(vovworld) -ໃນຊຸມມື້ນີ້, ສະພາບການຢູ່ແຫຼມເກົາຫຼີ ນັບມື້ນັບເຄັ່ງຕຶງຂຶ້ນຕື່ມ, ເມື່ອບັນດາຝ່າຍກ່ຽວຂ້ອງເພີ່ມທະວີການກະທຳດ້ານການທະຫານຢ່າງຕໍ່ເນື່ອງ. ສິ່ງດັ່ງກ່າວໄດ້ກໍ່ຄວາມວິຕົກກັງວົນຕໍ່ການພົວພັນ ທີ່ຂາດສະຖຽນລະພາບລະຫວ່າງ ສເກົາຫຼີ - ສປປເກົາຫຼີ, ແລະ ເປັນຮົ້ວກີດຂວາງໃຫ້ແກ່ການເຈລະຈາ 6 ຝ່າຍ ກ່ຽວກັບບັນຫາປອດນິວຄະເລຍຢູ່ແຫຼມເກົາຫຼີ.
ສປປເກົາຫຼີ ຍິງທົດລອງລູກສອນໄຟໄລຍະສັ້ນອອກສູ່ທະເລ
(ພາບ: ອິນເຕີແນດ)
ສະພາບການຢູ່ແຫຼມເກົາຫຼີ ເຄັ່ງຕຶງຂຶ້ນຕື່ມ ເມື່ອອາເມລິກາ - ສເກົາຫຼີ ດຳເນີນການຊ້ອມຮົບປະຈຳປີ. ໃນໄລຍະດຽວກັນ, ສປປເກົາຫຼີ ໄດ້ຍິງທົດລອງລູກສອນໄຟໄລຍະສັ້ນອອກສູ່ທະເລຂອງປະເທດນີ້. ການກະທຳດັ່ງກ່າວຖືກດຳເນີນກົງກັບໂອກາດທີ່ ສເກົາຫຼີ ກຽມສະເຫຼີມສະຫຼອງ 4 ປີ ແຫ່ງວັນກຳ່ປັ່ນກອງທັບເຮືອ Cheonan ຂອງ ສເກົາຫຼີ ລະເບີດໂດຍບັງເອີນ ແລະ ຖືກຈົມໃຕ້ນຳ້ທະເລເຫຼືອງ (26/3/2010) , ເຮັດໃຫ້ທະຫານເຮືອ 46 ຄົນເສຍຊີວິດ. ກອງສືບສວນສາກົນໂດຍເຊີອູນ ນຳໜ້າ ໄດ້ສະຫຼຸບວ່າ, ກຳ່ປັ່ນລຳນີ້ແມ່ນຖືກຈະຫຼວດໃຕ້ນຳ້ຂອງ ສປປເກົາຫຼີ, ແຕ່ຝ່າຍພຽງຢາງໄດ້ປະຕິເສດຄຳກ່າວຫາດັ່ງກ່າວ.
ສະແດງກຳລັງແຮງດ້ານການທະຫານ
ສປປເກົາຫຼີ ຮັບຮອງວ່າໄດ້ຍິງລູກສອນໄຟໄລຍະສັ້ນອອກສູ່ທະເລຕາເວັນອອກຂອງປະເທດນີ້ໃນ 2 ສັບປະດາຜ່ານມາ ເພື່ອສະແດງທ່າທີຂອງຕົນຕໍ່ການຊ້ອມຮົບຮ່ວມລະຫວ່າງອາເມລິກາ - ສເກົາຫຼີ, ເຊິ່ງເລີ່ມດຳເນີນແຕ່ເດືອນ 2 ເຖິງກາງເດືອນ 4. ບັນດາລູກສອນໄຟທີ່ ສປປເກົາຫຼີ ຍິງທົດລອງນັ້ນແມ່ນລູກສອນໄຟ FROG ໄລຍະສັ້ນໜ້າດິນຕ້ານໜ້າດິນ, ເຊິ່ງໂຊຫວຽດ ເຄີຍນຳໃຊ້ແຕ່ທົດສະວັດທີ 60 ຂອງສະຕະວັດກ່ອນ.
