(vovworld)- 52 ປີໄດ້ລ່ວງເລີຍໄປ ນັບແຕ່ເມື່ອກອງທັບອາເມລິກາ ຫວ່ານທາດພິດສີສົ້ມ/ດີໂອຊີນ ນັບພັນໂຕນລົງເຂດດິນແດນ ຫວຽດນາມ, ກໍ່ຄວາມເສຍຫາຍເຖິງສິ່ງແວດລ້ອມຊີວະພາບ, ທຳລາຍສຸຂະພາບຊາວຫວຽດນາມ ນັບລ້ານໆຄົນ. ໃນ 10 ປີຜ່ານມາ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ຫວຽດນາມ ໄດ້ດຳເນີນການຟ້ອງຮ້ອງ 37 ບໍລິສັດອາເມລິກາທີ່ຜະລິດທາດພິດເຄມີ ດັ່ງກ່າວເພ່ືອທວງເອົາຄວາມຍຸຕິທຳໃຫ້ແກ່ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ກໍຄືຕາບຈູນ, ແບ່ງເບົາຄວາມເຈັບປວດ, ເສຍຫາຍຂອງເຂົາເຈົ້າ. ເນື່ອງໃນໂອກາດສະເຫລີມສະຫລອງ 52 ປີແຫ່ງວັນເພື່ອ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ຫວຽດນາມ (10/8), ນັກຂ່າວ ລືວຫ່ວຽນ ມີບົດຂຽນທີ່ພາດຫົວເລື່ອງວ່າ: ຄວາມຍຸຕິທຳໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ຫວຽດນາມ -ການຕໍ່ສູ້ຢ່າງບໍ່ຮູ້ອິດຮູ້ເມື່ອຍ.
ປະຈຸບັນ ທັງປະເທດມີກວ່າ 3 ລ້ານຄົນຖືກຕິດຫນຶ່ງ ຫລືຫລາຍພະຍາດກ່ຽວຂ້ອງເຖິງທາດພິດສີສົ້ມດີໂອຊີນ, ລູກເກີດມາຮູບຮ່າງບໍ່ສົມປະກອບ ແລະ ສ່ວນຫລາຍປະສົບກັບຄວາມຫຍຸ້ງຍາກ. ມີນັບພັນໆຄົນເສຍຊີວິດແລ້ວ, ພັນໆຄົນບໍ່ສາມາດເປັນພໍ່, ເປັນແມ່ໄດ້ ແລະ ເດັກນ້ອຍນັບພັນໆຄົນເມື່ອເສຍຊີວິດມາແຕ່ເກີດ. ທ່ານໝໍ ຫງວຽນທິງອກເຟື້ອງ, ມີເວລາກວ່າ 40 ປີທີ່ເຮັດວຽກຢູ່ໂຮງໝໍປະສູດ ຕືຢູ໋ ນະຄອນ ໂຮ່ຈິມີນ ໄດ້ເຫັນປະຈັກຕາບັນດາກໍລະນີທຳອິດຂອງ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ນັບແຕ່ປີ 1965. ນັ້ນແມ່ນບັນດາເດັກນ້ອຍມີຮູບຮ່າງບໍ່ສົມປະກອບ, ບໍ່ມີແຂນ, ບໍ່ມີຕີນ, ບໍ່ມີຕາ…. ບັນດາຮູບພາບເຫລົ່ານັ້ນ ເຮັດໃຫ້ທ່ານໝໍ ຫງວຽນທິງອກເຟື້ອງ ຕັດສິນໃຈຄົ້ນຄ້ວາ ແລະ ພ້ອມກັບບັນດາ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ເຂົ້າຮ່ວມການຕໍ່ສູ້ທວງເອົາຄວາມຍຸຕິທຳ. ນັບແຕ່ປີ 1987, ທ່ານໝໍ ຫງວຽນທິເຟື້ອງ ໄດ້ໄປລາຍງານສະພາບການດັ່ງກ່າວທີ່ບັນດາກອງປະຊຸມການແພດສາກົນ. ແລະໄລຍະມໍ່ໆມານີ້ ທ່ານໝໍໄດ້ເຂົ້າຮ່ວມວາລະອະພິປາຍໂດຍກົງຢູ່ ອາເມລິກາ ເປັນສອງຄັ້ງ, ນອກນັ້ນ ຍັງໂອ້ລົມກັບນັກສຶກສາ, ຄູອາຈານບັນດາມະຫາວິທະຍາໄລອາເມລິກາ ກ່ຽວກັບຜົນຮ້າຍຢ່ອນຫລັງຈາກທາດພິດສີສົ້ມ/ດີໂອຊີນ ຢູ່ຫວຽດນາມ. ບັນດາເລື່ອງລາວຂອງທ່ານຫມໍເຮັດໃຫ້ບໍ່ວ່າຊາວ ອາເມລິກາ ຜູ້ໃດກໍຮູ້ສຶກຕື້ນຕັນໃຈ.
“ທີ່ມະຫາວິທະຍາໄລ ວໍຊິງຕັນ ມີຄູສອນຜູ້ຫນຶ່ງຖາມທ່ານໝໍວ່າ: ຂ້າພະເຈົ້າຮູ້ສຶກເປັນຫນ້າອາຍ ເພາະລັດຖະບານ ອາເມລິກາ ໄດ້ທຳຮ້າຍຊາວຫວຽດນາມຄືແນວນັ້ນ. ປະຈຸບັນ ພວກຂ້າພະເຈົ້າຕ້ອງເຮັດຫຍັງເພື່ອແກ້ໂທດສ່ວນໃດສ່ວນຫນຶ່ງ.”
ສ່ວນສາດສະດາຈານ, ນັກທະນາຍຄວາມ ລືວວັນດາດ ຊື່ງແມ່ນຫນຶ່ງໃນທະນາຄວາມ 4 ທ່ານ ສັງກັດສະມາຄົມທະນາຍຄວາມປະຊາທິປະໄຕ ສາກົນ ໄດ້ໄຈ້ແຍກວ່າ: ເຖິງວ່າ ມີພະຍານຫລັກຖານຢ່າງຈະແຈ້ງກ່ຽວກັບຜົນຮ້າຍຈາກທາດພິດສີສົ້ມດີໂອຊີນກໍຕາມ, ແຕ່ເລື່ອງເຮັດໃຫ້ບັນດາບໍລິສັດຜະລິດທາດພິດເຄມີຂອງອາເມລິກາ ຕ້ອງຊົດເຊີຍ, ນຳເອົາຄວາມຍຸຕິທຳມາໃຫ້ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ຫວຽດນາມ ຄືນໃຫມ່ ບໍ່ແມ່ນເລື່ອງງ່າຍ. ທະນາຍຄວາມ ລືວວັນດາດ ໃຫ້ຮູ້ວ່າ:
“ເວລາໃດຄວາມຍຸຕິທຳບໍ່ທັນປະຕິບັດໄດ້ ການຕໍ່ສູ້ຍັງຄົງສືບຕໍ່ດຳເນີນໄປ. ຂ້າພະເຈົ້າສາມາດປະກາດວ່າ ໃນອະນາຄົດໃກ້ໆນີ້ ອາດຈະມີບາງກໍລະນີຟ້ອງຮ້ອງພົນລະເຮືອນຂອງຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ຫວຽດນາມ ຕື່ມອີກ. ຂ້າພະເຈົ້າປາດຖະຫນາວ່າ ບັນດາບໍລິສັດຜະລິດທາດພິດເຄມີຂອງອາເມລິກາ ເຂົ້າໃຈໄດ້ບັນຫາດັ່ງກ່າວ ເພື່ອພ້ອມກັບຫວຽດນາມແກ້ໄຂຜົນຮ້າຍຢ່ອນຫລັງຈາກທາດພິດນີ້.”
