ຄູເວດ ຖືກຫັນປ່ຽນຍ້ອນໄພສໍ້ລາດບັງຫຼວງ
(ພາບ : AFP )
ເປັນຄັ້ງທຳອິດໃນປະຫວັດສາດ, ການແຫ່ຂະບວນປະທ້ວງດ້ວຍຂອບຂະໜາດໃຫຍ່ກ່ວາໝູ່ໄດ້ຖືກດຳເນີນຢູ່ລາຊະອານາຈັກເຂດອ່າວຄູເວດໃນຕອນຄ່ຳວັນທີ 28/11 ທີ່ຜ່ານມາ. ມີປະມານ 9ໝື່ນຄົນໄດ້ພາກັນລົງສູ່ຖະໜົນຫົນທາງ ເນື່ອງໃນເຫດການລັດຖະບານລາອອກຈາກຕຳແໜ່ງ. ການແຫ່ຂະບວນປະທ້ວງຖືກດຳເນີນໄປ ຕາມຄຳຮຽກຮ້ອງຂອງຝ່າຍຄ້ານ ດ້ວຍບັນດາປ້າຍຄຳຂວັນຮຽກຮ້ອງໃຫ້ຍຸບເລີກສະພາແຫ່ງຊາດ. ເປັນອັນວ່າ ພາຍຸລົມແດງພັດເກີດຂຶ້ນຢູ່ປະເທດໜຶ່ງອີກໃນພາກພື້ນຕາເວັນອອກ ກາງຊຶ່ງຖືກຖືວ່າແມ່ນຈຸດທີ່ຮ້ອນເດືອດດ້ວຍ ບັນດາການແຫ່ຂະບວນປະທ້ວງ, ໂຄນລົ້ມລະບອບ ແລະ ການແຊກແຊງຈາກພາຍນອກ. ຖ້າຫາກວ່າການປ່ຽນແປງອຳນາດການປົກຄອງຢູ່ ປະເທດອື່ນໆ ໃນພາກພື້ນ ແມ່ນເລີ່ມມາຈາກ ຫຼາຍສາຍເຫດ, ເຊັ່ນການຄັດຄ້ານຂອງປະຊາຊົນ ກ່ຽວກັບ ລະບອບການເມືອງທີ່ແກ່ຍາວດົນເກີນໄປ, ຜະເດັດການ ຈົນເຖິງການແຊກແຊງຈາກພາຍນອກນັ້ນ ຢູ່ ຄູເວດ ການແຫ່ຂະບວນປະທ້ວງ ພັດເລີ່ມມາຈາກການກ່າວຫາສໍ້ລາດບັງຫຼວງ ສຳລັບລັດຖະບານ ແລະ ນາຍົກລັດຖະມົນຕີ Nasser Mohammad-Ahmad Al-Sabah. ນາຍົກ ລັດຖະມົນຕີຄົນນີ້ຂຶ້ນກຳອຳນາດຍັງບໍ່ທັນດົນປານໃດ ແລະ ລັດຖະບານຂອງທ່ານກໍ່ບໍ່ໝັ້ນຄົງແຕ່ຢ່າງໃດ ຂະນະທີ່ໃນອາຍຸການພຽງ 5 ປີຂອງທ່ານ, ແມ່ນຕ້ອງປະຕິຮູບເຖິງ 7 ຄັ້ງ.
ການແຫ່ຂະບວນປະທ້ວງດ້ວຍຂອບຂະໜາດໃຫຍ່ກ່ວາໝູ່ໃນປະຫວັດສາດ ໄດ້ດຳເນີນໃນວັນທີ 28/11 ພາຍຫຼັງທີ່ຄະນະລັດຖະບານ ແລະ ນາຍົກລັດຖະມົນຕີ Nasser Al-Sabah ໄດ້ຍືນໜັງສືລາອອກຈາກຕຳແໜ່ງຂຶ້ນເຖິງ ກະສັດ Sabah Al-Ahmad Al-Saba ຍ້ອນມີສ່ວນກ່ຽວຂ້ອງເຖິງການສໍ້ລາດບັງຫຼວງ. ແລະ ໜັງສືລາອອກຈາກຕຳແໜ່ງນີ້ກໍ່ໄດ້ຮັບການເຫັນດີຈາກກະສັດ Sabah Al-Saba. ແຕ່ເຫດຜົນເພື່ອໃຫ້ ການແຫ່ຂະບວນປະທ້ວງຖືກຈັດຂຶ້ນ ດ້ວຍຂອບຂະໜາດໃຫຍ່ກ່ວາໝູ່ໃນປະຫວັດສາດນັ້ນ ພັດແມ່ນຍ້ອນບັນດາຜູ້ແຫ່ຂະບວນປະທ້ວງຖືວ່າເລື່ອງລັດຖະບານລາອອກຈາກຕຳແໜ່ງ ແມ່ນຍັງບໍ່ພໍເທື່ອ, ສະພາແຫ່ງຊາດກໍ່ຕ້ອງຍຸບເລີກ ແລະ ຕ້ອງນຳຕົວບັນດາ ສສຊ ທີ່ມີສ່ວນກ່ຽວຂ້ອງເຖິງການສໍ້ລາດບັງຫຼວງ ຂຶ້ນສານດຳເນີນຄະດີ. ແລະ ບຸກຄົນທີ່ບັນດາສສຊ ແລະ ກຳລັງຝ່າຍ ຄ້ານເລັ່ງໃສ່ຄັດຄ້ານ ແມ່ນ ນາຍົກລັດຖະມົນຕີ Nasser ດ້ວຍການກ່າວຫາວ່າ ນາຍົກລັດຖະມົນຕີຕ້ອງຮັບຜິດຊອບກ່ຽວກັບສະພາບການສໍ້ລາດບັງຫຼວງ ແລະ ການບໍລິການຖືກຫຼຸດລະດັບ ອັນໄດ້ເຮັດໃຫ້ປະເທດນີ້ ຖືກຕົກເຂົ້າສູ່ວິກິດການການເມືອງ. ການຄັດຄ້ານນີ້ແມ່ນມີພື້ນຖານຂະນະທີ່ສັງເກດຕໍ່ການຜັນແປໃນເວທີການເມືອງ ຄູເວດ ໃນອາຍຸການກຳອຳນາດບໍ່ດົນຂອງ ນາຍົກລັດຖະມົນຕີ Nasser, ນາຍົກລັດຖະມົນຕີຄົນນີ້ຖືກຝ່ານຄ້ານຕຳນິຕິຕຽນຢ່າງລຽນຕິດ ອັນໄດ້ເຮັດໃຫ້ທ່ານ ຕ້ອງຍືນໜັງສືລາອອກຈາກຕຳແໜ່ງເຖິງ 7 ຄັ້ງ ແລະ ຕ້ອງຜ່ານການປ່ອນບັດບໍ່ໄວ້ວາງໃຈ 3 ຄັ້ງໃນສະພາແຫ່ງຊາດ. ແຕ່ສຸດທ້າຍ, ທ່ານກໍ່ຍັງຄົງສາມາດຮັກສາຕຳແໜ່ງ ນາຍົກລັດຖະມົນຕີຂອງຕົນ ແລະ ສືບຕໍ່ບໍລິຫານລັດຖະບານ. ໃນຊຸມອາທິດມໍ່ໆມານີ້, ທ່ານ ນາຍົກລັດຖະມົນຕີ Nasser ໄດ້ປະເຊີນໜ້າຕໍ່ການກ່າວຫາສໍ້ລາດບັງຫຼວງທີ່ນັບມື້ນັບເພີ່ມຂຶ້ນ. ຝ່າຍຄ້ານໄດ້ກ່າວຫາ ທ່ານມີສ່ວນກ່ຽວຂ້ອງເຖິງການໃຫ້ສິນບົນແກ່ ບັນດາສະມາຊິກສະພາແຫ່ງຊາດ ເພື່ອສະໜັບສະໜູນລັດຖະບານ ແລະ ຜູ້ຄົນເຫຼົ່ານີ້ອາດຈະໄດ້ໂອນເງິນເຂົ້າບັນຊີເງິນຝາກຢູ່ຕ່າງປະເທດແລ້ວ. ລັດຖະມົນຕີການຕ່າງປະເທດ ຄູເວດ ນີ້ເອງ ຕ້ອງໄດ້ລາອອກຈາກຕຳແໜ່ງຫວ່າງເດືອນຕຸລາແລ້ວນີ້, ພາຍຫຼັງຖືກ່າວຫາ ມີການໂອນເງິນຖືກປະຕິບັດຫຼາຍຄັ້ງຜ່ານກະຊວງຂອງທ່ານ.
ເຖິງວ່າ ບໍ່ມີສັນຍານທີ່ສະແດງໃຫ້ເຫັນວ່າ ບັນດາການຜັນແປໃນປະຈຸບັນ ຈະສົ່ງຜົນສະທ້ອນເຖິງລະບົບການເມືອງຢູ່ ຄູເວດ, ແຫ່ງທີ່ມີກະສັດກຳອຳນາດພ້ອມກັບສະພາແຫ່ງຊາດມີສິດອຳນາດສ່ວນຫຼາຍເມື່ອທຽບໃສ່ລະ ບອບອື່ນໆ. ແຕ່ການຜັນແປເຫຼົ່ານີ້ພວມເປັນໄພກໍ່ຄວາມເຄັ່ງຕຶງຂື້ນຕື່ມລະຫວ່າງບັນດາພັກຝ່າຍຄ້ານ, ນັບແຕ່ບັນດາຝ່າຍອິດສະລາມຕະຫລອດຮອດບັນດາຜູ້ຄົນເສລີ ລ້ວນແຕ່ກໍ່ກຳລັງດັນເພື່ອປະຕິຮູບລັດຖະບານ. ພິເສດໃນຈຸດເລາທີ່ມີຄວາມສະດຸ້ງໄວສົມຄວນໃນປະຈຸບັນ ຂະນະທີ່ ອາເມລິກາ ພວມພິຈາລະນາຈັດສົ່ງພົນທະຫານນັບພັນຄົນມາແຫ່ງນີ້ເພື່ອເພີ່ມເຕີມໃຫ້ແກ່ກຳລັງທະຫານອາເມລິກາ29.000ຄົນຊຶ່ງພວມປະຈຳການຢູ່ ຄູເວດ ພາຍ ຫຼັງຖອນທະຫານອອກຈາກ ອີຣັກ ໃນທ້າຍປີນີ້. ເປັນອັນວ່າ ພາຍຫຼັງທີ່ໄດ້ຍິນຍອມເຫັນດີເພືອ່ໃຫ້ລັດຖະບານລາອອກຈາກຕຳແໜ່ງ, ກະສັດ ຄູເວດ Sabah Al-Ahmad Al-Saba ຈະຍັງຕ້ອງປະເຊີນໜ້າກັບສິ່ງທ້າທາຍອີກຢ່າງໜຶ່ງ, ນັ້ນແມ່ນການທ່ວງໃຫ້ຍຸບເລີກສະພາແຫ່ງຊາດຂອງບັນດາ ຜູ້ແຫ່ຂະບວນປະທ້ວງ ເພື່ອແນ່ໃສ່ເລືອກຕັ້ງສະພາແຫ່ງຊາດໃໝ່, ນຳສະຖຽນລະພາບມາສູ່ປະເທດຊາດໂດຍໄວ .