ຫວຽດນາມ ພວມໃນວິວັດການຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ. ໜຶ່ງໃນບັນດາຄວາມຮຽກຮ້ອງຕ້ອງການຂອງວິວັດການດັ່ງກ່າວແມ່ນແຫຼ່ງຊັບພະຍາກອນມະນຸດຕ້ອງມີສຸຂະພາບ ແລະ ຮັບເອົາຄວາມຮູ້ດ້ານວິທະຍາສາດ, ເຕັກໂນໂລຊີໃໝ່ຢ່າງວ່ອງໄວ. ການພັດທະນາແຫຼ່ງຊັບພະຍາກອນມະນຸດແມ່ນ 1 ໃນຈຳນວນ 3 ມາດຕະການບຸກທະລຸຍຸດທະສາດ, ປະກອບສ່ວນສຳຄັນຍົກສູງຄວາມສາມາດແກ່ງແຍ້ງແຫຼ່ງຊັບພະຍາກອນມະນຸດ ແລະ ພັດທະນາເສດຖະກິດສັງຄົມ. ເນື່ອງໃນໂອກາດວັນແຮງງານສາກົນ (1/5), ນັກຂ່າວເລເຟືອງມີບົດດ້ວຍຫົວຂໍ້ວ່າ: ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດຮັບໃຊ້ໃຫ້ແກ່ການຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ ຊື່ງໄດ້ເຕື້ອງເຖິງຄວາມມານະພະຍາຍາມຂອງບັນດາຂະແໜງການ, ຂັ້ນຕ່າງໆໃນການບຳລຸງສ້າງຖັນແຖວຜູ້ອອແຮງງານຫວຽດນາມ.
ໂຄງການພັດທະນາແຫຼ່ງຊັບພະຍາກອນມະນຸດຫວຽດນາມ
(ພາບ:baogialai.com.vn)
ຂະແໜງອຸດສະຫະກຳຖ່ານຫີນຫວຽດນາມ ຖືກຖືວ່າແມ່ນຂະແໜງປາຍແຫຼມໃນການກຳນົດທິດພັດທະນາອຸດສາຫະກຳຂອງຫວຽດນາມ. ປະຈຸບັນ, ກຸ່ມບໍລິສັດຖ່ານຫີນ ແລະ ແຮ່ທາດຫວຽດນາມ ມີກຳມະກອນບໍ່ແຮ່ເຮັດວຽກຢູ່ກວາງນິງ ປະມານ 113.000 ຄົນ ແລະ ໃນອະນາຄົດ, ຂະແໜງຖ່ານຫີນຫວຽດນາມ ມີແຜນການເປີດກ້ວາງຕາມທິດຜະລິດ, ຂຸດຄົ້ນຖ່ານຫີນ…ຊື່ງໄດ້ຮຽກຮ້ອງໃຫ້ມີຖັນແຖວກຳມະກອນມີລະດັບຄວາມຮູ້ສູງກ່ວາອີກເພື່ອຮັບເອົາບັນດາເຕັກໂນໂລຊີໃໝ່, ຮັບໃຊ້ໃຫ້ແກ່ຄວາມຮຽກຮ້ອງຕ້ອງການພັດທະນາຂອງຂະແໜງ. ທ່ານດຣ ເລແທ່ງຮ່າ, ຮອງຫົວໜ້າສະຖາບັນກຳມະກອນ-ກຳມະບານ, ສັງກັດສະຫະພັນໃຫ່ຍແຮງງານຫວຽດນາມ ຖືວ່າ:
“ຢາກກໍ່ສ້າງຖັນແຖວກຳມະກອນບໍ່ແຮ່ທີ່ສາມາດຕອບສະຫນອງໄດ້ຕາມຄວາມຮຽກຮ້ອງຕ້ອງການພັດທະນາ, ຕ້ອງຍົກສູງຄຸນນະພາບບັນດາໂຮງຮຽນສອນວິຊາຊີບຂອງຂະແໜງຖ່ານຫີນ-ແຮ່ທາດ. ຢາກຍົກສູງລະດັບຄວາມຮູ້ຂອງກຳມະກອນ ຕ້ອງຍົກສູງລະດັບຄວາມຮູ້ຂອງຖັນແຖວຄູອາຈານສອນວິຊາຊີບ. ເມື່ອມີເຄື່ອງຈັກໃໝ່ໃຫ້ສະມັດຕະພາຍສູງ, ທັນສະໄໝກ່ວາ, ຕ້ອງມີສີມືການຊ່າງ, ມີລະດັບຄວາມຮູ້ ແລະ ເຕັກນິກນຳໃຊ້ບັນດາເຄື່ອງຈັກໃໝ່ນັ້ນ. ສະນັ້ນບົດບາດຂອງກຳມະກອນເຕັກນິກຂັ້ນສູງແມ່ນສຳຄັນທີ່ສຸດ“
ມະຫາວິທະຍາໄລ FPT
(ພາບ:nguyentandung.org)
ໜຶ່ງໃນບັນດາຄວາມຮຽກຮ້ອງຕ້ອງການສຳຄັນໃນວິວັດການນຳຫວຽດນາມ ເຊື່ອມຕົວເຂົ້າກັບການພັດທະນາລວມຂອງໂລກແມ່ນສ້າງຖັນແຖວກຳມະກອນໜຸ່ມມີລະດັບຄວາມຮູ້ດ້ານວິຊາສະເພາະ ແລະ ເຕັກນິກສູງ, ພິເສດແມ່ນໃນຂົງເຂດວິທະຍາສາດເຕັກນິກ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ. ຢູ່ຫວຽດນາມ, ໃນຊຸມປີມໍ່ໆມານີ້, ກຸ່ມຂະແໜງນີ້ໄດ້ຮັບການລົງທຶນຈາກລັດ ແລະ ລັດຖະບານເປັນຈຳນວນຫຼາຍ. ໃນນັ້ນມີການສ້າງຕັ້ງມະຫາວິທະຍາໄລ FPT. ທ່ານປະລີນຍາໂທຫງວຽນຊວນຟອງ ຮອງອະທິການບໍດີມະຫາວິທະຍາໄລ FPT ໃຫ້ຮູ້ວ່າ:
“ມະຫາວິທະຍາໄລ FPT ມີຄວາມແຕກຕ່າງກັບມະຫາວິທະຍາໄລອື່ນໆແມ່ນໄດ້ບຳລຸງສ້າງນັກວິສາວະກອນອຸດສາຫະກຳ, ໝາຍຄວາມວ່າ ໄດ້ບຳລຸງສ້າງຕາມຮູບການຮ່ວມມືຢ່າງແໜ້ນແຟ້ນກັບບັນດາວິສາຫະກິດເຕັກໂນໂລຊີຂໍ້ມູນຂ່າວສານ, ການບຳລຸງສ້າງກັບຕົວຈິງ, ກັບການຄົ້ນຄ້ວາ-ຜັນຂະຫຍາຍ ແລະ ບັນດາເຕັກໂນໂລຊີທັນສະໄໝທີ່ສຸດ“
(ພາບ:dantri.com.vn)
ປະຈຸບັນ, ຢູ່ຫວຽດນາມ ມີໂຮງຮຽນສອນວິຊາຊີບກ່ວາ 1300 ແຫ່ງ. ຕໍ່ໜ້າຄວາມຮຽກຮ້ອງຕ້ອງການພັດທະນາໃນໄລຍະໃໝ່, ຄຸນນະພາບການບຳລຸງສ້າງວິຊາຊີບຢູ່ບັນດາຮາກຖານສອນວິຊາຊີບນັບມື້ນັບໄດ້ຮັບຖືເປັນສຳຄັນ. ສະນັ້ນ, ຈຸດໝາຍສັງລວມໃນຍຸດທະສາດພັດທະນາການສອນວິຊາຊີບໄລຍະ 2011-2020 ຊື່ງນອນໃນຍຸດທະສາດພັດທະນາເສດຖະກິດສັງຄົມ ໂດຍທ່ານນາຍົກລັດຖະມົນຕີຫວຽນເຕີນຢູງ ໄດ້ເຊັນອະນຸມັດເມື່ອປີ 2012 ໄດ້ຊີ້ແຈ້ງວ່າ: “ຮອດປີ 2020, ການສອນວິຊາຊີບຈະຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຕະຫຼາດແຮງງານທັງດ້ານຈຳນວນ ແລະ ຄຸນນະພາບ, ໂຄງປະກອບວິຊາຊີບ ແລະ ລະດັບການບຳລຸງສ້າງ; ຄຸນນະພາບການບຳລຸງສ້າງຂອງວິຊາຊີບຈຳນວນໜຶ່ງບັນລຸລະດັບເທົ່າທຽມກັບລະດັບຂອງບັນດາປະເທດພັດທະນາໃນພາກພື້ນອາຊຽນ ແລະ ໂລກ; ສ້າງຖັນແຖວຜູ້ອອກແຮງງານມີສີມືດີ, ປະກອບສ່ວນຍົກສູງຄວາມສາມາດແກ່ງແຍ້ງແຫ່ງຊາດ“. ທ່ານນາງຟ້າມທິຫາຍຈ່ວຽນ ລັດຖະມົນຕີກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ໃຫ້ຮູ້ວ່າ:
“ຫວຽດນາມ ມີຈຳນວນຄົນງານໜຸ່ມຫຼາຍແຕ່ຍັງບໍ່ທັນມີຫຼາຍຄົນມີລະດັບຄວາມຮູ້ສູງເທື່ອ. ສະນັ້ນ, ລັດຖະບານໄດ້ສ້າງຍຸດທະສາດກ່ຽວກັບການສອນວິຊາຊີບ, ໃນນັ້ນມີຄວາມເອົາໃຈໃສ່ຕໍ່ການສອນວິຊາຊີບໃຫ້ແກ່ຊາວໜຸ່ມ ເພື່ອສ້າງເງື່ອນໄຂໃຫ້ຊາວໜຸ່ມສາມາດຊອກຫາວຽກເຮັດງານທຳໄດ້ຢ່າງງ່າຍດາຍ ແລະ ມີວຽກເຮັດງານທຳມີຄຸນນະພາບສູງ, ຕອບສະໜອງຄວາມຕ້ອງການຂອງບັນດາວິສາຫະກິດພັດທະນາໃນໄລຍະປະຈຸບັນ“
ປະຈຸບັນ, ກຳລັງແຮງງານຫວຽດນາມ ໄດ້ຮັບການຕີລາຄາຈາກບັນດາຜູ້ຊ່ຽວຊານສາກົນ ແລະ ພາກພື້ນວ່າມີຄວາມຂະຫຍັນຂັນເຄື່ອນ, ຮັບເອົາຄວາມຮູ້ຢ່າງວ່ອງໄວ, ມີຄວາມສາມາດໄປທັນກັບລະດັບຄວາມຮູ້ຂອງໂລກຢູ່ບາງຂົງເຂດວິຊາຊີບ. ນີ້ແມ່ນເງື່ອນໄຂສະດວກ ແລະ ກໍ່ແມ່ນຈຸດດີຊື່ງຖັນແຖວກຳມະກອນຫວຽດນາມ ໄລຍະໃໝ່ ຈະສືບຕໍ່ຮັກສາ ແລະ ເສີມຂະຫຍາຍເພື່ອຮັບປະກັນຄວາມຮຽກຮ້ອງຕ້ອງການພັດທະນາຂອງປະເທດຊາດ./.