ຈຸດໃຫມ່ໃນຮ່າງເອກະສານກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ


(vovworld)- ຮ່າງ​ບົດ​ລາຍ​ງານ​ການ​ເມືອງ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຊຸດ​ທີ 11 ຍື່ນ​ສະ​ເຫນີ​ຕໍ່​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​​ປະ​ກາດ​ຢ່າງກວ້າງຂວາງ​ເພື່ອ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ. ຮອງ​ສາດ​ສະ​ດາ​ຈານ, ດ​ຣ ຫງວຽນ​ຈ້ອງ​ຟຸກ, ອະ​ດີດ​ຫົວ​ຫນ້າ​ສະ​ຖາ​ບັນ​ປະ​ຫວັດ​ສາດ​ພັກ, ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ໂຮ່​ຈ​ິ​ມີນ ໄຈ​ແຍກ​ຫລາຍ​ຈຸດ​ໃຫມ່​ຂອງ​ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຜ່ານ​ບົດ​ຂຽນ​ທີ່​ມີ​ຫົວ​ຂໍ້​ວ່າ: ຈຸດ​ໃຫມ່​ໃນ​ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ

ຈຸດໃຫມ່ໃນຮ່າງເອກະສານກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ - ảnh 1
ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 11 ຂອງ​ພັກ
ພາບ:dangcongsan.vn

       ຕາມ​ຮອງ​ສາດ​ສະ​ດາ​ຈານ, ດ​ຣ ຫງວຽນ​ຈ້ອງ​ຟຸກ ແລ້ວ, ຈຸດ​ໃຫມ່​ທີ່​ສຳ​ຄັນ ນັ້ນ​ແມ່ນ​ຫົວ​ຂໍ້ ແລະ ບັນ​ດາ​ເນື້ອ​ໃນ​ພື້ນ​ຖານ​ຂອງ​ຮ່າງ​ບົດ​ລາຍ​ງານ​ການ​ເມືອງ. ຕາມ​ນັ້ນ​ແລ້ວ, ຫົວ​ຂໍ້ ຮ່າງ​ບົດ​ລາຍ​ງານ​ການ​ເມືອງ ແມ່ນ​ເລີ່ມ​ຕົ້ນ​ດ້ວຍ​ປະ​ໂຫຍກ “ເພີ່​ມ​ທະ​ວີ​ການກໍ່​ສ້າງ​ພັກ​ໃຫ້​ປອດ​ໃສ​ໝັ້ນ​ຄົງ​ເຂັ້ມ​ແຂງ” ແມ່ນ​ເນັ້ນ​ຫນັກ​ເຖິງ​ບົດ​ບາດ​ສຳ​ຄັນ​ຂອງວຽກ​ງານກໍ່​ສ້າງ​ພັກ ເພາ​ະ​ວ່າ ການກໍ່​ສ້າງ​ພັກໃນ​ວິ​ວັດ​ການ​ປ່ຽນ​ໃຫມ່ ໄດ້​ກຳ​ນົດ​ວ່າ ແມ່ນ​ຫລັກ​ແຫລ່ງ, ການພັດ​ທະ​ນາ​ເສດ​ຖະ​ກິດ​ແມ່ນຈຸດ​ສຸມ. ການກໍ່​ສ້າ​ງ​ພັກ​ດີ ວິ​ວັດ​ການ​ປ່ຽນ​ໃຫມ່​ທັງ​ໝົດ​ຈຶ່ງ​ນຳ​ມາ​ເຊິ່ງ​ຄຸນ​ນະ​ພາບ ແລະ ປະ​ສິດ​ທິ​ຜົນ​.

