ປະທານາທິບໍດີ Thein Sein (ພາບ: ອິນເຕີເນັດ)
|
(vovworld) - ວັນທີ 20/3, ປະທານາທິບໍດີ ສາທາລະນະລັດສະຫະພາບ ມຽນມາ Thein Sein ດຳເນີນການຢ້ຽມຢາມຫວຽດນາມຢ່າງເປັນທາງການໃນເວລາ 2 ວັນ. ນີ້ແມ່ນການຢ້ຽມຢາມຫວຽດນາມຄັ້ງທຳອິດຂອງປະທານາທິບໍດີ Thein Sein, ນັບແຕ່ທ່ານໄດ້ຮັບດຳລົງຕຳແໜ່ງເປັນການນຳສູງສຸດຂອງມຽນມາ. ການຢ້ຽມຢາມຫວຽດນາມຂອງປະທານາທິບໍດີ Thein Sein ເພື່ອແນໃສ່ສືບຕໍ່ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມກັບຫວຽດນາມ, ພິເສດແມ່ນເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການລົງທຶນລະຫວ່າງສອງປະເທດ.
ການຢ້ຽມຢາມດຳເນີນໄປໃນສະພາບການທີ່ການພົວພັນຮ່ວມມືມິດຕະພາບລະຫວ່າງຫວຽດນາມ - ມຽນມາ ພວມພັດທະນາຢ່າງດີງາມ. ທັງສອງຝ່າຍເຄີຍແລກປ່ຽນຄະນະຜູ້ແທນທຸກຂັ້ນເປັນປະຈຳ, ໂດຍສະເພາະແມ່ນໃນປີ 2011 ຜ່ານມາ. ພິເສດແມ່ນການຢ້ຽມຢາມມຽນມາຢ່າງເປັນທາງການຂອງທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ເມື່ອເດືອນ 6/2011, ການຢ້ຽມຢາມຫວຽດນາມຂອງລັດຖະມົນຕີກະຊວງລ້ຽງສັດ ແລະ ສິນໃນນ້ຳມຽນມາເມື່ອເດືອນ 8/2011, ແລະ ຂອງຜູ້ບັນຊາການໃຫຍ່ບັນດາກຳລັງປະກອບອາວຸດມຽນມາ ເມື່ອເດືອນ 11/2011 ແລະຫວ່າງແລ້ວນີ້, ແມ່ນການຢ້ຽມຢາມມຽນມາຢ່າງເປັນທາງການຂອງທ່ານນາຍົກໆ ຫງວຽນເຕີ໋ນຢຸງ ເມື່ອເດືອນ 12/2011 ພາຍຫຼັງທີ່ເຂົ້າຮ່ວມກອງປະຊຸມສຸດຍອດບັນດາປະເທດອານຸພາກພື້ນແມ່ນ້ຳຂອງເປີດກວ້າງຄັ້ງທີ 4 (GMS – 4) ຢູ່ມຽນມາ, ການຢ້ຽມຢາມເຫຼົ່ານີ້, ໄດ້ເປີດໜ້າໃໝ່ໃນການພົວພັນລະຫວ່າງສອງປະເທດຢ່າງແທ້ຈິງ. ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຫວຽດນາມ ຟ້າມກວາງວິງ, ໃຫ້ຮູ້ວ່າ:
