ມື້ຕົ້ນປີໃຫມ່ ແມ່ນໂອກາດເພື່ອຫວນຄືນ 1 ປີ ຜ່ານມາ, ດ້ວຍຄວາມປາດຖະຫນາຫາແຕ່ສິ່ງທີ່ດີງາມ. ມື້ຕົ້ນລະດູບານໃຫມ່, ສຳລັບປະຊາຊົນຫວຽດນາມແຕ່ລະຄົນແລ້ວ, ນອກຈາກພາວະນາຂໍໃຫ້ມີສຸຂະພາບເຂັ້ມແຂງ, ມີໂຊກມີໄຊຫລັ່ງໄຫລມາສູ່ຕົນເອງ ແລະ ຄອບຄົວແລ້ວ, ໃຜໆກໍ່ມີຄວາມປາດຖະຫນາຢາກໃຫ້ ໃຫ້ແກ່ປະເທດຊາດມີອະນາຄົດອັນດີງາມກວ່າ.
ປີ 2011 ຜ່ານພົ້ນໄປດ້ວຍການຜັນແປ່ຫລາຍຢ່າງ ແລະ ຄາດວ່າປີ 2012 ກໍຈະເຕັມໄປດ້ວຍຄວາມຫຍຸ້ງຍາກ ແລະ ສິ່ງທົດສອບ, ແຕ່ປະຊາຊົນຫວຽດນາມທຸກຄົນ ຍັງຕ້ອນຮັບປີໃຫມ່ດ້ວຍຄວາມເບີກບານມ່ວນຊື່ນ ແລະ ມີຄວາມມຸ້ງຫວັງຫລາຍຢ່າງ. ຕາມນັກຂ່າວ ຫວູກົງເລີບ, ເຖິງວ່າ ບໍ່ມີການຫັນປ່ຽນອັນໃຫຍ່ຫລວງຄືປີ 2011 ກໍຕາມ, ແຕ່ປີ 2012 ຄວາມຫຍຸ້ງຍາກທາງດ້ານເສດຖະກິດໂລກແນ່ນອນວ່າ ຈະສົ່ງຜົນກະທົບບໍ່ຫນ້ອຍເຖິງເສດຖະກິດຂອງປະເທດຊາດ. ບັນດາສິ່ງທົດສອບທີ່ຜ່ານຜ່າໄດ້ໃນປີ 2011 ຈະແມ່ນກຳລັງຫນູນເພື່ອໃຫ້ປະເທດຊາດຜ່າຜ່າໃນປີໃຫມ່ 2012.
“ປີໃດກໍມີການຜັນແປ່, ຍ້ອນພວກເຮົາພວມດຳລົງຊີວິດໃນໂລກຫນຶ່ງທີ່ທັງມີກາລະໂອກາດ ແລະສິ່ງທ້າທາຍ ສະນັ້ນ ພວກເຮົາຕ້ອງກະກຽມສຳພາລະເພື່ອຮັບມືກັບທຸກສະຖານະການໃຫ້ຕົນເອງ, ຍາດແຍ່ງເອົາເງື່ອນໄຂດີທີ່ສຸດໃຫ້ແກ່ປະເທດຊາດ. ທົບທວນຄືນຫນຶ່ງປີຜ່ານມາ, ກໍເຫັນວ່າໄດ້ວ່າ ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກ ແຕ່ກໍຜ່ານຜ່າໄດ້, ສິ່ງທົດສອບຄືແນວໃດພວກເຮົາກໍຜ່ານຜ່າ ແລະ ຮັບມືໄດ້ໄດ້. ຂ້າພະເຈົ້າປາດຖະຫນາວ່າ ຈະແກ້ໄຂບັນຫາການເງິນ, ເງິນຕາໄດ້,ຈາກນັ້ນ ຈະແກ້ໄຂບັນຫາລາຄາ, ຊີວິດການເປັນຢູ່ ແລະ ເຊື່ອໝັ້ນວ່າ ປີ 2012 ແມ່ນປີທີ່ຈົບງາມໃຫ້ແກ່ປະເທດຊາດ.“
ສຳລັບສາດສະດາຈານ, ນັກຄົ້ນຄ້ວາປະຫວັດສາດ ຫງວຽນກວາງງອກ ອາຈານສອນ ຢູ່ ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍແລ້ວ, ປີໃຫມ່ນີ້ແມ່ນໂອກາດເພື່ອສືບຕໍ່ບັນດາວຽກງານຍັງຄົງຄ້າງໃນປີຜ່ານມາ. ຄວາມມຸ້ງຫວັງຂອງທ່ານແມ່ນໂຄງການຄົ້ນຄ້ວາສັງລວມເພື່ອສ້າງສຳເນົາເອກະສານບັນລຸມາດຕະຖານແຫ່ງຊາດກ່ຽວກັບບັນດາເອກະສານທີ່ກ່ຽວຂ້ອງເຖິງອະທິປະໄຕໝູ່ເກາະເຈື່ອງຊາ ແລະ ຮ່ວາງຊາ ກໍຄືບັນດາເຂດໝູ່ເກາະອື່ນຂອງຫວຽດນາມ ຊຶ່ງທ່ານພວມພ້ອມກັບບັນດາເພື່ອນຮ່ວມງານ, ບັນດານັກຄົ້ນຄ້ວາຢູ່ພາຍໃນ ແລະ ຕ່າງປະເທດຮີບເຮ່ັງປະຕິບັດ ຈະສ້າງສຳເລັດໂດຍໄວ ແລະ ຮັບໃຊ້ໃຫ້ແກ່ການສ້າງເອກະສານນິຕິກຳວ່າດ້ວຍທະເລໃຫ້ສົມບູນແບບ, ເຮັດໃຫ້ທະເລຫວຽດນາມ ກາຍເປັນເຂດພັດທະນາເສດຖະກິດຢ່າງກວ້າງໃຫຍ່, ນຳມາຊຶ່ງຜົນປະໂຫຍດໃຫ້ແກ່ປະເທດຊາດ.
