ຮູບຖ່າຍນີ້ ຖືກຖືວ່າແມ່ນໄດ້ຖ່າຍເອົາຮູບ ຜູ້ຮັບເຄາະຮ້າຍຈາກອາວຸດເຄມີຢູ່ຊີຣີ
(ພາບ: times.co.uk )
|
ພາຍຫຼັງດຳເນີນການເຈລະຈາມາເປັນເວລາຫຼາຍເທື່ອ, ສຸດທ້າຍ, ອຳນາດການປົກຄອງຂອງປະທານາທິບໍດີ Bashar al – Assad ກໍໄດ້ເຫັນດີໃຫ້ບັນດານັກກວດກາຂອງ ສະຫະປະຊາຊາດໄປສືບສວນ ຢູ່ສະຖານທີ່ 3 ແຫ່ງຊຶ່ງຖືກ ລະແວງສົງໄສວ່າ ໄດ້ນຳໃຊ້ອາວຸດເຄມີຢູ່ແຫ່ງນີ້. ຈຸດປະສົງຂອງການສືບສວນແມ່ນເພື່ອແນໃສ່ສະຫຼຸບພຽງຢ່າງດຽວວ່າ ອາວຸດເຄມີ ຖືກນຳໃຊ້ຢູ່ຊີຣີຫຼືບໍ່, ຫາກບໍ່ເອົາໃຈໃສ່ເຖິງຜູ້ໃດນຳໃຊ້ມັນ. ແຕ່ທຸກສິ່ງທຸກຢ່າງທີ່ເກີດຂຶ້ນຢູ່ຊີຣີໃນ 2 ມື້ທີ່ຜ່ານມາ ໄດ້ເຮັດໃຫ້ຫາງສຽງມີຄວາມວິຕົກກັງວົນວ່າ ມີອິດທິກຳລັງໄດ້ຕັ້ງໃຈສວຍໃຊ້ຄັນຕະລະບັດ ອາວຸດເຄມີເປັນຂໍ້ອ້າງເພື່ອແຊກແຊງເຂົ້າໃນປະເທດນີ້ຢ່າງເລິກເຊິ່ງກ່ວາ .
ຄະນະ ນັກກວດກາ ສະຫະປະຊາຊາດ ໂດຍພາຍໃຕ້ການບໍລິຫານຂອງຜູ້ຊ່ຽວຊານສຸແອັດ ທ່ານ Aake Sellstroem ໄດ້ໄປຮອດນະຄອນຫຼວງ Damacus ຂອງຊີຣີເມື່ອວັນທີ 18/8 ດ້ວຍຄຳຖະແຫຼງດຳເນີນການສືບສວນຢ່າງເປັນເອກະລາດ ແລະ ຍຸຕິທຳ. ຕາມແຜນການແລ້ວ, ບັນດານັກກວດກາສະຫະປະຊາຊາດຈະທຳການກວດກາຢູ່ສະຖານທີ່ 3 ແຫ່ງ. ທຳອິດແມ່ນຢູ່ Khan A-al-Assal , ຊຶ່ງແມ່ນແຫ່ງທີ່ລັດຖະບານຊີຣີໄດ້ກ່າວຫາກຳລັງລຸກຮື້ຂຶ້ນໄດ້ນຳໃຊ້ ອາວຸດເຄມີ ເຮັດໃຫ້ 26 ຄົນເສຍຊີວິດເມື່ອວັນທີ 19/3, ໃນຂະນະທີ່ຝ່າຍຄ້ານຖືວ່າ ລັດຖະບານໄດ້ປະຕິບັດການບຸກໂຈມຕີ. ສ່ວນ 2 ສະຖານທີ່ເພື່ອກວດກາທີ່ຍັງເຫຼືອແມ່ນບໍ່ຖືກສະຫະປະຊາຊາດເປີດເຜີຍ.
