ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
ພາບ:thanhnien.com.vn
|
(vovworld)- ກອງປະຊຸມຂັ້ນສູງຄັ້ງທີ 2 ຄະນະກຳມາທິການແມ່ນຳ້ຂອງ ສາກົນ ຈະດຳເນີນໄປໃນວັນທີ 5/4/2014 ຢູ່ ນະຄອນ ໂຮ່ຈິມີນ.ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ ນຳຫນ້າຄະນະຜູ້ແທນຫວຽດນາມ ພ້ອມກັບການນຳບັນດາປະເທດສະມາຊິກ ຄະນະກຳມາທິການ, ຄູ່ຮ່ວມມື, ຄູ່ເຈລະຈາ ພັດທະນາ, ບັນດານັກອຸປະຖຳ, ອົງການຈັດຕັ້ງສາກົນ, ບັນດາອົງການຈັດຕັ້ງລຸ່ມແມ່ນຳ້ຂອງສາກົນ… ໄດ້ເຂົ້າຮ່ວມກອງປະຊຸມ. ໂດຍສືບທອດກອງປະຊຸມຂັ້ນສູງຄັ້ງທີ 1 ຈັດຂຶ້ນຢູ່ ຫົວຫີນ ປະເທດໄທ ເມື່ອປີ 2010, ກອງປະຊຸມຄັ້ງນີ້ ສືບຕໍ່ສະແດງເຈດຈຳນົງ ແລະ ຄຳໝັ້ນສັນຍາດ້ານການເມືອງຂອງການນຳບັນດາປະເທດສະມາຊິກຄະນະກຳມາທິການໃນການຮ່ວມມືຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍມຸ່ງໄປເຖິງການພັດທະນາ ລຸ່ມແມ່ນຳ້ຂອງ ແບບຍືນຍົງ.
ພາຍໃຕ້ຫົວຂໍ້“ຄວາມໝັ້ນຄົງແຫລ່ງນຳ້, ພະລັງງານ ແລະ ສະບຽງອາຫານ ໃນສະພາບການປ່ຽນແປງຂອງດິນຟ້າອາກາດຢູ່ ລຸ່ມແມ່ນຳ້ຂອງ”, ກອງປະຊຸມຂັ້ນສູງຄັ້ງນີ້ ຈະສືບຕໍ່ຢືນຢັນຄຳໝັ້ນສັນຍາຮ່ວມມືນາໆຊາດໃນການພັດທະນາຊັບພະຍາກອນນຳ້ ແລະ ຊັບພະຍາກອນທີ່ກ່ຽວຂ້ອງເຖິງແມ່ນຳ້ຂອງແບບຍືນຍົງ ໃນສະພາບຄວາມຕ້ອງການແຫລ່ງນຳ້, ພະລັງງານ ແລະ ສະບຽງອາຫານເພີ່ມຂຶ້ນ ແລະ ຖືກຜົນສະທ້ອນຈາກການປ່ຽນແປງຂອງດິນຟ້າອາກາດທົ່ວໂລກ.
ຈາກຖະແຫລງການຫົວຫີນຕະຫລອດຮອດຖະແຫລງການໂຮ່ຈິມີນ
ສັນຍາຮ່ວມມືພັດທະນາແມ່ນຳ້ຂອງແບບຍືນຍົງ ຊ່ືງໄດ້ຮັບການລົງນາມເມື່ອປີ 1995 ລະຫວ່າງຫວຽດນາມ,ລາວ, ກຳປູເຈຍ ແລະ ໄທ. ນີ້ ໄດ້ຮັບຖືວ່າ ແມ່ນນຫນຶ່ງໃນບັນດາເອກະສານນິຕິກຳກ່ຽວກັບການຈັດຕັ້ງລຸ່ມແມ່ນຳ້ຂອງ ມີລັກສະນະນຳຫນ້າທີ່ສຸດໃນໂລກ, ຢືນຢັນຄຳໝັ້ນສັນຍາຂອງບັນດາປະເທດເຂົ້າຮ່ວມການລົງນາມໃນການຮ່ວມມືທຸກຂົງເຂດຂອງການພັດທະນາ, ນຳໃຊ້, ຄຸ້ມຄອງແຫລ່ງນຳ້ແບບຍືນຍົງ ແລະ ປົກປັກຮັກສາຊັບພະຍາກອນນຳ້ ແລະ ບັນດາຊັບພະຍາກອນກ່ຽວຂອ້ງໃນລຸ່ມແມ່ນຳ້ຂອງ. ນັບແຕ່ນັ້ນມາຮອດປະຈຸບັນ,ການຮ່ວມມືໃນຄະນະກຳມາທິການແມ່ນຳ້ຂອງ ສາກົນ ຍາມໃດກໍເປັນຫົວເລື່ອງການພົບປະຂັ້ນສູງຂອງຂໍ້ລິເລີ່ມອະນຸພາກພື້ນແມ່ນຳ້ຂອງເປີດກວ້າງ, ໃນອາຊຽນ ກໍຄືບັນດາຂໍ້ລິເລີ່ມອະນຸພາກພື້ນອື່ນ.