“ໃນລາຍການເຮັດວຽກຂອງສະພາແຫ່ງຊາດ ມີການຮັບຮອງເອົາກົດໝາຍວ່າດ້ວຍທະເລ. ນັ້ນແມ່ນສິ່ງທີ່ພວກຂ້າພະເຈົ້າມີຄວາມຄອງຄອຍທີ່ສຸດ. ຫວັງວ່າ ພວກເຮົາຈະມີກົດໝາຍວ່າດ້ວຍທະເລຢ່າງສົມບູນແບບເພື່ອທັງເປັນການປົກປັກຮັກສາອະທິປະໄຕ, ການຂຸດຄົ້ນ, ທັງເສີມຂະຫຍາຍທຸກຄວາມສາມາດບົ່ມຊ້ອນທະເລໝູ່ເກາະຢ່າງສູງສຸດເພື່ອຮັບໃຊ້ໃຫ້ແກ່ການສ້າງສາ ແລະ ພັດທະນາປະເທດຊາດ.“
ການເຄື່ອນໄຫວສະແດງຄວາມມູ້ງຫວັງຕົ້ນລະດູບານໃຫມ່
ພັດທະນາເສດຖະກິດກະສິກຳ, ຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ຊາວກະສິກອນ ເພື່ອຊຸກຍູ້ສັງຄົມພັດທະນາຕາມທິດດຸນດຽງ, ຮັດແຄບຊ່ອງຫວ່າງລະຫວ່າງຜູ້ຮັ່ງມີ ກັບຜູ້ທຸກຍາກ ລະຫວ່າງເຂດຕົວເມືອງ ກັບເຂດຊົນນະບົດເທື່ອລະກ້າວແມ່ນຈຸດໝາຍຂອງລັດຖະບານໃນປີ 2012 ທັງແມ່ນຄວາມໄຝ່ຝັນຂອງຊາວກະສິກອນນັບລ້ານຄົນໃນທຸກແຖບທິ່ນຂອງປະເທດຊາດ. ປີໃຫມ່ ຊາວກະສິກອນ ພຽງແຕ່ປາດຖະຫນາວ່າ ດິນຟ້າອາກາດຈະເອື້ອອຳນວຍຄວາມສະດວກ, ລະດູການໄດ້ຮັບຜົນດີ, ພິເສດແມ່ນ ໂຄງການສ້າງເຂດຊົນນະບົດໃຫມ່ ຊຶ່ງພັກ, ລັດ ພວມປະຕິບັດຈະສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງແຂງແຮງກວ່າອີກ, ຊ່ວຍສ້າງ ໂສມຫນ້າໃຫມ່ຢູ່ຊົນນະບົດໃຫ້ດີຂຶ້ນ ແລະ ເພື່ອໃຫ້ຊາວກະສິກອນສາມາດສ້າງຄວາມຮັ່ງມີຢູ່ໃນເຂດດິນຂອງຕົນເອງໄດ້.
“ໂດຍແມ່ນຊາວກະສິກອນ, ຂ້າພະເຈົ້າດີໃຈຫລາຍເມື່ອພັກ, ລັດຖະບານ ໄດ້ ຜັນຂະຫຍາຍໂຄງການສ້າງເຂດຊົນນະບົດໃຫມ່. ເພາະວ່າ ໂຄງການແມ່ນມີຄວາມແທດຈິງສຳລັບຊາວກະສິກອນຄືພວກຂ້າພະເຈົ້າ. ຂ້າພະເຈົ້າປາດຖະຫນາວ່າ ໂຄງການໄດ້ຮັບການຍູ້ແຮງ ເພື່ອເຮັດໃຫ້ບ້ານເກີດເມືອງນອນຂອງພວກຂ້າພະເຈົ້າມີການປ່ຽນແປງໂດຍໄວ, ເປັນຕົ້ນແມ່ນການລົງທຶນກໍ່ສ້າງເສັ້ນທາງຄົມມະນາຄົມ, ຊົນລະປະທານ,ວາງແຜນກຳນົດເຂດຊຸມຊົນ,ຫັນເຂດຊົນນະບົດເປັນເປັນອຸດສາຫະກຳ ແລະ ທັນສະໄໝ, ຊາວກະສິກອນໄດ້ຮຽນວິຊາຊີບ, ປ່ຽນແປງຮີດຄອງປະເພນີໃນການຜະລິດ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງຊາວກະສິກອນໄດ້ມີການຍົກສູງຂຶ້ນ.”