ການສືບສວນຂອງ ສະຫະປະຊາຊາດໄດ້ດຳເນີນໄປໃນສະພາບການທີ່ອົງການນີ້ໄດ້ຮັບບົດລາຍງານ 13 ສະບັບ, ຊຶ່ງສ່ວນຫຼາຍແມ່ນຈາກອັງກິດ, ຝະລັ່ງ ແລະ ອາເມລິກາ ກ່ຽວກັບບັນດາກໍລະນີນຳໃຊ້ ອາວຸດເຄມີຢູ່ຊີຣີ. ເຖິງວ່າ ບໍ່ປະກາດຢ່າງກ້ວາງຂວາງກໍຕາມ, ແຕ່ເບິ່ງຄືວ່າ ຫາງສຽງຍັງຄາດຄະເນກ່ຽວກັບບັນດາບົດລາຍງານນີ້ເຕື້ອງເຖິງບັນຫາຫຍັງ. ຝະລັ່ງຢືນຢັນຢ່າງແນວແນວ່າ ອາຍເຄມີ Sarin ໄດ້ຖືກນຳໃຊ້ຫຼາຍຄັ້ງ ແລະ ໃນບໍລິເວນທ້ອງຖິ່ນຢູ່ຊີຣີ. ໃນຂະນະນັ້ນ, ທຳນຽບຂາວໄດ້ຍົກອອກຂໍ້ກ່າວຫາ ທີ່ລະແວງສົງໄສລັດຖະບານຊີຣີນຳໃຊ້ອາວຸດປະເພດນີ້. ວໍຊິງຕັນ ໄດ້ເຄີຍກ່າວເຕືອນວ່າ ເລື່ອງອຳນາດການປົກຄອງຊີຣີນຳໃຊ້ ອາວຸດເຄມີ ຈະແມ່ນການກະທຳເກີນຂອບເຂດ ແລະ ຈະພາໃຫ້ປະຊາຄົມໂລກຕ້ອງດຳເນີນການແຊກແຊງທາງທະຫານ. ເຖິງວ່າ ໄດ້ກ່າວຫາຊີຣີມີໃນກຳມືບັນດາປະເພດ ອາວຸດເຄມີທຳລາຍເສັ້ນປະສາດກໍຕາມ, ແຕ່ມາຮອດປະຈຸບັນ, ອາເມລິກາ ແລະ ຝ່າຍຕາເວັນຕົກຍັງຄົງບໍ່ທັນຍົກອອກບໍ່ວ່າພະຍານຫຼັກຖານທີ່ຈະແຈ້ງໃດໆເທື່ອ. ກົມສືບລາຊະການລັບສູນກາງອາເມລິກາ ປະເມີນວ່າ ຊີຣີອາດຈະມີ ອາວຸດເຄມີເຫຼວນັບຮ້ອຍລິດ ແລະ ໃນແຕ່ລະປີກໍຜະລິດທາດພິດເຄມີນັບຮ້ອຍໂຕນ ຊຶ່ງແມ່ນສາງອາວຸດຖືກຖືວ່າ ແມ່ນໃຫຍ່ກ່ວາໝູ່ຢູ່ຕາເວັນອອກກາງ.
ເພື່ອເປັນການໂຕ້ຕອບຄືນ, ກະຊວງການຕ່າງປະເທດຊີຣີໄດ້ຢືນຢັນວ່າ ບັນດາສາງອາວຸດລ້າງຜານ ຫຼືບໍ່ວ່າປະເພດອາວຸດໃດຖືກເກືອດຫ້າມຊຶ່ງຊີຣີມີໃນກຳມືຂອງຕົນ ແມ່ນບໍ່ມີວັນຈະຖືກນຳໃຊ້ເພື່ອຕ້ານສາມັນຊົນເຖິງແມ່ນວ່າ ວິກິດການຈະປີນຂັ້ນໄດເຖິງຂັ້ນໃດ. ບັນດາປະເພດອາວຸດລ້າງຜານນີ້ ພຽງແຕ່ຖືກນຳໃຊ້ໂດຍມີການຄວບຄຸມໃນກໍລະນີຊີຣີຖືກບຸກໂຈມຕີຈາກພາຍນອກ. ເອກອັກຄະລັດຖະທູດຊີຣີປະຈຳ ສະຫະປະຊາຊາດ ທ່ານ Bashar Jaafari ກໍຖືວ່າ ເລື່ອງຝ່າຍເປັນປໍລະປັກຫວ່ານຂ່າວປະເທດນີ້ນຳໃຊ້ ອາວຸດເຄມີຢູ່ຊີຣີແມ່ນເພື່ອຮັບໃຊ້ບັນດາກົນອຸບາຍການເມືອງສະເພາະຂອງຕົນ. ກໍເຊັ່ນດຽວກັນກັບທັດສະນະດັ່ງກ່າວ, ລັດເຊຍກໍຍັງກ່າວຫາສະມາຊິກບາງທ່ານຝ່າຍຕາເວັນຕົກພວມຕັ້ງໃຈເຮັດໃຫ້ບັນຫາ ອາວຸດເຄມີຢູ່ຊີຣີກາຍເປັນບັນຫາໃຫຍ່, ພ້ອມກັນນັ້ນ, ກໍຕັກເຕືອນວ່າ ໂລກໄດ້ເຄີຍເຫັນປະຈັກຕາກໍລະນີແຊກແຊງຢູ່ອີຣັກ ດ້ວຍຂໍ້ອ້າງອາວຸດທຳລາຍລ້າງຜານ, ແຕ່ສຸດທ້າຍ ນັ້ນພຽງແຕ່ແມ່ນຄຳເວົ້າຂີ້ຕົວະຢ່າງເປີດແປນເທົ່ານັ້ນ.