ປີ 2010, ເນື່ອງໃນໂອກາດສະເຫລີມສະຫລອງ 15 ປີແຫ່ງວັນລົງນາມໃນສັນຍາຮ່ວມມືພັດທະນາແມ່ນຳ້ຂອງແບບຍືນຍົງ, ການນຳ 4 ປະເທດ ຄະນະກຳມາທິການແມ່ນຳ້ຂອງ ໄດ້ເຫັນດີ ຈັດຕັ້ງກອງປະຊຸມຂັ້ນສູງ ຄະນະກຳມາທິການແມ່ນຳ້ຂອງ ດ້ວຍ 4 ປີ/ເທື່ອຫນຶ່ງ ແລະ ກອງປະຊຸມຄັ້ງທີ 1 ຖືກຈັດຂຶ້ນຢູ່ ນະຄອນຫົວຫີນ ປະເທດໄທ. ກອງປະຊຸມໄດ້ເຫັນດີຖະແຫລງການຮ່ວມ, ບັນດາການກະທຳບຸລິມະສິດຄວນປະຕິບັດ ເພື່ອບັນລຸວິໄສທັດ ແລະ ການກຳນົດທິດຍຸດທະສາດໃຫ້ແກ່ໄລຍະຕໍ່ໄປຂອງ ຄະນະກຳມາທິການແມ່ນຳ້ຂອງ. ທ່ານ ເລດືກຈູງ, ຫົວຫນ້າຫ້ອງວ່າການປະຈຳ ຄະນະກຳມາທິການແມ່ນຳ້ຂອງ ຫວຽດນາມ ຢືນຢັນວ່າ:
“ຖະແຫລງການຫົວຫີນ ໄດ້ເປີດຊ່ອງທາງໃຫ້ແກ່ ຄະນະກຳມາທິການແມ່ນຳ້ຂອງສາກົນ ປະຕິບັດໄດ້ຫລາຍບັນຫາທີ່ມີລັກສະນະຍຸດທະສາດໃນເຂດ. ທີຫນຶ່ງ ແມ່ນຜ່ານບັນດາແຜນການເຂດ ແລະ ປະເທດປະຕິບັດຍຸດທະສາດພັດທະນາລຸ່ມແມ່ນຳ້ຂອງ ໂດຍອີງໃສ່ການຄຸ້ມຄອງຊັບພະຍາກອນນຳ້. ນີ້ແມ່ນບັນຫາຊ່ືງກ່ອນປີ 2010, ຄະນະກຳມາທິການແມ່ນຳ້ຂອງ ສາກົນບໍ່ທັນຮັບຮອງເອົາ ແຕ່ພາຍຫລັງ ມີຄຳໝັ້ນສັນຍາຂອງບັນດາທ່ານນາຍົກລັດຖະມົນຕີ, ບັນດາແຜນການນີ້ໄດ້ຮັບການຮັບຮອງເອົາ.”
ກອງປະຊຸມຄັ້ງນີ້ ດຳເນີນໄປຢູ່ນະຄອນ ໂຮ່ຈິມີນ ໃນສະພາບເຂດລຸ່ມແມ່ນນຳ້ຂອງ ພວມຖືກກຳລັງດັນຫລາຍຢ່າງກ່ຽວກັບຄວາມຕ້ອງການພັດທະນາ, ຈຳນວນພົນລະເມືອງເພີ່ມຂຶ້ນ, ບັນດາການເຄື່ອນໄຫວພັດທະນາເຂື່ອນໄຟຟ້ານຳ້ຕົກ, ພັດທະນາກະສິກຳ, ສິນໃນນຳ້, ຄົມມະນາຄົມທາງນຳ້. ຄຽງຄູ່ກັບ, ບັນດາຜົນປະໂຫຍດໃຫ້ແກ່ການພັດທະນາເສດຖະກິດສັງຄົມ ໂດຍບັນດາໂຄງການດັ່ງກ່າວນຳມາໃຫ້, ມັນຍັງສົ່ງຜົນສະທ້ອນບໍ່ດີເຖິງສະພາບແວດລ້ອມຊີວະພາບ, ຄຸນນະພາບນຳອີກດ້ວຍ. ້ ໃນສະພາບການນັ້ນ, ກອງປະຊຸມຂັ້ນສູງຄັ້ງນີ້ ມີຄວາມໝາຍຫລາຍຢ່າງ. ທ່ານ ເລດືກຈູງ ໃຫ້ຮູ້ຕື່ມອີກວ່າ:
“ກອງປະຊຸມຂັ້ນສູງຄັ້ງນີ້ ມີຄວາມໝາຍສຳຄັນ. ທີຫນຶ່ງ ແມ່ນຢືນຢັນຄືນຄຳໝັ້ນສັນຍາສູງສຸດຂອງ 4 ປະເທດ ສະມາຊິກໃນການຮັບປະກັນການພັດທະນາລຸ່ມແມ່ນຳ້ຂອງແບບຍືນຍົງ. ທີສອງ ແມ່ນສຳຫລວດກວດຄືນບັນດາຜົນງານຂອງການປະຕິບັດຖະແຫລງການຫົວຫີນ ແລະ ທີສາມ ແມ່ນກຳນົດບັນດາຂົງເຂດບຸລິມະສິດ ແລະ ທິດທາງໃນໄລຍະຈະມາເຖິງ.”
