ວັນທີ 31/1, ອົງການພະລັງງານປະລະມານູສາກົນ (IAEA) ໄດ້ສິ້ນສຸດການຢ້ຽມຢາມອີຣານເປັນເວລາ 3 ວັນ ດ້ວຍໜ້າທີ່ເຮັດໃຫ້ຄວາມລະແວງສົງໃສກ່ຽວກັບໂຄງການນີວເຄຼຍຂອງປະເທດນີ້ເປັນກະຈ່າງແຈ້ງ. ເຫດການນີ້ ພ້ອມກັບຫລາຍປະເດັນໃໝ່ ໄດ້ເຮັດໃຫ້ຫາງສຽງມີຄວາມວິຕົກກັງວົນ ແຕ່ຍັງມີຄວາມຫວັງຢູ່.
ປະທານາທິບໍດີອີຣານ Mahmoud Ahmadinejad ຢູ່ຮາກຖານນີວເຄຼຍແຫ່ງ 1 ຂອງປະເທດນີ້
ພາບ: Http//:laodong.com.vn
ໃນຂະນະທີ່ຄວາມເຄັ່ງຕຶງລະຫວ່າງອຳນາດການປົກຄອງເຕເຮຣານ ແລະຝ່າຍຕາເວັນຕົກ, ພາຍຫລັງຄຳສັ່ງລົງໂທດໃໝ່ຂອງສະຫະພາບເອີລົບ ຫລືອີຢູທີ່ມີຕໍ່ປະເທດອິດຊະລາມນີ້ເມື່ອວັນທີ 23/1 ບໍ່ທັນຜ່ອນຄາຍລົງ, ບັນດາເຫດການເກີດຂຶ້ນຫລັງຈາກນັ້ນ ໄດ້ເຮັດໃຫ້ຫາງສຽງມີຄວາມວິຕົກກັງວົນ ກ່ຽວກັບໄພເກີດສົງຄາມຢູ່ພາກພື້ນຕາເວັນອອກກາງນີ້. ວັນທີ 31/1, ທ່ານ Tamir Pardo ຜູ້ອຳນວຍການອົງການສືບລາຊະການລັບ Mossad ຂອງ Israen ໄດ້ມີໜ້າຢູ່ວໍຊິງຕັນ ເພື່ອປຶກສາຫາລືກ້ຽວກັບຄວາມສາມາດດຳເນີນການບຸກໂຈມຕີ ແນ່ໃສ່ບັນດາພື້ນຖານນີວເຄຼຍຂອງອີຣານ. ກ່ອນໜ້ານັ້ນ, ໃນວັນທີ 30/1, ໃນການໄປຢ້ຽມຢາມອາເມລິກາ, ປະທານາທິບໍດີຈໍເຈຍ Mikhaiel Saakashvili ໄດ້ມີການເຈລະຈາກັບຄູ່ຕຳແໜ່ງອາເມລິກາ, ທ່ານ Barak Obama ຢູ່ທຳນຽບຂາວ ແລະ 1 ໃນບັນດາເນື້ອໃນສຳຄັນແມ່ນຈໍເຈຍອາດຈະເຂົ້າຮ່ວມການສູ້ຮົບຕ້ານອີຣານ ແລະເລື່ອງທຳນຽບ 5 ແຈນຳໃຊ້ປະເທດນີ້ເພື່ອບຸກໂຈມຕີເຕເຮຣານ. ໃນການຕອບສຳພາດນັກຂ່າວວິທະຍຸ CBS ກ່ອນນີ້ 2 ວັນ, ອີກເທື່ອ 1, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ Leon Panetta ໄດ້ຢັ້ງຢືນຄວາມຕັດສິນໃຈຂອງ ປະທານາທິບໍດີ ອາເມລິກາ Barak Obama ເພື່ອແນໃສ່ຢຸດຕິຄວາມມານະພະຍາຍາມໃຫ້ແກ່ໂຄງການນີວເຄຼຍຂອງເຕເຮຣານ. ຜູ້ນຳໜ້າທຳນຽບ 5 ແຈກໍເນັ້ນໜັກວ່າ: ບັນດາເຈົ້າໜ້າທີ່ອາເມລິກາ “ຈະປະຕິບັດບັນດາບາດກ້າວອັນຈຳເປັນເພື່ອຢຸດຕິບັດຫານີ້” ຖ້າຫາກວ່າ ວໍຊິງຕັນໄດ້ຮັບຂ່າວຈາການສືບລາຊະການລັບໂດຍໃຫ້ຮູ້ວ່າ ອີຣານພວມພັດທະນາອາວຸດນີວເຄຼຍ. ສ່ວນໃນວົງການເຈົ້າໜ້າທີ່ວໍຊິງຕັນກໍໄດ້ສົນທະນາຫາລືຢ່າງຟົດຟື້ນກ່ຽວກັບຫົວເລື່ອງເພີ່ມກຳລັງດັນ ບັງຄັບໃຫ້ປະເທດອິດຊະລາມອີຣານຢຸດຕິໂຄງການນີວເຄຼຍ. ເປັນທີ່ຈະແຈ້ງແລ້ວວ່າ, ອາເມລິກາ ແລະບັນດາປະເທດຝ່າຍຕາເວັນຕົກໄດ້ ແລະພວມນຳມາດຕະການ, ຈາກມາດຕະການດ້ານເສດຖະກິດ, ການທູດ ຕະຫຼອດຮອດບັນດາມາດຕະການການທະຫານ, ເພື່ອແນໃສ່ຮັດແໜ້ນ ແລະເຮັດໃຫ້ປະເທດອິດຊະລາມນີ້ຕົກຢູ່ໂດດດຽວເທື່ອລະກ້າວ. ຫຼັງຈາກນັ້ນ, ການຄັດຄ້ານຂອງອຳນາດການປົກຄອງປະທານາທິບໍດີອີຣານ Mahmoud Ahmadinejad ກໍເຮັດໃຫ້ຫາງສຽງມີຄວາມວິຕົກກັງວົນ. ດ້ວຍການຊ້ອມຮົບຢູ່ຊ່ອງແຄບທະເລ Hormuz ເມື່ອກາງເດືອນ 1/2012, ເຕເຮຣານໄດ້ສົ່ງສານອັນແຮງກ້າກ່ຽວກັບກຳລັງຄວາມສາມາດດ້ານການທະຫານຂອງຕົນ. ຊ້ຳບໍ່ໜຳ, ອີຣານອາດຈະປິດຊ່ອງແຄບທະເລ Hormuz ເພື່ອໂຕ້ຕອບຕໍ່ບັນດາມາດຕະການລົງໂທດຂອງອີຢູ, ຊື່ງແມ່ນການກະທຳທີ່ອາເມລິກາປະກາດວ່າ ບໍ່ອາດອະໄພໄດ້. ຫວ່າງແລ້ວນີ້, ໃນວັນທີ 30/1, ອຳນາດການປົກຄອງເຕເຮຣານຍັງໄດ້ປະກາດບັນດາຄວາມກ້າວໜ້າດ້ານການທະຫານຂອງຕົນ. ນັ້ນແມ່ນການສະເໜີຕົວເຮືອບິນບໍ່ມີຄົນຂັບລຸ້ນໃໝ່ໂດຍຜະລິດດ້ວຍຕົນເອງທີ່ມີຊື່ວ່າ A1 ສາມາດບິນສູງສຸດກ່ວາ 3000 ແມັດ ແລະສາມາດບິນໄດ້ 2 ຊົ່ວໂມງກໍຄືສາມາດບັນທຸກນ້ຳໜັກໄດ້ຕື່ມ 5 ກີໂລກຼາມ…
ແຕ່ເຖິງແນວນັ້ນກໍຕາມ, ຄວາມຫວັງຕໍ່ວິກິດການນີວເຄຼຍນີ້ແມ່ນບໍ່ທັນໝົດເທື່ອ. ວັນທີ 31/1, ການໄປກວດກາສຳຫຼວດຢູ່ອີຣານເປັນເວລາ 3 ວັນຂອງອົງການພະລັງງານປະລະມານູສາກົນ (IAEA) ໂດຍທ່ານ Herman Nackaerts ຫົວໜ້າຄະນະນັກກວດການຳໜ້າ ເພື່ອແນໃສ່ເຮັດໃຫ້ບັນດາບັນຫາກໍ່ຄວາມໂຕ້ຖຽງກັນໃນໂຄງການນີວເຄຼຍຂອງອີຣານເປັນ ກະຈ່າງແຈ້ງ ໄດ້ເປັນການຄວາມຫວັງ. ເຖິງວ່າ, ໃນການຢ້ຽມຢາມຫວ່າງແລ້ວນີ້, ຄະນະນັກວດກາຂອງ (IAEA) ບໍ່ໄດ້ໄປກວດກາຮາກຖານນີວເຄຼຍແຫ່ງໃດຂອງອີຣານ ພຽງແຕ່ໄປອີຣານເພື່ອເຈລະຈາກັບບັນດາເຈົ້າໜ້າທີ່ອີຣານເທົ່ານັ້ນ, ອີກຢ່າງໜື່ງ, ເນື້ອໃນຂອງບັນດາການສົນທະນາຫາລື ແລະບັນດາຜູ້ເຂົ້າຮ່ວມບໍ່ໄດ້ເປີດເຜີຍກໍຕາມ, ແຕ່ເລື່ອງສອງຝ່າຍໄດ້ສ້າງແຜນການໃຫ້ບັນດາການພົບປະຄັ້ງຕໍ່ໄປກ່ຽວກັບໂຄງການນີວເຄຼຍຂອງອີຣານໄດ້ສະທ້ອນໃຫ້ຫາງສຽງເຫັນໄດ້ວ່າ, ຄວາມໄວ້ເນື້ອເຊື່ອໃຈຄ່ອຍໆໄດ້ຮັບການຟື້ນຟູຂຶ້ນ. ວັນທີ 1/2, ໃນຖະແຫຼງການສະບັບໜື່ງ, (IAEA) ໃຫ້ຮູ້ວ່າ ຈະຈັດກອງປະຊຸມຢູ່ເຕເຮຣານໃນວັນທີ 21-22/2 ທີ່ຈະມາເຖິງ.
