີບັນດາມາດຕະການສ້າງຄວາມກົມກ່ຽວທາງດ້ານຜົນປະໂຫຍດເພື່ອເຮັດໃຫ້ສະພາບການຂອງປະເທດຊາດເປັນປົກກະຕິ. ວິກິດການຢູ່ແອັສປາຍ ອາດຈະເປີດສາກໃຫ້ແກ່ບັນດາຂະບວນການທວງໃຫ້ແຍກຕົວອອກໃນພາກພື້ນ. ສະພາບຂາດສະຖຽນລະພາບຢູ່ແອັສປາຍແມ່ນເລີ່ມມາຈາກເຂດ Cataluynia, ຈະແມ່ນວິກິດການຮ່ວມສຳລັບກຸ່ມ EU. ສິ່ງທີ່ອັນຕະລາຍກ່ວານັ້ນ, ມັນອາດຈະສ້າງເປັນກະແສຟອງອ້າງເອົາເອກະລາດເອງ, ລ່ວງເກີນຂອບເຂດ EU ເພື່ອສະແຫວງຫາຜົນປະໂຫຍດສະເພາະຂອງຕົນ./. 

ຕອບກັບ

ຂ່າວ/ບົດ​ອື່ນ