ຖະແຫລງການນະຄອນໂຮ່ຈິມີນ, ຖະແຫລງການຮ່ວມຂອງກອງປະຊຸມ ຈະແມ່ນຄຳໝັ້ນສັນຍາດ້ານການເມືອງຢ່າງແຮງທີ່ສຸດຂອງບັນດາການນຳ ຄະນະກຳມາທິການແມ່ນຳ້ຂອງສາກົນ ທີ່ກອງປະຊຸມຄັ້ງນີ້.
ຂຸດຄົ້ນ ແລະ ນຳໃຊ້ແມ່ນຳ້ຂອງຢ່າງມີປະສິດທິຜົນ
ຊື່ງແມ່ນຫນຶ່ງໃນບັນດາແມ່ນຳ້ລຳໃຫຍ່ກວ່າໝູ່ໃນໂລກ, ແມ່ນຳ້ຂອງໄຫລຜ່ານ 6 ປະເທດ ຊື່ງລວມມີ: ຈີນ, ລາວ, ມຽນມາ, ໄທ, ກຳປູເຈຍ ແລະ ຫວຽດນາມ. ແມ່ນຳ້ຂອງ ຕິດພັນກັບຊີວິດຂອງພົນລະເມືອງນັບສີບໆລ້ານຄົນທີ່ດຳລົງຊີວິດຢູ່ລຽບຕາມລົ່ງແມ່ນຳ້. ຄຽງຄູ່ກັນນັ້ນ, ແມ່ນຳ້ຂອງ ກໍຕິດພັນກັບລະບົບຊີວະພາບ ເປັນຫລາຍຮູບຫລາຍແບບ ດ້ວຍສັດ, ພືດອັນລຳ້ຄ່າຫລາຍຊະນີດ ພວມຖືກຈັດເຂົ້າໃນປື້ມແດງຂອງໂລກ.
ໂດຍແມ່ນປະເທດຢູ່ລຸ່ມແມ່ນຳ້ຂອງ, ຍາມໃດຫວຽດນາມ ປະກອບສ່ວນຢ່າງຕັ້ງຫນ້າໃນການປົກປັກຮັກສາແຫລ່ງນຳ້. ຫວຽດນາມ ກໍມີຂໍ້ລິເລີ່ມຫລາຍຢ່າງຄື: ພັດທະນາລະບົບຂົນສົ່ງດ້ວຍຫລາຍຮູບການ ເພື່ອນຳໃຊ້ລະບົບແມ່ນຳ້ລຳເຊ, ສົມທົບ ແລະ ຫນູນຊ່ວຍໃຫ້ແກ່ການຂົນສ່ົງທາງບົກ ແລະ ທາງທະເລ. ບັນດາຂໍ້ລິເລີ່ມນີ້ ໄດ້ນຳມາເຊິ່ງຜົນປະໂຫຍດສຳຄັນຫລາຍຢ່າງໃຫ້ແກ່ພາກພື້ນຄື: ຊ່ວຍຂຸດຄົ້ນລະບົບທາງບົກແລວຄົມມະນາຄົມຢ່າງມີປະສິດທິຜົນ ແລະ ຫລຸດຜ່ອນການເຄື່ອນໄຫວເກີນຂອບເຂດຢູ່ເສັ້ນທາງຄົມມະນາຄົມຕົ້ນຕໍ, ສ້າງຄວາມສະດວກໃຫ້ແກ່ການທ່ອງທ່ຽວ, ຈໍລະຈອນການຄ້າ. ຍ້ອນຫລຸດຜ່ອນລາຍຈ່າຍ ແລະ ເວລາຂົນສົ່ງ, ປະກອບສ່ວນປົກປັກຮັກສາສິ່ງແວດລ້ອມ ຜ່ານການຫລຸດຜ່ອນການປ່ອຍອາຍແກສ ຈາກການຄົມມະນາຄົມ.
ກອງປະຊຸມຂັ້ນສູງຄັ້ງທີ 2 ຂອງ ຄະນະກຳມາທິການແມ່ນຳ້ຂອງ ສາກົນແມ່ນໂອກາດເພື່ອໃຫ້ຫວຽດນາມ ສືບຕໍ່ຢືນຢັນຄຳໝັ້ນໝາຍຮ່ວມແຮງຮ່ວມໃຈພ້ອມກັບບັນດາປະເທດໃນພາກພື້ນ, ບັນດາປະເທດຄູ່ຮ່ວມມື, ນັກອຸປະຖຳ ຮັບປະກັນຄວາມໝັ້ນຄົງແຫລ່ງນຳ້, ເພີ່ມທະວີການຄຸ້ມຄອງ ແລະ ພັດທະນາແມ່ນນຳ້ຂອງແບບຍືນຍົງ.