ເລື່ອງຍິງລູກສອນໄຟທົດລອງຢ່າງຕໍ່ເນື່ອງຂອງພຽງຢາງ ເຮັດໃຫ້ຫາງສຽງວິຕົກກັງວົນຕໍ່ຄວາມເຄັ່ງຕຶງຄັ້ງໃໝ່ຢູ່ພາກພື້ນນີ້. ອະທິບາຍໃຫ້ແກ່ການການທຳຂອງຕົນ, ພຽງຢາງ ໄດ້ຕຳໜິຕິຕຽນການຊ້ອມຮົບຮ່ວມລະຫວ່າງອາເມລິກາ - ສເກົາຫຼີ ແລະ ຖືວ່ານີ້ແມ່ນການກະທຳຮຸກຮານ. ພຽງຢາງຖືວ່າ ການຍິງລູກສອນໄຟທົດລອງພຽງແຕ່ແມ່ນການເຝິກອົບຮົມປົກກະຕິໃນບໍລິເວນຂອງປະເທດນີ້ ແລະ ບໍ່ແນໃສ່ປະເທດໃດ.
ໃນສະພາບການນັ້ນ, ວັນທີ 24/3, ສເກົາຫຼີ ໃຫ້ຮູ້ໄດ້ສະຫງວນບ້ວງເງິນເກືອບ 7 ຕື້ USD ເພື່ອຊື້ເຮືອບິນສູ້ຮົບທີ່ທັນສະໄໝ D-35 ຂອງບໍລິສັດ Lockheed Martin. ນີ້ແມ່ນເຮືອບິນສູ້ຮົບທັນສະໄໝທີ່ສຸດ. ສັນຍາຊື້ຂາຍນີ້ເພື່ອແນໃສ່ເພີ່ມທະວີກຳລັງແຮງປ້ອງກັນອາກາດໃຫ້ເຊີອູນ ໃນໄລຍະເກີດຄວາມເຄັ່ງຕຶງຢູ່ເຂດຊາຍແດນຕິດກັບ ສປປເກົາຫຼີ. ເຊີນອູນຍັງໃຫ້ຮູ້ວ່າ ຈະຊື້ເຮືອນບິນບໍ່ມີຄົນຂັບ Global Hawk ຂອງບໍລິສັດ Northrop Grumman ເພື່ອເພີ່ມທະວີການລາດຕະເວນຢູ່ເຂດຊາຍແດນຕິດກັບ ສປປເກົາຫຼີ.
ການຕຳໜິຕິຕຽນ, ນາບຂູ່ແທນທີ່ການເຈລະຈາ
ໃນສະພາບຄວາມເຄັ່ງຕຶງນັບມື້ນັບເພີ່ມຂຶ້ນຢູ່ແຫຼມເກົາຫຼີ. ໂຄສົກຜູ້ໜຶ່ງຂອງກຳລັງລູກສອນໄຟຍຸດທະສາດ ສປປເກົາຫຼີ ໄດ້ຕຳໜິຕິຕຽນ ສເກົາຫຼີ ແລະ ອາເມລິກາ ເປັນຜູ້ກໍ່ຄວາມເຄັ່ງຕຶງ ເມື່ອດຳເນີນການຊ້ອມຮົບປະຈຳປີດ້ວຍຂະໜາດໃຫຍ່ ແລະ ມີການກະທຳເກາະຜິດ. ຊຳ້ບໍໜຳ, ໂຄສົກຜູ້ນີ້ຍັງຊີ້ແຈ້ງວ່າ, ຖ້າຫາກການກະທຳເກາະຜິດຂອງອາເມລິກາ ແລະ ສເກົາຫຼີ ເກີນຂອບເຂດ, ການຍິງລູກສອນໄຟທົດລອງນີ້ອາດຈະກາຍເປັນການໂຕ້ຕອບ.