ເມື່ອຄວາມຈິງກ່ຽວກັບເລື່ອງ ອາວຸດເຄມີຢູ່ຊີຣີ ຍັງບໍ່ທັນຈະແຈ້ງນັ້ນ, ບັນດາປະເທດຝ່າຍຕາເວັນຕົກໄດ້ຟ້າວຖືວ່າ ນີ້ແມ່ນຂໍ້ອ້າງເພື່ອຍົກເລີກຄຳສັ່ງຂ້ວຳບາດດ້ານອາວຸດທີ່ມີຕໍ່ກຳລັງຝ່າຍຄ້ານຢູ່ຊີຣີ.
ແລະ ໃນຄັ້ງນີ້, ພຽງ 2 ວັນພາຍຫຼັງຄະນະ ນັກກວດກາຂອງ ສະຫະປະຊາຊາດໄປຍັງຊີຣີ, ບັນດານັກເຄື່ອນໄຫວຝ່າຍຄ້ານຢູ່ຊີຣີໄດ້ນຳສະເໜີທາງເຄືອຂ່າຍອິນເຕີເນດ ຮູບພາບບັນດາຊາກສົບຄົນຕາຍຢູ່ເຂດຊານນະຄອນ Damacus, ພ້ອມທັງເວົ້າວ່າ ນີ້ແມ່ນບັນດາຜູ້ຮັບເຄາະຮ້າຍທີ່ຫຼ້າສຸດໃນບັນດາການບຸກໂຈມຕີດ້ວຍ ອາວຸດເຄມີຂອງກຳລັງລັດຖະບານເມື່ອຄຳ່ຄືນວັນທີ 20/8. ໃນທັນທີ່, ພັນທະພາບແຫ່ງຊາດຊີຣີ SNC ຝ່າຍຄ້ານໄດ້ຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງ ສະຫະປະຊາຊາດຈົ່ງໂຮມປະຊຸມດ່ວນ.
ໃນປະຕິກິລີຍາໄວຜິດປົກກະຕິ, ທ່ານລັດຖະມົນຕີການຕ່າງປະເທດອັງກິດ William Hague ໄດ້ຖະແຫຼງວ່າ ປະເທດນີ້ຈະນຳກໍລະນີບຸກໂຈມຕີດັ່ງກ່າວ ສະເໜີຕໍ່ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ແລະ ປາດຖະໜາວ່າ ບັນດາກໍລະນີບຸກໂຈມຕີດ້ວຍ ອາວຸດເຄມີຢູ່ຊີຣີ ຈະປຸກຕື່ນຄວາມເຂົ້າໃຈຂອງບັນດາຜູ້ສະໜັບສະໜູນ ປະທານາທິບໍດີ Bashar al – Assad ກ່ຽວກັບທາດແທ້ຂອງລະບອບນີ້. ສ່ວນປະທານາທິບໍດີຝະລັ່ງ Francois Hollande ພັດຮຽກຮ້ອງບັນດານັກສືບສວນຂອງ ສະຫະປະຊາຊາດໄປຍັງບໍລິເວນເກີດການບຸກໂຈມຕີ.
ສົງຄາມກາງເມືອງຢູ່ຊີຣີໄດ້ລະເບີດຂຶ້ນແຕ່ເດືອນ 3/2011 ມາຮອດປະຈຸບັນ, ໄດ້ເຮັດໃຫ້ມີຜູ້ເສຍຊີວິດກ່ວາ 1 ແສນຄົນ ແລະ ເກືອບ 1 ລ້ານ 8 ແສນຄົນຕ້ອງອົບພະຍົບອອກຈາກປະເທດຊາດ. ໃນຂະນະທີ່ບັນດາຄວາມມານະພະຍາຍາມໄກ່ເກ່ຍພວມຕົກຢູ່ໃນສະພາບບໍ່ມີທາງອອກນັ້ນ, ການສວຍໃຊ້ບັນດາຂໍ້ກ່າວຫານຳໃຊ້ ອາວຸດເຄມີ ພຽງແຕ່ເຮັດໃຫ້ສະພາບການຢູ່ຊີຣີເພີ່ມຄວາມສັບສົນວຸ່ນວາຍຂຶ້ນຕື່ມ ແລະ ເປັນການທຳລາຍຄວາມມານະພະຍາຍາມສັນຕິພາບ.