ໃນຊຸມມື້ນີ້, ຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດຂອງຫວຽດນາມ ໄດ້ຈັດບັນດາການເຄື່ອນໄຫວຕ້ອນຮັບບຸນປີໃໝ່ປະຈຳຊາດ (ໝາຍເຖິງບຸນເຕັດ) ໃຫ້ຊາວ ຫວຽດນາມອາໄສຢູ່ຕ່າງປະເທດ. ນີ້ແມ່ນການເຄື່ອນໄຫວປະຈຳປີຕາມປະເພນີຂອງຫວຽດນາມ, ແມ່ນໜ້າທີການເມືອງທີ່ສຳຄັນເພື່ອໃຫ້ຊາວຫວຽດນາມອາໄສຢູ່ຕ່າງປະເທດເຫັນໄດ້ເຖິງນ້ຳໃຈຂອງພໍ່ແມ່ປະຊາຊົນຢູ່ພາຍໃນປະເທດ, ທັງເປັນ ການປັບປຸງ ຄວາມເຊື່ອໝັ້ນຂອງຊາວ ຫວຽດນາມອາໄສຢູ່ຕ່າງປະເທດທີ່ມີຕໍ່ ອະນາຄົດແຫ່ງການພັດທະນາຂອງປະເທດຊາດ.
ລາຍການສິລະປະ “ລະດູບານໃໝ່ວຽນມາ
ສູ່ບ້ານເກີດເມືອງນອນ”ປີ2013
(ພາບ: dangcongsan)
|
ການເບິ່ງແຍງວຽກງານໃນໂອກາດບຸນເຕັດໃຫ້ແກ່ ຊາວຫວຽດນາມອາໄສຢູ່ຕ່າງປະເທດກັບມາຕ້ອນຮັບບຸນປີໃໝ່ປະຈຳຊາດຢູ່ບ້ານເກີດເມືອງນອນ ແມ່ນບໍ່ພຽງແຕ່ສະແດງໃຫ້ເຫັນຈິດໃຈມະຫາສາມັກຄີທົ່ວປວງຊົນທັງຊາດເທົ່ານັ້ນ, ຫາກຍັງແມ່ນພັນທະ ແລະ ຄວາມຮັບຜິດຊອບຂອງພັກ, ລັດ, ພໍ່ແມ່ປະຊາຊົນຢູ່ພາຍໃນປະເທດທີ່ມີຕໍ່ຊາວຫວຽດນາມອາໄສຢູ່ຕ່າງປະເທດອີກດ້ວຍ.
ເຊີດຊູ ຈິດໃຈມະຫາສາມັກຄີແຫ່ງຊາດ
ໂດຍແມ່ນໜຶ່ງໃນບັນດາທ້ອງຖິ່ນທີ່ໄດ້ຈັດການພົບປະສ້າງສັນກັບ ຊາວ ຫວຽດ ນາມອາໄສຢູ່ຕ່າງປະເທດໄວກ່ວາໝູ່, ການພົບປະສ້າງສັນທີ່ຖືກຈັດຂຶ້ນໃນຕອນຄ່ຳວັນທີ 21/1 ຢູ່ນະຄອນໂຮ່ຈິມິນ ໄດ້ດຶງດູດການເຂົ້າຮ່ວມຂອງຊາວ ຫວຽດນາມກ່ວາ 700 ຄົນທີ່ພວມອາໄສຢູ່ 30 ປະເທດ ແລະ ເຂດແຄ້ວນໃນໂລກ. ຕາມການນຳ ນະຄອນໂຮ່ຈິມິນແລ້ວ, ການພົບປະສ້າງສັນແມ່ນໂອກາດເພື່ອເຕົ້າໂຮມກັນຂອງບັນດາລູກຮັກຫຼານແພງຂອງປະເທດຊາດທີ່ພວມດຳລົງຊີວິດຢູ່ແດນໄກ ກັບເມືອຢ້ຽມຢາມບ້ານເກີດເມືອງນອນ. ໃນວັນດຽວກັນ, ຢູ່ແຂວງດົງນາຍ, ກໍໄດ້ຈັດການພົບປະສ້າງສັນກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ ແລະ ຍາດຕິພີນ້ອງຂອງເຂົາເຈົ້າເນື່ອງໃນໂອກາດລະດູບານໃໝ່ປີມະເມຍ 2014, ເນື່ອງໃນໂອກາດນີ້, ການນຳແຂວງໄດ້ຮັບຟັງ ຊາວຫວຽດນາມອາໄສຢູ່ຕ່າງປະເທດປະກອບຄຳເຫັນກ່ຽວກັບການກໍ່ສ້າງແຂວງດົງນາຍໃຫ້ນັບມື້ນັບພັດທະນາ. ໃນຂະນະດຽວກັນ ຢູ່ແຂວງກວາງບິງ, ນອກຈາກຈັດການພົບປະສ້າງສັນແລ້ວ, ຄະນະຈັດຕັ້ງຍັງຈັດຕັ້ງໃຫ້ຄະນະຊາວຫວຽດນາມອາໄສຢູ່ຕ່າງປະເທດໄປໄຫວ້ອາໄລທ່ານພົນເອກວໍ້ງວຽນຢາບຢູ່ສຸສານຂອງເພິ່ນທີ່ວຸ້ງຈົວ-ເກາະອ້ຽນ. ເຫດການທີ່ພົ້ນເດັ່ນຂອງບັນດາການເຄື່ອນໄຫວຕ້ອນຮັບບຸນເຕັດຂອງ ຊາວຫວຽດນາມອາໄສຢູ່ຕ່າງປະເທດ, ນັ້ນແມ່ນລາຍການລະດູບານໃໝ່ວຽນມາສູ່ບ້ານເກີດເມືອງນອນ ຈະຖືກຈັດຂຶ້ນໃນວັນທີ 23/1 ຢູ່ຮ່າໂນ້ຍ, ຊຶ່ງຈະມີການເຂົ້າຮ່ວມ ຂອງຊາວຫວຽດນາມປະມານ 2000 ຄົນທີ່ພວມອາໄສຢູ່ຕ່າງປະເທດ . ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງພ້ອມກັບຊາວຫວຽດ ນາມອາໄສຢູ່ຕ່າງປະເທດຈະດຳເນີນພິທີຖະຫວາຍທູບທຽນບູຊາ, ປ່ອຍປາໄນລົງສູ່ນ້ຳຢູ່ວັດ ເຈີ້ນກ໋ວກ-ຮ່າໂນ້ຍຕາມປະເພນີຂອງຫວຽດນາມ. ຕອນຄ່ຳຂອງວັນດຽວກັນ, ບັນດາຜູ້ແທນທີ່ເຂົ້າຮ່ວມລາຍການພົບປະແລກປ່ຽນ ສະແດງສິລະປະທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງຊາດຢູ່ພະລາດຊະວັງທັງລອງ-ຮ່າໂນ້ຍ. ທ່ານ ຫງວຽນແທງເຊີນ ຮອງລັດຖະມົນຕີການຕ່າງປະເທດ, ປະທານຄະນະກຳມະການແຫ່ງລັດກ່ຽວກັບ ຊາວຫວຽດນາມອາໄສຢູ່ຕ່າງປະເທດໃຫ້ຮູ້ວ່າ ການຈັດຕັ້ງລາຍການລະດູບານໃໝ່ວຽນມາສູ່ບ້ານເກີດເມືອງນອນ ແມ່ນບໍ່ພຽງແຕ່ສະແດງໃຫ້ເຫັນຈິດໃຈມະຫາສາມັກຄີທົ່ວທັງຊາດເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນກ່ຽວກັບພັນທະ ແລະ ຄວາມຮັບຜິດຊອບຂອງພັກ, ລັດ, ພໍ່ແມ່ປະຊາຊົນຢູ່ພາຍໃນປະເທດທີ່ມີຕໍ່ຊາວຫວຽດນາມອາໄສຢູ່ຕ່າງປະເທດອີກດ້ວຍ.
ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນແທງເຊີນ ໃຫ້ຮູ້ວ່າ :
“ ໂດຍຜ່ານລາຍການລະດູບານໃໝ່ວຽນມາສູ່ບ້ານເກີດເມືອງນອນທີ່ຈັດຂຶ້ນປະຈຳປີ, ບໍ່ພຽງແຕ່ເປັນການແນະນຳໃຫ້ຊາວ ຫວຽດນາມອາໄສຢູ່ຕ່າງປະເທດເຫັນໄດ້ເຖິງບັນຍາກາດຕ້ອນຮັບບຸນເຕັດຢູ່ພາຍໃນປະເທດ ແລະ ສະແດງໃຫ້ເຫັນນ້ຳໃຈຂອງປະຊາຊົນຢູ່ພາຍໃນປະເທດທີ່ມີຕໍ່ຊາວຫວຽດນາມອາໄສຢູ່ຕ່າງປະເທດເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອທົບທວນຄືນມູນເຊື້ອ, ຮີດຄອງປະເພນີອັນດີງາມຂອງບ້ານເກີດເມືອງນອນ, ທັງແມ່ນໂອກາດເພື່ອປັບປຸງຄວາມ ເຊື່ອໝັ້ນຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດທີ່ມີຕໍ່ ອະນາຄົດແຫ່ງການພັດທະນາຂອງປະເທດຊາດອີກດ້ວຍ. ສຳຄັນກ່ວານັ້ນ ແມ່ນຮູບພາບເຫຼົ້ານີ້ ຈະຖືກສົ່ງເຖິງຊາວຫວຽດນາມຢູ່ແດນໄກໂດຍບໍ່ມີໂອກາດກັບເມືອຕ້ອນຮັບບຸນເຕັດຢູ່ບ້ານເກີດເມືອງນອນ ”
ພ້ອມກັບເລື່ອງຈັດການເຄື່ອນໄຫວຕ້ອນຮັບບຸນເຕັດຢູ່ບ້ານເກີດເມືອງນອນໃຫ້ຊາວຫວຽດນາມອາໄສຢູ່ຕ່າງປະເທດນັ້ນ, ຄວາມເປັນຫ່ວງຕໍ່ຊາວຫວຽດນາມຢູ່ແດນໄກໂດຍບໍ່ມີໂອກາດກັບເມືອຕ້ອນຮັບບຸນເຕັດຢູ່ບ້ານເກີດເມືອງນອນກໍໄດ້ຮັບຄວາມເອົາໃຈໃສ່ທີ່ສຸດ. ຢູ່ອີຢິບ, ສະຖານທູດຫວຽດນາມກໍໄດ້ຈັດການພົບປະສ້າງສັນກັບຊາວຫວຽດນາມອາໄສຢູ່ປະເທດນີ້ເນື່ອງໃນໂອກາດປີໃໝ່ປີມະເມຍ. ໃນຂະນະນັ້ນ, ຢູ່ມົດສະກູແຫ່ງສະຫະພັນລັດເຊຍ, ໄດ້ຈັດໃຫ້ມີລາຍການສະແດງສິລະປະ “ ບຸນເຕັດຢູ່ໄກຈາກບ້ານເກີດເມືອງນອນ” , ອັນໄດ້ດຶງດູດຜູ້ມາເຂົ້າຮ່ວມນັບພັນຄົນ.