”ພວກເຮົາອາດສາມາດຄັດສະເໜີຄຳເວົ້າຂອງທ່ານປະທາທິບໍດີ Thein Sein ນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸ້ງ ທີ່ວ່າ: ເມື່ອທ່ານນາຍົກລັດຖະມົນຕີມາຢ້ຽມຢາມພວກເຮົາເປັນເທື່ອທຳອິດ, ທ່ານຈະເປັນແຂກ, ມາຢ້ຽມຢາມເທື່ອທີສອງ, ທ່ານຈະເປັນເພື່ອນ. ແລະ ມາຢ້ຽມຢາມເທື່ອທີສາມ, ພວກເຮົາຈະເປັນຄອບຄົວດຽວກັນ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈອັນໃຫຍ່ຫຼວງຂອງການນຳຂັ້ນສູງ, ກໍ່ຄື ການນຳກະຊວງ, ຂະແໜງການຕ່າງໆຂອງຫວຽດນາມ ແລະ ມຽນມາ. ປະທານາທິບໍດີ Thein Sein ໄດ້ຢັ້ງຢືນວ່າ ຫວຽດນາມ ແມ່ນເພື່ອນມິດ, ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈອັນດັບໜຶ່ງຂອງມຽນມາ ໃນອາຊຽນ ແລະໃນພາກພື້ນ”
ກ່ຽວກັບການພົວພັນດ້ານເສດຖະກິດການຄ້າ, ແລະ ການລົງທຶນລະຫວ່າງຫວຽດນາມ - ມຽນມາ, ກໍ່ມີບັນດາບາດກ້າວພັດທະນາຢ່າງຕັ້ງໜ້າ. ຫວຽດນາມໄດ້ເປີດສາຍການບິນໂດຍກົງ ຮ່າໂນ້ຍ - Yangon, ນະຄອນໂຮ່ຈີມິນ - yangon, ເປີດຫ້ອງການຕາງໜ້າດ້ານການບິນຫວຽດນາມ, ຫ້ອງການຕາງໜ້າທະນາຄານລົງທຶນ ແລະ ພັດທະນາຫວຽດນາມ (BIDV), ບໍລິສັດລົງທຶນ ແລະ ພັດທະນາມຽນມາ, ຫ້ອງການຕາງໜ້າດ້ານນ້ຳມັນອາຍແກດຫວຽດນາມ, ຫ້ອງການຕາງໜ້າບໍລິສັດໃຫຍ່ໂທລະຄົມກອງທັບ Viettel, … ຢູ່ yangon. ໃນປີ 2011, ສອງຝ່າຍໄດ້ຊຸກຍູ້ການຈັດຕັ້ງງານຕະຫຼາດນັດການຄ້າຄັ້ງຕ່າງໆຢູ່ແຕ່ລະປະເທດ, ເພື່ອແນໃສ່ສ້າງເງື່ອນໄຂນຳສິນຄ້າມາສູ່ປະຊາຊົນສອງປະເທດ, ປະກອບສ່ວນສຳຄັນ ເພື່ອແນໃສ່ຊຸກຍູ້ດ້ານການຄ້າ ແລະ ການລົງທຶນສອງຝ່າຍໃຫ້ພັດທະນາ. ຕາມຕົວເລກສະຖິຕິແລ້ວ, ປີ 2011, ວົງເງິນການຄ້າສອງສົ້ນຫວຽດນາມ - ມຽນມາ ຄາດວ່າບັນລຸໄດ້ 170 ລ້ານ USD, ເພີ່ມຂຶ້ນເກືອບ 10% ເມື່ອທຽບໃສ່ປີ 2010. ແຕ່ຕາມທ່ານຮອງຫົວໜ້າກົມນະໂຍບາຍດ້ານການຄ້າ, ສັງກັດກະຊວງອຸດສາຫະກຳ ການຄ້າຫວຽດນາມ ເລກວາງເລິນ ແລ້ວ, ຕົວເລກດັ່ງກ່າວຍັງຕຳ່ຢູ່ ເມື່ອທຽບໃສ່ຄວາມສາມາດບົ່ມຊ້ອນຢູ່ແຕ່ລະປະເທດ, ແລະ ບັນດາກະຊວງ, ຂະແໜງການຂອງສອງປະເທດຄວນພະຍາຍາມຫຼາຍກວ່າອີກ.
”ປະຈຸບັນ, ມູນຄ່າການຄ້າລະຫວ່າງຫວຽດນາມ ແລະ ມຽນມາ ຍັງຕຳ່ຢູ່, ເມື່ອທຽບໃສ່ຍອດວົງເງິນການຄ້າພາຍໃນກຸ່ມ ອາຊຽນ. ດັ່ງນັ້ນ, ພວກຂ້າພະເຈົ້າຈະຕ້ອງຊອກຮູ້ບັນດາມາດຕະການຊຸກຍູ້, ທັງມີລັກສະນະສອງຝ່າຍ ແລະ ພາກພື້ນ, ບາງເທື່ອຈະແມ່ນການເຄື່ອນໄຫວຕ່າງໆທີ່ກ່ຽວຂ້ອງເຖິງຂົງເຂດສື່ຂ່າວ, ການເຄື່ອນໄຫວແລກປ່ຽນຄະນະນັກທຸລະ ກິດ, ເພີ່ມທະວີກາລະໂອກາດລົງທຶນ ແລະ ການຄ້າ”
ທີ່ກອງປະຊຸມຫວ່າງແລ້ວນີ້ຂອງຄະນະກຳມະການປະສົມກ່ຽວກັບການຮ່ວມມືທາງດ້ານເສດຖະກິດ, ວັດທະນະທຳ ແລະ ວິທະຍາສາດ - ເຕັກນິກ, ສອງຝ່າຍໄດ້ປຶກສາຫາລືມາດຕະການອັນລະອຽດຫຼາຍຢ່າງ ເພື່ອແນໃສ່ຊຸກຍູ້ການຮ່ວມມືທາງດ້ານກະສີກຳ - ປ່າໄມ້, ສິນໃນນ້ຳ, ທາງຄົມມະນາຄົມຂົນສົ່ງ… ພິເສດ, ໃນການຢ້ຽມຢາມມຽນມາເມື່ອປີກາຍນີ້ຂອງທ່ານນາຍົກລັດຖະມົນຕີຫງວຽນເຕິ໋ນຢຸງ, ການນຳສອງທ່ານ ໄດ້ເຫັນດີເປັນເອກະສັນ ຈະສືບຕໍ່ໃຫ້ບຸລິມາສິດ ແກ່ການຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງສອງປະເທດ, ໃນນັ້ນສູ້ຊົນຍົກວົງເງິນການຄ້າສອງຝ່າຍໃຫ້ຂຶ້ນເຖິງ 500 ລ້ານ USD ໃນປີ 2015. ສອງຝ່າຍກໍ່ໄດ້ເຫັນດີເປັນເອກະພາບຈະສືບຕໍ່ສົມທົບກັນໃນບັນດາເວທີປາໄສພາກພື້ນ ແລະ ໂລກ, ພ້ອມກັບບັນດາປະເທດອາຊຽນອື່ນໆ ກໍ່ສ້າງປະຊາຄົມອາຊຽນໃຫ້ມີຄວາມສາມັກຄີ ແລະ ໝັ້ນຄົງໃນປີ 2015… ແລະດ້ວຍການຢ້ຽມຢາມຫວຽດນາມຄັ້ງນີ້ຂອງທ່ານປະທານາທິບໍດີ Thein Sein . ທັງຫວຽດນາມ ແລະ ມຽນມາ ລ້ວນແຕ່ຢາກຢັ້ງຢືນຄວາມຕັດສິນໃຈຮ່ວມມື, ເພື່ອຜົນປະໂຫຍດຂອງແຕ່ລະປະເທດ. ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຫວຽດນາມ ຟ້າມກວາງວິງ ຖືວ່າ:
”ໃນໜຶ່ງປີທີ່ຜ່ານມາ, ຫວຽດນາມ ແລະ ມຽນມາໄດ້ສ້າງຂອບເຂດແຫ່ງການຮ່ວມມື ແລະພື້ນຖານການຮ່ວມມືໃນທຸກດ້ານຄື: ເສດຖະກິດ, ການຄ້າ, ການເມືອງ, ການຕ່າງປະເທດ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ. ແລະ ນີ້ແມ່ນໂອກາດເພື່ອໃຫ້ພວກເຮົາເສີມຂະຫຍາຍຂອບເຂດແຫ່ງການຮ່ວມມືດັ່ງກ່າວກວ່າອີກ”
ແນ່ນອນວ່າ, ການຢ້ຽມຢາມຫວຽດນາມຢ່າງເປັນທາງການຄັ້ງນີ້ຂອງທ່ານປະທານາທິບໍດີ Thein Sein ຈະສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນລະຫວ່າງສອງປະເທດ. ບັນດາເນື້ອໃນທີ່ຈະປຶກສາຫາລືຢ່າງລະອຽດ ແລະ ບັນດາຂໍ້ຕົກລົງຮ່ວມມື ທີ່ຈະໄດ້ຮັບການລົງນາມໃນການຢ້ຽມຢາມຄັ້ງນີ້ ຈະແມ່ນບັນດາການກະທຳລະອຽດ, ພິສູດໃຫ້ເຫັນແງ່ຫວັງແຫ່ງການຮ່ວມມືຢ່າງແທດຈິງ, ມີປະສິດທິຜົນ, ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງຫວຽດນາມ ແລະ ມຽນມາໃນປະຈຸບັນ ແລະໃນອະນາຄົດ.