ມອບຂອງຂວັນໃຫ້ແກ່ຄອບຄົວຜູ້ປະສົບເຄາະຮ້າຍ
ຈາກທາດພິດສີສົ້ມ
ພາບ:vov
|
ການຕໍ່ສູ້ຂອງ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ຫວຽດນາມ ໄດ້ຮັບການສະຫນັບສະຫນູນ, ຄວາມເຫັນດີເຫັນພ້ອມຈາກປະຊາຊົນໃນໂລກ. ນັບແຕ່ປີ 1967-1968, ບັນດານັກວິທະຍາສາດ ອາເມລີກາ ໄດ້ສະເຫນີຕໍ່ປະທານາທິບໍດີ ອາເມລິກາ ວ່າ ໃນທາດພິດສີສົ້ມມີທາດ ດີໂອຊີນ. ນັບແຕ່ໄລຍະຕົ້ນ, ບັນດາອົງການບໍ່ຂຶ້ນກັບລັດຖະບານໃນໂລກ ໄດ້ຄັດຄ້ານ ແລະ ມີມະຕິຄັດຄ້ານເລື່ອງຫວ່ານທາດພິດສີສົ້ມລົງເຂດດິນແດນຂອງຫວຽດນາມ, ຮຽກຮ້ອງໃຫ້ລັດຖະບານ ອາເມລິກາ ແລະ ບັນດາບໍລິສັດຜະລິດທາດພິດເຄມີຂອງອາເມລິກາ ຕ້ອງຊົດເຊີຍໃຫ້ແກ່ຫວຽດນາມ. ຄະນະກຳມະການສັນຕິພາບໂລກ ກໍໄດ້ຖືວັນທີ 10/8 ແມ່ນວັນເພື່ອ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ເພື່ອສະຫນັບສະຫນູນ. ມີກວ່າ 40 ພັກກອມມູນິດໃນໂລກ ໄດ້ອອກມະຕິຮຽກຮ້ອງ ລັດຖະບານ ອາເມລິກາ ຕອ້ງມີຄວາມຮັບຜິດຊອບຕໍ່ປະຊາຊົນ ຫວຽດນາມ. ພົນໂທ ຫງວຽນວັນຣີງ ປະທານສະມາຄົມ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ຫວຽດນາມ ມີຄວາມເຊື່ອໝັ້ນວ່າ: ດ້ວຍຄວາມມານະພະຍາຍາມບໍ່ຮູ້ອິດຮູ້ເມື່ອຍຂອງບັນດາຜູ້ສະຫນັບສະຫນູນຄວາມຍຸຕິທຳໃນທົ່ວໂລກ, ແນ່ນອນວ່າ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ຈະທວງເອົາຄວາມຍຸຕິທຳໄດ້.
“ຈຸດໝາຍທີຫນຶ່ງຂອງພວກຂ້າພະເຈົ້າແມ່ນຢືດໝັ້ນຕໍ່ສູ້ທວງເອົາຄວາມຍຸຕິທຳ. ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ ອາເມລິກາ, ຢູ່ ສເກົາຫລີ ໄດ້ຮັບບຸລິມະສິດແນວໃດ ອາເມລິກາ, ບັນດາບໍລິສັດຜະລິດທາດພິດເຄມີຂອງອາເມລິກາ ຕ້ອງປະຕິບັດຄືແນວນັ້ນໃຫ້ແກ່ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ຫວຽດນາມ. ທີສອງ ພວກຂ້າພະເຈົ້າຮຽກຮ້ອງໃຫ້ ອາເມລິກາ ແລະ ບັນດາບໍລິສັດຜະລິດທາດພິດເຄມີຂອງ ອາເມລິກາ ຕ້ອງຮີບເຮັ່ງລ້າງພິດໃນສິ່ງແວດລ້ອມ. ທີສາມ ແມ່ນຮຽກຮ້ອງໃຫ້ບັນດາບໍລິສັດດັ່ງກ່າວຕ້ອງມີຄວາມຮັບຜິດຊອບໃນການຊ່ວຍເຫລືອມະນຸດສະທຳໃຫ້ແກ່ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ຫວຽດນາມ.”
ທາດພິດສີສົ້ມ/ດີໂອຊີນ ໄດ້ສົ່ງຜົນກະທົບໂດຍກົງເຖິງຄົນຮຸ່ນທີ 3, ທີ 4 ຂອງຫລາຍຄອບຄົວຢູ່ຫວຽດນາມ. ຄວາມຍຸຕິທຳບໍ່ທັນໄດ້ຮັບການປະຕິບັດ, ບັນດາຜູ້ສະຫນັບສະຫນູນຍັງຄົງສືບຕໍ່ພ້ອມກັບບັນດາ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ຫວຽດນາມ ຕໍ່ສູ້ທວງເອົາຄວາມຍຸຕິທຳໃຫ້ໄດ້.