       ເນັ້ນ​ຫນັກ​ຢ່າງ​ແຮງ​ເຖິງ​ຄວາມ​ຮຽ​ກ​ຮ້ອງ​ປ່ຽນ​ໃຫມ່​ຢ່າງ​ຄົບ​ຊຸດ​ແລະ​ຮອບ​ດ້ານ

        ຮ່າງ​ບົດ​ລາຍ​ງານ​ການ​ເມືອງ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຄັ້ງ​ນີ້ ແມ່ນ​ເນັ້ນ​ຫນັກ​ເຖິງການ​ຍູ້​ແຮງ​ຮອບ​ດ້ານ ແລະ ຄົບ​ຊຸດ​ກິດ​ຈະ​ການ​ປ່ຽນ​ແປງ​ໃຫມ່, ຖ້າບໍ່​ປ່ຽນ​ໃຫມ່​ຢ່າງ​ຄົບ​ຊຸດ ຈະ​ບໍ່​ພັດ​ທະ​ນາ. ການ​ປ່ຽນ​ໃຫມ່​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຈາກ​ຂັ້ນ​ຍຸດ​ທະ​ສາດ​ຕະ​ຫລອດ​ຮອດ​ຂັ້ນ​ຮາກ​ຖານ ເພື່ອ​ສ້າງ​ກຳ​ລັງ​ແຮງ​ສັງ​ລວມ. ຕາມ​ຮອງ​ສາດ​ສະ​ດາ​ຈານ, ດ​ຣ ຫງວຽນ​ຈ້ອງ​ຟຸກ ແລ້ວ, ກ​ອ່ນ​ດຳ​ເນີນກ​ອງ​ປະ​ຊຸ​ມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ຊຸດ​ທີ 11, ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ກຳ​ນົດ​ຮ​ອດ​ປີ 2020 ນຳ​ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ອຸດ​ສ​າ​ຫະ​ກຳ​ຕາມ​ທິດ​ທັນ​ສະ​ໄຫມ ແຕ່​ຄວາມ​ຈິງ ຄາດ​ໝາຍນີ້​ຄວນ​ໄດ້​ຮັບ​ການ​ປັບ​ປຸງ​ຄືນ. ສະ​ນັ້ນ ໃນ​ ຮ່າງ​ບົດ​ລາຍ​ງານ​ການ​ເມືອງນີ້, ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຊີ້​ແຈ້ງ​ຈຸດ​ເວ​ລາ ຮອດ​ປີ 2020, ສ້າງ​ພື້ນ​ຖານ​ເພື່ອ​ນຳ​ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ​ຕາມ​ທິດ​ທັນ​ສະ​ໄຫມ​ໂດຍ​ໄວ ແລະ ບັນ​ລຸ​ຄາດ​ໝາຍ​ນັ້ນ​ໃຫ້​ໄດ້​ຫລັງ​ປີ 2020. ຮອງ​ສາດ​ສະ​ດາ​ຈານ, ດ​ຣ ຫງວຽນ​ຈ້ອງ​ຟຸກ ມີ​ຄວາມ​ເອົາ​ໃຈ​ໃສ່​ພິ​ເສດ​ເຖິງ​ເນື້ອ​ໃນ​ພັດ​ທະ​ນາ​ເສດ​ຖະ​ກິດ.

        “ຂ້າ​ພະ​ເຈົ້າ​ຖື​ວ່າ ບັນ​ຫາ​ສຳ​ຄັນ​ໃນ​ປະ​ຈຸ​ບັນ ແມ່ນ​ເສດ​ຖະ​ກິດ. ເມື່ອ​ສະ​ຫລຸບ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່, ພວກ​ເຮົາ​ຮັບ​ຮູ້​ວ່າ ເສດ​ຖະ​ກິດ​​ຫວຽດ​ນາມ ອາດ​ຈະ​ເກີດ​ຄວາມ​ສ່ຽງ​ຈະຊຸດ​ໂຊມ​ ເມື່ອ​ທຽບ​ໃສ່​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ແລະ ໂລກ​.ສະ​ນັ້ນ ປະ​ເທດ​ຊາດ​ພັດ​ທະ​ນາ​ຢ່າງວ່ອງ​ໄວ ຈຸດ​ສຸມ​ແມ່ນ​ດ້ານ​ເສດ​ຖະ​ກິດ. ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ສົນ​ໃຈໃນ​ກອງ​ປະ​ຊຸ​ມ​ໃຫຍ່ຄັ້ງ​ນີ້ ນັ້ນ​ແມ່ນ​ເສດ​ຖະ​ກິດ​ພັດ​ທະ​ນາ​ກະ​ໂດດ​ຂັ້ນ, ພັດ​ທະ​ນາ​ຢ່າງວ່ອງ​ໄວ, ໝັ້ນ​ຄົງ. ຢາກ​ໄດ້​ຄື​ແນວນັ້ນ ຕ້ອງ​ຕິດ​ພັນ​ກັບ 3 ບາດ​ກ້າວ​ບຸກ​ທະ​ລຸ​ຊື່ງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທ​ີ 11 ຂອງ​ພັກ ໄດ້​ວາງ​ອອກ ແຕ່​ມາ​ຮອດ​ປະ​ຈຸ​ບັນ​ປະ​ຕິ​ບັດ​ບໍ່​ທັນ​ບັນ​ລຸ​ປະ​ສິດ​ທິ​ຜົນ ນັ້ນ​ຄື: ສ້າງ​​ສຳ​ເລັດລະ​ບອບ​ເສດ​ຖະ​ກິດ​ການ​ຕະ​ຫລາດ​, ການ​ກຳ​ນົ​ດ​ທິດ​ສັງ​ຄົມ​ນິ​ຍົມ, ບຳ​ລຸງ​ສ້າງ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ທັນ​ສະ​ໄຫມ.”

       ຄວາມສາ​ມັກ​ຄີ​ໃນ​ພັກ​ແມ່ນ​ປັດ​ໄຈ​ຫລັກ​ແຫລ່ງ

​ຄວາມ​ສາ​ມັກ​ຄີ​ໃນ​ພັກ​ແມ່ນ​ປັດ​ໄຈ​ຫລັກ​ແຫລ່ງ ແລະ ເພີ່ມ​ທະ​ວີ​ການກໍ່​ສ້າງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໃຫ້​ປອດ​ໃສ​ໝັ້ນ​ຄົງ​ເຂັ້ມ​ແຂງ ກໍ​ແມ່​ນ​ເນື້ອ​ໃນ​ສຳ​ຄັນ​ຖືກ​ຍົກ​ອອກ​ໃນ​ຕອນ​ທຳ​ອິດ​ຂອງ​ຮ່າງ​ບົດ​ລາຍ​ງານ​ການ​ເມືອງ. ກ່ຽວ​ກັບສິ່ງ​ດັ່ງ​ກ່າວ, ຮອງ​ສາດ​ສະ​ດາ​ຈານ, ດ​ຣ ຫງວຽນ​ຈ້ອງ​ຟຸກ ຊີ້​ແຈ້ງວ່າ:

        “ຂ້າ​ພະ​ເຈົ້າ​ຖື​ວ່າ ຄວາມ​ສາ​ມັກ​ຄີ​ໃນ​ພັກ ແມ່ນ​ຄວາມ​ສາ​ມັກ​ຄີ​ໃນ​ທົ່ວ​ສັງ​ຄົມ ແລະ ຄວາມ​ສາ​ມັກ​ຄີ ສາ​ກົນ. ທັດ​ສະ​ນະ​ສາ​ມັກ​ຄີ​ໃນ​ພັກ, ປະ​ທານ​ໂຮ່​ຈິ​ມີນ ໄດ້​ ວາງອອກ​ນັບ​ແຕ່​ຫົວ​ທີ່. ໃນ​ຄຳ​ພິ​ໄນ​ກຳ, ເພີ່ນ​ເນັ້ນ​ຫນັກ​ຢ່າງ​ແຮງ​ເຖິງ​ການ​ປະ​ຕິ​ບັດ​ປະ​ຊາ​ທິ​ປະ​ໄຕ​ໃນ​ພັກ​ເພື່ອ​ຮັກ​ສາ​ຄວາມ​ສາ​ມັກ​ຄີ. ປະ​ຕິ​ບັດ​ປະ​ຊາ​ທິ​ປະ​ໄຕ​ຈຶ່ງ​ສາ​ມາດ​ສາ​ມັກ​ຄີ​ໃນ​ສັງ​ຄົມ​ເປັນ​ຢ່າງ​ດີ​ໄດ້.”

        ຕາມ​ຮອງ​ສາດ​ສະ​ດາ​ຈານ, ດ​ຣ ຫງວຽນ​ຈ້ອງ​ຟຸກ ແລ້ວ, ການ​ຮັບ​ເອົາ​ຄຳ​ເຫັນ​ ປະ​ກອບ ຂອງ​ປະ​ຊາ​ຊົນ ເພື່ອ​​ປັບ​ປຸງ​ຮ່າງບົດ​ລາ​ຍ​ງານ​ການ​ເມືອງ​ທີ່ກອງ​ປະ​ຊ​ຸ​ມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ ​ຄັ້ງ​ທີ​ 12 ແມ່ນ​ວຽກ​ງານ​ທີ່​ຈຳ​ເປັນ ແລະ ກໍ​ແມ່ນ​ສິ່ງ​ທີ່​ເປັນ​ຫນ້າ​ຊື່ນ​ຊົມ​ໃນ​ວິ​ວັດ​ການ​ເສີມ​ຂະ​ຫຍາຍ​ປະ​ຊ​າ​ທິ​ປະ​ໄຕ​ຢູ່​ຫວຽດ​ນມ. ຜ່ານ​ການ​ດຳ​ເນີນ​ຊີ​ວິດ​ການ​ເມືອງ​ຄັ້ງ​ນີ້ ປະ​ຊາ​ຊົນ ໄດ້​ເຂົ້າ​ຮ່ວມ​ການ​ປະ​ກອບ​ພູມ​ປັນ​ຍາ​ເຂົ້າ​ໃນ​ວຽກ​ງານ​ຂອງ​ພັກ, ຂອງ​ປະ​ເທດ​ຊາດ. ກົງ​ກັນ​ຂ້າມ, ພັກ​ກອມ​ມູ​ນິດ​ຫວຽດ​ນາມ ກໍ​ຮັບ​ຟັງ​ປະ​ຊາ​ຊົນ, ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ປ​ະ​ຊາ​ຊົນ, ຄົ້ນ​ຄ້​ວາ, ລວບ​ລວມ ແລະ ຮັບ​ເອົາ​ຄຳ​ເຫັນ​ປະ​ກອບ​ຂອງ​ປະ​ຊາ​ຊົນ. ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ເລື່ອງ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ທົ່ວ​ປວງ​ຊົນ ແມ່ນ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ ແລະ ຕ້ອງ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ເປັນ​ລະ​ບົບ ເພື່ອ​ໃຫ້​ປະ​ຊາ​ຊົນ​ສຳ​ພັດ ພ້ອມ​ກັນຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ປຶກ​ສາ​ຫາ​ລື, ເປັນ​ເອ​ກະ​ພາບ​ໃນ​ທຸກ​ບັນ​ຫາ​ທີ່​ສຳ​ຄັນ​ຂອງ​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