ວັນທີ 24/3, ທ່ານຮອງເອກອັກຄະລັດຖະທູດ ສປປເກົາຫຼີປະຈຳ ສປຊ Ri Tong IL ຖືວ່າ, ອາເມລິກາ ມີແຕ່ເອົາໃຈໃສ່ເຖິງເລື່ອງກໍ່ຄວາມເຄັ່ງຕຶງຢູ່ແຫຼມເກົາຫຼີ ເທົ່ານັ້ນ ແລະ ກ່າວຫາວ່າ, ບັນດາເງື່ອນໄຂເຊິ່ງວໍຊິງຕັນຍົກອອກມາ ເພື່ອເຊື່ອມຕໍ່ການເຈລະຈາ 6 ຝ່າຍ ກ່ຽວກັບການປອດນິວຄະເລຍຢູ່ແຫຼມເກົາຫຼີ ນັ້ນ ພຽງແຕ່ແມ່ນຂໍ້ອ້າງເພື່ອປະຕິເສດການເຈລະຈາ. ທ່ານກໍ່ໄດ້ກ່າວເຕືອນວ່າ ສປປເກົາຫຼີ ຈະມີບັນດາມາດຕະການຮັບມື ຖ້າຫາກອາເມລິກາ ບໍ່ຢຸດຕິການກະທຳກົດໜ່ວງການເຈລະຈາ. ເຖິງຢ່າງໃດກໍ່ຕາມ, ເຈົ້າໜ້າທີ່ການທູດຜູ້ນີ້ກໍ່ໄດ້ຢືນຢັນວ່າ, ພຽງຢາງ ຍັງສ້າງໂອກາດໃຫ້ແກ່ການເຈລະຈາ ໂດຍບໍ່ຈັດວາງເງື່ອນໄຂລ່ວງໜ້າ. ກ່ຽວຂ້ອງເຖິງບັນຫານີ້, ທີ່ກອງປະຊຸມສຸດຍອດຄວາມປອດໄພດ້ານນິວຄະເລຍຄັ້ງທີ 3 ຢູ່ Hague, ປະເທດຮອນລັງ, ທ່ານເລຂາທິການໃຫຍ່ ສປຊ Ban Ki Moon ໄດ້ຊຸກຍູ້ ສປປ ເກົາຫຼີ ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງຜ່ານມາດຕະການສັນຕິໂດຍໄວ.
ໃນຂະນະນັ້ນ, ລັດຖະມົນຕີ ປ້ອງກັນປະເທດ ສເກົາຫຼີ Kim Kwan - Jin ພັດຕຳໜິເລື່ອງພຽງຢາງ ຍິງລູກສອນໄຟຫຼາຍເທື່ອໃນໄລຍະສັ້ນໆ ນັ້ນໄດ້ກໍ່ຄວາມເຄັ່ງຕຶງໃນແຫຼມເກົາຫຼີ. ທ່ານຖະແຫຼງວ່າ ສເກົາຫຼີ ຍົກສູງສະຕິລະວັງຕົວ ເພື່ອຮັບມືກັບການກະທຳເກາະຜິດຂອງ ສປປເກົາຫຼີ. ເລື່ອງເຊີອູນ ແລະ ວໍຊິງຕັນມີການຊ້ອມຮົບຮ່ວມນັ້ນ ພຽງແຕ່ເພື່ອຈຸດປະສົງປ້ອງກັນເທົ່ານັ້ນ.
ເຖິງວ່າການຍິງລູກສອນໄຟຕ່າງໆຂອງ ສປປເກົາຫຼີບໍ່ເລັ່ງໃສ່ເປົ້າໝາຍໃດໆກໍ່ຕາມ, ແຕ່ການກະທຳຂອງພຽງຢາງ ແລະ ສເກົາຫຼີ ຫວ່າງແລ້ວນີ້ ໄດ້ສະແດງໃຫ້ເຫັນວ່າສະພາບການຢູ່ແຫຼມເກົາຫຼີ ພວມຢູ່ໃນໄລຍະເຄັ່ງຕຶງ. ສິ່ງດັ່ງກ່າວແມ່ນບໍ່ມີປະໂຫຍດໃຫ້ແກ່ຝ່າຍໃດ.