(vovworld) - ທີ່ກອງປະຊຸມຄັ້ງທີ 26 ຂອງສະພາສິດທິມະນຸດ ສະຫະປະຊາຊາດ (ສປຊ) ເຊິ່ງພວມດຳເນີນຢູ່ເຊີແນວ, ປະເທດສະວິດ, ຫວຽດນາມ ໄດ້ແຈ້ງໃຫ້ປະເທດຕ່າງໆໄດ້ຮັບຊາບກ່ຽວກັບເລື່ອງຮັບຮູ້ບັນດາຂໍ້ສະເໜີຢູ່ກອງປະຊຸມຮັບຮອງເອົາບົດລາຍງານທົບທວນປະຈຳໄລຍະດ້ານສິດທິມະນຸດ (UPR) ໄລຍະ 2 ຂອງຫວຽດນາມ ເມື່ອເດືອນ 2/2014 ຢ່າງເປັນທາງການ. ນອກນັ້ນ, ຫວຽດນາມ ຍັງສືບຕໍ່ຢືນຢັນກັບໂລກບັນດາຜົນງານກ່ຽວກັບເລື່ອງຮັບປະກັນສິດທິມະນຸດ, ໃນນັ້ນມີສິດເສລີໃນການເຫຼື້ອມໄສ, ສາສະໜາ. ບົດຂຽນຂອງນັກຂ່າວ ທູຮວາ, ບັນນາທິການວິທະຍຸກະຈາຍສຽງຫວຽດນາມ ມີຫົວຂໍ້ວ່າ: “ຄວາມເສລີໃນການເຫຼື້ອມໄສ, ສາສະໜາ - ປະກົດການທີ່ມີຊີວິດຊີວາກ່ຽວກັບສິດທິມະນຸດ“.
ວັດບ໋າຍດິ໋ງ, ຢູ່ແຂວງນິງບິ່ງ
(ພາບ: ອິນເຕີແນດ)
ອາດຢືນຢັນໄດ້ວ່າ, ຊີວິດໃນການເຫຼື້ອມໄສ, ສາສະໜາຢູ່ຫວຽດນາມໃນປະຈຸບັນນັບມື້ນັບໄດ້ຮັບການປັບປຸງ ແລະ ໄດ້ຮັບຄວາມເຄົາລົບ, ຮັບປະກັນຈາກລັດ ດ້ວຍລັດຖະທຳມະນູນ ແລະ ກົດໝາຍ. ລັດຖະທຳມະນູນປີ 2013 ຂອງຫວຽດນາມ ກຳນົດທຸກຄົນລ້ວນແຕ່ມີສິດເສລີໃນການເຫຼື້ອມໄສ, ສາສະໜາ. ປະຈຸບັນຜູ່ທີ່ເຫຼື້ອມໄສສາສະໜາກວມເຖິງ 95%ຈຳນວນພົນລະເມືອງຫວຽດນາມ. ທົ່ວປະເທດມີສະຖານທີ່ເຄື່ອນໄຫວສາສະໜາປະມານ 25.000 ແຫ່ງ ແລະ ໂຮງຮຽນສາສະໜາ 45 ແຫ່ງ. ບັນດາການເຄື່ອນໄຫວສາສະໜາຢູ່ຫວຽດນາມຖືກດຳເນີນຕາມຂອບເຂດຂອງກົດໝາຍ. ແຕ່ລະປີມີ 8.500 ງານບຸນສາສະໜາລະດັບຊາດ ຫຼືທ້ອງຖີ່ນໄດ້ຮັບການຈັດຕັ້ງຂຶ້ນ.