ໃນມື້ຕົ້ນລະດູບານໃຫມ່, ຊາວຫວຽດນາມ ບໍ່ວ່າຢູ່ພາຍໃນ ແລະ ຕ່າງປະເທດ ລ້ວນແຕ່ອວ່າຍຫນ້າເມືອຫາປະເທດຊາດ. ມີຄວາມມຸ້ງມາດປາດຖະຫນາໃຫ້ປະເທດຊາດພັດທະນາ, ມີຄວາມສະຫງົບສຸກ ແລະ ຍິ່ງໄປກວ່ານັ້ນ ແມ່ນອະທິປະໄຕຜືນແຜ່ນດິນໄດ້ຮັບການຮັກສາໄວ້ຢ່າງໝັ້ນຄົງ. ສຳລັບບັນດານັກຮົບພວມປະຕິບັດຫນ້າທີ່ຮັກສາເຂດໝູ່ເກາະ ແລະ ທະເລ, ໂອກາດລະດູບານໃຫມ່ຢູ່ເຂດຫ່າງໄກນີ້ກໍ່ບໍ່ມີຄວາມແຕກຕ່າງປານໃດເມື່ອທຽບໃສ່ຢູ່ເຂດດິນຕໍ່ແຜ່ນ. ອາລົມຈິດອັນອົບອຸ່ນຂອງປະຊາຊົນຫວຽດນາມທຸກຄົນຍາມໃດກໍມຸ້ງໄປເຖິງເຂດທະເລໝູ່ເກາະ, ນັ້ນແມ່ນແຫລ່ງລະດົມກຳລັງໃຈອັນໃຫຍ່ຫລວງ ເພື່ອໃຫ້ບັນດານັກຮົບປະຕິບັດສຳເລັດຫນ້າທີ່. ນັກຮົບຫນຸ່ມ ຫງວຽນຈຸງຢາງ, ພວມປະຕິບັດງານຢູ່ເກາະ ເຈື່ອງຊາ ໄດ້ແບ່ງປັນວ່າ:
“ ນ້ອງແມ່ນນັກຮົບປະຕິບັດງານຢູ່ເກາະແຫ່ງນີ້ເພື່ອປົກປັກຮັກສາເຂດດິນແດນທີ່ສັກກະລະບູຊາຂອງປະເທດຊາດ. ນ້ອງມີຄວາມເອກອ້າງທະນົງໃຈ ເພາະວ່າ ຕົນເອງໄດ້ປະກອບພະລັງຂອງໄວຫນຸ່ມເຂົ້າໃນການປົກປັກຮັກສາໄລ່ທະວີບ, ເຂດດິນແດນຂອງປະເທດຊາດ.“
ປີໃຫມ່ກໍແມ່ນການເປີດສາກໃຫ້ແກ່ຂະບວນວິວັດໃຫມ່, ສົ່ງທ້າຍປີເກົ່າປີຖໍ້(ຢູ່ຫວຽດນາມເອີ້ນວ່າປີແມວ) ຕ້ອນຮັບປີໃຫມ່ ປີມະໂຣງ), ໃນຈິດວິນຍານຂອງຊາວຫວຽດນາມ, ໂຕມັງກອນແມ່ນສັນຍາລັກຂອງປາໄນຂ້າມຜ່ານພາຍຸລົມແດງ ແມ່ນສັນຍາລັກຂອງການເຕີບໂຕກ້າວກະໂດດຂັ້ນ. ຢາກເຮັດໃຫ້ສັນຍາລັກນັ້ນນັ້ນປະກົດຜົນເປັນຈິງຈຳເປັນຕ້ອງມີຄວາມມານະພະຍາຍາມມີຄວາມຕັດສິນໃຈຂອງລັດຖະ
ບານ, ຄວາມເຫັນດີເຫັນພ້ອມ ສະຫນັບສະຫນູນຈາກປະຊາຊົນ. ຮັກສາສະຖຽນລະພາບດ້ານການເມືອງ,ສືບຕໍ່ເສີມຂະຫຍາຍກຳລັງແຮງພາຍໃນ, ຍາດແຍ່ງທ່າແຮງ ແຕ່ກໍຕ້ອງສ້າງບາດກ້າວບຸກທະລຸ ນຳປະເທດຊາດຫັນປ່ຽນໄປສູ່ໄລຍະໃຫມ່./.
ລານແອງ