ທ່ານ Herman Nackaerts ຫົວໜ້າຄະນະນັກກວດການີວເຄຼຍຂອງ IAEA
ພາບ: Http//:vnexpress.net
ຫາງສຽງຖືວ່າ, ການປ້ຽມຢາມຂອງ (IAEA) ເຖິງປະເທດອິດຊະລາມນີ້ ແມ່ນຖືກກັບຈຸດເວລາ, ຊ່ວຍຜ່ອນຄາຍບັນດາຄວາມເຄັ່ງຕຶງທີ່ພວມ ເພີ່ມຂຶ້ນລະຫວ່າງອີຣານ ແລະຝ່າຍຕາເວັນຕົກ. ຜູ້ຄົນທັງຫຼາຍຍັງຈື່ດີວ່າ, ເມື່ອເດືອນພະຈິກປີ 2011, (IAEA) ໄດ້ປະກາດບົດລາຍງານສະແດງຄວາມສົງໃສວ່າ ການເຄື່ອນໄຫວຄົ້ນຄ້ວາ ແລະພັດທະນານີວເຄຼຍຢູ່ອີຣານ ມີສ່ວນກ່ຽວຂ້ອງເຖິງການຜະລິດອາວຸດນີວເຄຼຍ. ສິ່ງດັ່ງກ່າວແມ່ນສາຍເຫດເພື່ອໃຫ້ຝ່າຍຕາເວັນຕົກກໍ່ກຳລັງດັນກໍຄືເພີ່ມບັນດາມາດຕະການລົງໂທດ ແນ່ໃສ່ຂະແໜງນຳມັນຂອງອີຣານ. ສະນັ້ນ, ການໄປກວດກາຄັ້ງຫລ້າສຸດນີ້ ໄດ້ຮັບຄວາມສົນໃຈເປັນພິເສດຈາກຫາງສຽງ. ກ່ອນໜ້ານັ້ນ, ກ່າວຄຳເຫັນທາງໂທລະພາບແຫ່ງລັດອີຣານ, ປະທານາ ທິບໍດີອີຣານ Mahmoud Ahmadinejad ໄດ້ສະແດງທັນສະນະວ່າ ເຕເຮຣານພ້ອມແລ້ວທີ່ຈະເຈລະຈາກ່ຽວກັບບັນຫານີວເຄຼຍກັບກຸ່ມ P5+1 ຊື່ງລວມມີອາເມລິກາ, ລັດເຊຍ, ຈີນ, ອັງກິດ, ຝະລັ່ງ ແລເຢຍລະມັນ ໂດຍບໍ່ຫົວຊາຕໍ່ສີ່ງທີ່ຝ່າຍຕາເວັນຕົກໄດ້ຢັ້ງຢືນແລ້ວ. ເປັນທີ່ຈະແຈ້ງແລ້ວວ່າ, ນັ້ນແມ່ນສັນຍານອັນຕັ້ງໜ້າໃຫ້ແກ່ຄວາມຫວັງຂອງປະຊາຄົມໂລກ, ເຖິງແມ່ນວ່າມັນເປັນພຽງຄວາມຫວັງບໍ່ແນ່ນອນກໍຕາມ.
ແອງຮ່ວຽນ