ຄວາມເສລີໃນການເຫຼື້ອມໄສ, ສາສະໜາສະລັບຊາວຄິດ
ແຂວງດົ່ງນາຍ, ທາງທິດຕາເວັນອອກພາກໃຕ້ ມີຈຳນວນຊາວຄິດຫຼາຍກວ່າໝູ່ຢູ່ຫວຽດນາມ, ດ້ວຍກວ່າ 873.000 ຄົນ, ກວມກວ່າ 34% ຈຳນວນພົນລະເມືອງ. ຢູ່ທີ່ນີ້ມີຄຸນພໍ່ 558 ອົງ. ຊາວຄິດມີຄວາມເສລີໃນການເຄື່ອນໄຫວສາສະໜາ ແລະ ເຂົາເຈົ້າໄດ້ປະກອບກຳລັງເຫື່ອແຮງເພື່ອກໍ່ສ້າງບ້ານເກີດເມືອງນອນຜ່ານການເຄື່ອນໄຫວກຸສົນ, ມະນຸດສະທຳ… ບັນດາຄຸນພໍ່ຢູ່ທີ່ນີ້ໄດ້ຢືນຢັນວ່າ, ອຳນາດການປົກຄອງທ້ອງຖີ່ນທຸກຂັ້ນ ແລະ ປະຊາຄົມຢູ່ທີ່ນີ້ໄດ້ສ້າງທຸກເງືອ່ນໄຂສະດວກເພື່ອໃຫ້ຊາວຄິດເຄື່ອນໄຫວສາສະໜາຢູ່ທຸກແຫ່ງ, ທຸກເວລາ. ຄຸນພໍ່ ເຈິ່ນງອກຕວຽນ, ຢູ່ນະຄອນ ບຽນຮ່ວາ, ແຂວງດົ່ງນາຍ, ຍົກຕົວຢ່າງວ່າ:
“ໂຮງໝໍ ທົ໋ງເຍິດ (ເອກະພາບ) ແມ່ນໂຮງໝໍເອກະຊົນຂອງຊາວຄິດທີ່ໄດ້ຮັບການກໍ່ສ້າງຂຶ້ນແຕ່ປີ 1956. ຊາວຄິດຢູ່ທີ່ນີ້ກວມປະມານ 70-80%ຈຳນວນພົນລະເມືອງໃນເຂດ, ດັ່ງນັ້ນຄົນເຈັບມາປິ່ນປົວພະຍາດຢູ່ໂຮງໝໍສ່ວນຫຼາຍແມ່ນຊາວຄິດ. ຮອດປີ 1979. ໂຮງໝໍແຫ່ງນີ້ຖືກມອບໂອນໃຫ້ລັດ ແຕ່ບັນດາການເຄື່ອນໄຫວທາງສາສະໜາຍັງຄົງໄດ້ຮັບການຮັກສາໄວ້. ປະຈຸບັນບັນດາສັນຍາລັກຂອງຄິດທະສາສະໜາຍັງຕິດໄວ້ໃນພະແນກຕ່າງໆໃນໂຮງໝໍແຫ່ງນີ້ຢູ່“
ໂບດແຫ່ງໜຶ່ງຢູ່ຫວຽດນາມ
(ພາບ: ອິນເຕີແນດ)
ຄວາມເສລີໃນການເຫຼື້ອມໄສ, ສາສະໜາສະລັບຊາວພຸດ
ພະມະຫາອາຈານ ທິກຢາກວາງ, ຫົວໜ້າຄະນະຖະແຫຼງຂ່າວ ແລະ ສື່ສານ, ສະມາຄົມພຸດທະສາສະໜາຫວຽດນາມ ແບ່ງປັນວ່າ: ພວກຂ້າພະເຈົ້າຢືນຢັນວ່າລັດຫວຽດນາມ ໄດ້ເຄົາລົບ ແລະ ຮັບປະກັນສິດເສລີໃນການເຫຼື້ອມໄສ, ສາສະໜາໃຫ້ປະຊາຊົນທຸກຄົນ. ງານບຸນວິສາຂະບູຊາ ສປຊ (VESAK) 2014 ໂດຍ ສະມາຄົມພຸດທະສາສະໜາຫວຽດນາມ ຈັດຕັ້ງຂຶ້ນຫວ່າງແລ້ວນີ້ ໄດ້ເປັນການພິສູດໃຫ້ເຫັນຄວາມເສລີໃນການເຫຼື້ອມໄສ, ສາສະໜາຢູ່ຫວຽດນາມ. ພະອາຈານ ທິກເຍິດຕື່, ຮອງເລຂາ, ຮັບຜິດຊອບວຽກງານພົວພັນກັບຕ່າງປະເທດຂອງຄະນະກຳມະການຈັດຕັ້ງງານບຸນ VESAK 2014, ຢືນຢັນວ່າ: ໃນຫຼາຍປີຜ່ານມາ, ລັດຖະບານຫວຽດນາມ ໄດ້ມີຄວາມມານະພະຍາຍາມທີ່ສຸດເພື່ອປັບປຸງ ແລະ ຍົກສູງຊີວິດຂອງປະຊາຊົນໃຫ້ດີຂຶ້ນ, ຮັບປະກັນສິດທິມະນຸດ, ໃນນັ້ນມີສິດເສລີໃນການເຫຼື້ອມໄສ, ສາສະໜາ”. ເມື່ອເຂົ້າຮ່ວມງານບຸນ VESAK 2014, ດຣ Hamid Kumasha, ຊາວອິນເດຍ, ຜູ້ຄົ້ນຄ້ວາສະເພາະກ່ຽວກັບສາສະໜາພຸດ, ໃຫ້ຮູ້ວ່າ:
“Vesak ຖືກຈັດຕັ້ງຢູ່ແຂວງນິງບິ່ງ ແມ່ນດີທີ່ສຸດ ເພາະວ່ານີ້ແມ່ນດິນແດນແຫ່ງພະພຸດ. ອາຕະມາມີນັກຮຽນສົງເຊິ່ງແມ່ນຊາວຫວຽດນາມກວ່າ 100 ຄົນ, ດັ່ງນັ້ນອາຕະມາກໍ່ຮູ້ກ່ຽວກັບການເຄື່ອນໄຫວວັດທະນະທຳຂອງພຸດທະສາສະໜາຢູ່ຫວຽດນາມ. ຊາວຫວຽດນາມນັບຖືສາສະໜາພຸດທີ່ສຸດ. ນັ້ນແມ່ນສິ່ງທີ່ດີ. ຫວຽດນາມແມ່ນປະເທດກອມມູນິດ ແຕ່ບັນດາພະສົງສຳມະເນນ ແລະ ບັນດາອົງການຈັດຕັ້ງພຸດທະສາສະໜາພັດມີຄວາມເສລີໃນການເຫຼື້ອມໄສຢູ່“.
ການເຄື່ອນໄຫວຂອງສາສະໜາພຸດຢູ່ຫວຽດນາມ
(ພາບ: ອິນເຕີແນດ)
ຄວາມຈິງແລ້ວ, ປະຈຸບັນບັນດາສາສະໜາຢູ່ຫວຽດນາມໄດ້ຮັບການພັດທະນາ ແລະ ເຄື່ອນໄຫວຢ່າງຟົດຟື້ນທີ່ສຸດ. ນັບແຕ່ປີ 2009 ( ແມ່ນປີທີ່ຫວຽດນາມປົກປ້ອງບົດລາຍງານ UPR ໄລຍະ 1) ມາຮອດປະຈຸບັນ. ລັດຫວຽດນາມໄດ້ຮັບຮອງ 8 ອົງການສາສະໜາຕື່ມອີກ, ຍົກຈຳນວນອົງການຈັດຕັ້ງສາສະໜາຢູ່ຫວຽດນາມໃນປະຈຸບັນຂຶ້ນ 38 ອົງການ. ໃນເກືອບ 5 ປີທີ່ຜ່ານມາ. ລັດຫວຽດນາມໄດ້ສ້າງເງື່ອນໄຂເພື່ອຟື້ນຟູ, ສະໜອງທີ່ດິນເພື່ອກໍ່ສ້າງສະຖານທີ່ເຄື່ອນໄຫວສາສະໜາເກືອບ 3 ພັນແຫ່ງ.
ຄວາມຈິງທີ່ມີຊີວິດຊີວາດັ່ງກ່າວ ແມ່ນພື້ນຖານເພື່ອໃຫ້ຫວຽດນາມ, ເຊິ່ງແມ່ນປະເທດທີ່ໄດ້ຮັບເລືອກຕັ້ງເຂົ້າສະພາສິດທິມະນຸດ ສປຊ ອາຍຸການ 2014-2016 ດ້ວຍຈຳນວນບັດສະໜັບສະໜູນສູງສຸດນັ້ນ, ສືບຕໍ່ໄດ້ຮັບຜົນງານດ້ານສິດທິມະນຸດກວ່າອີກ.