ປັບປຸງຄວາມເຊື່ອໝັ້ນຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດທີ່ມີຕໍ່ ອະນາຄົດແຫ່ງການພັດທະນາຂອງປະເທດຊາດ.
ບັນດາການພົບປະສ້າງສັນເນື່ອງໃນໂອກາດບຸນເຕັດ ແມ່ນບໍ່ພຽງແຕ່ສະແດງໃຫ້ເຫັນນ້ຳໃຈຂອງພໍ່ແມ່ປະຊາຊົນຢູ່ພາຍໃນປະເທດທີ່ມີຕໍ່ຊາວຫວຽດນາມອາໄສຢູ່ຕ່າງປະເທດເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ອຳນາດການປົກຄອງທ້ອງຖິ່ນແຈ້ງຂ່າວເປັນຈິງ ແລະ ພາວະວິໄສໃຫ້ຊາວຫວຽດນາມອາໄສຢູ່ຕ່າງປະເທດຮັບຊາບກ່ຽວກັບບັນດາຜົນງານທາງດ້ານເສດຖະກິດ-ສັງຄົມ-ວັດທະນະທຳ ກໍຄືບັນດາການກຳນົດທິດພັດທະນາໃນໄລຍະທີ່ຈະມາເຖິງ.ບັນດາໝາກຜົນທີ່ບັນລຸມາໄດ້ນັ້ນ, ກໍມີການປະກອບສ່ວນຂອງ ຊາວຫວຽດນາມອາໄສຢູ່ຕ່າງປະເທດພ້ອມດ້ວຍຍາດຕິພີນ້ອງຂອງເຂົາເຈົ້າຢູ່ທົ່ວທຸກແຫ່ງ. ທ່ານ Tony ເຈືອງ , ຊາວຫວຽດນາມ ອາໄສຢູ່ການາດາ ໃຫ້ຂໍ້ສັງເກດວ່າ :
“ 2-3ປີມໍ່ໆມານີ້, ຂ້າພະເຈົ້າເຫັນວ່າ ປະເທດຊາດໄດ້ມີການປ່ຽນແປງຫຼາຍຢ່າງ, ສຳລັບ ຊາວ ຫວຽດນາມອາໄສຢູ່ຕ່າງປະເທດ, ລັດຖະບານກໍໃຫ້ການໜູນຊ່ວຍຫຼາຍຢ່າງ, ສ້າງທຸກເງື່ອນໄຂສະດວກໃຫ້ພໍ່ແມ່ພີນ້ອງກັບເມືອທຳມາຄ້າຂາຍ, ດຳລົງຊີວິດ ແລະ ກໍມີບັນດານະໂຍບາຍທີ່ດີ ເຮັດໃຫ້ພໍ່ແມ່ພີນ້ອງ ຊາວ ຫວຽດນາມອາໄສຢູ່ຕ່າງປະເທດພາກພູມໃຈທີ່ສຸດ ”
ຊາວຫວຽດນາມອາໄສຢູ່ຕ່າງປະເທດແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກຊາດຫວຽດນາມ ແລະ ແມ່ນແຫຼ່ງກຳລັງຂອງວົງຄະນະຍາດແຫ່ງຊາດຫວຽດນາມ. ເລື່ອງເອົາໃຈໃສ່ຈັດການເຄື່ອນໄຫວຕ້ອນຮັບບຸນເຕັດໃຫ້ຊາວ ຫວຽດນາມອາໄສຢູ່ຕ່າງປະເທດນັ້ນ ແມ່ນນັບມື້ນັບປັບປຸງ ແລະ ຍົກສູງນ້ຳໃຈ, ຄວາມຮັກແພງ, ຄວາມເຊື່ອໝັ້ນຂອງຊາວ ຫວຽດນາມອາໄສຢູ່ຕ່າງປະເທດທີ່ມີຕໍ່ແນວທາງ, ແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດຫວຽດນາມ .