ຊຸກຍູ້ການຮ່ວມມືສາກົນ ເພື່ອສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ

(VOVWORLD) - ມີຄວາມຈຳເປັນຕ້ອງສ້າງບັນດາມາດຕະການຮອບດ້ານ, ຍາວນານ ແລະ ຍືນຍົງ, ແກ້ໄຂຂໍ້ຄົງຄ້າງ, ການຂັດແຍ້ງກັນ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືເພື່ອນຳ ທະເລຕາເວັນອອກ - ເຊິ່ງເປັນເຂດທະເລຍຸດທະສາດ, ກາຍເປັນເຂດທະເລສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ.
ຊຸກຍູ້ການຮ່ວມມືສາກົນ ເພື່ອສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ - ảnh 1 ກອງປະຊຸມສຳມະນາສິ້ນສຸດລົງໃນວັນທີ 29 ພະຈິກ

 ນີ້ແມ່ນທັດສະນະໄດ້ຍົກອອກມາ ທີ່ກອງປະຊຸມສຳມະນາວິທະຍາສາດສາກົນກ່ຽວກັບທະເລຕາເວັນອອກ ຄັ້ງທີ 9 ດ້ວຍຫົວຂໍ້ “ທະເລຕາເວັນອອກ: ຮ່ວມມືເພື່ອຄວາມໝັ້ນຄົງ ແລະ ພັດທະນາພາກພື້ນ” ຫາກໍ່ສິ້ນສຸດລົງໃນວັນທີ 29 ພະຈິກ, ຢູ່ນະຄອນ ໂຮ່ຈີມິນ. ບົດຂຽນຂອງ ຮູຍເຊີນ, ນັກຂ່າວ VOV ປະຈຳ ນະຄອນ ໂຮ່ຈີມິນ.

        ກົງໄປກົງມາ, ພາວະວິໄສ, ວິທະຍາສາດ ແລະ ສ້າງສັນນັບຖືແມ່ນທິດນຳໃນກອງປະຊຸມສຳມະນານີ້ຕະຫຼອດ 9 ປີຜ່ານມາ, ນັບແຕ່ເມື່ອໄດ້ຈັດຕັ້ງເປັນຄັ້ງທຳອິດໃນປີ 2009. ທີ່ກອງປະຊຸມສຳມະນາຄັ້ງນີ້, ບັນດາຜູ້ແທນໄດ້ປຶກສາຫາລືຢ່າງຕັ້ງໜ້າ ເພື່ອພ້ອມກັນຊອກຫາມາດຕະການແກ້ໄຂສິ່ງຄົງຄ້າງ, ການຂັດແຍ້ງກັນ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຮ່ວມມືເພື່ອຮັກສາທະເລຕາເວັນອອກ, ເຂດທະເລຂອງກາລະໂອກາດແຫ່ງການພັດທະນາ ແລະ ວັດທະນາຖາວອນ ກັບບັນດາປະເທດໃນພາກພື້ນ.

ຄວາມສ່ຽງຊ້ອນແຝງຫຼາຍຢ່າງຢູ່ທະເລຕາເວັນອອກ

       ຄຳເຫັນສ່ວນຫຼາຍທີ່ກກອງປະຊຸມສຳມະນາລ້ວນແຕ່ຖືວ່າ ປີ 2017, ກ່ຽວກັບສະພາບການຢູ່ທະເລຕາເວັນອອກ ບໍ່ມີຄວາມຂາດສະຖຽນລະພາບຢ່າງຮ້າຍແຮງໂດຍພື້ນຖານ, ເປັນໜ້າສົນໃຈ, ນັບແຕ່ພາຍຫຼັງຄຳຕັດສິນຂອງສານອະລິຍາໂຕຕຸລາການ (PCA) ກ່ຽວກັບກໍລະນີຮ້ອງຟ້ອງ ຟີລິບປິນ ກັບ ຈີນ, ສະພາບການທະເລຕາເວັນອອກ ໄດ້ມີການຫັນປ່ຽນຕັ້ງໜ້າຫຼາຍຢ່າງ. ສັນຍານປະເອີບໃຈທີ່ສຸດແມ່ນເຫດການປະທະກັນຢ່າງຮ້າຍແຮງທີ່ເກີດຂຶ້ນຢູ່ທະເລຕາເວັນອອກ ໃນປີຜ່ານມາ ໄດ້ຫລຸດລົງເມື່ອທຽບໃສ່ຊຸມປີກ່ອນ.

        ແຕ່ເຖິງຢ່າງໃດກໍ່ຕາມ, ບັນດາຄວາມແຕກຕ່າງກັນໃນຫຼັກໝັ້ນ ແລະ ຄວາມຮັບຮູ້ຂອງບັນດາປະເທດ ກ່ຽວກັບປະຫວັດສາດ ແລະ ການເຄົາລົບກົດໝາຍສາກົນ ຍັງຄົງແມ່ນສິ່ງກີດຂວາງອັນໃຫຍ່ຫຼວງ, ແມ່ນໄພຊ້ອນແຝງນາບຂູ່ເຖິງສັນຕິພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ສະຖຽນລະພາບຢູ່ທະເລຕາເວັນອອກ. ພ້ອມກັນນັ້ນ, ແມ່ນການປະກົດອອກ ແລະ ການພັດທະນາຂອງບັນດາສິ່ງທ້າທາຍຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານໃນພາກພື້ນ. ພາກພື້ນ ອາຊີ - ປາຊີຟິກ ມີລະດັບການເຕີບໂຕລາຍຈ່າຍດ້ານປ້ອງກັນປະເທດໄວທີ່ສຸດໃນໂລກ, ຕົວເລກຂຶ້ນເຖິງ 450 ຕື້ USD ໃນປີ 2016, ເທົ່າກັບລະດັບເພີ່ມຂຶ້ນ 4,6% ເມື່ອທຽບໃສ່ປີ 2015. ຕາມຂໍ້ສັງເກດຂອງທ່ານ ເລກົງຟູ້ງ, ອະດີດຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລ້ວ, ນີ້ແມ່ນສິ່ງທີ່ເປັນໜ້າວິຕົກກັງວົນທີ່ສຸດ:

        “ການເພີ່ມທະວີຄວາມສາມາດດ້ານປ້ອງກັນປະເທດຂອງບັນດາຝ່າຍ, ເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມມືຂອງກັນ, ດ້ານໜຶ່ງ, ມັນໄດ້ໜູນຊ່ວຍກຳລັງຂອງບັນດາປະເທດ ເພື່ອຮັກສາຜົນປະໂຫຍດຂອງຕົນ, ແຕ່ດ້ານອື່ນ ມັນອາດສາມາດຈະເຮັດໃຫ້ການແກ່ງແຍ້ງຍຸດທະສາດເວົ້າລວມ, ການແກ່ງແຍ້ງກ່ຽວກັບເສດຖະກິດ ແລະ ພິເສດແມ່ນການແກ່ງແຍ້ງດ້ານການທະຫານຮ້ອນເຮັ່ງຂຶ້ນຕື່ມ.”

        ປັບປຸງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດຢ່າງບໍ່ຢຸດຢັ້ງ

       ຕ້ອງເຮັດແນວໃດເພື່ອໃຫ້ທະເລຕາເວັນອອກບໍ່ຖືກຕົກເຂົ້າສູ່ສະພາບບໍ່ມີຄວາມເປັນລະບຽບຮຽບຮ້ອຍ ແລະ ການປະທະກັນ, ຈາກນັ້ນ, ນາບຂູ່ເຖິງ “ລະບົບຊີວະພາບຄວາມໝັ້ນຄົງ” ຂອງທົ່ວພາກພື້ນ, ບັນດາຜູ້ແທນໄດ້ເນັ້ນໜັກເປັນພິເສດຕ້ອງມີບັນດາມາດຕະການຮອບດ້ານ, ຍາວນານ ແລະ ຍືນຍົງ,  ຊຸກຍູ້ການຮ່ວມມືສາກົນ.

        ເມື່ອເຕື້ອງເຖິງເລື່ອງແກ້ໄຂບັນດາການປະທະກັນ ເພື່ອແນໃສ່ຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ, ທ່ານສາດສະດາຈານ, ປອ ຟ້າມກວາງມິງ, ອະທິການບໍດີມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ, ຖືວ່າ ເລື່ອງຫວ່າງແລ້ວນີ້, ສະຫະປະຊາຊາດບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ຈີນ ບັນລຸໄດ້ຂໍ້ຕົກລົງແມ່ ກ່ຽວກັບກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ນັ້ນເປັນຂີດໝາຍບາດກ້າວມຸ່ງໄປເຖິງການຫລຸດຜ່ອນຄວາມເຄັ່ງຕຶງໃນເສັ້ນທາງເດີນທະເລຍຸດທະສາດນີ້ພໍສົມຄວນ.

ຊຸກຍູ້ການຮ່ວມມືສາກົນ ເພື່ອສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ - ảnh 2 ທ່ານສາດສະດາຈານ Carlyle A.Thayer ມາຈາກມະຫາວິທະຍາໄລ New South Wales

        ເຫັນດີເຫັນພ້ອມກັບ ທ່ານສາດສະດາຈານ, ປອ ຟ້າມກວາງມິງ, ທ່ານສາດສະດາຈານ Carlyle A.Thayer ມາຈາກມະຫາວິທະຍາໄລ New South Wales, ວິທະຍາຄານປ້ອງກັນປະເທດ ອົດສະຕາລີ, ເຊິ່ງແມ່ນໜຶ່ງໃນບັນດານັກຊ່ຽວຊານທີ່ມີຊື່ສຽງໃນຂົງເຂດຄົ້ນຄ້ວາກ່ຽວກັບທະເລຕາເວັນອອກ, ຖືວ່າ: ຝ່າຍຕ່າງໆຄວນປັບປຸງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດຢ່າງບໍ່ຢຸດຢັ້ງ, ຈາກນັ້ນ, ສ້າງຄວາມຮັບຮູ້ລວມໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບຢູ່ທະເລຕາເວັນອອກ:

        “ຂ້າພະເຈົ້າຫວັງວ່າ ພວກເຮົາຈະຊອກໄດ້ບັນດາມາດຕະການມີລັກສະນະນິຕິກຳ, ອາຊຽນ ແລະ ຈີນ ຕ້ອງມີບັນດາການເຈລະຈາ ກ່ຽວກັບຫຼັກການປະພຶດລວມ. ນີ້ແມ່ນໜຶ່ງໃນວິວັດການໃຫ້ແກ່ອະນາຄົດຍາວນານ, ດັ່ງນັ້ນ, ທັງ ອາຊຽນ ແລະ ຈີນ ຕ້ອງເຈລະຈາ ກ່ຽວກັບຫຼັກການປະພຶດ, ຊ້ຳບໍ່ໜຳ ຕ້ອງນຳໃຊ້ຫຼັກການບົນພື້ນຖານກຳນົດເຂດພູມສັນຖານແຫ່ງຊາດ”

        ໂດຍເປັນສະມາຊິກຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນອາຊຽນ, ພິເສດແມ່ນປະເທດທີ່ມີຜົນປະໂຫຍດກ່ຽວຂ້ອງໂດຍກົງເຖິງທະເລຕາເວັນອອກ, ນັບແຕ່ກ່ອນມາຮອດປະຈຸບັນ, ຫວຽດນາມ ຍາມໃດກໍ່ຢຶດໝັ້ນແນວທາງການຕ່າງປະເທດຫັນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ທັງຮ່ວມມື ທັງຕໍ່ສູ້, ຊອກຫາການສະໜັບສະໜູນຈາກປະຊາຄົມສາກົນໃຫ້ຫຼາຍກ່ວາ ເພື່ອແກ້ໄຂບັນດາບັນຫາປະທະກັນດ້ວຍສັນຕິວິທີ, ເຄົາລົບກົດໝາຍສາກົນ. ອີກເທື່ອໜຶ່ງ, ສິ່ງດັ່ງກ່າວໄດ້ສະແດງອອກຜ່ານບັນດາການປະກອບຄຳເຫັນ, ບົດທາບທາມຄວາມເຫັນ ທີ່ກອງປະຊຸມສຳມະນາວິທະຍາສາດສາກົນ ກ່ຽວກັບທະເລຕາເວັນອອກຄັ້ງນີ້. ທັງໝົດເຫຼົ່ານັ້ນ ລ້ວນແຕ່ມຸ່ງໄປເຖິງຈຸດໝາຍແກ້ໄຂສິ່ງຄົງຄ້າງ, ການຂັດແຍ້ງກັນຢູ່ທະເລຕາເວັນອອກ, ຮ່ວມມືພ້ອມກັນພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